ລັດຖະບານ

ລັດຖະບານ: ບຸກບືນເກັບລາຍຮັບໃຫ້ເຕັມເມັດເຕັມໜ່ວຍ ເພື່ອສ້າງບູລິມະສິດໃນການລົງທຶນ

ລັດຖະບານແນະນຳບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໃນການບຸກບືນເພື່ອບັນລຸຕາມເປົ້າໝາຍໃນການສ້າງລາຍຮັບ ເຖິງວ່າຈະມີການຄາດຄະເນວ່າຈະບໍ່ສາມາດເກັບກຳໄດ້ຕາມເປົ້າ. ຄະນະລັດຖະບານໄດ້ສະເໜີຄຳແນະນຳດັ່ງກ່າວໃນກອງປະຊຸມປະຈຳເດືອນຂອງລັດຖະບານສຳລັບເດືອນຕຸລາ ທີ່ສຳເລັດລົງໃນວັນສຸກທີ່ຜ່ານມາທີ່ວຽງຈັນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວເນັ້ນ: ອາຊີ ແລະ ເອີຣົບຄວນຮັດແໜ້ນການຮ່ວມມືເພື່ອຫຼຸດຊ່ອງຫວ່າງໃນການພັດທະນາ

ລາວກ່າວໃນກອງປະຊຸມຮ່ວມມືອາຊີ-ເອີຣົບຄັ້ງທີ 12 (Asem12) ທີ່ບຣັສ໌ໂຊ ປະເທດເບວຢຽມ ວ່າ ທະວີບອາຊີ ແລະ ເອີຣົບຄວນຮັດແໜ້ນການຮ່ວມມືເພື່ອຫຼຸດຊ່ອງຫວ່າງໃນການພັດທະນາທີ່ຍັງຄົງມີສູງ.ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສາກົນດັ່ງກ່າວໃນຫົວຂໍ້ “ຄູ່ຮ່ວມມືລະດັບໂລກເພື່ອຜ່ານຜ່າສິ່ງທ້າທາຍ” ທີ່ຈັດຂຶ້ນໃນວັນທີ 18-19 ຕຸລາຜ່ານມາ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ກອງປະຊຸມຄະນະລັດຖະບານຫາລືມາດຕະການເພື່ອກະຕຸ້ນການຂະຫຍາຍຕົວ

ຄະນະລັດຖະບານໄດ້ໄຂກອງປະຊຸມປະຈຳເດືອນໃນມື້ວານນີ້ ທີ່ວຽງຈັນ ເພື່ອຄົ້ນຄວ້າຫາລືກ່ຽວກັບສິ່ງທ້າທາຍ ແລະ ໂອກາດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດປີ 2018.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ເຈົ້າໜ້າທີ່ລະດັບສູງຈາກສະຫະລັດພົບປະລັດຖະບານລາວກ່ຽວກັບຍຸດທະສາດອິນໂດ-ປາຊິຟິກ

(ຂປລ) ໃນວັນທີ 14-16 ຕຸລາ, ເຈົ້າໜ້າທີ່ລະດັບສູງຈາກກະຊວງການຕ່າງປະເທດສະຫະລັດ ໄດ້ຢ້ຽມຢາມລາວເພື່ອທົບທວນຄວາມຄືບໜ້າຕໍ່ເນື່ອງດ້ານການພົວພັນສອງຝ່າຍ ແລະ ແນະນຳເຈົ້າໜ້າທີ່ລາວກ່ຽວກັບຍຸດທະສາດອິນໂດ-ປາຊິຟິກ.ອ່ານຕໍ່ ...

ຂປລ

ລັດອອກມາດຕະການຄຸ້ມຄອງໜີ້ສິນລັດ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດໄດ້ເຊັນຮັບຮອງລັດຖະບັນຍັດປະທານປະເທດ ໃນການປະກາດໃຊ້ກົດໝາຍເພື່ອການຄຸ້ມຄອງ ແລະ ຄວບຄຸມໜີ້ສິນຂອງລັດ ເມື່ອມີການເສີມຂະຫຍາຍການລົງທຶນຂອງລັດ.ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນຂອງລັດ ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 29 ຕຸລານີ້ ມີຜົນໃນການຫ້າມທຸກໆພະແນກການ ແລະ ໜ່ວຍງານ ໃນການດຳເນີນໂຄງການທີ່ບໍ່ໄດ້ຮັບການອະນຸມັດ ຫຼື ການສ້າງໜີ້ສິນລັດໂດຍບໍ່ຊອບດ້ວຍກົດໝາຍໃນນາມຂອງລັດຖະບານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວ ຍີ່ປຸ່ນຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ

(ຂປລ) ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານ ຊິນໂຊ ອາເບ  ນາຍົກລັດຖະມົນຕີຍີ່ປຸ່ນ ຕີລາຄາສູງຕໍ່ການຮ່ວມມີສອງຝ່າຍລະຫວ່າງສອງປະເທດ ພາຍໃຕ້ໂຄງສ້າງການຮ່ວມມື ແມ່ຂອງ-ຍີ່ປຸ່ນ, ໂດຍສະເພາະການຈັດຕັ້ງປະຕິບັດກິຈະກຳພາຍໃຕ້ຍຸດທະສາດໂຕກຽວ 2015 ແລະ ແຜນດຳເນິນງານເພື່ອຜັນຂະຫຍາຍຍຸດທະສາດໂຕກຽວ 2016-2018.ອ່ານຕໍ່  ...

ຂປລ

ຄະນະພັກລາວ-ຫວຽດນາມສົ່ງເສີມສາຍພົວພັນ

ເຈົ້າໜ້າທີ່ລະດັບສູງຂອງສອງຊາດໄດ້ພັບປະກັນທີ່ນະຄອນວຽງຈັນ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍາວນານ,​ຄວາມສາມັກຄີພິເສດ, ແລະ ການຮ່ວມມືຢ່າງເລິກເຊິ່ງລະຫວ່າງພັກ, ລັດ ແລະ ປະຊາຊົນສອງຊາດລາວ ແລະ ຫວຽດນາມ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລາວຈະຊ່ວຍເຫຼືອບັນເທົາທຸກອິນໂດເນເຊຍ 100,000 ໂດລາ

(ຂປລ) ລັດຖະບານ ສປປ ລາວ ຈະມອບເງິນຊ່ວຍເຫຼືອ 100,000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອບັນເທົາທຸກສຳລັບຜູ້ປະສົບໄພແຜ່ນດິນໄຫວ ແລະ ຊຶນາມິທີ່ຜ່ານມາ ທີ່ສຸລາເວສີ ປະເທດອິນໂດເນເຊຍ.ອ່ານຕໍ່ ...

ຂປລ

ລາວ, ຊານມາຣີໂນສ້າງສາຍພົວພັນທາງການທູດ

ລາວ ແລະ ຊານມາຣີໂນຕົກລົງໃນການສ້າງສາຍພົວພັນທາງການທູດ ພາຍໃຕ້ເປົ້າໝາຍສົ່ງເສີມການຮ່ວມມືລະຫວ່າງສອງຊາດອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລາວ, ລຸກຊຳບວກຫາລືການຮ່ວມມືກ່ຽວກັບການພັດທະນາໃນອະນາຄົດ

ລັດຖະບານລາວ ແລະ ລຸກຊຳບວກຈະສືບຕໍ່ຮ່ວມງານກັນຢ່າງໃກ້ຊິດໃນອະນາຄົດໃນການພັດທະນາລາວ, ໂດຍສະເພາະແມ່ນວຽກງານສາທາລະນະສຸກ, ການສຶກສາ, ການພັດທະນາຊົນນະບົດ ແລະ ການບໍລະຫານຈັດການ.ອ່ານຕໍ່  ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

eJeVY
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!