ລັດຖະບານ

ນັກຂັບຂີ່ລາວທີ່ມີໃບອະນຸຍາດສາມາດຂັບຂີ່ຕາມທ້ອງຖະໜົນໃນອາຊຽນ

ອຳນາດການປົກຄອງທ້ອງຖິ່ນໄດ້ຊີ້ແຈງວ່າ ນັກຂັບຂີ່ລາວທີ່ຖືໃບອະນຸຍາດຂັບຂີ່ສາກົນສາມາດຂັບຂີ່ຍານພາຫະນະໄດ້ຢ່າງເສລີ ໃນບັນດາປະເທດຕ່າງໆທົ່ວໂລກທີ່ລາວໄດ້ລົງນາມໃນອະນຸສັນຍາທີ່ກ່ຽວຂ້ອງ.ນອກນີ້ ນັກຂັບຂີ່ທີ່ຖືໃບຂັບຂີ່ລາວແມ່ນມີສິດຂັບຂີ່ໃນບັນດາປະເທດອາຊຽນໄດ້ຢ່າງເປັນທາງການ ຖ້າຫາກວ່າມີຊື່ໃນໃບຂັບຂີ່ເປັນພາສາອັງກິດ.ອ່ານຕໍ່ ...

ໄພສີທອງ ຈັນດາລາ

ດ່ານຊາຍແດນມຽນມາ-ລາວໄດ້ຮັບການຍົກລະດັບສາກົນ

ດ່ານຊາຍແດນລະຫວ່າງປະເທດມຽນມາ ແລະ ລາວໄດ້ຮັບການຍົກລະດັບ ແລະ ສະຖານະເປັນດ່ານສາກົນ ຕາມການລາຍງານຂອງກະຊວງແຮງງານ, ການເຂົ້າເມືອງ ແລະ ປະຊາກອນ ຂອງມຽນມາ.ກະຊວງໄດ້ແຈ້ງຍົກລະດັບດ່ານຊາຍແດນວັນປອງ ເມືອງທາຈິເລັກ ​ແຂວງຊັນ ເປັນດ່ານຊາຍແດນສາກົນລະຫວ່າງມຽນມາ ແລະ ລາວ. ນອນນີ້ ຍັງໄດ້ມີການເປີດນຳໃຊ້ຂົວມິດຕະພາບມຽນມາ-ລາວ ນັບແຕ່ເດືອນກັນຍາທີ່ຜ່ານມາພາຍໃຕ້ການຕົກລົງຮ່ວມມືສອງຝ່າຍ.ອ່ານຕໍ່ ...

ເອ ເອ ທູ

ຕວກກີເປີດສະຖານທູດຢູ່ລາວ

ອັງກາຣາ, (UrduPoint / Pakistan Point News, app – 7 ພະຈິກ 2018) : ໃນວັນພຸດຜ່ານມານີ້ ຕວກກີໄດ້ເປີດສະຖານທູດຢ່າງເປັນທາງການຢູ່ນະຄອນຫຼວງຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.ອ່ານຕໍ່ ...

ໄຟຊັນ ຮັສ໌ມີ

ກອງປະຊຸມທົບທວນຄວາມຄືບໜ້າໃນການບໍລິຫານຈັດການທີ່ດີ

ຖັນແຖວກະຊວງ ແລະ ບັນດາຄູ່ຮວມພັດທະນາໄດ້ທົບທວນຄວາມຄືບໜ້າຂອງແຜນງານ ແລະ ສິ່ງທ້າທາຍໃນການບໍລິຫານຈຈັດການ ໃນກອງປະຊຸມປະຈຳປີຂອງກຸ່ມເຮັດວຽກໃນຂະແໜງການບໍລິຫານຈັດການ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຜູ້ນຳຄິວບາຈະຢ້ຽມຢາມລາວຢ່າງເປັນທາງການທ້າຍອາທິດນີ້

ທ່ານ ມີເກວ ເດັຍສ໌-ຄະເນວ ເບີມິວເດັສ໌ ປະທານສະພາແຫ່ງຊາດ ແລະ ສະພາລັດຖະມົນຕີແຫ່ງປະເທດຄິວບາ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຄິວບາ ຈະຢ້ຽມຢາມ ສປປ ລາວຢ່າງເປັນທາງການໃນວັນທີ 10-11 ພະຈິກນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຄວາມສຳພັນມິດຕະພາບອັນຍາວນານຮັດແໜ້ນສາຍພົວພັນລາວ-ອົສ໌ຕຣາລີ

ຄວາມສຳພັນມິດຕະພາບອັນຍາວນານລະຫວ່າງລາວ ແລະ ອົສ໌ຕຣາລີຣາລີໄດ້ສ້າງຄວາມເຂັ້ມແຂງໃນການຮ່ວມມືຢ່າງມີປະສິດທິພາບລະຫວ່າສອງຊາດ ຕາມຂໍ້ມູນຈາກກອງປະຊຸມປຶກສາຫາລືສອງຝ່າຍທີ່ວຽງຈັນໃນມື້ວານນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ນາຍົກຈະເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າຂອງຈີນ

 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຈະນຳພາຄະນະຜູ້ແທນລາວ ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຂອງຈີນ ທີ່ເມືອງຊຽງໄຮໃນອາທິດໜ້າ.ຕາມການເປີດເຜີຍຂໍ້ມູນຂອງກະຊວງການຕ່າງປະເທດ ທ່ານນາຍົກຈະເຂົ້າຮ່ວມງານວາງສະແດງດັ່ງກ່າວຕາມຄຳເຊື້ອເຊີນຂອງທ່ານ ຊີ ຈິນປິງ ປະທານປະເທດຈີນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລັດເລັ່ງມືໃນການປະຕິຮູບທາງດ້ານໂຄງສ້າງໃນບັນດາພະແນກການຂອງລັດ

ພະແນກການຂອງລັດຖະບານຂັ້ນສູນກາງ ແລະ ທ້ອງຖິ່ນກຳລັງກະກຽມການປະຕິຮູບໂຄງສ້າງການຈັດຕັ້ງກົມກອງຕ່າງໆ ຕາມຄຳສັ່ງແນະນຳຂອງລັດຖະບານ. ໃນຕົ້ນປີນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງແນະນຳເລກທີ 03 ຮຽກຮ້ອງໃຫ້ທຸກໆພະແນກການຂອງລັດ ເຊື່ອມບັນດາຫ້ອງການ ແລະ ກົມກອງຍ່ອຍທີ່ມີໜ້າທີ່ຮັບຜິດຊອບຊ້ຳຊ້ອນກັນ ເຂົ້າເປັນໜ່ວຍງານດຽວກັນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວມີແຜນເພີ່ມການຈັດຫາແຮງງານສຳລັບປະເທດກູເຫວດ

ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມເຜີຍໃຫ້ຮູ້ແຜນດັ່ງກ່າວ ເນື່ອງໃນໂອກາດການເຂົ້າຢ້ຽມຢາມຂອງທ່ານນາງ ຊູໄບ ບາຣັກ ອາລຊູໂບ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ລັດຖະມົນຕີກະຊວງເສດຖະກິດກູເຫວດ. ໃນການຢ້ຽມຢາມທາງການດັ່ງກ່າວ, ການຫາລືຕົ້ນຕໍແມ່ນເພື່ອທົບທວນວຽກງານການຮ່ວມມືໃນໄລຍະຜ່ານມາ ແລະ ເສີມຂະຫຍາຍພາລະກິດການຮ່ວມມືໃນອະນາຄົດລະຫວ່າງສອງຝ່າຍ ໂດຍສະເພາະໃນຂະແໜງແຮງງານ.ໃນຂໍ້ຕົກລົງການຮ່ວມມືດ້ານແຮງງານ ທີ່ໄດ້ລົງນາມໃນປີ 2009 ກ່ຽວກັບການເສີມຂະຫຍາຍການຮ່ວມມືໃນການຈ້າງແຮງງານ, ມີຈຸດປະສົງ​ແນໃສ່ສົ່ງແຮງງານລາວໄປເຮັດວຽກທີ່ປະເທດກູເຫວດ. ເຊິ່ງໃນຂໍ້ຕົກລົງດັ່ງກ່າວ ປະເທດກູເຫວດມີໂກຕາການຮັບແຮງງານຈາກລາວຈຳນວນ 1,000 ອັດຕາໃນທຸກໆຂະແໜງການຂອງປະເທດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ໄຊຍະບູລີພົບການສໍ້ລາດບັງຫຼວດ 210 ຕື້ກີບ

ອຳນາດການປົກຄອງແຂວງໄຊຍະບູລີ ກວດພົບການສໍ້ລາດບັງຫຼວງຈຳນວນກວ່າ 210.73 ຕື້ກີບ ນັບແຕ່ປີ 2015 ເປັນຕົ້ນມາ, ເຊິ່ງໃນນັ້ນມີຖັນແຖວພະນັກງານລັດ 24 ຄົນມີສ່ວນພົວພັນກ່ຽວຂ້ອງ.ທ່ານ ດວງຕາ ໄຊວຸດ ຫົວໜ້າຄະນະກຳມະການກວດສອບພັກແຂວງ ໄດ້ລາຍງານໃນກອງປະຊຸມໜ່ວຍພັກຄັ້ງທີ 11 ໃນອາທິດຜ່ານມາວ່າ ໃນຈຳນວນດັ່ງກ່າວສາມາດຍຶດຄືນງົບປະມານໄດ້ 9.26 ຕື້ກີບ, ຕາມການເປີດເຜີຍຂອງໜັງສືພິມເສດຖະກິດສັງຄົມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

8aj2f
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!