ລັດຖະບານ

ກົດໝາຍສະບັບໃໝ່ເພື່ອຮັບໃຊ້ພາລະກີດການທູດຂອງລາວຢູ່ຕ່າງແດນ

ສະມາຊິກສະພາແຫ່ງຊາດໄດ້ຜ່ານຮ່າງກົດໝາຍສະບັບໃໝ່ວານນີ້ ເພື່ອອຳນວຍຄວາມສະດວກໃຫ້ແກ່ພາລະກິດການທູດຂອງລາວຢູ່ຕ່າງປະເທດ ແລະ ເພື່ອປົກປ້ອງຜົນປະໂຫຍດຂອງຊາດ ແລະ ປະຊາຊົນລາວໃນຕ່າງແດນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຄະນະກຳມະການຮ່ວມລາວ, ຫວຽດນາມທົບທວນກາຮ່ວມມືຊາຍແດນ

ຄະນະກຳມະການຮ່ວມລາວ-ຫວຽດນາມຕົກລົງຮ້ວມມືກັນໃນການເພີ່ມທະວີການລົງທຶນ ແລະ ການຄ້າຊາຍແດນຕາມແນວຊາຍແດນຮ່ວມ, ຕາມການລາຍງານຂອງກະຊວງການຕ່າງປະເທດ.ນອກນີ້ ທັງສອງຝ່າຍຍັງໄດ້ຕົກລົງໃນການເສີມຂະຫຍາຍການຮ່ວມມືດ້ານການຄຸ້ມຄອງຊາຍແດນ, ດ້ານວັດທະນະທຳ ແລະ ການທ່ອງທ່ຽວໃນພື້ນທີ່ຊາຍແດນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ໄທ ແລະ ລາວຕົກລົງຮັດແໜ້ນການຮ່ວມມືກ່ຽວກັບການປ້ອງກັນ ແລະ ສະກັດກັ້ນຢາເສບຕິດ

ບາງງກອກ – ໄທ ແລະ ລາວໄດ້ຕົກລົງຮັດແໜ້ນການຮ່ວມມືກ່ຽວກັບການປ້ອງກັນ ແລະ ສະກັດກັ້ນຢາເສບຕິດ ເພື່ອສົ່ງເສີມສັນຕິພາບ ແລະ ການຮ່ວມມືໃນພື້ນທີ່ຊາຍແດນລະຫວ່າງສອງຊາດ. ສອງປະເທດໄດ້ເຂົ້າຮ່ວມກອງປະຊຸມ ຄະນະກຳມະການຊາຍແດນໄທ-ລາວ (GBC) ຄັ້ງທີ 25 ທີ່ບາງກອກ, ອ່ານຕໍ່ ...

Jettana Pantana

ລັດແນໃສ່ສົ່ງເສີມຄວາມຮູ້ເນື່ອງໃນວັນຕ້ານການສໍ້ລາດບັງຫຼວງສາກົນ

ລັດຖະບານແນໃສ່ການສົ່ງເສີມຄວາມຮູ້ກ່ຽວກັບການຕ້ານການສໍ້ລາດບັງຫຼວງໃນຖັນແຖວພະນັກງານ ແລະ ນັກຮຽນນັັກສຶກສາ ເນື່ອງໃນໂອກາດວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 15 ປີ (9 ທັນວາ).ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ສະພາແຫ່ງຊາດອະນຸມັດການຍົກຍ້າຍຕຳແໜ່ງໃນບັນດາຂະແໜງການ

ມື້ວານນີ້ ສະພາແຫ່ງຊາດໄດ້ອະນຸມັດການຍົກຍ້າຍຕຳແໜ່ງ ແລະ ການແຕ່ງຕັ້ງຜູ້ຮັບຜິດຊອບຂະແໜງການປ້ອງກັນຄວາມສະຫງົບ, ການປ້ອງກັນຊາດ ແລະ ການທະນາຄານ ຕາມການສະເໜີຂອງທ່ານນາຍົກ ທອງລຸນ ສີສຸລິດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວ, ກຳປູເຈຍຕົກລົງເຫັນດີໃນການສົ່ງເສີມສາຍພົວພັນ ແລະ ແກ້ໄຂບັນຫາຂັດແຍ່ງຊາຍແດນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ ໄດ້ຕົກລົງເຫັນດີໃນການຮ່ວມກັນຮັດແໜ້ນສາຍພົວພັນສອງຝ່າຍ ແລະ ແກ້ໄຂບັນຫາຂັດແຍ່ງຊາຍແດນລະຫວ່າງສອງຊາດເພື່ອນບ້ານ ທີ່ນະຄອນວຽງຈັນວານນີ້.ນາຍົກລັດຖະມົນຕີກຳປູເຈຍເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 5-6 ທັນວານີ້ ຕາມການເຊື້ອເຊີນຂອງທ່ານນາຍົກ ທອງລຸນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວປະຢັດງົບປະມານໄດ້ກວ່າ 3.5 ພັນຕື້ກີບຈາກໂຄງການທີ່ມີມູນຄ່າສູງເກີນຈິງ

ລາວສາມາດປະຢັດງົບປະມານໄດ້ກວ່າ 3.5 ພັນຕື້ກີບ (ຫຼືເກືອບ 419 ລ້ານໂດລາສະຫະລັດ) ໂດຍການສະກັດກັ້ນງົບປະມານທີ່ຈະຖືກໃຊ້ຈ່າຍໃນໂຄງການທີ່ມີມູນຄ່າສູງເກີນຕົວຈິງ, ຕາມການລາຍງານຂອງທ່ານລັດຖະມົນຕີຕໍ່ສະພາແຫ່ງຊາດ.ຈາກການກວດສອບໂຄງການການລົງທຶນຂອງລັດ ເປີດເຜີຍວ່າມີການໃຊ້ຄ່າອັດຕາເງິນເຟີ້ທີ່ບໍ່ຖືກຕາມຕົວຈິງ, ຕາມການເປີດເຜີຍຂອງທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດອາທິດແລ້ວນີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວ 'ອາດຕ້ອງການຕົວຊ່ວຍ' ເພື່ອສ້າງຜົນປະໂຫຍດຢ່າງເຕັມສ່ວນຈາກການຂ້າມຊາຍແດນ

ພະເຍົາ: ເຖິງຈະມີການຍົກລະດັບດ່ານຊາຍແດນບ້ານຮວກ ອຳເພີພູຊາງ ໃຫ້ເປັນດ່ານຊາຍແດນຖາວອນ, ແຕ່ວ່າມີພຽງປະຊາຊົນທ້ອງຖິ່ນທີ່ໄດ້ຮັບອະນຸຍາດໃນການເດີນທາງຂ້າມຊາຍແດນໄປສູ່ປະເທດລາວໃນປະຈຸບັນ. ວິລຸນ ສຸດທິວົງອ່ານຕໍ່ ...

SAIARUN PINADUANG

ລັດຖະບານຢືນຢັນແຜນຫຼຸດໂກຕາລັດຖະກອນ

(ຂປລ) ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຢືນຢັນໃນວັນພຸດຜ່ານມານີ້ວ່າ ລັດຖະບານຈະຫຼຸດໂກຕາລັດຖະກອນສຳລັບປີ 2019 ໃຫ້ເຫຼືອ 1,500 ອັດຕາ, ເຄິ່ງໜຶ່ງຂອງຈຳນວນໂກຕາໃນປີ 2018, ເນື່ອງຈາກອັດຕາສ່ວນຂອງລັດຖະກອນທຽບກັບພົນລະເມືອງຂອງລາວແມ່ນຢູ່ໃນລະດັບສູງສຸດ ທຽບກັບບັນດາປະເທດໃນອາຊຽນ.ອ່ານຕໍ່ ...

ຂປລ

ສະພາແຫ່ງຊາດສະຫຼຸບ ລັດຖະບານປະສົບຜົນສຳເລັດ ແຕ່ກໍ່ຍັງຕ້ອງມີການປັບປຸງ

ສະມາຊິກສະພາແຫ່ງຊາດ (ສພຊ) ຊົມເຊີຍຕໍ່ຜົນສຳເລັດຕໍ່ກັບໜ້າທີ່ທາງການເມືອງຂອງລັດຖະບານ ໃນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການຫຼຸດຜ່ອນການຮົ່ວໄຫຼດ້ານລາຍຮັບ.ເຖິງຢ່າງໃດກໍຕາມ ສະພາແຫ່ງຊາດແນະນຳໃຫ້ລັດະຖະບານສ່ອງແສງຜົນສຳເລັດຕົວຈິງ ແລະ ມາດຕະການທີ່ນຳໃຊ້ ເພື່ອນຳໄປສູ່ການບຸກບືນຕື່ມໃນອະນາຄົດ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

WmMYR
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!