ລັດຖະບານ

ລາວເປີດຕົວການບໍລິການຈ່າຍຄ່າອາກອນທີ່ດິນຜ່ານທາງ App ມືຖື

(ຂປລ) ກົມຊ່ວຍສາອາກອນໄດ້ເປີດຕົວລະບົບເພື່ອຮັບປະກັນການຈ່າຍອາກອນທີ່ດິນຜ່ານລະບົບອອນໄລຂອງທະນາຄານ ທີ່ສະດວກ ແລະ ວ່ອງໄວ.ອ່ານຕໍ່ ...

ບັນນາທິການ ຂປລ

ລັດຖະບານກຳປູເຈຍລໍຖ້າຝ່າຍລາວດຳເນີນການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊາຍແດນ

ລັດຖະບານກຳປູເຈຍຍັງຄົງລໍຖ້າຂໍ້ຕົກລົງ (ToR) ຈາກວຽງຈັນ ໃນການດຳເນີນການສົ່ງຈົດໝາຍຮ່ວມເພື່ອຂໍຂໍ້ມູນລາຍລະອຽດ ທາງດ້ານແຜນທີ່ຈາກລັດຖະບານຝຣັ່ງ ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງອື່ນໆ ເພື່ອນຳໄປສູ້ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊາຍແດນຂອງສອງປະເທດ, ຕາມການເປີດເຜີຍຂອງທ່ານ ເກດ ໂສພັນ ໂຄສົກກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນຂອງກຳປູເຈຍ.ອ່ານຕໍ່  ...

ເມັກ ດາຣາ

ລາວ, ຫວຽດນາມຕົກລົງຮັດແໜ້ນການຮ່ວມມື

ລາວ ແລະ ຫວຽດນາມຕົກລົງຮັດແໜ້ນການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ ການພັດທະນາຊັບພະຍາກອນມະນຸດ, ການຄ້າ, ແລະ ການລົງທຶນ.ການຕົກລົງດັ່ງກ່າວແມ່ນເນື່ອງມາຈາກການຢ້ຽມຢາມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ພ້ອມດ້ວຍຄະນະລັດຖະບານລາວ ເປັນປະທານຮ່ວມໃນກອງປະຊຸມຄັ້ງທີ 41 ຂອງຄະນະກຳມະການຮ່ວມລັດຖະບານຫວຽດນາມ-ລາວ ເຊິ່ງຈັດຂຶ້ນທີ່ນະຄອນຮາໂນ້ຍ ຄັ້ງວັນທີ 5-6 ມັງກອນນີ້ ຕາມການເຊື້ອເຊີນຂອງທ່ານ ຫງວຽນ ຊວນພຸກ ນາຍົກລັດຖະມົນຕີຫວຽດນາມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ແຂວງສະຫວັນນະເຂດປະຕິບັດວິໄນຕໍ່ລັດຖະກອນຫຼາຍສິບຄົນທີ່ກະທຳຜິດຕໍ່ລະບຽບການ

ແຂວງສະຫວັນນະເຂດປະຕິບັດວິໄນຕໍ່ລັດຖະກອນ ກວ່າ 30 ຄົນ ທັງກຳລັງດຳເນີນການສືບສວນສອບສວນພະນັກງານຈຳນວນໜຶ່ງທີ່ກະທຳຜິດຕໍ່ລະບຽບການໃນຫຼາຍຮູບແບບ ແລະ ທຳການສໍ້ລາດບັງຫຼວງ, ​ຕາມການລາຍງານຂອງສື່ທ້ອງຖິ່ນ.ໃນນັ້ນ ມີພະນັກງານ 5 ຄົນທີ່ກ່ຽວຂ້ອງກັບການປອມໃບອະນຸຍາດການເຮັດວຽກຈຳນວນ 247 ໃບໃຫ້ແກ່ຊາວຕ່າງປະເທດ ເຮັດໃຫ້ປະເທດສູນເສຍຜົນປະໂຫຍດກວ່າ 250 ລ້ານກີບອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການສະກັດກັ້ນການຮົ່ວໄຫຼຂອງງົບປະມານແຫ່ງລັດຫຼ້າສຸດຂອງລາວມີຫຍັງແດ່?

ໃນຫຼາຍເດືອນຜ່ານມາ, ລັດຖະບານ ແລະ ສື່ມວນຊົນໄດ້ເຜີຍແຜ່ກ່ຽວກັບການຈັດລະບຽບງົບປະມານແຫ່ງລັດ. ສິ່ງທີ່ພົ້ນເດັນຫຼ້າສຸດໃນນີ້ແມ່ນມະຕິຕົກລົງຫຼ້າສຸດຂອງລັດຖະບານກ່ຽວກັບການເຂັ້ມງວດການກວດກາການໃຊ້ຈາຍຂອງລັດ ທີ່ເຫັນວ່າເປັນການຈັດລະບຽບດ້ານການໃຊ້ຈ່າຍຂອງລັດໃນຖັນແຖວພະນັກງານ.ຂໍ້ຕົກລົງສະບັບໃໝ່ຂອງນາຍົກລັດຖະມົນຕີ ທີ່ມີການລົງນາມໃນວັນທີ 12 ທັນວານີ້ ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ປີ 2019, ໄດ້ກຳນົດຂີດຈຳກັດຂອງຈຳນວນເງິນທີ່ໜ່ວຍງານພາກລັດສາມາດນຳໃຊ້ໃນການປະຕິບັດໜ້າທີ່ຕ່າງໆ ເຊັ່ນ ກອງປະຊຸມສຳມະນາ, ກອງປະຊຸມວິຊາການ, ກອງປະຊຸມຝຶກອົບຮົມ, ແລະ ກິດຈະກຳທີ່ກ່ຽວຂ້ອງອື່ນໆ.ອ່ານຕໍ່ ...

Tae-jun Kang

ຖະໜົນເປ່ເພ, ການຂັດແຍ່ງດ້ານທີ່ດິນ, ແລະ ການຄ້າຢາເສບຕິດ ແມ່ນຕິດອັນດັບສູງສຸດໃນການຮ້ອງຮຽນຜ່ານສາຍດ່ວນສະພາແຫ່ງຊາດ

ປະຊາຊົນຫຼາຍຮ້ອຍຄົນໂທລະສັບເຂົ້າມາແຈ້ງບັນຫາສາທາລະນະຕ່າງໆລວມ 468 ບັນຫາ ຕໍ່ສະພາແຫ່ງຊາດຜ່ານສາຍດ່ວນທີ່ເປີດຮັບໃນລະຫວ່າງກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຊຸດທີ 6 ເຊິ່ງໄດ້ອັດລົງໃນອາທິດຜ່ານມາ.ໃນນັ້ນ ບັນຫາຖະໜົນເປ່ເພ, ການຂັດແຍ່ງດ້ານທີ່ດິນ, ແລະ ບັນຫາຢາເສບຕິດ ແມ່ນຕິດອັນດັບສູງສຸດໃນການຮ້ອງຮຽນຜ່ານສາຍດ່ວນ ເຊິ່ງຜູ້ສະເໜີຕ້ອງການຄວາມກະຈ່າງແຈ້ງ ແລະ ການແກ້ໄຂບັນຫາໃນໄລຍະຍາວເຫຼົ່ານີ້ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວ, ຫວຽດນາມສືບຕໍ່ການຮ່ວມມືຕ້ານອາດຊະຍາກຳທາງສິ່ງແວດລ້ອມ

ລັດຖະບານລາວ ແລະ ຫວຽດນາມ ຈະສືບຕໍ່ການຮ່ວມມືກັນເພື່ອຕ້ານອາດຊະຍາກຳທາງສິ່ງແວດລ້ອມ, ເຊິ່ງມີລັກສະນະເພີ່ມຂຶ້ນໃນສອງປະເທດ.ນີ້ແມ່ນໜຶ່ງໃນຫົວຂໍ້ການຫາລືໃນການປະຊຸມປຶກສາຫາລື ແລະ ແລກປ່ຽນປະສົບການລະຫວ່າງເຈົ້າໜ້າທີ່ຕຳຫຼວດສິ່ງແວດລ້ອມຂອງລາວ ແລະ ຫວຽດນາມ ທີ່ຈະມີຂຶ້ນໃນລະຫວ່າງວັນທີ 24-25 ທັນວານີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວ, ຫວຽດນາມທົບທວນການຮ່ວມມືຍຸດທະສາດເພື່ອສານຕໍ່ສາຍພົວພັນສອງຝ່າຍ

ລາວ ແລະ ຫວຽດນາມຮ່ວມກັນເສີມຂະຫຍາຍການຄ້າສອງຝ່າຍ, ເຊິ່ງກ່ຽວຂ້ອງຢ່າງໃກ້ຊິດກັບຄວາມຄືບໜ້າຂອງໂຄງການທ່າເຮືອວຶງອາງ ແຂວງຮາຕິນທາງພາກກາງຂອງຫວຽດນາມ ແລະ ໂຄງການສະໜາມບິນໜອງຄັງ ແຂວງຫົວພັນທາງພາກເໜືອຂອງລາວ.ນອນຈາກນີ້ ສອງຊາດຍັງມີແຜນກໍ່ສ້າງທາງດ່ວນວຽງຈັນ-ຮ່າໂນ້ຍ ແລະ ທາງລົດໄຟວຽງຈັນ-ທ່າແຂກ-ວຶງອາງ ເຊິ່ງຈັດຢູ່ໃນອັນດັບທີສາມຂອງບັນດາໂຄງການລົງທຶນຕ່າງປະເທດ ແລະ ຈະປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ທັງເປັນການປັບປຸງການຈັດສົ່ງ ແລະ ພື້ນຖານໂຄງລ່າງ ທີ່ເປັນປະໂຫຍດສຳລັບລາວ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວ, ຈີນສືບຕໍ່ການຮ່ວມມື, ຫຼ້າສຸດລົງນາມຕື່ມ 2 ໂຄງການ

ລາວ ແລະ ຈີນສືບຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດ ພາຍໃຕ້ການລົງນາມໃນສອງຂໍ້ຕົກລົງກ່ຽວກັບການພັດທະນາຊັບພະຍາກອນມະນຸດ. ພິທີລົງນາມໃນຂໍ້ຕົກລົງໄດ້ມີຂຶ້ນວານນີ້ທີ່ວຽງຈັນ ເຊິ່ງລວມມີໂຄງການສ້າງຄວາມສາມາດດ້ານການແປພາສາລາວ-ຈີນ ແລະ ແລະ ການກໍ່ສ້າງໂຮງຮຽນມັດທະຍົມນາຊາຍທອງ, ລະຫວ່າງ ທ່ານ ຫວັງ ຢີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະພາທີ່ປຶກສາແຫ່ງຊາດຈີນ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວ, ໄທສືບຕໍ່ການຮ່ວມມື, ສາຍພົວພັນມິດຕະພາບ

ລາວ ແລະ ໄທວາງເປົ້າໝາຍເສີມຂະຫຍາຍສາຍພົວພັນອັນເລິກເຊິ່ງ ແນໃສ່ສ້າງການຮ່ວມມືຍຸດທະສາດເພື່ອສົ່ງເສີມການຂະຫຍາຍຕົວ ແລະ ການພັດທະນາແບບຍືນຍົງ.ທິດທາງການເສີມຂະຫຍາຍສາຍພົວພັນ ແລະ ການສົ່ງເສີມການຮ່ວມມືສອງຝ່າຍດັ່ງກ່າວໄດ້ຜ່ານການຕົກລົງໃນກອງປະຊຸມທົບທວນການຮ່ວມມືລາວ-ໄທ (JCR) ທີ່ໄດ້ຈັດຂຶ້ນທີ່ວຽງຈັນວານນີ້ ພາຍໃຕ້ການເປັນປະທານຮ່ວມລະຫວ່າງທ່ານ ທອງລຸນ ສີສຸລິດ ນາຍົກລາວ ແລະ ທ່ານ ພັນເອກ ປະຍຸດ ຈັນໂອຊາ ນາຍົກໄທ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

2t7Ph
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!