ລັດຖະບານ

ດ່ານສາກົນນາເພົ້າສຳເລັດການຍົກລະດັບສິ່ງອຳນວຍຄວາມສະດວກ

(ຂປລ) ບໍລິສັດພູເບ້ຍມາຍນິ້ງ (PBM) ໄດ້ຮ່ວມພິທີເປີດດ່ານພາສີສາກົນນາເພົ້າແຂວງຄຳມ່ວນທີ່ໄດ້ຮັບການຍົກລະດັບຢ່າງເປັນທາງການ ໃນວັນທີ 30 ມັງກອນ 2019.ການຍົກລະດັບດັ່ງກ່າວເຊິ່ງໃຊ້ງົບ 19,359,000 ກີບ (US$ 2,600 ໂດລາ) ລວມມີ ການສ້ອມແປງຫຼັງຄາເຮືອນຄົວ ແລະ ບ່ອນຮັບປະທານອາຫານຂອງພະນັກງານ.ອ່ານຕໍ່ ...

ຂປລ

ອົງການກວດສອບຂອງລາວກ່າວວ່າທຸກຄົນຄວນມີສ່ວນຮ່ວມໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການກວດສອບແຫ່ງລັດ (GIA) ກ່າວວ່າໜ່ວຍງານບັງຄັບໃຊ້ກົດໝາຍ ຄວນສ້າງເງື່ອນໄຂໃຫ້ທຸກຄົນໃນສັງຄົມມີສ່ວນຮ່ວມໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ.ທ່ານ ປອ ບຸນທອງ ຈິດມະນີ ປະທານ GIA ໄດ້ອອກຄຳສັ່ງແນະນຳກ່ຽວກັບບັນຫາດັ່ງກ່າວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັັດກົດໝາຍວ່າດ້ວຍການກວດສອບແຫ່ງລັດສະບັບດັດແກ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວຍັງຕ້ອງປັບປຸງກ່ຽວກັບດັດຊະນີສໍ້ລາດບັງຫຼວງໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ 29 ຄະແນນ ແລະ ຍັງຄົງຢູ່ລະດັບເດີມທີ່ໄດ້ໃນປີ 2017 ກ່ຽວກັບດັດຊະນີຄວາມໂປ່ງໃສດ້ານການສໍ້ລາດບັງຫຼວງສາກົນ 2018 ທີ່ມີການເປີດເຜີຍໃນວັນອັງຄານຜ່ານມານີ້.ຄະແນນດັດຊະນີດັ່ງກ່າວແມ່ນຈັດລຽງຈາກ 0 ຫາ 100, ເຊິ່ງ 0 ໝາຍເຖິງມີການສໍ້ລາດບັງຫຼວງຫຼາຍທີ່ສຸດ ແລະ 100 ໝາຍເຖິງມີຄວາມໂປ່ງໃສຫຼາຍສຸດ.ປະເທດລາວທີ່ໄດ້ 29 ຄະແນນນີ້ແມ່ນຕ່ຳກວ່າບັນດາປະເທດສະມາຊິກອາຊຽນສ່ວນໃຫຍ່. ລຽງລຳດັບສູງສຸດຫາຕ່ຳສຸດ, ປະເທດສິງກະໂປເປັນປະເທດທີ່ມີຄວາມໂປ່ງໃສທີ່ສຸດດ້ວຍຄະແນນ 85. ປະເທດບຣູໄນມີຄະແນນ 63, ມາເລເຊຍ 47, ອິນໂດເນເຊຍ 38, ແລະ ຟິລິປິນ 36. ສ່ວນປະເທດໄທກໍໄດ້ຄະແນນ 36 ເຊັ່ນດຽວກັນ ຂະນະທີ່ຫວຽດນາມໄດ້ 33 ຄະແນນ ແລະ ມຽນມາມີຄະແນນສ່ຳດຽວກັບລາວ. ກຳປູເຈຍແມ່ນໄດ້ 20 ...

ສຸກສາຄອນ ແຫວນແກ້ວ

ລາວ:​ ຄາດຈະຫຼຸດຜ່ອນການຂາດດູນງົບປະມານສ່ວນໃຫຍ່ ພາຍໃນປີ 2020

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວຈະຫຼຸດຜ່ອນ ຫຼື ລົບລ້າງການຂາດດູນງົບປະມານສ່ວນໃຫຍ່ພາຍໃນປີໜ້າ ຕາມຄຳເຫັນຂອງທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ.ໃນຊຸມປິຜ່ານມາ ລາວໄດ້ຜະເຊີນກັບການຂາດດູນທາງດ້ານງົບປະມານຢ່າງຕໍ່ເນື່ອງ ເຊິ່ງນຳໄປສູ່ການສະສົມໜີ້ສິນກ້ອນໃຫຍ່ ແລະ ຄວາມເຄັ່ງຕຶງທາງດ້ານງົບປະມານ.ອ່ານຕໍ່   ...

ສຸກສາຄອນ ແຫວນແກ້ວ

ອັດຕະປືປະຕິບັດວິໄນ ແລະ ສັ່ງໄລ່ອອກພະນັກງານທີ່ປະພຶດບໍ່ຖືກຕ້ອງ

ການນຳແຂວງອັດຕະປືໄດ້ສັ່ງປົດພະນັກງານໜຶ່ງຄົນ ແລະ ພິຈາລະນາໄລ່ອອກພະນັກງານອີກສອງຄົນ ໃນກໍລະນີມີການປະພຶດບໍ່ຖືກຕ້ອງ. ນອນນີ້ ຍັງມີພະນັກງານອີກ 9 ຕົນໄດ້ຮັບການຕັກເຕືອນ ແລະ ຕິນຳສ່ອງແສງ, ຕາມການລາຍງານຂອງໜັງສືພິມເສດຖະກິດສັງຄົມໃນມື້ວານນີ້.ອ່ານຕໍ່  ...

ວຽງຈັນທາມສ໌

ບໍ່ຕ້ອງລຽນຄິວອີກຕໍ່ໄປ: ການສະໝັກການຍື່ນຄຳຮ້ອງຂໍວິຊາຜ່ານກົງສຸນໄທປະຈຳນະຄອນວຽງຈັນຈະເປີດອອນໄລ 

ການສະໝັກວິຊາໄປປະເທດໄທຈາກປະເທດລາວຢູ່ວຽງຈັນ ຈະມີການນຳໃຊ້ລະບົບການຮັບສະໝັກແບບອອນໄລ ຕາມການຢືນຢັນຂອງສະຖານທູດໄທ.ການລຽນຄິວທີ່ກົງສຸນໄທໃນວຽງຈັນຈະບໍ່ມີອີກຕໍ່ໄປ ເນື່ອງຈາກຈະມີການຈະມີການເປີດຮັບສະໝັກແບບອອນໄລໂດຍກົງ ແລະ ບໍ່ມີການຮັບສະໝັກແບບເກົ່າ. ຂໍ້ມູນກ່ຽວກັບລະບົບດັ່ງກ່າວຈະມີການເປີດເຜີຍຢ່າງເປັນທາງການຜ່ານທາງສະຖານທູດໃນວັນທີ 28 ມັງກອນນີ້ ແລະ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ກຸມພາເປັນຕົ້ນໄປ.ອ່ານຕໍ່   ...

The Laotian Times

ນາຍົກຮຽກຮ້ອງຄົ້ນຄວ້າຫາວິທີການເພື່ອເກັບລາຍຮັບ ເພື່ອຂັບເຄື່ອນການຂະຫຍາຍຕົວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ເຈົ້າໜ້າທີ່ການນຳລັດຖະບານທີ່ຮັບຜິດຊອບທາງດ້ານເສດຖະກິດ ຄົ້ນຄວ້າຫາວິທີການເພື່ອຮັບປະກັນວ່າກະແສລາຍຮັບທັງໝົດຂອງລັດຈະຖືກນຳໃຊ້ຢ່າງເຕັມເມັດເຕັມໜ່ວຍ ແລະ ເພື່ອສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ນາຍຈ້າງຕ້ອງຈ່າຍຄ່າແຮງງານຕາມອັດຕາຄ່າແຮງງານຂັ້ນຕ່ຳ ບໍ່ດັ່ງນັ້ນຈະຖືກລົງໂທດຕາມກົດໝາຍ

ນາຍຈ້າງໃນລາວຈະຖືກປະຕິບັດວິໄນຕາມລະບຽບກົດໝາຍ ຖ້າເຈົ້າໜ້າທີ່ພົບວ່າພວກເຂົາເຈົ້າບໍ່ປະຕິບັດການຈ່າຍຄ່າແຮງງານຕາມອັດຕາຄ່າແຮງງານຂັ້ນຕ່ຳ.  ອັດຕາຄ່າແຮງງານຂັ້ນຕ່ຳແມ່ນມີການປັບເພີ່ມຂຶ້ນຈາກ 900,000 ກີບມາເປັນ 1.1 ລ້ານກີບຕໍ່ເດືອນສຳລັບການເຮັດວຽກແປດຊົ່ວໂມງຕໍ່ວັນ, ເພື່ອຮອງຮັບຄ່າຄອງຊີບທີ່ເພີ່ມສູງຂຶ້ນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລັດອາດຈັດກອງປະຊຸມທາງໄກອອນໄລຄັ້ງປະຖົມມະເລີກໃນປີນີ້

ລັດຖະບານມີແຜນຕິດຕັ້ງລະບົບການສື່ສານໃໝ່ໃນປີນີ້ ເພື່ອວ່າຄະນະລັດຖະບານ ແລະ ເຈົ້າແຂວງຈະສາມາດຈັດກອງປະຊຸມທາງໄກແບບອອນໄລ (video conferences). ອີງຕາມແຜນພັດທະນາເສດຖະກິດ-ສັງຄົມ 2019, ​ລັດຖະບານມີແຜນທີ່ຈະສຳເລັດການຕິດຕັ້ງລະບົບການຈັດກອງປະຊຸມທາງອອນໄລ ໃນສຳນັກງານນາຍົກລັດຖະມົນຕີ, ກະຊວງ ແລະ ຫ້ອງວ່າການແຂວງໃນທົ່ວປະເທດ ເຊິ່ງເປັນສ່ວນໜຶ່ງຂອງການລິເລີ່ມ e-government.ອ່ານຕໍ່ ...

ເອກະພອນ ພູທອນສີ

ເຈົ້າໜ້າທີ່ຕຳຫຼວດທີ່ໃຊ້ຕຳແໜ່ງໜ້າທີ່ເພື່ອຜົນປະໂຫຍດສ່ວນຕົວຕ້ອງຖືກປະຕິບັດວິໄນ

 ວຽງຈັນ (ວຽງຈັນທາມສ໌/ANN) – ຄະດີກ່ຽວກັບນັກທຸລະກິດຄົນດັງຂອງລາວທີ່ຖືກປັບໄໝກ່ຽວກັບການລະເມີດກົດຈໍລະຈອນກຳລັງເປັນຫົວຂໍ້ດັງໃນການສົນທະນາຜ່ານສື່ສັງຄົມອອນໄລ ຫຼັງຈາກທີ່ມີການສະເໜີກລະນີດັ່ງກ່າວເພື່ອຂໍຄຳເຫັນມະຫາຊົນ.ນັກທຸລະກິດຊາຍດັ່ງກ່າວໄດ້ຖືກສັ່ງໃຫ້ຢຸດລົດ ເພື່ອກວດສອບເອກະສານໂດຍເຈົ້າໜ້າທີ່ຕຳຫຼວດ ໃນຂະນະທີ່ຂັບລົດຈິບໄປຕາມເສັ້ນທາງເລກທີ 13 ໃຕ້ ທີ່ແຂວງຄຳມ່ວນ.ອ່ານຕໍ່  ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

gukRh
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!