ລັດຖະບານ

ລາວ,​ ບຣູໄນສັນເສີນສາຍພົວພັນສອງຝ່າຍ

ທ່ານນາຍົກ ທອງລຸນ ສີສຸລິດ ໃນຖານະແຂກ ແລະ ພະນະທ່ານສຸລະຕານ ຮາຈິ ຮາດຊະນັນ ບໍເກຍ ໄດ້ກ່າວສັນເສີນສາຍພົົວພັນ ແລະ ການຮ່ວມມືລະຫວ່າງສອງຊາດ.ນາຍົກລັດຖະມົນຕີລາວໄດ້ເດີນທາງຢ້ຽມຢາມປະເທດບຣູໄນ ດາຣູຊາລຳ ຢ່າງເປັນທາງການເປັນເວລາສອງວັນ ແຕ່ວັນທີ 16-17 ກຸມພາ ຕາມຄຳເຊື້ອເຊີນຂອງລາດຊະອານາຈັກບຣູໄນ.ອ່ານຕໍ່ ...

ບັນນາລັກວຽງຈັນທາມສ໌

ລາວ, ຈີນ ລົງນາມໃນຂໍ້ຕົກລົງໂຄງການຮ່ວມມືມູນຄ່າ US$4.5 ໂດລາ

ລັດຖະບານລາວ ແລະ ຈີນໄດ້ລົງນາມໃນຂໍ້ຕົກລົງການລົງທຶນສຳລັບໂຄງການຕ່າງໆພາຍໃຕ້ແຜນງານການຮ່ວມມືແມ່ຂອງ-ລ້ານຊ້າງ.ລົງນາມໃນຂໍ້ຕົກລົງກ່ຽວກັບທຶນການຮ່ວມມືພິເສດແມ່ຂອງ-ລ້ານຊ້າງ ສຳລັບປີ 2018 ມີທ່ານ ທອງພັນ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຈຽງ ໄຈຕົງ ເອກອັກຄະລັດຖະທູດຈີນ, ທີ່ກະຊວງການຕ່າງປະເທດລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ

ການຄັດເລືອກລັດຖະກອນຕ້ອງໃຫ້ມີຄວາມ 'ຍຸດຕິທຳ, ຊອບທຳ, ມີຄຸນວຸດທິ ແລະ ເປີດເຜີຍ': ນາຍົກກ່າວ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຕໍ່ບັນດາກະຊວງ ແລະ ອົງການຈັດຕັ້ງພາກລັດ ໃຫ້ຮັບປະກັນເລື່ອງການຄັດເລືອກລັດຖະກອນໃໝ່ໃນປີນີ້ ໃຫ້ດຳເນີນໄປໃນຮູບແບບທີ່ ‘ຍຸດຕິທຳ, ຊອບທຳ,  ເປີດເຜີຍ ແລະ ມີຄວາມສາມາດ’.ຫວ່າງໝໍ່ໆມານີ້ ທ່ານນາຍົກໄດ້ອອກຄຳສັ່ງແນະນຳເລກທີ 05 ກ່ຽວກັບການຈັດສັນຈຳນວນ (ໂກຕາ) ລັດຖະກອນໃໝ່ສຳລັບແຕ່ລະກົມກອງ ແລະ ໃຫ້ທິດຊີ້ນຳກ່ຽວກັບຂັ້ນຕອນການຄັດເລືອກ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດຖະກອນລາວຍັງຄົງບໍ່ໄດ້ຮັບເງິນເດືອນຕາມກຳນົດ ເຖິງວ່າຈະມີຄຳສັ່ງແນະນຳຂອງນາຍົກໃນການເບີກຈ່າຍເງິນເດືອນ

ລັດຖະກອນໃນຫຼາຍແຂວງຂອງລາວຍັງຄົງບໍ່ໄດ້ຮັບເງິນເດືອນເດືອນມັງກອນ ເຊິ່ງເປັນການລະເມີດຄຳສັ່ງຂອງລັດຖະບານທີ່ວ່າພະນັກງານຈະຕ້ອງໄດ້ຮັບເງິນເດືອນພາຍໃນວັນທີ 25 ຂອງທຸກໆເດືອນ, ເຊິ່ງສະແດງວ່າຄຳສັ່ງຂອງລັດຖະບານບໍ່ມີຜົນໃນການແກ້ໄຂບັນຫາຍືດເຍື້ອກ່ຽວກັບການຂາດງົບປະມານຂອງແຕ່ລະພາກເພື່ອເບີກຈ່າຍໃຫ້ແກ່ພະນັກງານຕາມກຳນົດການ.ພະນັກງານພະແນກສາທາລະນະສຸກແຂວງສະຫວັນນະເຂດ — ແຂວງທີ່ໃຫຍ່ທີ່ສຸດໃນປະເທດລາວ — ຍັງຄົງບໍ່ໄດ້ຮັບເງິນເດືອນຕາມກຳນົດເວລາ, ຕາມຄຳບອກເລົ່າຂອງພະນັກງານຈາກໜ່ວຍງານດັ່ງກ່າວທີ່ບໍ່ປະສົງອອກນາມ ຍ້ອນຢ້ານກົວຕໍ່ການລົງໂທດ ແລະ ໄລ່ອອກຈາກວຽກ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ທະນາຄານລາວແກ້ໄຂຂໍ້ຜິດພາດກ່ຽວກັບການຈ່າຍອາກອນທີ່ດິນ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL) ກຳລັງປັບປຸງລະບົບຖານຂໍ້ມູນ ຫຼັງຈາກທີ່ຜູ້ນຳໃຊ້ລະບົບການຈ່າຍອາກອນອອນໄລບາງຄົນພົບວ່າລາຍລະອຽດກ່ຽວກັບໃບຕາດິນຂອງຕົນບໍ່ຖືກຕ້ອງ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ນາຍົກລາວ: ສັ່ງຫຼຸດຂະໜາດໜ່ວຍງານພາກລັດ ແລະ ຫັກຈຳນວນໂກຕາລັດຖະກອນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສັ່ງໃຫ້ກະຊວງພາຍໃນເລັ່ງມືວຽກງານການຫຼຸດຜ່ອນຂະໜາດຂອງໜ່ວຍງານພາກລັດ ຫຼັງພົບວ່າຫຼາຍກົມກອງຂອງລັດມີຂະໜາດທີ່ໃຫຍ່ເກີນຄວນ ແລະ ມີຈຳນວນລັດຖະກອນຫຼາຍເກີນຈຳເປັນ.ປະຈຸບັນ ລາວມີຈຳນວນລັດຖະກອນທັງໝົດ 184,871 ອັດຕາ, ເຊິ່ງເທົ່າກັບ 2.8% ຂອງປະຊາກອນທົ່ວປະເທດ. ຕົວເລກດັ່ງກ່າວບໍ່ລວມພະນັກງານທະຫານ, ຕຳຫຼວດ, ພະນັກງານສັນຍາຈ້າງ ແລະ ພະນັກງານລັດວິສາຫະກິດ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ນາຍົກລາວຈະຢ້ຽມຢາມບຣູໄນ ເພື່ອຮັດແໜ້ນການຮ່ວມມືສອງຝ່າຍ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຈະນຳພາຄະນະຜູ້ແທນລາວໃນການຢ້ຽມຢາມປະເທດບຣູໄນຢ່າງເປັນທາງການ ໃນວັນທີ 16-17 ກຸມພານີ້ ຕາມຄຳເຊື້ອເຊີນຂອງພະນະທ່ານສູລະຕານ ຮາຈິ ຮາຊຊານານ ໂບເກຍ. ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ບຣູໄນດາຣູຊາລຳ, ຕາມຖະແຫຼງການຂອງກະຊວງການຕ່າງປະເທດລາວ.ອ່ານຕໍ່  ...

ສີໃສ ວິໄລສັກ

ລາວ-ການາດາ ຈະສືບຕໍ່ການຮ່ວມມືດ້ານການໃຫ້ຄຳປຶກສາທາງການເມືອງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ການາດາ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການໃຫ້ຄຳປຶກສາ ແລະ ການຮ່ວມມືທາງການເມືອງລະຫວ່າງກະຊວງການຕ່າງປະເທດຂອງລາວ ແລະ ກົມການຕ່າງປະເທດ, ການຄ້າ ແລະ ການພັດທະນາຂອງການາດາ.ອ່ານຕໍ່ ...

ໂຕະຂ່າວ

ການຕັດພາສີຈະບໍ່ສົ່ງຜົນກະທົບຫຼາຍຕໍ່ການເກັບລາຍຮັບຂອງລັດຖະບານ

ລັດຖະບານຄາດວ່າຂະແໜງພາສີຈະຍັງຄົງມີບົດບາດສຳຄັນໃນການເກັບກຳລາຍຮັບຂອງລັດຖະບານ ເຖິງແມ່ນວ່າລາວຈະມີການລົບລ້າງພາສີນຳເຂົ້າສຳລັບສິນຄ້າສ່ວນໃຫຍ່ຈາກບັນດາປະເທດອາຊຽນ.ຕາມຂໍ້ມູນຈາກກະຊວງການເງິນ ລັດຖະບານຄາດວ່າຂະແໜງພາສີຈະສ້າງລາຍຮັບ 7,520 ຕື້ກີບ (US$877 ລ້ານໂດລາ) ສຳລັບປີງົບປະມານ 2019, ເຊິ່ງເພີ່ມຂຶ້ນ 4.44% ທຽບກັບເປົ້າໝາຍໃນປີ 2018.ອ່ານຕໍ່ ...

ເອກະພອນ ພູທອນສີ

ເຈົ້າໜ້າທີ່ລັດຖະບານໃນລາວມີຈຳນວນເກີນຄວາມຕ້ອງການ: ການສຳຫຼວດຊີ້

ຕາມຜົນສຳຫຼວດພົບວ່າ ລັດຖະກອນໃນຫຼາຍພະແນກການຍັງຄົງມີຈຳນວນເກີນຄວາມຈຳເປັນຫຼາຍ, ສົ່ງຜົນເຮັດໃຫ້ລັດຖະບານຕ້ອງແບກຫາບພາລະໜັກໜ່ວງໃນດ້ານຄ່າໃຊ້ຈ່າຍກ່ຽວກັບເງິນເດືອນ, ເບ້ຍລ້ຽງ ແລະ ຄ່າໃຊ້ຈ່າຍທີ່ກ່ຽວຂ້ອງອື່ນໆ.ຫຼາຍພະແນກການ ແລະ ກົມກອງພົບວ່າມີການເກນພະນັກງານຈຳນວນຫຼາຍ ແລະ ເກີນກວ່າຄວາມຈຳເປັນຫຼາຍເທົ່າ ຕາມຂໍ້ມູນຈາກເຈົ້າໜ້າທີ່ກົມພັດທະນາລັດຖະບານ ພາຍໃຕ້ກະຊວງພາຍໃນ ເຊິ່ງມີສ່ວນຮ່ວມໃນການສຳຫຼວດດັ່ງກ່າວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

h8y9U
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!