ລັດຖະບານ

ລັດຖະບານລາວພິຈາລະນາອາກອນເພື່ອອະນຸລັກສິ່ງແວດລ້ອມຈາກມົນລະພິດທາງອຸດສາຫະກຳ

ອຸດສາຫະກຳທີ່ສ້າງມົນລະພິດຈະຕ້ອງຈ່າຍອາກອນເພີ່ມເຕີມ ຕາມແນວທາງຍຸດທະສາດການພັດທະນາສີຂຽວຂອງລັດຖະບານ. ພາຍໃຕ້ຍຸດທະສາດດັ່ງກ່າວ ເຊິ່ງຮັບຮອງໂດຍ ທ່ານນາຍົກ ທອງລຸນ ສີສຸລິດ ໃນວັນທີ 30 ມັງກອນ, ກະຊວງການເງິນໄດ້ແຈ້ງອາກອນເພື່ອຫຼຸດຜ່ອນການສ້າງມົນລະພິດ ແລະ ຂີ້ເຫຍື້ອທີ່ເປັນອັນຕະລາຍຂອງອຸດສາຫະກຳຕ່າງໆ.ປະຈຸບັນ ອຸດສາຫະກຳຕ້ອງເສຍອາກອນທຸລະກິດ ເຊິ່ງຄິດເປັນ 24% ຂອງກຳໄລຂອງບໍລິສັດ, ກໍຄືພາສີ, ອາກອນມູນຄ່າເພີ່ມ ແລະ ອາກອນລາຍຮັບ.ອ່ານຕໍ່   ...

ເອກະພອນ ພູທອນສີ

ລາວ ແລະ ກຳປູເຈຍຮ່ວມມືໃນໂຄງການກ່ຽວກັບຊັບພະຍາກອນແຫຼ່ງນ້ຳຂ້າມຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ກຳປູເຈຍໄດ້ຕົກລົງກ່ຽວກັບການປະຕິບັດການຮ່ວມ ກ່ຽວກັບບູລິມະສິດຕົ້ນຕໍຂອງໂຄງການຮ່ວມມືໃນການພັດທະນາ ແລະ ການຄຸ້ມຄອງຊັບພະຍາກອນແຫຼ່ງນ້ຳຂ້າມຊາຍແດນ.ຕົວແທນຈາກສອງຊາດໄດ້ຮ່ວມຫາລືແຜນການໃນກອງປະຊຸມຂອງຄະນະກວດສອບລະດັບພາກພື້ນ, ເຊິ່ງໄດ້ກຳນົດເອົາການທ່ອງທ່ຽວແບບອະນຸລັກ ແລະ ການຄຸ້ມຄອງການປະມົງເປັນບູລິມະສິດສູງສຸດສຳລັບໂຄງການ ລະຫວ່າງແຂວງສະຕັງເຕຣັງຂອງກຳປູເຈຍ ແລະ ແຂວງຈຳປາສັກຂອງລາວ.ອ່ານຕໍ່ ...

ໂຕະຂ່າວ

ລັດຖະບານບຸກບືນເກັບລາຍຮັບເພີ່ມຂຶ້ນ

ຄະນະລັດຖະບານສັ່ງໃຫ້ກະຊວງການເງິນ ແລະ ອົງກອນພາກລັດຕ່າງໆ ບຸກບືນເກັບກຳລາຍຮັບໃຫ້ໄດ້ຢ່າງໜ້ອຍ 20% ຂອງເປົ້າໝາຍລວມພາຍໃນທ້າຍເດືອນນີ້.ໃນກອງປະຊຸມສື່ມວນຊົນຫຼັງກອງປະຊຸມຂອງຄະນະລັດຖະບານໃນທ້າຍເດືອນກຸມພາຜ່ານມານີ້, ທ່ານ (ປອ) ຈະເລີນ ເຢຍປາວເຮີ ກ່າວວ່າ ຄະນະລັດຖະບານໄດ້ຕົກລົງໃຫ້ໜ່ວຍງານພາກລັດບຸກບືນໃນການເກັບກຳລາຍຮັບໃຫ້ໄດ້ 25% ຂອງຄາດໝາຍລາຍຮັບປີ 2019 ຄື 26,305 ຕື້ກີບ (US$3 ຕື້ໂດລາ) ພາຍໃນໄຕມາດທຳອິດຂອງປີນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ

ໂຄສົກກະຊວງການຕ່າງປະເທດຂອງ ສປປ ລາວຊົມເຊີຍຜົນຂອງກອງປະຊຸມສຸດຍອດລະຫວ່າງ ສປ ເກົາຫຼີ - ສະຫະລັດ ຄັ້ງທີສອງ

ສປປ ລາວ ຊົມເຊີຍຄວາມພະຍາຍາມຂອງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ (ສປ ເກົາຫຼີ) ແລະ ສະຫະລັດອາເມລິກາ ໃນການຮ່ວມກອງປະຊຸມສຸດຍອດຄັ້ງທີສອງ ລະຫວ່າງຜູ້ນຳຂອງສອງປະເທດ ໃນວັນທີ 27-28 ກຸມພາ 2019, ທີ່ນະຄອນຮາໂນຍ, ຫວຽດນາມ. ສປປ ລາວ ຍັງໄດ້ກ່າວຊົມເຊີຍລັດຖະບານ ແລະ ປະຊາຊົນຫວຽດນາມໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດດັ່ງກ່າວ, ເຊິ່ງເປັນການປະກອບສ່ວນໃນການສ້າງສັນຕິພາບໃນພາກພື້ນ ແລະ ໃນໂລກ, ເຖິງວ່າໃນກອງປະຊຸມຈະບໍ່ມີການບັນລຸຂໍ້ຕົກລົງຮ່ວມໃດໆກໍຕາມ.ອ່ານຕໍ່ ...

ໂຕະຂ່າວ

ຜູ້ສະໝັກວີຊາໄທຄວນຊາບ: ການນັດສຳພາດຈາກກົງສູນວຽງຈັນອາດໃຊ້ເວລາເຖິງສອງທິດເນື່ອງຈາກຄິວຍາວ

ຊາວຕ່າງປະເທດທີ່ຕ້ອງການເຮັດວີຊາສຳລັບການພັກອາໄສ ຫຼື ທ່ອງທ່ຽວ ຕ້ອງເພື່ອເວລາລໍຖ້າສອງອາທິດສຳລັບການນັດສຳພາດວີຊາ ຫຼື ການຕໍ່ວີຊາຜ່ານສະຖານກົງສູນໄທປະຈຳນະຄອນວຽງຈັນ, ປະເທດລາວ.ໄລຍະການລໍຖ້າສອງອາທິດດັ່ງກ່າວແມ່ນສຳລັບການນັດໝາຍວີຊາເຂົ້າປະເທດໄທຜ່ານລະບົບວີຊາກົງສູນທີ່ https://thaivisavientiane.com/.ອ່ານຕໍ່ ...

The Laotian Times

ການລົບລ້າງລະບົບເກື້ອກຸນໃນການຄັດເລືອກລັດຖະກອນ

ວຽງຈັນ (ວຽງຈັນທາມສ໌/ANN) – ຫວ່າງຫມໍ່ໆມານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ຕັກເຕືອນໃຫ້ບັນກາກະຊວງ ແລະ ອຳນາດການປົກຄອງແຂວງ ແລະ ເມືອງ ຈົ່ງຢຸດເຊົາໃນການນຳໃຊ້ລະບົບເກື້ອກູນໃນການຄັດເລືອກລັດຖະກອນ.ການຕັກເຕືອນດັ່ງກ່າວແມ່ນມາຈາກທີ່ລັດຖະບານໄດ້ຮູ້ມາວ່າມີກໍລະນີການຮັບຍາດພີ່ນ້ອງ ຫຼື ເສັ້ນສາຍຫົວໜ້າ ເຂົ້າເຮັດວຽກໃນກົມກອງຂອງລັດ ໂດຍບໍ່ຄຳນຶງເຖິງລະດັບຄຸນວຸດທິການສຶກສາ ເຮັດໃຫ້ສົ່ງຜົນເສຍຕໍ່ການເຮັດວຽກພາຍໃນລັດຖະບານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຊຸກຍູ້ໃຫ້ອົງກອນພາກລັດປະຕິບັດຕາມກົດໝາຍວ່າດ້ວຍການຈັດຊື້

ອົງກອນພາກລັດທີ່ຕ້ອງການນຳໃຊ້ງົບປະມານລັດເກີນ 5 ລ້ານກີບຕ້ອງເຮັດສັນຍາປະມູນໂຄງການ, ອີງຕາມກະຊວງການເງິນ. ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນ ໄດ້ລົງນາມຮັບຮອງເອົາຂໍ້ຕົກລົງຂອງລັດຖະມົນຕີ ໃນຕົ້ນເດືອນນີ້ ເຊິ່ງກຳນົດຂັ້ນຕອນໃໝ່ທີ່ໜ່ວຍງານພາກລັດຕ້ອງປະຕິບັດໃນການນຳໃຊ້ງົບປະມານລັດ.ຂໍ້ຕົກລົງດັ່ງກ່າວແມ່ນໜຶ່ງໃນຄວາມພະຍາຍາມຂອງກະຊວງ ໃນການບັງຄັບໃຊ້ກົດໝາຍວ່າດ້ວຍການຈັດຊື້ແຫ່ງລັດໃນບັນດາໜ່ວຍງານລັດ ແລະ ເພື່ອຮັບປະກັນວ່າການໃຊ້ຈ່າຍງົບປະມານມີຄວາມຄຸ້ມຄ່າ ແລະ ສົມເຫດສົມຜົນ.ອ່ານຕໍ່   ...

ເອກະພອນ ພູທອນສີ

ຄ່າປັບໃໝທີ່ສູງຈະສົ່ງເສີມການຈ່າຍອາກອາທາງ, ຕາມຄຳເຫັນຂອງເຈົ້າໜ້າທີ່

ການກຳນົດຄ່າປັບໄໝໃນອັດຕາທີ່ສູງຂອງເຈົ້າໜ້າທີ່ ຕໍ່ເຈົ້າຂອງຍານພາຫະນະຈະຊ່ວຍຊຸກຍູ້ການຈ່າຍອາກອນທາງຕາມກຳນົດການ ແລະ ຊ່ວຍສົ່ງເສີມການເກັບງົບປະມານເຂົ້າລັດ, ຕາມຄວາມເຫັນຂອງເຈົ້າໜ້າທີ່ກົມອາກອນ.ທີ່ຜ່ານມາ ລັດຖະບານຂາດດູນລາຍຮັບຈາກອາກອນທາງປະຈຳປີ ເຊິ່ງສ່ວນໃຫຍ່ແມ່ນເກັບກຳໄດ້ພຽງ 30% ຂອງຍານພາຫະນະທັງໝົດ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ລາວ, ກຳປູເຈຍສືບຕໍ່ເສີມຂະຫຍາຍການຮ່ວມມື

(ຂປລ) ກອງປະຊຸມຄະນະກຳມະການຮ່ວມເພື່ອການຮ່ວມມືສອງຝ່າຍຄັ້ງທີ 13 ລະຫວ່າງລາວ ແລະ ກຳປູເຈຍ ໄດ້ຈັດຂຶ້ນທີ່ວຽງຈັນ ໃນວັນທີ 22 ກຸມພານີ້ ເພື່ອປະເມີນຕີລາຄາການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມະການຮ່ວມຄັ້ງທີ 12 ທີ່ນະຄອນສຽມລຽບ ປະເທດກຳປູເຈຍ ໃນເດືອນ ທັນວາ 2014 ແລະ ເພື່ອແລກປ່ຽນຄຳຄິດຄຳເຫັນກ່ຽວກັບການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ເຊັ່ນ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ວຽກງານປ້ອງກັນຊາດ, ການຮ່ວມມືດ້ານເສດຖະກິດ ແລະ ວິຊາການ, ການຄ້າ, ການສຶກສາ ແລະ ສາທາລະນະສຸກ.ອ່ານຕໍ່ ...

ຂປລ

ການຄ້າຊາຍແດນລາວ-ຫວຽດນາມປະກອບສ່ວນສຳຄັນໃນການພັດທະນາ

ຍານພາຫະນາຂົນສົ່ງສິນຄ້າເຂົ້າມາປະເທດລາວຢູ່ເປັນປົກກະຕິ ຈາກທ່າເຮືອແຂວງທັນຮົວ ປະເທດຫວຽດນາມ, ເຊິ່ງຕັ້ງຢູ່ຫ່າງຈາກແຂວງຫົວພັນປະມານ 250 ກິໂລແມັດ. ປະລິມານການຈໍລະຈອນເຂົ້າປະເທດລາວອາດບໍ່ໜາແໜ້ນ ແຕ່ວ່າຢູ່ທີ່ດ່ານຊາຍແດນດັ່ງກ່າວກໍ່ຄັບຄາໄປດ້ວຍລົດຂົນສົ່ງສິນຄ້າເຂົ້າອອກສອງປະເທດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

u4yvG
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!