ລັດຖະບານ

ສະພາແຫ່ງຊາດຈຳເປັນຕ້ອງເພີ່ມທະວີບົດບາດໃນການກວດສອບລັດຖະບານ

ສະພາແຫ່ງຊາດຈຳເປັນຕ້ອງເພີ່ມທະວີບົດບາດໃນການປະກາດໃຊ້ກົດໝາຍ ແລະ ການກວດສອບການປະຕິບັດງານຂອງລັດຖະບານ ເພື່ອຊຸກຍູ້ການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.ໃນວັນພຸດນີ້ ສະມາຊິກສະພາແຫ່ງຊາດໄດ້ມີການຫາລືບັນຫາສຳຄັນກ່ຽວກັບການເພີ່ມທະວີພາລະບົດບາດຂອງສະພາ ຕາມບົດລາຍງານຂອງທ່ານນາງ ສີໄສ ຮອງປະທານສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນທີ່ພວມກຳລັງດຳເນີນ.ທ່ານນາງ ສີໄສ ໄດ້ເນັ້ນໃຫ້ເຫັນເຖິງຜົນສຳເລັດຂອງສະພາແຫ່ງຊາດໃນປີນີ້ ແລະ ແຜນການສຳລັບໄລຍະທີ່ຍັງເຫຼືອຂອງປີ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ຕີມໍ-ເລັສ໌ເຕ ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງລາວໃນການສະເໜີເຂົ້າເປັນສະມາຊິກອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ຕີມໍ-ເລັສ໌ເຕ ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງລາວ ໃນການຍື່ນສະເໜີເພື່ອຂໍເຂົ້າເປັນສະມາຊິກອາຊຽນ ແລະ ຫວັງເສີມຂະຫຍາຍການຮ່ວມມືກັບບັນດາປະເທດສະມາຊິກອາຊຽນໃນເຂດລຸ່ມແມ່ນ້ຳຂອງ.ທ່ານ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ຊໍເຣສ໌ ລັດຖະມົນຕີກະຊວງການຕ່າງປະເທດຂອງຕີມໍ-ເລັສ໌ເຕ ໄດ້ກ່າວກ່ຽວກັບການປະເມີນ ແລະ ທັດສະນະຂອງປະເທດດ້ານການຮ່ວມມື ໃນການສຳພາດຕໍ່ສື່ມວນຊົນລາວໃນອາທິດແລ້ວນີ້ ເນື່ອງໃນໂອກາດການຢ້ຽມຢາມລາວໃນວັນທີ 5-8 ມິນຸນາທີ່ຜ່ານມາ.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/timor-leste-values-laos%E2%80%99-support-proposed-asean-membership-98315

ສະພາແຫ່ງຊາດອະນຸມັດການສັບປ່ຽນຕຳແໜ່ງຄະນະລັດຖະບານ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ສະມາຊິກສະພາແຫ່ງຊາດໄດ້ອະນຸມັດ ການແຕ່ງຕັ້ງທ່ານ ຄຳພາ ແສງດາຣາ ເປັນປະທານສານປະຊາຊົນສູງສຸດຄົນໃໝ່ ແລະ ທ່ານ ວິດົງ ໄຊຍະສອນ ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີຄົນໃໝ່.ການແຕ່ງຕັ້ງສອງຕຳແໜ່ງດັ່ງກ່າວໄດ້ຮັບການອະນຸມັດ ຕາມການຍື່ນສະເໜີຂອງທ່ານປະທານປະເທດ ບຸນຍັງ ວໍລະຈິດ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ການແຕ່ງຕັ້ງດັ່ງກ່າວໄດ້ຮັບຄະແນນສຽງສ່ວນໃຫຍ່ຈາກການໂຫວດຂອງສະມາຊິກສະພາ.ອ່ານຕໍ່  ...

ສົມສັກ ພົງຂາວ
http://annx.asianews.network/content/na-approves-reshuffle-leading-officials-98162

ລາວ, ຕີມໍເລັດສ໌ເຕ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ, ຕີມໍເລັດສ໌ເຕ ໄດ້ຕົກລົງສືບຕໍ່ສົ່ງເສີມການຮ່ວມມືສອງຝ່າຍ ທັງມີການຄົ້ນຄວ້າທ່າແຮງໃໝ່ ເພື່ອເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ. ໝາກຜົນຂອງກອງປະຊຸມເຊິ່ງໄຂຂຶ້ນທີ່ວຽງຈັນໃນວັນພະຫັດຜ່ານມານີ້ ກໍຄືຂໍ້ຕົກລົງການຮ່ວມມືລະຫວ່າງຄະນະຜູ້ແທນຈາກກະຊວງຂອງສອງຊາດ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/laos-timor-leste-strengthen-relations-cooperation-98160

ເຈົ້າໜ້າທີ່ 1,285 ຄົນມີສ່ວນກ່ຽວຂ້ອງກັບການສໍ້ຫຼາດບັງຫຼວງ ເຊິ່ງສູນງົບປະມານ 999 ຕື້ກີບ

ເຈົ້າໜ້າທີ່ 1,285 ຄົນພົບວ່າມີສ່ວນກ່ຽວຂ້ອງກັບການສໍ້ຫຼາດບັງຫຼວງ ເຮັດໃຫ້ສູນເສຍງົບປະມານຂອງລັດຖະບານ 999 ຕື້ກີບ, ຕາມຜົນການກວດສອບລັດຖະບານປີ 2018.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ສະພາແຫ່ງຊາດໃນວັນສຸກແລ້ວນີ້ ພາຍຫຼັງຄະນະກຳມະກາດກວດສອບແຫ່ງລັດໄດ້ມີການສືບສວນສອບສວນກວ່າ 1,000 ຄະດີ ແລະ ທຳການເປີດໂປງກິດຈະກຳການສໍ້ລາດບັງຫຼວງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ສະພາແຫ່ງຊາດຮຽກຮ້ອງໃຫ້ລັດຖະບານແກ້ໄຂບັນຫາເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ວານນີ້ ສະມາຊິກສະພາແຫ່ງຊາດໄດ້ສຸມໃສ່ການຫາລືວິທີການໃນການແກ້ໄຂບັນຫາດ້ານເສດຖະກິດ, ການສະແດງຄວາມກັງວົນຕໍ່ໜີ້ສິນຂອງຊາດທີ່ກຳລັງເພີ່ມພູນ, ການຂາດດູນລາຍຮັບ, ການຫຼຸດລົງຂອງຄັງສຳຮອງເງິນຕາຕ່າງປະເທດ, ກໍຄືການຫຼຸດຜ່ອນການຂະຫຍາຍຕົວຂອງເສດຖະກິດ.ໃນຂະນະທີ່ຫາລືບົດລາຍງານການພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງລັດຖະບານໃນກອງປະຊາມສະໄໝສາມັນວານນີ້, ສະມາຊິກສະພາໄດ້ຮຽກຮ້ອງໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາປາກທ້ອງຂອງປະຊາຊົນ ແລະ ການຫຼຸດຜ່ອນຄວາມທຸກຍາກ.ການຫາລືດັ່ງກ່າວກໍເນື່ອງຈາກວ່າປະເທດລາວກຳລັງຜະເຊີນກັບບັນຫາທາງດ້ານເສດຖະກິດ. ເສດຖະກິດຂອງຊາດຍັງບໍ່ທັນເຂັ້ມແຂງຕໍ່ຜົນກະທົບຈາກພາຍນອກ ແລະ ຕ້ອງມີທັດສະນະການເມືອງທີ່ເຂັ້ມແຂງໃນການແກ້ໄຂບັນຫາດັ່ງກ່າວ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/lao-assembly-calls-gov%E2%80%99t-address-economic-issues-98045

ລັດເສີມຂະຫຍາຍການເກັບອາກອນທີ່ດິນ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈະເພີ່ມທະວີບົດບາດໃນການອະນຸມັດການເຊົ່າ ແລະ ສຳປະທານທີ່ດິນ ເພື່ອປັບປຸງການຄຸ້ມຄອງການຈ່າຍອາກອນທີ່ດິນ, ຕາມທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ.“ຈາກນີ້ຕໍ່ໄປ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈະຮັບຜິດຊອບໃນການສຳຫຼວດ, ວັດແທກ ແລະ ວາງແຜນໂຄງການເຊົ່າ ແລະ ສຳປະທານທີ່ດິນທັງໝົດ,” ທ່ານນາຍົກ່າວຕໍ່ສະມາຊິກສະພາແຫ່ງຊາດໃນວັນພຸດຜ່ານມາ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລາວ, ນໍເວ ຕົກລົງກ່ຽວກັບການຍົກເວັ້ນວີຊາທາງການທູດ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ທີ່ຖືໜັງສືເດີນທາງທາງການທູດຂອງລາວ ຫຼື ໜັງສືເດີນທາງແດງ ແມ່ນບໍ່ຈຳເປັນຕ້ອງຂໍວີຊາເພື່ອເດີນທາງເຂົ້າປະເທດນໍເວ, ຕາມກະຊວງການຕ່າງປະເທດລາວ.ກະຊວງໄດ້ແຈ້ງວ່າປະເທດລາວ ແລະ ນໍເວໄດ້ຕົກລົງໃນເດືອນສິງຫາປີ 2018 ກ່ຽວກັບການຍົກເວັ້ນວີຊາສຳລັບຜູ້ຖືໜັງສືເດີນທາງທາງການທູດ ທີ່ຕ້ອງການເດີນທາງປະເທດເຂົ້າອອກສອງປະເທດ. ເຖິງຢ່າງໃດກໍຕາມ ຂໍ້ຕົກລົງຫາກໍ່ມີຜົນນຳໃຊ້ນັບແຕ່ວັນທີ 1 ມິຖຸນານີ້ເປັນຕົ້ນໄປ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-norway-agree-diplomatic-visa-exemption-97986

ນາຍົກບໍ່ມີການປ່ຽນແປງແຜນການຂອງລັດຖະບານ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຕົກລົງສືບຕໍ່ນຳໃຊ້ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງຊາດສະບັບປະຈຸບັນ ເຖິງວ່າຈະປະສົບກັບສິ່ງທ້າທາຍຫຼາຍຢ່າງໃນການບັນລຸເປົ້າໝາຍ.ໃນບົດລາຍງານຕໍ່ທີ່ປະຊຸມສະພາແຫ່ງຊາດວານນີ້, ທ່ານນາຍົກໄດ້ກ່າວວ່າ “ລັດຖະບານຈະສືບຕໍ່ດຳເນີນພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ ຕາມທີ່ໄດ້ລະບຸໃນບົດລາຍງານແລະ ມະຕິຕ່າງທີ່ນຳສະເໜີໃນກອງປະຊຸມເທື່ອທີຫົກຂອງສະພາແຫ່ງຊາດຊຸດທີ 8.”ອ່ານຕໍ່ ...

ເອກະພອນ ພູທອນສີ

ກອງປະຊຸມສະພາແຫ່ງຊາດໄຂຂຶ້ນພ້ອມຍົກໃຫ້ເຫັນຂໍ້ຫຍຸ້ງຍາກດ້ານການພັດທະນາ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງປະຊຸມສະໄໝາສາມັນຄັ້ງທີເຈັດຂອງສະພາແຫ່ງຊາດຊຸດທີ 8 ໄດ້ໄຂຂຶ້ນວານນີ້, ເຊິ່ງໄດ້ມີການຍົກໃຫ້ເຫັນຂໍ້ຫຍຸ້ງຍາກທາງດ້ານເສດຖະກິດຂອງຊາດ, ເຊິ່ງລັດຖະບານຕ້ອງສືບຕໍ່ແກ້ໄຂປັບປຸງ.ໃນການກ່າວຄຳເຫັນໃນການເປີດກອງປະຊຸມຄັ້ງນິ້, ທ່ານນາງ ປານີ ຢາທໍ່ຕູ້  ປະທານສະພາແຫ່ງຊາດກ່າວວ່າ ກອງປະຊຸມສະໄໝສາມັນໃນຮອບຫົກເດືອນນີ້ ຈະມີການພິຈາລະນາການແຕ່ງຕັ້ງສະມາຊິກຄະນະລັດຖະບານຊຸດໃໝ່ ຕາມການສະເໜີຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/lao-national-assembly-opens-highlight-shortcomings-97983

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

fF7Xn
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!