ລັດຖະບານ

ລັດຈະເພີ່ມພາສີອາກອນສຳລັບສິນຄ້າຟູມເຟືອຍທີ່ບໍ່ຈຳເປັນ

ສິນຄ້າ ແລະ ການບໍລິການທີ່ລັດຖະບານບໍ່ສົ່ງເສີມ ເຊັ່ນ ເຄື່ອງດື່ມມືນເມົາ ຈະຖືກເກັບອາກອນເພີ່ມຂຶ້ນ ຖ້າວ່າກົດໝາຍວ່າດ້ວຍພາສີອາກອນສະບັບໃໝ່ມີຜົນບັງຄັບໃຊ້ໃນປີ 2020.ໃນທາງກົງກັນຂ້າມ, ລັດຈະຫຼຸດພາສີສຳລັບສິນຄ້າເຊັ່ນ ນ້ຳມັນເຊື້ອໄຟ ແລະ ລົດຈັກ ເຊິ່ງເຫັນວ່າມີຄວາມຈຳເປັນຕໍ່ການປັບປຸງຊີວິດການເປັນຢູ່.ອ່ານຕໍ່ ...

ສົມສັກ ພົງຂາວ

ລາວ, ສະຫະລາດຊະອານາຈັກ ຮັດແໜ້ນສາຍພົວພັນດ້ານການສຶກສາ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ສະຫະລາດຊະອານາຈັກຕົກລົງສືບຕໍ່ສາຍພົວພັນສອງຝ່າຍ ແລະ ເສີມຂະຫຍາຍການຮ່ວມມືໃນດ້ານການສຶກສາ. ການຮ່ວມມືດັ່ງກ່າວຈະສົ່ງເສີມໃຫ້ລັດຖະບານທັງສອງຝ່າຍເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຍົກລະດັບມາດຕະຖານລະບົບການສຶກສາຂອງລາວ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນເປັນລຳດັບ.ລັດຖະບານລາດຊະອານາຈັກຖືເອົາການສຶກສາເປັນຂະແໜງການຫຼັກໃນການຮ່ວມມືແບບສ້າງສັນກັບປະເທດລາວ ນັບຕັ້ງແຕ່ການເປີດສະຖານທູດອັງກິດປະຈຳນະຄອນວຽງຈັນຄືນໃໝ່ໃນປີ 2012.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/laos-uk-strengthen-ties-education-98792

ລັດຖະບານປະສົບຄວາມຫຍຸ້ງຍາກໃນການແກ້ໄຂບັນຫາການຂາດດູນດ້ານງົບປະມານ

ລັດຖະບານຄາດຄະເນວ່າ ການຂາດດູນງົບປະມານແຫ່ງຊາດໃນຊ່ວງຫົກເດືອນຕົ້ນປີນີ້ ອາດເພີ່ມຂຶ້ນສູງເຖິງ 1.16 ພັນຕື້ກີບ, ເພີ່ມທະວີຄວາມເຄັ່ງຕຶງດ້ານງົບປະມານ ເນື່ອງຈາກສະພາບຂາດແຄນທາງດ້ານລາຍຮັບຢ່າງຕໍ່ເນື່ອງ.ຖ້າລວມທັງຈຳນວນເງິນຕົ້ນທີ່ຕ້ອງຈ່າຍຄືນໃຫ້ເຈົ້າໜີ້ທັງພາຍໃນແລະ ຕ່າງປະເທດ, ປະເທດລາວອາດຕ້ອງໃຊ້ງົບທັງໝົດ 5.87 ພັນຕື້ກີບ ເພື່ອຮອງຮັບຄວາມຕ້ອງການໃນການໃຊ້ຈ່າຍໃນປະຈຸບັນ.ໃນກອງປະຊຸມສະໄໝສາມມັນຂອງສະພາແຫ່ງຊາດຄັ້ງຫຼ້າສຸດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ແຈ້ງແຜນການຂອງລັດຖະບານ ໃນການແກ້ໄຂບັນຫາການຂາດດູນດັ່ງກ່າວ ໂດຍການລະດົມແຫຼ່ງທຶນເພີ່ມເຕີມຈາກທັງພາຍໃນ ແລະ ຕ່າງປະເທດ. ອ່ານຕໍ່ ...

ສົມສັກ ພົງຂາວ

ລາວ, ລັດເຊຍ ສົ່ງເສີມການຮ່ວມມືດ້ານທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມໄຊເບີເຣຍ ເພື່ອການຮ່ວມມືສາກົນ ຈາກເຂດໂນໂວຊິເບີດຂອງລັດເຊຍ ມີແຜນຈັດຕັ້ງສຳນັກງານຢູ່ປະເທດລາວ ເພື່ອປັບປຸງການປະສານງານ ແລະ ການຮ່ວມມືດ້ານທຸລະກິດ.ທ່ານ ພາເວວ ອອສ໌ໂຕຣເວີຮອຟ໌ ປະທານສະມາຄົມໄດ້ເປີດເຜີຍແຜນດັ່ງກ່າວ ໃນຂະນະນຳພາທີມຜູ້ປະກອບການຈາກເຂດໂນໂວຊິເບີດ ເດີນທາງພົບປະກັບນັກທຸລະກິດລາວທີ່ນະຄອນວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-russia-boost-business-cooperation-98722

ກົດໝາຍສະບັບດັດແກ້ແນໃສ່ສົ່ງເສີມລາຍຮັບແຫ່ງຊາດ

ລັດຖະບານໄດ້ເນັ້ນໃຫ້ເຫັນເຖິງຄວາມຈຳເປັນໃນການປັບປຸງລະບົບການເກັບອາກອນໃຫ້ທັນສະໄໝ ແລະ ເພີ່ມທະວີຄວາມໂປ່ງໃສໃນຂະແໜງການເງິນ ເພື່ອສົ່ງເສີມລາຍຮັບແຫ່ງຊາດ, ເຈົ້າໜ້າທີ່ການນຳກ່າວ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາກອນໃນມື້ວານນີ້ ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ກຳລັງດຳເນີນ ກ່ອນການຫາລືຂອງສະມາຊິກສະພາ.ທ່ານ ສົມດີ ໄດ້ກ່າວເນັ້ນວ່າກົດໝາຍສະບັບປະຈຸບັນໄດ້ມີການດັດແກ້ມາແລ້ວຫ້າຄັ້ງ ເຊິ່ງຫຼ້າສຸດແມ່ນຕັ້ງແຕ່ປີ 2015.ອ່ານຕໍ່ ...

ສົມສັກ ພົງຂາວ

ລັດຖະບານກຳນົດລາຍລະອຽດມາດຕະການເພື່ອຄວບຄຸມ ແລະ ຊົດໃຊ້ໜີ້ສິນສາທາລະນະ

ລັດຖະບານຈະຫຼຸດຜ່ອນການຂາດດູນດ້ານງົບປະມານໃຫ້ເປັນສູນພາຍໃນປີໜ້າ ເພື່ອຮັບປະກັນວ່າໜີ້ສິນສາທາລະນະລະດັບສູງຂອງລາວ ຈະສາມາດຊົດໃຊ້ໄດ້ໄວເທົ່າທີ່ເປັນໄປໄດ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລາຍງານຕໍ່ສະພາແຫ່ງຊາດໃນອາທິດແລ້ວນີ້.ທ່ານ ສົມດີ ເຊິ່ງຄວບຕຳແໜ່ງລັດຖະມົນຕີກະຊວງການເງິນຍັງກ່າວຕື່ມວ່າ, ‘ພວກເຮົາຂໍຮັບປະກັນວ່າ ແຜນການໃຊ້ຈ່າຍຂອງລັດຈະກຳນົດຕາມອັດຕາລາຍຮັບຕົວຈິງ,’ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ.‘ນີ້ແມ່ນບັນຫາທ້າທາຍອັນໜຶ່ງ.’ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດຖະບານຈະສ້າງແຜນພັດທະນາຊັບພະຍາກອນມະນຸດ

ລັດຖະບານຈະສ້າງແຜນໄລຍະກາງເພື່ອການພັດທະນາຊັບພະຍາກອນມະນຸດ ຫຼັງຈາກມີຫາງສຽງຈາກສະມາຊິກສະພາແຫ່ງຊາດທີ່ວ່າ ລາວກຳລັງຜະເຊີນກັບການຂາດແຄນແຮງງານໃນຂົງເຂດການພັດທະນາບູລິມະສິດ.ໃນກອງປະຊຸມສະພາແຫ່ງຊາດອາທິດແລ້ວນີ້, ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ ຄະນະກຳມະການພັດທະນາຊັບພະຍາກອນມະນຸດຈະເປັນຜູ້ຮັບຜິດຊອບໃນການສ້າງແຜນການດັ່ງກ່າວ.ຄະນະກຳມະການດັ່ງກ່າວປະກອບດ້ວຍຕາງໜ້າຈາກກະຊວງ ແລະ ອົງການຈັດຕັ້ງຕ່າງໆ ເຊິ່ງຈະຮ່ວມກັນສ້າງແຜນການ ແລະ ຈັດຕັ້ງປະຕິບັດໃນລະຫວ່າງປີ 2020 ຫາປີ 2025.ອ່ານຕໍ່ ...

ເອກະພອນ ພູທອນສີ

ຢຸດຈ້າງຄົນເພີ່ມ, ນາຍົກສັ່ງກົມກອງລັດຖະບານ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ສັ່ງຫ້າມກົມກອງຂອງລັດໃນການຈ້າງພະນັກງານສັນຍາຈ້າງ ແລະ ອາສາສະໝັກ ເນື່ອງຈາກພະແນກການຂອງລັດມີຈຳນວນເຈົ້າໜ້າທີ່ ແລະ ພະນັກງານເກີນອັດຕາຢູ່ແລ້ວ.ຕໍ່ກັບຄຳຖາມຂອງສະມາຊິກສະພາແຫ່ງຊາດໃນອາທິດແລ້ວນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວວ່າ ນີ້ແມ່ນບັນຫາສະເພາະຂອງປະເທດລາວ ທີ່ວ່າຫຼາຍກົມກອງຂອງລັດຖະບານໄດ້ມີການຈ້າງພະນັກງານສັນຍາຈ້າງ ແລະ ອາສາສະໝັກເພີ່ມເຕີມ ທັງໆທີ່ລັດຖະບານໄດ້ສັ່ງຈຳກັດຈຳນວນໂກຕາພະນັກງານໃນແຕ່ລະປີ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/stop-employing-additional-people-lao-pm-tells-government-departments-98463

ລາວ, ສະວີເດັນຕົກລົງເສີມຂະຫຍາຍການຮ່ວມມືດ້ານການທູດ

ໃນອາທິດແລ້ວນີ້ ກະຊວງການຕ່າງປະເທດຂອງລາວ ແລະ ກະຊວງການຕ່າງປະເທດຂອງລາດຊະອານາຈັກສະວີເດັນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ເຊິ່ງແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງກະຊວງ ແລະ ສອງຊາດ.ທ່ານ ບຸນເພັງ ສາຍກັນຍາ ເອກອັກຄະລັດຖະທູດລາວປະຈຳສະວິເດັນ ຕາງໜ້າໃຫ້ຝ່າຍລາວ ແລະ ທ່ານນາງ ແອນນິກາ ໂຊເດີ ເລຂາທິການກະຊວງການຕ່າງປະເທດສະວີເດັນ ຕາງໜ້າຝ່າຍສະວີເດັນ ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ ທີ່ສຳນັກງານກະຊວງການຕ່າງປະເທດສະວີເດັນ ທີ່ສະຕ໋ອກໂຮມ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ລາວ, ຍີ່ປຸ່ນ ຮ່ວມຫາລືເພື່ອເສີມຂະຫຍາຍການຮ່ວມມື

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ການນຳລາວ ແລະ ຍີ່ປຸ່ນຮ່ວມຫາລື ທີ່ວຽງຈັນ ກ່ຽວກັບການຍົກລະດັບຄວາມຮູ້ດ້ານການວາງແຜນການນຳສຳລັບເຈົ້າໜ້າທີ່ການນຳຂອງລາວ, ການຄຸ້ມຄອງເສດຖະກິດມະຫາພາກ, ຄວາມຍືນຍົງ, ການພັດທະນາພື້ນຖານໂຄງລ່າງໃນລາວ.ການຫາລືໄດ້ມີຂຶ້ນໃນລະຫວ່າງການພົບປະ ລະຫວ່າງທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານນາງ ໂຕຊິໂກະ ອາເບ ລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ທີ່ເດີນທາງມາຢ້ຽມຢາມ ສປປ ລາວໃນຕົ້ນອາທິດນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-japan-discuss-enhanced-cooperation-98385

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

vA2YS
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!