ລັດຖະບານ

ສູນຮ່ວມມືລາວ-ສິງກະໂປ ເປີດຕົວຢ່າງເປັນທາງການ

(ຂປລ) ສູນຮ່ວມມືລາວ-ສິງກະໂປ (LSCC) ໄດ້ມີການເປີດຕົວຢ່າງເປັນທາງການໃນວັນທີ 24 ມິຖຸນານີ້ ເຊິ່ງມີຈຸດປະສົງໃນການສົ່ງເສີມການຮ່ວມມືລະຫວ່າງຜູ້ມີສ່ວນຮ່ວມພາກສ່ວນຕ່າງໆ ເພື່ອນຳເອົາຄວາມຮູ້ ແລະ ທັກສະໃໝ່ໆເຂົ້າມາແກ້ໄຂບັນຫາໃນການພັດທະນາ.ສູນດັ່ງກ່າວຕັ້ງຢູ່ຊັ້ນ 5 ຂອງອາຄານໂຕໂກປະກັນໄພ, ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.ອ່ານຕໍ່  ...

ທີມ ຂປລ
http://kpl.gov.la/En/Detail.aspx?id=46710

ນາຍົກລາວຮ່ວມພົບປະໃນລະຫວ່າງກອງປະຊຸມອາຊຽນເພື່ອສົ່ງເສີມສາຍພົວພັນກັບປະເທດເພື່ອນບ້ານ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພົບປະກັບນາຍົກລັດຖະມົນຕີຂອງຫວຽດນາມ, ກຳປູເຈຍ ແລະ ໄທ ໃນລະຫວ່າງກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ທີ່ບາງກອກ ປະເທດໄທ ເພື່ອສົ່ງເສີມສາຍພົວພັນ ແລະ ການຮ່ວມມືກັບບັນດາປະເທດເພື່ອນບ້ານ.ທ່ານທອງລຸນ ໄດ້ຮ່ວມພາເຂົ້າເຊົ້າເພື່ອສົນທະນາວຽກງານກັນທ່ານ ຫງວຽນຊວນພຸກ ນາຍົກຫວຽດນາມ ແລະ ທ່ານ ຮຸນເຊັນ ນາຍົກກຳປູເຈຍໃນຕອນເຊົ້າຂອງວັນອາທິດຜ່ານມານີ້ ຕາມຄຳເຊີນຂອງຜູ້ນຳລັດຖະບານຫວຽດນາມ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/pm%E2%80%99s-asean-sideline-meetings-strengthen-neighbouring-ties-99100

ສະພາແຫ່ງຊາດສະໜັບສະໜູນພາລະະກິດຂອງລັດຖະບານໃນການແກ້ໄຂບັນຫາຂອງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ວານນີ້ ສະພາແຫ່ງຊາດໄດ້ອະນຸມັດມະຕິຕົກລົງຈຳນວນໜຶ່ງ ເພື່ອສະໜັບສະໜູນຄວາມເຂັ້ມແຂງດ້ານກົດໝາຍສຳລັບລັດຖະບານ ໃນການແກ້ໄຂບັນຫາກ່ຽວກັບການຄຸ້ມຄອງທີ່ດິນ, ການຟື້ນຟູປ່າໄມ້, ແລະ ການພັດທະນາຊັບພະຍາກອນມະນຸດໃນລາວ.ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ທີ່ນະຄອນຫຼວງວຽງຈັນວານນີ້ ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດກ່າວວ່າ ສະພາໄດ້ມີການຮັງຮອງເອົາມະຕິຕົກລົງ 7 ສະບັບເພື່ອແນໃສ່ສະໜັບສະໜູນຄວາມເຂັ້ມແຂງດ້ານກົດໝາຍໃນການປະຕິບັດໜ້າທີ່ຂອງລັດຖະບານ ແລະ ອົງການຕຸລາການ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/laos-na-backs-govt-efforts-address-national-challenges-99099

ສາຍພົວພັນລາວ, ຫວຽດນາມໄດ້ຮັບການເສີມຂະຫຍາຍໃນລະດັບສູງ

ວຽງຈັນ (ວຽງຈັນທາມສ໌/ANN) – ສາຍພົວພັນການເມືອງລະຫວ່າງລາວ ແລະ ຫວຽດນາມໄດ້ຮັບການເສີມຂະຫຍາຍໃນລະດັບສູງ ໃນຂະນະທີ່ພັກ ແລະ ລັດຖະບານທັງສອງປະເທດສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ແລະ ການຮ່ວມມືດ້ານເສດຖະກິດ.ຜູ້ນຳພັກລັດຂອງສອງຊາດໄດ້ຕີລາຄາສາຍພົວພັນດັ່ງກ່າວໃນລະຫວ່າງກອງປະຊຸມທີ່ວຽງຈັນໃນອິດແລ້ວນີ້.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/laos-vietnam-relations-climb-new-heights-99040

ນາຍົກຊຸກຍູ້ໃຫ້ອາຊຽນປະຕິບັດວຽກງານບູລິມະສິດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳອາຊຽນ ຊຸກຍູ້ການຜັນຂະຫຍາຍໜ້າວຽກບູລິມະສິດຂອງອາຊຽນສູ່ການຈັດຕັ້ງປະຕິບັດ ເພື່ອການກໍ່ສ້າງຊຸມຊົນພາກພື້ນອາຊຽນໃຫ້ປະກົດຜົນເປັນຈິງ.ນາຍົກລາວໄດ້ກ່າວຄຳຮຽກຮ້ອງດັ່ງກ່າວໃນລະຫວ່າງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ເຊິ່ງຈັດຂຶ້ນທີ່ບາງກອກ ປະເທດໄທ ໃນທ້າຍອາທິດແລ້ວນີ້ ຕາມການເປີດເຜີຍຕໍ່ສື່ມວນຊົນຂອງກະຊວງການຕ່າງປະເທດລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/lao-pm-urges-asean-implement-prioritised-work-99039

ລາວ, ໄທສືບຕໍ່ຮັດແໜ້ນການຮ່ວມມືໃນຂະແໜງແຮງງານ

ເຈົ້າໜ້າທີ່ລາວ ແລະ ໄທຕົກລົງສືບຕໍ່ການຮ່ວມມືໃນຂະແໜງແຮງງານ ເພື່ອແນໃສ່ຮັບປະກັນສະຖານະແຮງງານລາວຕາມກົດໝາຍ ໃຫ້ສາມາດຢັ້ງຢືນຕົວຕົນຂອງເຂົາເຈົ້າໃນປະເທດໄທ.ໃນຂະນະດຽວກັນ ອຳນາດການປົກຄອງລາວຍັງສັນຍາວ່າຈະຊ່ວຍເຫຼືອຜູ້ອອກແຮງງານທີ່ບໍ່ຖືກຕ້ອງຕາມກົດໝາຍ ໃຫ້ກັບຄືນຖິ່ນຖານເພື່ອເຮັດໜັງສືຜ່ານແດນ ເຮັດໃຫ້ເຂົາເຈົ້າສາມາດກັບໄປອອກແຮງງານຢູ່ປະເທດໄທໄດ້ຢ່າງຖືກຕ້ອງຕາມລະບຽບກົດໝາຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເຈົ້າໜ້າທີ່ຈະຖືກຫ້າມບໍ່ໃຫ້ເປີດເຜີຍເອກະສານທີ່ເປັນຄວາມລັບ

ລັດຖະກອນຖືກສັ່ງຫ້າມບໍ່ໃຫ້ສົ່ງຕໍ່ ແລະ ເຜີຍແຜ່ ຫຼື ທຳລາຍເອກະສານທີ່ເປັນຄວາມລັບຂອງຊາດ ເຊັ່ນ ຂໍ້ກົດໝາຍທີ່ອາດສົ່ງຜົນເສຍຫາຍຕໍ່ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ.ທ່ານ ຄຳໝັ້ນ ສຸນວິເລີດ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີຮ່າງກົດໝາຍກ່ຽວກັບການເກັບມ້ຽນເອກະສານ ເພື່ອຫາລືໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ກຳລັງດຳເນີນ.ອ່ານຕໍ່ ...

ສົມສັກ ພົງຂາວ

ຄະນະທູດລາວ, ສປປ ເກົາຫຼີ ຮັດແໜ້ນສາຍພົວພັນມິດຕະພາບອັນຍາວນານ

ວຽງຈັນ (ວຽງຈັນທາມສ໌/ANN) – ສາຍພົວພັນມິດຕະພາບອັນຍາວນານລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ (ສປປ ເກົາຫຼີ) ຈະຮັດແໜ້ນປອງດອງຍິ່ງຂຶ້ນ ທ່າມກາງສະຖານະການຄວາມຂັດແຍ່ງໃນໂລກທີ່ເພີ່ມທະວີຂຶ້ນ.ຄະນະທູດຈາກສອງປະເທດໄດ້ຮ່ວມກັນຕີລາຄາສາຍພົວພັນອັນໝັ້ນທ່ຽງໃນການພົບປະ ທີ່ນະຄອນຫຼວງວຽງຈັນວານນີ້ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 45 ປີ ໃນວັນທີ 24 ມິຖຸນາ 1977.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/laos-dprk-diplomats-confident-strengthening-longstanding-relationship-98858

ສະພາແຫ່ງຊາດອະນຸມັດລະດັບລາຍຮັບຂັ້ນຕ່ຳສ່ວນບຸກຄົນທີ່ຍົກເວັ້ນອາກອນ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາແຫ່ງຊາດໄດ້ອະນຸມັດຂໍ້ສະເໜີຂອງລັດຖະບານ ໃນການປັບປຸງລະດັບລາຍຮັບຂັ້ນຕ່ຳສ່ວນບຸກຄົນທີ່ຍົກເວັ້ນອາກອນ.ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ທີ່ຫຼັກ 6 ໃນວັນອັງຄານຜ່ານມາ, ສະມາຊິກສະພາຈຳນວນ 82 ເປີເຊັນໄດ້ລົງຄະແນນສຽງສະໜັບສະໜູນການເພີ່ມລະດັບລາຍຮັບຂັ້ນຕ່ຳສ່ວນບຸກຄົນທີ່ຍົກເວັ້ນອາກອນຈາກ 1 ລ້ານກີບມາເປັນ 1.3 ລ້ານກີບ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/laos-na-approves-increase-tax-free-income-threshold-98794

ລາວຕີລາຄາການຮ່ວມມືກັບມົນທົນຢຸນນານຂອງຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຕີລາຄາສູງຕໍ່ສາຍພົວພັນການຮ່ວມມືກັບມົນທົນຢຸນນານຂອງຈີນ ເຊິ່ງມີລັກສະນະພູມສັນຖານທີ່ເໝາະສົມໃນການເປີດກວ້າງດ້ານການຮ່ວມມື.ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ປະເມີນຄຸນຄ່າດັ່ງກ່າວໃນໂອກາດເດີນທາງຢ້ຽມຢາມແຂວງຢຸນນານຂອງຈີນໃນຕົ້ນອາທິດນີ້ ຕາມຄຳເຊີນຂອງທ່ານ ເສີນ ຫາວ ເລຂາທິການພັກຄອມມຸຍນິດແຂວງຢຸນນານ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/laos-values-cooperation-china%E2%80%99s-yunnan-province-98793

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

S2abT
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!