ລັດຖະບານ

ລາວ, ຫວຽດນາມຮັດແໜ້ນການຮ່ວມມືດ້ານວິທະຍາສາດ

ລາວ ແລະ ຫວຽດນາມໄດ້ຕົກລົງສືບຕໍ່ການຮ່ວມມືໃນຂະແໜງວິທະຍາສາດ ແລະ ເທັກໂນໂລຢີ ໂດຍການແບ່ງປັນຜົນງານການຄົ້ນຄວ້າໃນມະຫາວິທະຍາໄລ ເພື່ອສົ່ງເສີມຂະແໜງການຄົ້ນຄວ້າວິໄຈຂອງສອງປະເທດ.ຂໍ້ຕົກລົງການຮ່ວມມືດັ່ງກ່າວໄດ້ຮັບການລົງນາມທີ່ວຽງຈັນໃນວັນສຸກແລ້ວນີ້ ລະຫວ່າງທ່ານ ປອ ຄຳເພັດ ວົງດາຣາ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ພາຍໃຕ້ກະຊວງວິທະຍາສາດ ແລະ ເທັກໂນໂລຢີ ແລະ ທ່ານ ຮສ.ປອ ຫງວຽນ ວັນຄັງ ຮອງປະທານມະຫາວິທະຍາໄລວິທະຍາສາດ ແລະ ເທັກໂນໂລຢີຮ່າໂນ້ຍ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວ, ຈີນຮ່ວມແລກປ່ຽນຄຳເຫັນກ່ຽວກັບການພັດທະນາການກໍ່ສ້າງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຈີນວາງແຜນສົ່ງເສີມການຮ່ວມມື ແລະ ການຊ່ວຍເຫຼືອທາງວິຊາການໃນການກໍ່ສ້າງເສັ້ນທາງ ແລະ ຂົວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດໂຄງການທີ່ມີຄຸນນະພາບສູງໃຫ້ມີຄວາມວ່ອງໄວ ແລະ ປອດໄພຍິ່ງຂຶ້ນ.ຕາງໜ້າຈາກບໍລິສັດກໍ່ສ້າງຂອງລາວ ແລະ ຈີນໄດ້ຈັດປະຊຸມທີ່ວຽງຈັນວານນີ້ ເພື່ອແລກປ່ຽນປະສົບການ ແລະ ຮັບຟັງຄຳຄິຄຳເຫັນກ່ຽວກັບການພັດທະນາດ້ານເຕັກນິກ, ເທັກໂນໂລຢີ ແລະ ອຸປະກອນການກໍ່ສ້າງໃໝ່.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-china-exchange-views-construction-development-99527

ລັດຖະບານຄາດວ່າຈະສາມາດເກັບກຳລາຍຮັບໄດ້ຕາມແຜນ

ລັດຖະບານຈະສາມາດບັນລຸການເກັບກຳລາຍຮັບໄດ້ 49% ຂອງແຜນການປະຈຳປີພາຍໃນທ້າຍເດືອນນີ້ ເຖິງວ່າຈະຜະເຊີນກັບບັນຫາທ້າທາຍທາງດ້ານເສດຖະກິດ ຕາມບົດລາຍງານທາງການສະບັບໃໝ່.ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕິກະຊວງແຜນການ ແລະ ການລົງທຶນ ເປີດເຜີຍໃນບົດງານງາຍສະບັບຫຼ້າສຸດໃນເດືອນນີ້ວ່າ ລັດຖະບານສາມາດປະຕິບັດຕາມແຜນການໃນການເກັບກຳລາຍຮັບ ໄດ້ປະມານ 12,128 ຕື້ກີບພາຍໃນທ້າຍເດືອນມິຖຸນາປີນີ້ ຫຼືເທົ່າກັບ 47.2% ຂອງແຜນການເກັບກຳລາຍຮັບປະຈຳປີ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລຸກຊຳບວກສືບຕໍ່ສະໜັບສະໜູນວຽກງານການພັດທະນາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ປະເທດລຸກຊຳບວກຈະສືບຕໍ່ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມໃນລາວ ເພື່ອແນໃສ່ໃຫ້ປະເທດຫຼຸດພົ້ນອອກຈາກສະຖານະດ້ອຍພັດທະນາທີ່ສຸດພາຍໃນປີ 2024 ແລະ ວຽກງານການພັດທະນາແບບຍືນຍົງ.ທ່ານ ຊອງ ອັດເຊວບອນ ລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງເປັນເຈົ້າໜ້າທີ່ລະດັບສູງແຫ່ງລາດຊະອານາຈັກລຸກຊຳບວກ ໄດ້ພົບປະກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດຂອງລາວ ທີ່ເດີນທາງຢ້ຽມຢາມປະເທດໃນສະຫະພາບຢູໂຣບໃນອາທິດແລ້ວນີ້ ຕາມຄຳເຊີນຂອງຝ່າຍລຸກຊຳບວກ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/luxembourg-continues-back-laos-development-99324

ແຂວງຊຽງຂວາງປາບປາມການຄ້າໄມ້ເຖື່ອນ ແລະ ການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່

ອຳນາດການປົກຄອງແຂວງຊຽງຂວາງຈະສືບຕໍ່ສືບສວນສອບສວນເຈົ້າໜ້າທີ່ ທີ່ຖືກກ່າວຫາວ່າຮັບສິນບົນໃນການຄ້າໄມ້ເຖື່ອນ ເຊິ່ງສ້າງຄວາມເສຍຫາຍຕໍ່ປະເທດຊາດບ້ານເມືອງ.ທ່ານ ບຸນຕອນ ຈັນທະພອນ ແຂວງແຂວງຊຽງຂວາງ ລາຍງານໃນກອງປະຊຸມສື່ມວນຊົນ ເຊິ່ງເປັນສ່ວນໜຶ່ງຂອງກອງປະຊຸມລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນວຽງຈັນ ວ່າເຈົ້າໜ້າທີ່ທີ່ທຳການສໍ້ລາດບັງຫຼວງຕ້ອງຖືກລົງໂທດ.ອ່ານຕໍ່  ...

ສົມສັກ ພົງຂາວ

ສະຖາບັນຂົງຈື້ໃໝ່ຈະສົ່ງເສີມຄວາມເຂົ້າໃຈລະຫວ່າງລາວ-ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ສາຍສຳພັນລະຫວ່າງລາວ ແລະ ຈີນຄາດວ່າຈະເພີ່ມທະວີຄວາມເຂັ້ມແຂງຂຶ້ນ ພາຍໃຕ້ພິທີມອບຮັບສະຖາບັນຂົງຈື້ໃໝ່ ທີ່ມະຫາວິທະຍາໄລແຫ່ງຊາດລາວ ທີ່ວຽງຈັນ ໃນວັນພຸດຜ່ານມາ.ສະຖາບັນຂົງຈື້ດັ່ງກ່າວຈະເປັນໂຄງການແບບຢ່າງໃນການສົ່ງເສີມການແລກປ່ຽນຄວາມຮູ້ຈາກຄົນສູ່ຄົນ ລະຫວ່າງລາວ ແລະ ຈີນ ແລະ ສົ່ງເສີມຄົນລາວໃນການຮ່ຳຮຽນພາສາຈີນ ແລະ ຮຽນຮູ້ເທັກໂນໂລຢີ ເພື່ອເພີ່ມທະວີຄວາມເຂົ້າໃຈຕໍ່ປະເທດເພື່ອບ້ານທາງເໜືອ, ກໍຄືປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/new-confucius-institute-elevate-laos-china-understanding-99225

ນາຍົກຮຽກຮ້ອງການຮ່ວມມືເພື່ອຕ້ານບັນຫາຢາເສບຕິດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມມືກັນປະກອບສ່ວນໃນການຕ້ານການຄ້າຢາເສບຕິດ.ທ່ານ ທອງລຸນ ໄດ້ກ່າວຄຳຮຽກຮ້ອງດັ່ງກ່າວໃນວັນອັງຄານຜ່ານມາ ເຊິ່ງກົງກັບວັນຕ້ານການນຳໃຊ້ ແລະ ຊື້ຂາຍຢາເສບຕິດສາກົນ ຄົບຮອບ 32 ປີ ເຊິ່ງວຽນມາບັນຈົບຄົບຮອບໃນວັນທີ 26 ມິຖຸນານີ້.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-pm-calls-joint-effort-combat-drugs-problem-99159

ລາວ, ໄທເສີມຂະຫຍາຍວຽກງານການຮ່ວມມືດ້ານຄວາມປອດໄພຊາຍແດນ 

ວຽງຈັນ (ວຽງຈັນທາມສ໌/ANN) — ລັດຖະບານລາວ ແລະ ໄທ ຈະສືບຕໍ່ຊ່ວຍເຫຼືອເຊິ່ງກັນແລະກັນໃນດ້ານຄວາມປອດໄພຊາຍແດນ ແລະ ການປ້ອງກັນອາດສະຍາກຳຂ້າມຊາດ, ໂດຍສະເພາະຢູລຽບເຂດຊາຍແດນແຂວງໄຊຍະບູລີ ແລະ ຈັງຫວັດນ່ານ.ຂໍ້ຕົກລົງການຮ່ວມມືດັ່ງກ່າວໄດ້ມີການລົງນາມທີ່ບໍລິສັດໄຟຟ້າຫົງສາ ຈຳກັດ ແຂວງໄຊຍະບູລີ ໃນອາທິດແລ້ວນີ້ ລະຫວ່າງທ່ານພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ທ່ານ ວໍຣະກິດຕິ ສີທິບພະກອນ ຜູ້ວ່າລາດຊະການຈັງຫວັດນ່ານ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/laos-thailand-extend-partnership-border-security-cooperation-99102

ລັດຖະບານລາວຈະເພີ່ມການຈັດເກັບອາກອນສຳລັບກາຊິໂນໃຫ້ສູງ

ພາຍໃຕ້ຮ່າງກົດໝາຍສະບັບໃໝ່ຂອງລັດຖະບານລາວ ການຈັດເກັບອາກອນສຳລັບກາຊິໂນ ແລະ ສະຖານການພະນັນຈະຖືກປັບປຸງໃຫ້ສູງຂຶ້ນ.ຕາມແຫຼ່ງຂ່າວວຽງຈັນທາມສ໌ຂອງລາວ, ຮ່າງກົດໝາຍສະບັບດັ່ງກ່າວ ທີ່ໄດ້ມີການຍື່ນສະເໜີຕໍ່ສະພາແຫ່ງຊາດໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນໃນອາທິດແລ້ວນີ້ ຈະມີການເພີ່ມການຈັດເກັບອາກອນສຳລັບກາຊິໂນ ແລະ ສະຖານການພະນັນຈາກ 35% ເປັນ 50% ນັບແຕ່ເດືອນມັງກອນ ປີ 2020 ເປັນຕົ້ນໄປ.ອ່ານຕໍ່  ...

ໂຕະຂ່າວ
https://www.asgam.com/index.php/2019/06/26/laos-government-proposes-significant-increase-in-casino-taxes/

ລາວຈະເລີ່ມເປີດບໍລິການ ອີວີຊາ ໃນເດືອນກໍລະກົດນີ້

ລາວຈະເລີ່ມເປີດບໍລິການຮັບສະໝັກວີຊາແບບອີເລັກໂທຣນິກ (ອີວີຊາ) ໃນເດືອນກໍລະກົດປີນີ້, ເພື່ອໃຫ້ນັກທ່ອງທ່ຽວສາມາດສະໝັກວິຊາແບບອອນໄລ ກ່ອນເດີນທາງເຂົ້າປະເທດ.ເວັບໄຊທາງການສຳລັບການສະໝັກອີວີຊາກໍຄື https://laoevisa.gov.la ເວັບໄຊອີວີຊານີ້ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງກົມກົງສຸນ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ. ວີຊາທ່ອງທ່ຽວເຊິ່ງມີອາຍຸນຳໃຊ້ 30 ວັນ ຈະເປັນວີຊາປະເພດທຳອິດທີ່ໃຫ້ບໍລິການຜ່ານທາງເວັບໄຊ, ສ່ວນວີຊາປະເພດອື່ນຈະໃຫ້ບໍລິການເພີ່ມເຕີມໃນພາຍຫຼັງ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/06/25/laos-to-launch-online-evisa-service-in-july/

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Jj98P
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!