ລັດຖະບານ

ກະຊວງເຜີຍແຜ່ກົດໝາຍວ່າດ້ວຍຜູ້ຕາງໜ້າ ສປປ ລາວຢູ່ຕ່າງປະເທດ

ໃນວັນສຸກແລ້ວນີ້ ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມ ເພື່ອເຜີຍແຜ່ເນື້ອໃນກົດໝາຍວ່າດ້ວຍອົງກອນຜູ້ຕາງໜ້າ ສປປ ລາວຢູ່ຕ່າງປະເທດ ໃຫ້ແກ່ລັດຖະກອນ.ໃຫ້ກຽດເປັນປະທານໃນກອງປະຊຸມດັ່ງກ່າວມີທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ.ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍສະບັບດັ່ງກ່າວໃນກອງປະຊຸມສະໄໝສາມັນໃນເດືອນທັນວາປີກາຍນີ້ ແລະ ຈາກນັ້ນອີກໜຶ່ງເດືອນ ທ່ານປະທານປະເທດ ບຸນຍັງວໍລະຈິດ ກໍໄດ້ຖະແຫຼງການປະກາດໃຊ້ກົດໝາຍສະບັບທີ່ສອງດັ່ງກ່າວສຳລັບຂະແໜງການຕ່າງປະເທດຢ່າງເປັນທາງການ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລັດຖະບານເຕືອນເຈົ້າໜ້າທີ່ ຫ້າມໃຊ້ອຳນາດເພື່ອຜົນປະໂຫຍດສ່ວນຕົວ

ວຽງຈັນ (ວຽງຈັນທາມສ໌) – ລັດຖະບານໄດ້ແຈ້ງເຕືອນ ຫ້າມບໍ່ໃຫ້ພະນັກງານລັດຖະກອນນຳໃຊ້ອຳນາດໜ້າທີ່ຕຳແໜ່ງຂອງຕົນເພື່ອຜົນປະໂຫຍດສ່ວນຕົວ ຫຼື ຂອງພີ່ນ້ອງ ແລະ ຜູ້ໃກ້ຊິດ, ບໍ່ດັ່ງນັ້ນຈະຖືກລົງໂທດຕາມລະບຽບການ.ຫວ່າງໝໍ່ໆມານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລົງນາມຮັບຮອງເອົາດຳລັດຂອງລັດຖະບານວ່າດ້ວຍຈັນຍາບັນຂອງລັດຖະກອນ ເຊິ່ງລະບຸລາຍລະອຽດແນວທາງດ້ານຈັນຍາບັນສຳລັບລັດຖະກອນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/don%E2%80%99t-abuse-power-personal-gain-lao-govt-warns-100574

ລັດຖະບານຈະຈັດສັນແຫຼ່ງທຶນເພື່ອຊົດໃຊ້ໜີ້ສິນໃຫ້ແກ່ບໍລິສັດ

ວຽງຈັນ (ວຽງຈັນທາມສ໌/ANN) – ປະລິມານໜີ້ສິນຂອງລັດຖະບານທີ່ມີຕໍ່ບໍລິສັດເອກະຊົນແມ່ນມີສູງເຖິງ 10.14 ພັນຕື້ກີບ, ສ້າງຄວາມກົດດັນມະຫາສານຕໍ່ລັດຖະບານໃນການແກ້ໄຂບັນຫາໜີ້ສິນ ແລະ ຮັກສາລະດັບການຂະຫຍາຍຕົວຂອງເສດຖະກິດ.ປະຈຸບັນ ລັດຖະບານສັນຍາວ່າຈະຈັດສັນທຶນຮອນເພີ່ມເຕີມເພື່ອຊົດໃຊ້ໜີ້ສິນໃຫ້ແກ່ບໍລິສັດເອກະຊົນ ເພື່ອຮັກສາສະພາບຄ່ອງຕົວດ້ານການເງິນ ແລະ ເສີມຂະຫຍາຍການດຳເນີນກິດຈະກຳ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/lao-govt-allocate-more-funds-repay-debts-owed-companies-100429

ລັດຖະມົນຕີຕ້ອງສົ່ງຄືນລົດໃຫຍ່ສ່ວນເກີນໃຫ້ແກ່ລັດຖະບານ: ຮອງນາຍົກກ່າວ

ລັດຖະມົນຕີ ແລະ ຮອງລັດຖະມົນຕີທີ່ມີລົດປະຈຳຕຳແໜ່ງຫຼາຍກວ່າທີ່ໄດ້ກຳນົດໄວ້ໃນດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 15​ ປີ 2017 ຈະຕ້ອງສົ່ງຄືນລົດຈຳນວນທີ່ເກີນໃຫ້ແກ່ລັດຖະບານ, ເຈົ້າໜ້າທີ່ການນຳກ່າວ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ກ່າວຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ລັດຖະບານໄດ້ຕັດສິນໃຈຈັດຕັ້ງຄະນະກຳມະການເພື່ອເກັບກຳຂໍ້ມູນລາຍລະອຽດ ກ່ຽວກັບຈຳນວນລົດປະຈຳຕຳແໜ່ງທີ່ຢູ່ພາຍໃຕ້ການຄອບຄອງຂອງເຈົ້າໜ້າທີ່ການນຳລະດັບສາມ ແລະ ລະດັບສີ່.ອ່ານຕໍ່ ...

ສົມສັກ ພົງຂາວ

ລັດຖະບານຈະຂາຍຫຸ້ນລັດວິສາຫະກິດທີ່ບໍ່ສ້າງຜົນກຳໄລ

ລັດຖະບານຈະຂາຍຫຸ້ນຂອງລັດວິສາຫະກິດ ແລະ ຫັນໃຫ້ເປັນທຸລະກິດຮ່ວມປະສົມ ຫຼື ຂາຍຍົກກິດຈະການຖ້າວ່າມີຄວາມຈຳເປັນ, ທ່ານຮອງນາຍົກລັດຖະມົນຕີກ່າວ.ການເຄື່ອນໄຫວດັ່ງກ່າວແມ່ນສ່ວນໜຶ່ງຂອງການປະຕິຮູບລັດວິສາຫະກິດທີ່ພວມກຳລງັດຳເນີນ ຫຼັງຈາກທີ່ວິສາຫະກິດສ່ວນໃຫຍ່ຂາດທຶນມາຫຼາຍປີ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ລາວ, ລັດເຊຍ ຖະແຫຼງການຮ່ວມມືໃນຫຼາຍຂະແໜງການ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ລັດເຊຍໄດ້ຕົກລົງຮ່່ວມມືກັນໃນຂະແໜງການຄ້າ, ເສດຖະກິດ, ແລະ ວິທະຍາສາດ ແລະ ວິຊາການ ເພື່ອສືບຕໍ່ສາຍພົວພັນສອງຝ່າຍ.ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງລາວ ແລະ ທ່ານ ກອນສ໌ຕັນຕິນ ໂນສ໌ກອຟ໌ ລັດຖະມົນຕີກະຊວງການພັດທະນາດິຈິຕອລ໌, ການສື່ສານ ແລະ ສື່ມວນຊົນແຫ່ງສະພັນພັນລັດເຊຍ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືໃນຂົງເຂດວຽກງານດັ່ງກ່າວ, ໃນລະຫວ່າງການເດີນທາງຢ້ຽມປະເທດລັດເຊຍຂອງທ່ານສຸພັນໃນອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-russia-announce-cooperation-numerous-fields-100197

ລັດຖະບານຊອກຫາຊ່ອງທາງໃນການຫຼຸດຜ່ອນພາລະດ້ານງົບປະມານ ແລະ ຄວາມກົດດັນຈາກໜີ້ສິນ

ລັດຖະບານໄດ້ຮ່າງມາດຕະການເພື່ອສົ່ງເສີມລາຍຮັບແຫ່ງຊາດສຳລັບປີ 2020 ໃນຂະນະດຽວກັບກໍ່ເພື່ອຮັບປະກັນປະສິດທິພາບຂອງໂຄງການລົງທຶນຂອງລັດ.ຄຳສັ່ງແນະນຳຂອງນາຍົກລັດຖະມົນຕີສະບັບຫຼ້າສຸດ ໄດ້ແນະນຳໃຫ້ພາກສ່ວນທີ່ກ່ຽວຂ້ອງຮັດເຂັມຂັດໃນການເບີກຈ່າຍງົບປະມານ ໂດຍການຕັດຢອນງົບປະມານດ້ານການບໍລິຫານ, ທັງເລື່ອນການຈັດຕັ້ງປະຕິບັດໂຄງການພັດທະນາທີ່ບໍ່ຈຳເປັນໄປກ່ອນ.ອ່ານຕໍ່ ...

ສົມສັກ ພົງຂາວ

ຫວຽດນາມ, ລາວ ທົບທວນກ່ຽວກັບການຕ້ານອາດສະຍາກຳ

NDO/VNA – ກະຊວງປ້ອງກັນຄວາມສະຫງົບຂອງຫວຽດນາມ ແລະ ລາວ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 10 ຂຶ້ນ ທີ່ວຽງຈັນ ໃນວັນທີ 9 ກໍລະກົດທີ່ຜ່ານມາ ເພື່ອທົບທວນພາລະກິດຮ່ວມໃນການຕ້ານອາດສະຍາກຳ.ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນຕີ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມຕຳຫຼວດຂອງລາວ ແລະ ທ່ານພັນໂທ ວູ ງ໊ອກ ທາງ ຮອງປະທານສຳນັກງານຕຳຫຼວດສືບສວນຂອງຫວຽດນາມ. ໃນກອງປະຊຸມດັ່ງກ່າວ ເຈົ້າໜ້າທີ່ຝ່າຍລາວກ່າວວ່າ ປະເທດລາວໄດ້ຜະເຊີນກັບບັນຫາທ້າທາຍດ້ານອາດຊະຍາກຳຕ່າງໆເຊັ່ນ ບັນຫາຢາເສບຕິດ ແລະ ການຄ້າມະນຸດ, ການປຸ້ນຈີ້, ແລະ ອາດຊະຍາກຳທີ່ສັບຊ້ອນໂດຍນຳໃຊ້ເທັກໂນໂລຢີຍຸກໃໝ່.ອ່ານຕໍ່ ...

ໂຕະຂ່າວ
https://en.nhandan.org.vn/politics/item/7675502-vietnam-laos-review-crime-fight.html

ລັດຖະບານລາວມອບຫຼຽນການໃຫ້ແກ່ເອອັກຄະລັດຖະທູດສິງກະໂປທີ່ກຳລັງຈະໝົດວາລະ

ລັດຖະບານໄດ້ມອບຫຼຽນການມິດຕະພາບໃຫ້ແກ່ທ່ານ ໂດມິນິກ ໂກະ ເອກອັກຄະລັດຖະທູດສິງກະໂປປະຈຳລາວ ເນື່ອງໃນໂອກາດສຳເລັດພາລະກິດທາງການທູດ ເຊິ່ງທ່ານໄດ້ປະກອບສ່ວນອັນສຳຄັນໃນການສົ່ງເສີມສາຍພົວພັນລະຫວ່າງສອງຊາດ ລາວ-ສິງກະໂປ.ທ່ານເອກອັກຄະລັດຖະທູດ ໂກະ ຈະເດີນທາງກັບປະເທດ ພາຍຫຼັງປະຈຳການໃນລາວເປັນໄລຍະກວ່າສີ່ປີ.ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າລັດຖະບານ ແລະ ປະຊາຊົນລາວ, ມອບຫຼຽນກາມິດຕະພາບດັ່ງກ່າວໃຫ້ແກ່ທ່ານທູດໃນວັນທີ 8 ກໍລະກົດຜ່ານມານີ້ ທີ່ກະຊວງການຕ່າງປະເທດລາວ.ອ່ານຕໍ່   ...

ໂຕະຂ່າວວຽງຈັນທາມສ໌

ກະຊວງຊຸກຍູ້ໃຫ້ຜູ້ຈ່າຍອາກອນຈຳກັດການຈ່າຍເປັນເງິນສົດ

ກະຊວງການເງິນໄດ້ແຈ້ງການຊຸກຍູ້ໃຫ້ຜູ້ເສຍອາກອນທຳການຈ່າຍເງິນອາກອນຜ່ານລະບົບທະນາຄານ ເພື່ອປິດກັ້ນຊ່ອງຫວ່າງທາງການເງິນ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ກ່າວຜ່ານສື່ມວນຊົນຫວ່າງໝໍ່ໆມານີ້ວ່າ ລັດຖະບານໄດ້ມີການນຳໃຊ້ຊ່ອງທາງການຈ່າຍເງິນທາງອີເລັກໂທຣນິກຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈ່າຍອາກອນ.ອ່ານຕໍ່   ...

ສົມສັກ ພົງຂາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

a3YLH
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!