ລັດຖະບານ

ສະພາແຫ່ງຊາດຊຸກຍູ້ການສົ່ງເສີມຄວາມຮັບຜິດຊອບຂອງລັດຖະບານ

ວຽງຈັນ (ວຽງຈັນທາມສ໌) – ສະພາແຫ່ງຊາດໄດ້ເພີ່ມທະວີບົດບາດໃນການສົ່ງເສີມຄວາມຮັບຜິດຊອບຂອງລັດຖະບານ ເຊິ່ງສະທ້ອນເຖິງການບໍລິຫານຈັດການທີ່ດີ, ຕາມການລາຍງານຂອງອົງການສະຫະປະຊາຊາດປະຈຳລາວ.ອົງການສະຫະປະຊາຊາດ (ສປຊ) ໜຶ່ງໃນອົງການຊ່ວຍເຫຼືອທີ່ໃຫຍ່ທີ່ສຸດໃນລາວ ໄດ້ເປີດເຜີຍບົດລາຍງານກາງພາກກ່ຽວກັບການຈັດຕັ້ງປະຕິບັດການຮ່ວມມືລະຫວ່າງ ສປປ ລາວ-ສປຊ, ເຊິ່ງເນັ້ນເຖິງຜົນສຳເລັດ ແລະ ຂໍ້ຄົງຄ້າງໃນການຮ່ວມມືດັ່ງກ່າວ.ອີງຕາມບົດລາຍງານຄວາມຄືບໜ້າປີ 2018 ກ່ຽວກັບຂອບການເຮັດວຽກຂອງ ສປປ ລາວ-ສະຫະປະຊາຊາດ ສຳລັບປີ 2017-2021, ສປຊ ໄດ້ສະແດງຄວາມຮັບຮູ້ວ່າ ລະບຽບກົດໝາຍຂອງລາວໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂຶ້ນ ຍ້ອນການມີສ່ວນຮ່ວມຢ່າງເຂັ້ມແຂງຂອງສະພາແຫ່ງຊາດໃນການພິຈາລະນາກຳກັບການປະຕິບັດງານຂອງລັດຖະບານ.ອ່ານຕໍ່  ...

ເອກະພອນ ພູທອນສີ
http://annx.asianews.network/content/na-pushes-greater-government-accountability-101858

ຕັວກກີເສີມຂະຫຍາຍການພົວພັນກັບປະເທດລາວ ພາຍໃຕ້ນະໂຍບາຍເນັ້ນໃສ່ອາຊີ

ເອກອັກຄະລັດຖະທູດຕັວກກີປະຈຳລາວໄດ້ສະແດງເຈດຈຳນົງໃນການເສີມຂະຫຍາຍສາຍພົວພັນລະຫວ່າງຕັວກກີ ແລະ ລາວ ພາຍໃຕ້ນະໂຍບາຍການຕ່າງປະເທດຂອງປະເທດສະບັບໃໝ່ທີ່ເນັ້ນໃສ່ທະວີບອາຊີ.ການເປີດເຜີຍຕໍ່ສຳນັກຂ່າວອານາໂດລູໃນວັນທີ 11 ສິງຫາ, ທ່ານ ອາເມັດ ອິເດັມ ອາກາຍ ກ່າວວ່າປະລິມານການຄ້າລະຫວ່າງສອງປະເທດໄດ້ມີການຂະຫຍາຍຕົວຈາກ USD 6 ລ້ານໂດລາໃນປີ 2017 ມາເປັນ USD 15 ລ້ານໂດລາໃນປີ 2018.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/12/turkey-reaches-out-to-laos-amid-asia-focused-policy/

ບໍລິສັດລາວລົງນາມໃນ MOU ຮ່ວມກັບບໍລິສັດແຫ່ງລັດຂອງສີສວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດພັດທະນາແຫ່ງລັດ AAA ສີສວນ ຈຳກັດ ແລະ ບໍລິສັດ ASIN Intl (ລາວ) ຈຳກັດ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືທາງທຸລະກິດ ພາຍໃຕ້ໂຄງການລິເລີ່ມຖະໜົນ ແລະ ແລວທາງ ໃນກວາງອັນ ແຂວງສີສວນ ປະເທດຈີນ.ອີງຕາມສະມາຄົມສົ່ງເສີມເສດຖະກິດການຄ້າລາວ-ຈີນ (LCETPA), ສອງຝ່າຍຈະສົ່ງເສີມການສ້າງຜົນປະໂຫຍດຮ່ວມສູງສຸດທາງດ້ານພື້ນຖານໂຄງລ່າງ “ຖະໜົນ ແລະ ແລວທາງ” ແລະ ສົ່ງເສີມການຈັດຕັ້ງປະຕິບັດແຜນຍຸດທະສາດ “ຖະໜົນ ແລະ ແລວທາງ” ໃຫ້ປະກົດຜົນເປັນຈິງ.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/lao-company-inks-mou-sichuan-public-listed-firm-101596

ການຳໃຊ້ລະບົໍບອີເລັກໂທຣນິກຊ່ວຍໃຫ້ລັດຖະບານສົ່ງເສີມການສ້າງລາຍຮັບ

ລາຍຮັບຈາກອາກອນຂອງລາວເພີ່ມຂຶ້ນ 20 ເປີເຊັນໃນຊ່ວງຫົກເດືອນຕົ້ນປີນີ້ ທຽບກັບໄລຍະດຽວກັນຂອງປີຜ່ານມາ, ຕາມກະຊວງການເງິນ.ການເພີ່ມຂຶ້ນຂອງລາຍຮັບດັ່ງກ່າວແມ່ນມາຈາກການເລີ່ມນຳໃຊ້ລະບົບຂໍ້ມູນຂ່າວສານທີ່ທັນສະໄໝໃນການຄຸ້ມຄອງລາຍຮັບຈາກອາກອນ (TAXRIS) ໃນຕົ້ນປີນີ້. ມາເຖິງປະຈຸບັນລະບົບດັ່ງກ່າວໄດ້ມີການນຳໃຊ້ຢູ່ໃນ 10 ຕົວເມືອງໃຫຍ່ ໃນເຈັດແຂວງຂອງລາວ.ກະຊວງການເງິນມີແຜນເສີມຂະຫຍາຍການນຳໃຊ້ລະບົບດັ່ງກ່າວໃນທົ່ວປະເທດພາຍໃນປີ 2020 ເຊິ່ງເປັນສ່ວນໜຶ່ງຂອງພາລະກິດຂອງລັດຖະບານ ໃນການສ້າງຄວາມທັນສະໄໝໂດຍການນຳໃຊ້ລະບົບການຈ່າຍອາກອນແບບອີເລັກໂທຣນິກ ແລະ ເພື່ອສົ່ງເສີມຄວາມໂປ່ງໃສໃນຂະແໜງການເງິນຂອງຊາດ.ອ່ານຕໍ່ ...

ສົມສັກ ພົງຂາວ

ອາຊຽນສັນຍາຈະຮັດແໜ້ນການຮ່ວມມືໃນພາກພື້ນ

ກອງປະຊຸມປະຈຳປີຂອງລັດຖະມົນຕີຕ່າງປະເທດອາຊຽນໄດ້ໄຂຂຶ້ນທີ່ບາງກອກ ປະເທດໄທ ໃນມື້ວານນີ້ ເພື່ອຫາລື ແລະ ສືບຕໍ່ການກໍ່ສ້າງຊຸມຊົນອາຊຽນໃຫ້ເຂັ້ມແຂງ ແລະ ເສີມຂະຫຍາຍການຮ່ວມມືໃນພາກພື້ນ.ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດຂອງລາວກໍໄດ້ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 25 ດັ່ງກ່າວ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ເຊິ່ງຈັດຂຶ້ນຢູ່ປະເທດໄທ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ການອອກໃບຕາດິນຊ້ຳຊ້ອນຈະຕ້ອງຜະເຊີນກັບການລົງໂທດທີ່ຮ້າຍແຮງ: ອຳນາດການປົກຄອງນະຄອນວຽງຈັນ

ອຳນາດການປົກຄອງນະຄອນວຽງຈັນໄດ້ແຈ້ງເຕືອນຕໍ່ເຈົ້າໜ້າທີ່ ກ່ຽວກັບການອອກໃບຕາດິນຊ້ຳຊ້ອນໂດຍເຈດຕະນາ ຈະຕ້ອງຈະຕ້ອງຜະເຊີນກັບການລົງໂທດທີ່ຮ້າຍແຮງ, ພາຍໃຕ້ຂໍ້ຂັດແຍ່ງດ້ານທີ່ດິນທີ່ຍັງຄົງມີຢູ່.ຜູ້ລະເມີດຈະຖືກດຳເນີນຄະດີໃນຂໍ້ຫາປອມແປງເອກະສານພາຍໃຕ້ກົດໝາຍອາຍາ ມາດຕາ 364, ທ່ານ ບຸນທຳ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນກ່າວໃນທີ່ປະຊຸມສານປະຊາຊົນນະຄອນຫຼວງຫວ່າງໝໍ່ໆມານີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ແຂວງອຸດົມໄຊ ເລັ່ງມືໃນການພັດທະນາດ້ານເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງອຸດົມໄຊຈະສູ້ຊົນໃຫ້ບັນລຸອັດຕາການຂະຫຍາຍຕົວດ້ານເສດຖະກິດໃຫ້ໄດ້ 7.7%, ເພື່ອປະກອບສ່ວນໃນການສ້າງອັດຕາການຂະຫຍາຍຕົວຂອງເສດຖະກິດທົ່ວປະເທດ 6.8% ດັ່ງໃນຊ່ວງຫົກເດືອນຕົ້ນປີ, ເຊິ່ງສູງກວ່າຄ່າສະເລ່ຍທົ່ວປະເທດທີ່ໄດ້ວາງໄວ້.ເປົ້າໝາຍດັ່ງກ່າວແມ່ນໄດ້ກຳນົດໃນແຜນພັດທະນາຂອງແຂວງ ເຊິ່ງໄດ້ນຳສະເໜີໃນຕອນທ້າຍຂອງກອງປະຊຸມສະພາປະຊາຊົນແຂວງໃນອາທິດແລ້ວນີ້.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/oudomxay-raises-bar-economic-development-101109

ລາວເລີ່ມຕົ້ນການປະຕິຮູບການຄຸ້ມຄອງການລົງທຶນສາທາລະນະ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ພາກລັດໄດ້ປະຊຸມກັບຕາງໜ້າຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ສະຖານທູດຍີ່ປຸ່ນປະຈຳລາວ ທີ່ນະຄອນຫຼວງວຽງຈັນໃນວັນສຸກແລ້ວນີ້ ເພື່ອຫາລືກ່ຽວກັບການປັບປຸງຂົງເຂດວຽກງານການຄຸ້ມຄອງການລົງທຶນສາທາລະນະ (PIM).ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີການປຶກສາຫາລືກ່ຽວກັບໂຄງສ້າງຂອງຄະນະກຳມະການນຳພາໂຄງການ, ຄຽງຄູ່ກັບການຮ່າງ ແລະ ພັດທະນາຂອບເຂດກຳນົດເວລາສຳລັບແຜນດຳເນີນງານເພື່ອການປັບປຸງ PIM.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/laos-initiates-reform-public-investment-management-101013

ສະພາປະຊາຊົນແຂວງຫາລືບັນຫາທີ່ເປັນທີ່ຖົກຖຽງກັນໃນທ້ອງຖິ່ນ

ສະພາປະຊາຊົນຫຼາຍແຂວງໄດ້ຈັດປະຊຸມໃນອາທິດນີ້ ເພື່ອຫາລືບັນຫາພົ້ນເດັ່ນໃນທ້ອງຖິ່ນ ພາຍຫຼັງການສິ້ນສຸດກອງປະຊຸມສະໄໝສາມັນເທື່ອທີເຈັດຂອງສະພາແຫ່ງຊາດ.ສະພາປະຊາຊົນແຂວງສະຫວັນນະເຂດໄດ້ໄຂກອງປະຊຸມສະໄໝສາມັນຮອບເຄິ່ງປີແຕ່ວັນຈັນຈົນເຖິງມື້ວານນີ້. ໃນກອງປະຊຸມໄລຍະສີ່ວັນດັ່ງກ່າວ ສະມາຊິກສະພາແຂວງໄດ້ຫາລືມາດຕະການກ່ຽວກັບການຄຸ້ມຄອງການຜະລິດຖ່ານ ແລະ ການຄຸ້ມຄອງທຸລະກິດຖ່ານຂາວພາຍໃນແຂວງ ເຊິ່ງສະເໜີໂດຍພະແນກອຸດສາຫະກຳ ແລະ ການຄ້າແຂວງ, ແລະ ການຄຸ້ມຄອງການຈ່າຍເບ້ຍບຳນານ ແລະ ເບ້ຍລ້ຽງສຳລັບຄົນພິການ ເຊິ່ງສະເໜີໂດຍພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.ອ່ານຕໍ່  ...

ໂຕະຂ່າວວຽງຈັນທາມສ໌

ລັດດຳເນີນບາດກ້າວໃນການແກ້ໄຂຫົກບັນຫາເລັ່ງດ່ວນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຮຽກຮ້ອງໃຫ້ຂະແໜງການທີ່ກ່ຽວຂ້ອງ ເພີ່ມທະວີຄວາມຮັບຜິດຊອບເພື່ອຄົ້ນຄວ້າວິທີການໃນການແກ້ໄຂຫົກບັນຫາພົ້ນເດັ່ນທີ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ.ບັນຫາດັ່ງກ່າວໄດ້ມີການຫາລືໃນກອງປະຊຸມປະຈຳເດືອນຂອງຄະນະລັດຖະບານ ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນທີ 23-24 ກໍລະກົດນີ້ ເຊິ່ງຄະນະລັດຖະບານໄດ້ຫາລືມາດຕະການໃນການແກ້ໄຂບັນຫາດັ່ງກ່າວ.ຫົກບັນຫາພົ້ນເດັ່ນດັ່ງກ່າວລວມມີ:ການລະບາດຂອງພະຍາດໄຂ້ເລືອດອອກ;ການລະບາດຂອງພະຍາດອະຫິວາໝູອາຟຣິກາ;ການແຜ່ລະບາດຂອງບົ້ງຝູງສາລີ (Spodoptera frugiperda) ຢູ່ແຂວງໄຊຍະບູລີ;ໄພແຫ້ງແລ້ງທີ່ແກ່ຍາວ;ການເໜັງຕີງຂອງອັດຕາແລກປ່ຽນ, ການອ່ອນຄ່າຂອງເງິນກີບທຽບກັບເງິນຕາຕ່າງປະເທດ, ແລະ ການຫຼຸດລົງຂອງຄັງສຳຮອງແລກປ່ຽນເງິນຕາຕ່າງປະເທດ;ບັນຫາທີ່ກ່ຽວຂ້ອງກັບການເຜີຍແຜ່ຂໍ້ມູນໃນສື່ສັງຄົມອອນໄລຂອງມະຫາຊົນ ກ່ຽວກັບການສະແດງຄຳຄິດຄຳເຫັນຕໍ່ການຄຸ້ມຄອງ ແລະ ບໍລິຫານຂອງພາກລັດ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-takes-steps-tackle-six-urgent-issues-100895

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

FPkDv
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!