ລັດຖະບານ

ການພົວພັນຕ່າງປະເທດ

ບົດຄວາມບັນນາທິການ: ໜັງສືພິມຂະແມທາມສ໌ ບິດເບືອນຂໍ້ມູນກ່ຽວກັບບັນຫາຫຼັກໝາຍຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ບົດຂ່າວນີ້ຕ້ອງການສື່ເຖິງສາທາລະນະຊົນ, ໂດຍສະເພາະຊາວກຳປູເຈຍ ແລະ ສາກົນ ກ່ຽວກັບຂໍ້ມູນທີ່ບໍ່ຖືກຕ້ອງເຊິ່ງອາດນຳໄປສູ່ຄວາມເຂົ້າໃຈຜິດກ່ຽວກັບຈຸດຢືນຂອງສອງປະເທດ, ໂດຍສະເພາະແມ່ນສົ່ງຜົນກະທົບຕໍ່ນະໂຍບາຍ ແລະ ຄວາມພະຍາຍາມຂອງລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການແກ້ໄຂບັນຫາດັ່ງກ່າວ.ໃນວັນທີ 6 ມີນາ, ໜັງສືພິມຂະແມທາມສ໌ ໄດ້ເຜີຍແຜ່ບົດຂ່າວໃນຫົວຂໍ້ “ຫຼັກໝາຍຊາຍແດນຮ່ວມກັບລາວຍັງຄົງບໍ່ໄດ້ຮັບການແກ້ໄຂ”, ເຊິ່ງມີເນື້ອໃນບິດເບືອນຕໍ່ຄວາມເປັນຈິງກ່ຽວກັບບັນຫາດັ່ງກ່າວ, ໂດຍອ້າງວ່າວຽກງານຫຼັກໝາຍຊາຍແດນລະຫວ່າງປະເທດລາວໄດ້ຖືກຢຸດຊະງັກຍ້ອນຝ່າຍລາວ.ອ່ານຕໍ່ ...

ທີມບັນນາທິການ

ລາວຈະເລີ່ມໃຫ້ບໍລິການຍື່ນວີຊາແບບອອນລາຍໃນເດືອນມິຖຸນານີ້

(ຂປລ) ລັດຖະບານໄດ້ມອບໝາຍໃຫ້ກະຊວງການຕ່າງປະເທດເປັນຜູ້ຈັດຕັ້ງປະຕິບັດໂຄງການ ອີ-ວີຊາ ເພື່ອຊ່ວຍໃຫ້ຊາວຕ່າງປະເທດສາມາດສະໝັກວີຊາເຂົ້າລາວແບບອອນລາຍ.ການບໍລິການ ອີ-ວີຊາຄາດວ່າຈະເລີ່ມມີການດຳເນີນການໃນເດືອນມິຖຸນາປີນີ້ ເພື່ອເຮັດໃຫ້ຂັ້ນຕອນການຍື່ນວີຊາສະດວກສະບາຍຍິ່ງຂຶ້ນສຳລັບຊາວຕ່າງປະເທດທີ່ຕ້ອງການເດີນທາງເຂົ້າມາປະເທດລາວ ແລະ ເພື່ອເປັນການສົ່ງເສີມການທ່ອງທ່ຽວລາວ.ອ່ານຕໍ່ ...

ຂປລ

ລາວຢືນຢັນພັນທະໃນກອງປະຊຸມສະພາສິ່ງແວດລ້ອມ UN 

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນລາວໄດ້ຮ່ວມແບ່ງປັນຄຳຄິດເຫັນທີ່ສ້າງສັນກັບບັນດາຜູ້ເຂົ້າຮ່ວມໃນກອງປະຊຸມສະພາສິ່ງແວດລ້ອມ UN ຄັ້ງທີສີ່ (UNEA-4) ເຊິ່ງຈັດຂຶ້ນທີ່ກຸງໄນໂຣບີ ປະເທດເຄນຢາ ຄັ້ງວັນທີ 11-15 ມີນາ.ກອງປະຊຸມໃນປີນີ້ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້ “ວິທີແກ້ໄຂບັນຫາກ່ຽວກັບສິ່ງແວດລ້ອມແບບສ້າງສັນ ແລະ ການບໍລິໂພກ ແລະ ການຜະລິດແບບຍືນຍົງ” ເຊິ່ງມີຜູ້ເຂົ້າຮ່ວມກວ່າ 4,000 ຄົນ ຈາກ 170 ປະເທດສະມາຊິກ ແລະ 204 ອົງການຈັດຕັ້ງຮ່ວມລັດຖະບານ.ອ່ານຕໍ່ ...

ໂຕະຂ່າວ

ລາວສະໜັບສະໜູນການຮ່ວມມືແມ່ຂອງ-ລ້ານຊ້າງ ເພື່ອອະນາຄົດອັນສົດໄສ

ລາວຈະເຮັດທຸກສິ່ງທຸກຢ່າງເພື່ອສະໜັບສະໜູນການຮ່ວມມືແມ່ຂອງ-ລ້ານຊ້າງ (MLC) ເພື່ອຜົນປະໂຫຍດທີ່ເຫັນໄດ້ຂອງປະຊາຊົນໃນພາກພື້ນແມ່ນ້ຳຂອງ.ທ່ານ ທອງພັນ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄຳເຫັນໃນພິທີສະເຫຼີມສະຫຼອງການຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນແມ່ນ້ຳຂອງ ຄົບຮອບສາມປີ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວ, ຫວຽດນາມ ຈະສືບຕໍ່ການຮ່ວມມືດ້ານສື່ມວນຊົນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມຈະສືບຕໍ່ການຮ່ວມມືໃນຂົງເຂດວຽກງານສື່ມວນຊົນ, ການພິມ ແລະ ການພັດທະນາບຸກຄະລາກອນ ກໍ່ຄືວຽກງານຂໍ້ມູນຂ່າວສານ ແລະ ການສື່ສານ.ອ່ານຕໍ່ ...

ໂຕະຂ່າວ

ທ່ານນາຍົກທອງລຸນສຳເລັດການຢ້ຽມຢາມປະເທດເຢຍລະມັນ

(ຂປລ) ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ເດີນທາງຢ້ຽມຢາມສາທາລະນະລັດ ສະຫະພັນ ເຢຍລະມັນ ຢ່າງເປັນທາງການຕາມການເຊື້ອເຊີນຂອງທ່ານນາງ ອັງເກລາ ແມໂຄ ນາຍົກລັດຖະມົນຕີເຢຍລະມັນ ໃນລະຫວ່າງວັນທີ 12 ແລະ 13 ມີນາ.ການຢ້ຽມຢາມດັ່ງກ່າວເປັນການຢ້ຽມຢາມເຢຍລະມັນຄັ້ງທຳອິດໃນປະຫວັດສາດຂອງຜູ້ນຳລະດັບສູງຂອງ ສປປ ລາວ ແລະ ເປັນນິມິດໝາຍສຳຄັນໃນການສົ່ງເສີມສາຍພົວພັນ ແລະ ການຮ່ວມມືມິດຕະພາບລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ. ອ່ານຕໍ່ ...

ຂປລ

ລາວ, ຮັງກາຣີ ສົ່ງເສີມສາຍພົວພັນສອງຝ່າຍເພື່ອການຮ່ວມມືຍຸດທະສາດ

ຮັງກາຣີ (ວຽງຈັນທາມສ໌/ANN) – ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໃນຖານະແຂກ ແລະ ທ່ານ ວິກເຕີ ອໍບານ ນາຍົກລັດຖະມົນຕີຮັງກາຣີ ໄດ້ຕົກລົງຍົກສູງສາຍພົວພັນສອງຝ່າຍ ລະຫວ່າງລາວ ແລະ ຮັງກາຣີ ເພື່ອການຮ່ວມມືຍຸດທະສາດ.ທ່ານນາຍົກ ແລະ ຄະນະຜູ້ແທນລາວໄດ້ເດີນທາງຢ້ຽມຢາມປະເທດຮັງກາຣີຢ່າງເປັນທາງການເປັນເວລາສາມວັນ ແຕ່ວັນທີ 10-12 ມີນານີ້ ຕາມຄຳເຊື້ອເຊີນຂອງທ່ານ ອໍບານ.ອ່ານຕໍ່ ...

ໂຕະຂ່າວ

ລາວ ແລະ ກຳປູເຈຍຮ່ວມມືໃນໂຄງການກ່ຽວກັບຊັບພະຍາກອນແຫຼ່ງນ້ຳຂ້າມຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ກຳປູເຈຍໄດ້ຕົກລົງກ່ຽວກັບການປະຕິບັດການຮ່ວມ ກ່ຽວກັບບູລິມະສິດຕົ້ນຕໍຂອງໂຄງການຮ່ວມມືໃນການພັດທະນາ ແລະ ການຄຸ້ມຄອງຊັບພະຍາກອນແຫຼ່ງນ້ຳຂ້າມຊາຍແດນ.ຕົວແທນຈາກສອງຊາດໄດ້ຮ່ວມຫາລືແຜນການໃນກອງປະຊຸມຂອງຄະນະກວດສອບລະດັບພາກພື້ນ, ເຊິ່ງໄດ້ກຳນົດເອົາການທ່ອງທ່ຽວແບບອະນຸລັກ ແລະ ການຄຸ້ມຄອງການປະມົງເປັນບູລິມະສິດສູງສຸດສຳລັບໂຄງການ ລະຫວ່າງແຂວງສະຕັງເຕຣັງຂອງກຳປູເຈຍ ແລະ ແຂວງຈຳປາສັກຂອງລາວ.ອ່ານຕໍ່ ...

ໂຕະຂ່າວ

ໂຄສົກກະຊວງການຕ່າງປະເທດຂອງ ສປປ ລາວຊົມເຊີຍຜົນຂອງກອງປະຊຸມສຸດຍອດລະຫວ່າງ ສປ ເກົາຫຼີ - ສະຫະລັດ ຄັ້ງທີສອງ

ສປປ ລາວ ຊົມເຊີຍຄວາມພະຍາຍາມຂອງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ (ສປ ເກົາຫຼີ) ແລະ ສະຫະລັດອາເມລິກາ ໃນການຮ່ວມກອງປະຊຸມສຸດຍອດຄັ້ງທີສອງ ລະຫວ່າງຜູ້ນຳຂອງສອງປະເທດ ໃນວັນທີ 27-28 ກຸມພາ 2019, ທີ່ນະຄອນຮາໂນຍ, ຫວຽດນາມ. ສປປ ລາວ ຍັງໄດ້ກ່າວຊົມເຊີຍລັດຖະບານ ແລະ ປະຊາຊົນຫວຽດນາມໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດດັ່ງກ່າວ, ເຊິ່ງເປັນການປະກອບສ່ວນໃນການສ້າງສັນຕິພາບໃນພາກພື້ນ ແລະ ໃນໂລກ, ເຖິງວ່າໃນກອງປະຊຸມຈະບໍ່ມີການບັນລຸຂໍ້ຕົກລົງຮ່ວມໃດໆກໍຕາມ.ອ່ານຕໍ່ ...

ໂຕະຂ່າວ

ຜູ້ສະໝັກວີຊາໄທຄວນຊາບ: ການນັດສຳພາດຈາກກົງສູນວຽງຈັນອາດໃຊ້ເວລາເຖິງສອງທິດເນື່ອງຈາກຄິວຍາວ

ຊາວຕ່າງປະເທດທີ່ຕ້ອງການເຮັດວີຊາສຳລັບການພັກອາໄສ ຫຼື ທ່ອງທ່ຽວ ຕ້ອງເພື່ອເວລາລໍຖ້າສອງອາທິດສຳລັບການນັດສຳພາດວີຊາ ຫຼື ການຕໍ່ວີຊາຜ່ານສະຖານກົງສູນໄທປະຈຳນະຄອນວຽງຈັນ, ປະເທດລາວ.ໄລຍະການລໍຖ້າສອງອາທິດດັ່ງກ່າວແມ່ນສຳລັບການນັດໝາຍວີຊາເຂົ້າປະເທດໄທຜ່ານລະບົບວີຊາກົງສູນທີ່ https://thaivisavientiane.com/.ອ່ານຕໍ່ ...

The Laotian Times

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

3kEDs
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!