ລັດຖະບານ

ການພົວພັນຕ່າງປະເທດ

ລາວ, ກຳປູເຈຍສືບຕໍ່ເສີມຂະຫຍາຍການຮ່ວມມື

(ຂປລ) ກອງປະຊຸມຄະນະກຳມະການຮ່ວມເພື່ອການຮ່ວມມືສອງຝ່າຍຄັ້ງທີ 13 ລະຫວ່າງລາວ ແລະ ກຳປູເຈຍ ໄດ້ຈັດຂຶ້ນທີ່ວຽງຈັນ ໃນວັນທີ 22 ກຸມພານີ້ ເພື່ອປະເມີນຕີລາຄາການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມະການຮ່ວມຄັ້ງທີ 12 ທີ່ນະຄອນສຽມລຽບ ປະເທດກຳປູເຈຍ ໃນເດືອນ ທັນວາ 2014 ແລະ ເພື່ອແລກປ່ຽນຄຳຄິດຄຳເຫັນກ່ຽວກັບການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ເຊັ່ນ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ວຽກງານປ້ອງກັນຊາດ, ການຮ່ວມມືດ້ານເສດຖະກິດ ແລະ ວິຊາການ, ການຄ້າ, ການສຶກສາ ແລະ ສາທາລະນະສຸກ.ອ່ານຕໍ່ ...

ຂປລ

ການຄ້າຊາຍແດນລາວ-ຫວຽດນາມປະກອບສ່ວນສຳຄັນໃນການພັດທະນາ

ຍານພາຫະນາຂົນສົ່ງສິນຄ້າເຂົ້າມາປະເທດລາວຢູ່ເປັນປົກກະຕິ ຈາກທ່າເຮືອແຂວງທັນຮົວ ປະເທດຫວຽດນາມ, ເຊິ່ງຕັ້ງຢູ່ຫ່າງຈາກແຂວງຫົວພັນປະມານ 250 ກິໂລແມັດ. ປະລິມານການຈໍລະຈອນເຂົ້າປະເທດລາວອາດບໍ່ໜາແໜ້ນ ແຕ່ວ່າຢູ່ທີ່ດ່ານຊາຍແດນດັ່ງກ່າວກໍ່ຄັບຄາໄປດ້ວຍລົດຂົນສົ່ງສິນຄ້າເຂົ້າອອກສອງປະເທດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວ,​ ບຣູໄນສັນເສີນສາຍພົວພັນສອງຝ່າຍ

ທ່ານນາຍົກ ທອງລຸນ ສີສຸລິດ ໃນຖານະແຂກ ແລະ ພະນະທ່ານສຸລະຕານ ຮາຈິ ຮາດຊະນັນ ບໍເກຍ ໄດ້ກ່າວສັນເສີນສາຍພົົວພັນ ແລະ ການຮ່ວມມືລະຫວ່າງສອງຊາດ.ນາຍົກລັດຖະມົນຕີລາວໄດ້ເດີນທາງຢ້ຽມຢາມປະເທດບຣູໄນ ດາຣູຊາລຳ ຢ່າງເປັນທາງການເປັນເວລາສອງວັນ ແຕ່ວັນທີ 16-17 ກຸມພາ ຕາມຄຳເຊື້ອເຊີນຂອງລາດຊະອານາຈັກບຣູໄນ.ອ່ານຕໍ່ ...

ບັນນາລັກວຽງຈັນທາມສ໌

ລາວ, ຈີນ ລົງນາມໃນຂໍ້ຕົກລົງໂຄງການຮ່ວມມືມູນຄ່າ US$4.5 ໂດລາ

ລັດຖະບານລາວ ແລະ ຈີນໄດ້ລົງນາມໃນຂໍ້ຕົກລົງການລົງທຶນສຳລັບໂຄງການຕ່າງໆພາຍໃຕ້ແຜນງານການຮ່ວມມືແມ່ຂອງ-ລ້ານຊ້າງ.ລົງນາມໃນຂໍ້ຕົກລົງກ່ຽວກັບທຶນການຮ່ວມມືພິເສດແມ່ຂອງ-ລ້ານຊ້າງ ສຳລັບປີ 2018 ມີທ່ານ ທອງພັນ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຈຽງ ໄຈຕົງ ເອກອັກຄະລັດຖະທູດຈີນ, ທີ່ກະຊວງການຕ່າງປະເທດລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ

ນາຍົກລາວຈະຢ້ຽມຢາມບຣູໄນ ເພື່ອຮັດແໜ້ນການຮ່ວມມືສອງຝ່າຍ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຈະນຳພາຄະນະຜູ້ແທນລາວໃນການຢ້ຽມຢາມປະເທດບຣູໄນຢ່າງເປັນທາງການ ໃນວັນທີ 16-17 ກຸມພານີ້ ຕາມຄຳເຊື້ອເຊີນຂອງພະນະທ່ານສູລະຕານ ຮາຈິ ຮາຊຊານານ ໂບເກຍ. ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ບຣູໄນດາຣູຊາລຳ, ຕາມຖະແຫຼງການຂອງກະຊວງການຕ່າງປະເທດລາວ.ອ່ານຕໍ່  ...

ສີໃສ ວິໄລສັກ

ລາວ-ການາດາ ຈະສືບຕໍ່ການຮ່ວມມືດ້ານການໃຫ້ຄຳປຶກສາທາງການເມືອງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ການາດາ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການໃຫ້ຄຳປຶກສາ ແລະ ການຮ່ວມມືທາງການເມືອງລະຫວ່າງກະຊວງການຕ່າງປະເທດຂອງລາວ ແລະ ກົມການຕ່າງປະເທດ, ການຄ້າ ແລະ ການພັດທະນາຂອງການາດາ.ອ່ານຕໍ່ ...

ໂຕະຂ່າວ

ບໍ່ຕ້ອງລຽນຄິວອີກຕໍ່ໄປ: ການສະໝັກການຍື່ນຄຳຮ້ອງຂໍວິຊາຜ່ານກົງສຸນໄທປະຈຳນະຄອນວຽງຈັນຈະເປີດອອນໄລ 

ການສະໝັກວິຊາໄປປະເທດໄທຈາກປະເທດລາວຢູ່ວຽງຈັນ ຈະມີການນຳໃຊ້ລະບົບການຮັບສະໝັກແບບອອນໄລ ຕາມການຢືນຢັນຂອງສະຖານທູດໄທ.ການລຽນຄິວທີ່ກົງສຸນໄທໃນວຽງຈັນຈະບໍ່ມີອີກຕໍ່ໄປ ເນື່ອງຈາກຈະມີການຈະມີການເປີດຮັບສະໝັກແບບອອນໄລໂດຍກົງ ແລະ ບໍ່ມີການຮັບສະໝັກແບບເກົ່າ. ຂໍ້ມູນກ່ຽວກັບລະບົບດັ່ງກ່າວຈະມີການເປີດເຜີຍຢ່າງເປັນທາງການຜ່ານທາງສະຖານທູດໃນວັນທີ 28 ມັງກອນນີ້ ແລະ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ກຸມພາເປັນຕົ້ນໄປ.ອ່ານຕໍ່   ...

The Laotian Times

ລັດຖະບານກຳປູເຈຍລໍຖ້າຝ່າຍລາວດຳເນີນການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊາຍແດນ

ລັດຖະບານກຳປູເຈຍຍັງຄົງລໍຖ້າຂໍ້ຕົກລົງ (ToR) ຈາກວຽງຈັນ ໃນການດຳເນີນການສົ່ງຈົດໝາຍຮ່ວມເພື່ອຂໍຂໍ້ມູນລາຍລະອຽດ ທາງດ້ານແຜນທີ່ຈາກລັດຖະບານຝຣັ່ງ ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງອື່ນໆ ເພື່ອນຳໄປສູ້ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊາຍແດນຂອງສອງປະເທດ, ຕາມການເປີດເຜີຍຂອງທ່ານ ເກດ ໂສພັນ ໂຄສົກກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນຂອງກຳປູເຈຍ.ອ່ານຕໍ່  ...

ເມັກ ດາຣາ

ລາວ, ຫວຽດນາມຕົກລົງຮັດແໜ້ນການຮ່ວມມື

ລາວ ແລະ ຫວຽດນາມຕົກລົງຮັດແໜ້ນການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ ການພັດທະນາຊັບພະຍາກອນມະນຸດ, ການຄ້າ, ແລະ ການລົງທຶນ.ການຕົກລົງດັ່ງກ່າວແມ່ນເນື່ອງມາຈາກການຢ້ຽມຢາມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ພ້ອມດ້ວຍຄະນະລັດຖະບານລາວ ເປັນປະທານຮ່ວມໃນກອງປະຊຸມຄັ້ງທີ 41 ຂອງຄະນະກຳມະການຮ່ວມລັດຖະບານຫວຽດນາມ-ລາວ ເຊິ່ງຈັດຂຶ້ນທີ່ນະຄອນຮາໂນ້ຍ ຄັ້ງວັນທີ 5-6 ມັງກອນນີ້ ຕາມການເຊື້ອເຊີນຂອງທ່ານ ຫງວຽນ ຊວນພຸກ ນາຍົກລັດຖະມົນຕີຫວຽດນາມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວ, ຫວຽດນາມສືບຕໍ່ການຮ່ວມມືຕ້ານອາດຊະຍາກຳທາງສິ່ງແວດລ້ອມ

ລັດຖະບານລາວ ແລະ ຫວຽດນາມ ຈະສືບຕໍ່ການຮ່ວມມືກັນເພື່ອຕ້ານອາດຊະຍາກຳທາງສິ່ງແວດລ້ອມ, ເຊິ່ງມີລັກສະນະເພີ່ມຂຶ້ນໃນສອງປະເທດ.ນີ້ແມ່ນໜຶ່ງໃນຫົວຂໍ້ການຫາລືໃນການປະຊຸມປຶກສາຫາລື ແລະ ແລກປ່ຽນປະສົບການລະຫວ່າງເຈົ້າໜ້າທີ່ຕຳຫຼວດສິ່ງແວດລ້ອມຂອງລາວ ແລະ ຫວຽດນາມ ທີ່ຈະມີຂຶ້ນໃນລະຫວ່າງວັນທີ 24-25 ທັນວານີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

f9fvc
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!