ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ລະດັບແມ່ນ້ຳຂອງຢູ່ເຂດຊາຍແດນໄທ, ລາວ, ມຽນມາ ຫຼຸດລົງຕ່ຳສຸດໃນຮອບສັດຕະວັດ

ລະດັບນ້ຳໃນແມ່ນ້ຳຂອງໃນປະຈຸບັນແມ່ນຕ່ຳທີ່ສຸດໃນຮອບສັດຕະວັດຕາມການບັນທຶກໃນວັນທີ 19 ກໍລະກົດນີ້, ເຊິ່ງຫຼຸດຕ່ຳກວ່າລະດັບທີ່ບັນທຶກໃນເດືອນເມສາ 1973.ສູນ Stimson ອາຊີຕາເວັນອອກສຽງໃຕ້ ລາຍງານວ່າ ຕາມພາບຖ່າຍຈາກດາວທຽມຫຼ້າສຸດ ລະດັບນ້ຳໃນແມ່ນ້ຳດັ່ງກ່າວແມ່ນຫຼຸດຕ່ຳລົງຢ່າງເຫັນໄດ້ຈະແຈ້ງ ຈາກຈຳນວນເກາະດອນ ແລະ ສັນຊາຍທີ່ພົ້ນຂຶ້ນເໜືອໜ້ານ້ຳເປັນຈຳນວນຫຼວງຫຼາຍ. ບົດລາຍງານດັ່ງກ່າວຕົ້ນຕໍແມ່ນອ້າງອີງເຖິງລະດັບນ້ຳໃນບໍລິເວນສາມຫຼ່ຽມທອງຄຳ ເຊິ່ງເປັນເຂດຊາຍແດນລະຫວ່າງໄທ, ລາວ ແລະ ມຽນມາ.ບົດລາຍງານຍັງກ່າວອີກວ່າ “ນີ້ອາດຈະເປັນສະພາບປົກກະຕິຂອງແມ່ນ້ຳຂອງໃນຍຸກໃໝ່ ເນື່ອງຈາກການຄວບຄຸມການໄຫຼຂອງນ້ຳໃນເຂື່ອນຕົ້ນນ້ຳ ແລະ ການປ່ຽນແປງຂອງສະພາບອາກາດ ສົ່ງຜົນໃຫ້ເກີດໄພແລ້ງທີ່ກິນເວລາຍາວນານ.”ອ່ານຕໍ່ ...

The Thaiger
https://thethaiger.com/news/national/mekong-river-drops-to-lowest-level-in-a-century-around-thai-lao-myanmar-border

ລະດັບນ້ຳໃນແມ່ນ້ຳຂອງຫຼຸດລົງຕ່ຳທີ່ສຸດທ່າມກາງສະພາບຝົນຂາດຊ່ວງ

ແມ່ນ້ຳຂອງເຊິ່ງໄຫຼຜ່ານປະເທດລາວ ກຳລັງຜະເຊີນກັບສະພາບລະດັບນ້ຳທີ່ຕ່ຳທີ່ສຸດໃນປະຫວັດສາດ ເນື່ອງຈາກຝົນຂາດຊ່ວງ.ຢູ່ວຽງຈັນ ລະດັບນ້ຳໃນແມ່ນ້ຳຂອງແມ່ນຢູ່ທີ່ 0.7 ແມັດ, ຫຼື 5.54 ແມັດຕ່ຳກວ່າລະດັບນ້ຳສະເລ່ຍໃນຮອບ 57 ປີ (1961-2018). ເຊິ່ງຕ່ຳກວ່າລະດັບນ້ຳຕ່ຳສຸດທີ່ເຄີຍວັດແທກໄດ້ 1.36 ແມັດ.ໃນລະຫວ່າງວັນທີ 16 ແລະ 18 ກໍລະກົດ, ລະດັບນ້ຳຢູ່ສະຖານນີວັດແທກນ້ຳດັ່ງກ່າວແມ່ນຢູ່ທີ່ 5.58 ແມັດ, ຕາມຄະນະກຳມາທິການແມ່ນ້ຳຂອງ (MRC).ອ່ານຕໍ່ ...

The Laotian Times

ລະດັບນ້ຳຂອງຫຼຸດລົງຕ່ຳກວ່າລະດັບທີ່ເຄີຍມີມາ

ວຽງຈັນ, 18 ກໍລະກົດ 2019 -​ ລະດັບແມ່ນ້ຳຂອງໃນຊ່ວງຕົ້ນລະດູຝົນແຕ່ເດືອນມິຖຸນາຫາເດືອນກໍລະກົດປີນີ້ ຫຼຸດລົງຕ່ຳສຸດເທົ່າທີ່ເຄີຍບັນທຶກມາ, ຕ່ຳກວ່າລະດັບນ້ຳຕ່ຳສຸດທີ່ເຄີຍບັນທຶກໃນປະຫວັດສາດ. ແຕ່ຢ່າງໃດກໍຕາມ ກໍມີການຄາດຄະເນວ່າ ສະຖານະການນ້ຳຈະດີຂຶ້ນພາຍໃນທ້າຍເດືອນກໍລະກົດນີ້.ນັບແຕ່ເຂດຕົ້ນແມ່ນ້ຳຂອງຕອນລຸ່ມຄືຊຽງແສນປະເທດໄທ ລົງມາເຖິງຫຼວງພະບາງ ແລະ ວຽງຈັນ ຕໍ່ໄປຫາໜອງຄາຍປະເທດໄທ ແລະ ນຽກເລິງປະເທດກຳປູເຈຍ, ລະດັບນ້ຳໃນແຕ່ລະຈຸດແມ່ນຕ່ຳກວ່າລະດັບໃນປີ 1992, ເຮັດໃຫ້ປີນີ້ເປັນປີທີ່ມີລະດັບນ້ຳຕ່ຳທີ່ສຸດ.ອ່ານຕໍ່  ...

Sopheak Meas
http://www.mrcmekong.org/news-and-events/news/mekong-water-levels-reach-low-record/

ໂຄງການຊ່ວຍເຫຼືອຂອງອີຢູ ຈະຊ່ວຍແກ້ໄຂບັນຫາການຄ້າສັດປ່າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ໄດ້ໃຫ້ທຶນຊ່ວຍເຫຼືອຈຳນວນ 8 ລ້ານຢູໂຣ ເພື່ອສະໜັບສະໜູນໂຄງການໃໝ່ໃນເຈັດປະເທດ ລວມທັງປະເທດລາວ, ເພື່ອເປັນໜຶ່ງໃນບາດກ້າວການສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານ ໃນການແກ້ໄຂບັນຫາການຄ້າສັດປ່າ ແລະ ອາດຊະຍາກຳປ່າໄມ້.ສຳລັບປະເທດລາວ ໄດ້ດຳເນີນກິດຈະກຳການລິເລີ່ມລະດັບຊາດຂອງອີຢູ ທີ່ມີຊື່ວ່າ ຄູ່ຮ່ວມງານເພື່ອຕ້ານອາດຊະຍາກຳກ່ຽວກັບສັດປ່າ ເຊິ່ງຈັດຂຶ້ນໃນວັນເສົາຜ່ານມານີ້ ທີ່ສູນຟື້ນຟູສັດປ່າ ບ້ານເກີນ ແຂວງວຽງຈັນ.ອ່ານຕໍ່  ...

ສົມສັກ ພົງຂາວ
http://annx.asianews.network/content/eu-funded-project-tackles-wildlife-trafficking-100196

ພະຍາດອະຫິວາໝູອາຟຣິກາ ເຮັດໃຫ້ມີໝູຕາຍແລ້ວ 2,500 ໂຕຢູ່ແຂວງສາລະວັນ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງສາລະວັນຢືນຢັນວ່າ ທາງແຂວງກຳລັງຜະເຊີນບັນຫາຮ້າຍແຮງໃນການສະກັດກັ້ນການລະບາດຂອງພະຍາດອະຫິວາໝູອາຟຣິກາ ເຊິ່ງພົບວ່າມີຈຳນວນໝູຕາຍຍ້ອນພະຍາດດັ່ງກ່າວເພີ່ມຂຶ້ນ.ເຈົ້າໜ້າທີ່ແຂວງລາຍງານວ່າ ມາເຖິງວັນທີ 20 ມິຖຸນາ ມີໝູຕາຍຍ້ອນພະຍາດດັ່ງກ່າວແລ້ວຈຳນວນ 1,500 ໂຕ, ແຕ່ວ່າຕົວເລກຫຼ້າສຸດຢືນຢັນວ່າພົບໝູຕາຍທັງໝົດປະມານ 2,500 ໂຕ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/saravan-reports-2500-pig-deaths-african-swine-fever-99325

ແຂວງຊຽງຂວາງປາບປາມການຄ້າໄມ້ເຖື່ອນ ແລະ ການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່

ອຳນາດການປົກຄອງແຂວງຊຽງຂວາງຈະສືບຕໍ່ສືບສວນສອບສວນເຈົ້າໜ້າທີ່ ທີ່ຖືກກ່າວຫາວ່າຮັບສິນບົນໃນການຄ້າໄມ້ເຖື່ອນ ເຊິ່ງສ້າງຄວາມເສຍຫາຍຕໍ່ປະເທດຊາດບ້ານເມືອງ.ທ່ານ ບຸນຕອນ ຈັນທະພອນ ແຂວງແຂວງຊຽງຂວາງ ລາຍງານໃນກອງປະຊຸມສື່ມວນຊົນ ເຊິ່ງເປັນສ່ວນໜຶ່ງຂອງກອງປະຊຸມລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນວຽງຈັນ ວ່າເຈົ້າໜ້າທີ່ທີ່ທຳການສໍ້ລາດບັງຫຼວງຕ້ອງຖືກລົງໂທດ.ອ່ານຕໍ່  ...

ສົມສັກ ພົງຂາວ

ລາວຊາບຊຶ້ງຕໍ່ການຊ່ວຍເຫຼືອຂອງໄທໃນການຕ້ານພະຍາດອະຫະວາໝູ

ລັດຖະບານລາວໄດ້ສະແດງຄວາມຮູ້ບຸນຄຸນຕໍ່ໄທ ໃນການສົ່ງອຸປະກອນຂ້າເຊື້ອເຂົ້າມາຊ່ວຍໃນການຕ້ານການລະບາດຂອງພະຍາດອະຫິວາໝູອາຟຣິກາ ຢູ່ແຂວງສາລະວັນ.ທ່ານ ສໍຣິວິດ ຖານິໂຕ ຫົວໜ້າກົມການພັດທະນາການລ້ຽງສັດຂອງໄທ ກ່າວໃນວັນອາທິດຜ່ານມານີ້ວ່າ ກົມລ້ຽງສັດ ແລະ ການປະມົງຂອງລາວໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງໄທໃນດ້ານອຸປະກອນເພື່ອສະກັດກັ້ນການລະບາດຂອງພະຍາດໃນຊ່ວງເດືອນນີ້.ອ່ານຕໍ່ ...

ບັນນາທິການ The Nation
http://www.nationmultimedia.com/detail/national/30371594

FEATURE: ປະລິມານຂີ້ເຫຍື້ອປລາສ໌ຕິກໃນວຽງຈັນເພີ່ມຂຶ້ນຢ່າງຫຼວງຫຼາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ຜົນກະທົບຕໍ່ສິ່ງແວດລ້ອມຂອງຂີ້ເຫຍື້ອພລາສ໌ຕິກໃນນະຄອນວຽງຈັນ ກຳລັງເປັນບັນຫາທີ່ໜ້າເປັນຫ່ວງ.ທ່ານ ອຸດອນ ຈັນທະວົງສີ ເຈົ້າຂອງໂຮງບຳບັດຂີ້ເຫຍື້ອ ລາວຈະເລີນໄຊ ເຊິ່ງເປັນຮ້ານຮັບຊື້ຂີ້ເຫຍື້ອ ພລາສ໌ຕິກ ມາຫຼາຍປີ, ບອກຜ່ານທາງໂທລະສັບວ່າ ປະລິມານຂີ້ເຫຍື້ອໃນຕົວເມືອງເພີ່ມປະລິມານຂຶ້ນຢ່າງມາຫາສານ ແລະ ມີຜູ້ເກັບຂີ້ເຫຍື້ອຈຳນວນຫຼວງຫຼາຍນຳມາຂາຍໃຫ້ທາງຮ້ານ.ແຕ່ວ່າຜູ້ເກັບຂີ້ເຫຍື້ອເອງບໍ່ສາມາດເກັບຂີ້ເຫຍື້ອພລາສ໌ຕິກທັງໝົດທີ່ຖືກເທຖິ້ມໄດ້, ໂດຍສະເພາະຢູ່ຕາມສະຖານທີ່ທີ່ບໍ່ມີຖັງຂີ້ເຫຍື້ອ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ
http://annx.asianews.network/content/feature-tremendous-increase-plastic-waste-vientiane-98724

ຄະນະກຳມະການແມ່ນ້ຳຂອງ ແລະ ອອສ໌ເຕຣເລຍສືບຕໍ່ການຮ່ວມມື

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມາທິການແມ່ນ້ຳຂອງ (MRC) ແລະ ອົງການອ່າງແມ່ນ້ຳເມີເຣ-ດາລິງ (MDBA) ຂອງອອສ໌ເຕຣເລຍ ໄດ້ລົງນາມໃນຂໍ້ຕົກລົງ ເພື່ອເປັນຂີດໝາຍສືບຕໍ່ການຈັດຕັ້ງຊ່ອງທາງ ເພື່ອໂອນຖ່າຍຄວາມຮູ້ລະຫວ່າງສອງອົງການ.ທ່ານ ອັນ ປິກ ຫັດດາ ຫົວໜ້າເລຂາທິການ MRC ແລະ ທ່ານ ຟິລິບ ໄກລ ປະທານບໍລິຫານ MDBA ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຢ່າງເປັນທາງການທີ່ເມືອງແຄນເບີຣາ ປະເທດອອສ໌ເຕຣເລຍ ໃນວັນທີ 6 ມິຖຸນາຜ່ານມາ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/mekong-australian-river-bodies-renew-partnership-98642

ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ ໃຫ້ທັນສະໄໝ ແລະ ມີປະສິດທິຜົນ

ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ (2019) ໃນກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດ ໃນອາທິດທີ່ຜ່ານມາ (ວັນທີ 14 ມິຖຸນາ 2019).ເຊິ່ງການນຳສະເໜີ ຜ່ານຮ່າງເພື່ອຮັບຮອງເອົາກົດໝາຍສະບັບປັບປຸງ ໃນກອງປະ­ຊຸມສະ­ໄໝສາ­ມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ນີ້ມີ ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ມີການເຈາະຈີ້ນ ກ່ຽວກັບເນື້ອໃນຂອງກົດໝາຍທີ່ຢູ່ໃນ ສະບັບປັບປຸງນີ້: ທ່ານ ສົມໃຈ ເພັດສີນວນ ສສຊ ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ມີຄຳເຫັນຕໍ່ມາດ­ຕາ 24 ໂດຍສະເພາະ ກຳ­ນົດກ່ຽວກັບການສຳຫຼວດ ເພື່ອຂຸດຄົ້ນໃນເຂດຫັນ­ປ່ຽນທີ່ດິນປ່າ­ໄມ້ ໄດ້ສະ­ເໜີໃຫ້ຕື່ມຊື່ຂອງປະເພດປ່າ­ໄມ້ເຊັ່ນ ໂດຍໃຫ້ມີການກຳນົດຢ່າງຈະແຈ້ງເຊັ່ນ: ປ່າຜະ­ລິດ ປ່າຊົມ­ໃຊ້ ແລະ ປ່າປະ­ເພດອື່ນໆ. ແລະ ໃນມາດ­ຕາ 62 ການຊົມ­ໃຊ້ປ່າ­ໄມ້ໃນເຂດທ້ອງ­ຖິ່ນບ້ານ ແມ່ນສະ­ເໜີໃຫ້ຕື່ມບາງຄຳສັບໃນການກຳ­ນົດການນຳໃຊ້ໄມ້ ເພື່ອປະ­ໂຫຍດຕ່າງໆເຊັ່ນ: ການສ້າງວັດ, ສ້າງຂົວ ແລະ ການນຳໃຊ້ສ້າງເຮືອນທ່ານ ບຸນໄທ ສີເທບ ສສຊ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ປະ­ກອບຄຳເຫັນໃສ່ມາດ­ຕາ 81, 45, ...

ບຸນສອງ ອີນໄຊລາວ
http://insidelaos.com/2019/06/14/9204/

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

rwaTX
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!