ປ່າໄມ້ ແລະ ວຽກງານດ້ານປ່າໄມ້
Forest cover
ຊາວສວນມັນຕົ້ນ ບຸກລຸກ ປ່າສະຫງວນແຫ່ງຊາດ ດົງຫົວສາວ
ອີງຕາມຮູບພາບທີ່ນຳອອກເຜີຍແຜ່ໃນສື່ສັງຄົມຂອງຊາວທ້ອງຖິ່ນ, ຕົ້ນໄມ້ນັບຮ້ອຍຕົ້ນໃນເຂດອະນຸລັກຊີວະນາໆພັນແຫ່ງຊາດດົງຫົວສາວ ໄດ້ຖືກຕັດ ເພື່ອກະກຽມປູກມັນຕົ້ນ.ປ່າສະຫງວນແຫ່ງຊາດ ດົງຫົວສາວ ຕັ້ງຢູ່ທາງທິດຕາເວັນອອກຂອງເມືອງປາກເຊ ປະມານ 30 ກິໂລແມັດ ແລະ ຫ່າງຈາກໃຈກາງເມືອງປາກຊັນ ປະມານ 10 ກິໂລແມັດ. ກວມເອົາເນື້ອທີ່ປະມານ 1,100 ຕາລາງກິໂລແມັດ ແລະ ໄດ້ຖືກປະກາດເປັນປ່າສະຫງວນແຫ່ງຊາດໃນປີ 1993. ຊຶ່ງລັດຖະບານໄດ້ກ່າວວ່າ ຕົນມີແຜນການພັດທະນາເຂດທ່ອງທ່ຽວນິເວດເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອກ້າວໄປສູ່ການທ່ອງທ່ຽວແບບຍືນຍົງ.ອ່ານເພິ່ມເຕີມກົດດາວໂຫຼດ >> ກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງປີ 2019 ໄດ້ ທີ່ນີ້ ...
ມະນີພອນ ວົງພະຈັນ
ສະພາແຫງ່ຊາດສອບຖາມລັດຖະບານກ່ຽວກັບແຜນຟື້ນຟູເນື້ອທີ່ປ່າໄມ້ໃຫ້ໄດ້ 70%
ວຽງຈັນ (ວຽງຈັນທາມສ໌/ANN) – ສະພາແຫ່ງຊາດໄດ້ສອບຖາມກ່ຽວກັບແຜນການຂອງລັດຖະບານ ໃນການຟື້ນຟູເນື້ອທີ່ປ່າໄມ້ໃຫ້ໄດ້ 70 ເປີເຊັນພາຍໃນປີ 2020 ຫຼັງຈາກສັງເກດເຫັນການສູນເສຍພື້ນທີ່ປ່າໄມ້ເປັນຈຳນວນຫຼວງຫຼາຍໃນຊ່ວງທົດສະວັດຜ່ານມາ.ຕົ້ນໄມ້ໃຫຍ່ໆໄດ້ຖືກຕັດ ແລະ ພື້ນທີ່ປ່າສະຫງວນໄດ້ຮັບການບຸກລຸກ ແລະ ທຳລາຍ ອັນເປັນຜົນມາຈາກໂຄງການພັດທະນາ, ການຄ້າໄມ້ເຖື່ອນ ແລະ ການຖາງປ່າຈູດປ່າເຮັດໄຮ່.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/lao-na-queries-govt-plan-return-forest-cover-70-98314
ເປົ້າໝາຍສ້າງພື້ນທີ່ປ່າໄມ້ຂອງລາວໃຫ້ໄດ້ 70% ໃນປີ 2020 ອາດບໍ່ສາມາດບັນລຸໄດ້: ຕາມບົດລາຍງານ
ວຽງຈັນ (ວຽງຈັນທາມສ໌/ANN) – ພື້ນທີ່ປ່າໄມ້ຄາດວ່າຈະເພີ່ມເປັນ 68% ຂອງເນື້ອທີ່ດິນທົ່ວປະເທດໃນປີ 2020, ຫຼຸດລະດັບໝາຍ 70% ເລັກໜ້ອຍ, ຕາມບົດລາຍງານຫຼ້າສຸດທີ່ກ່ຽວຂ້ອງ.ການສຳຫຼວດໃນປີ 2015 ເປີດເຜີຍວ່າເນື້ອທີ່ປ່າໄມ້ຂອງລາວມີ 58%. ຖ້າຄິດສະເລ່ຍອັດຕາການເພີ່ມຢູ່ທີ່ 2%, ເນື້ອທີ່ປ່າໄມ້ອາດເພີ່ມເປັນ 68% ໃນປີ 2020, ຕາມບົດລາຍງານຂອງກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/2020-target-70-cent-forest-cover-unlikely-be-met-report-97550
ລັດຖະບານ ແລະ ອົງການໄຈກາສືບຕໍ່ວຽກງານຟື້ນຟູພື້ນທີ່ປ່າໄມ້ຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈະສືບຕໍ່ຊ່ວຍເຫຼືອລັດຖະບານໃນການຜັນຂະຫຍາຍເປົ້າໝາຍເພື່ອການຟື້ນຟູເນື້ອທີ່ປ່າໄມ້ໃຫ້ເຖິງ 70% ພາຍໃນປີ 2020 ຜ່ານໂຄງການຊ່ວຍເຫຼືອເພື່ອການຫຼຸດຜ່ອນການປ່ອຍທາດອາຍພິດຈາກການທຳລາຍປ່າໄມ້ ແລະ ການເສື່ອມໂຊມຂອງປ່າໄມ້ (REDD).ມື້ວານນີ້ ອົງການໄຈກາ ຮ່ວມກັບກົມປ່າໄມ້ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ໄດ້ທຳການແກ້ໄຂ ແລະ ວາງແຜນຍຸດທະສາດການຄຸ້ມຄອງປ່າໄມ້ໃນອະນາຄົດ ໃນກອງປະຊຸມຄັ້ງທີ 5 ຂອງຄະນະປະສານງານຮ່ວມຂອງ REDD.ອ່ານຕໍ່ ...
ໂຕະຂ່າວ
ສູນຄົ້ນຄວ້າລາວກ້າເບ້ຍໄມ້ 100,000 ເບ້ຍເພື່ອຟື້ນຟູປ່າໄມ້
ວຽງຈັນ (ວຽງຈັນທາມສ໌/ANN) – ສູນຄົ້ນຄວ້າປ່າໄມ້ພາຍໃຕ້ສະຖານບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ຈະຜະລິດເບ້ຍໄມ້ 100,000 ເບ້ຍໃນປີນີ້ ໃຫ້ເປັນສ່ວນໜຶ່ງຂອງພາລະກິດການຟື້ນຟູພື້ນທີ່ປົກຄຸມປ່າໄມ້ໃຫ້ໄດ້ 70% ພາຍໃນປີ 2020.ທ່ານ ວົງວິໄລ ວົງຄຳຊາວ ອຳນວຍການສູນ ກ່າວວ່າ ທາງສູນຜະລິດເບ້ຍໄມ້ 100,000 ຕົ້ນຕໍ່ປີ ເພື່ອເພີ່ມພື້ນທີ່ສີຂຽວຂອງປະເທດ.ອ່ານຕໍ່ ...
ອຸ່ນຄຳ ພິມມະຕະ