ພະລັງງານ

ສາດາະດາຈານຈາກສະແຕນຟ໊ອດກ່າວ "ຂໍ້ມູນຈາກອາວະກາດຊີ້ຮ່ອງຮອຍສູ່ສາເຫດຂອງໄພພິບັດເຂື່ອນແຕກຄັ້ງໃຫຍ່ໃນລາວ"

ໄດ້ມີການນຳໃຊ້ຂໍ້ມູນພາບຖ່າຍຈາກດາວທຽມ ເພື່ອຕັ້ງຂໍ້ສົມມຸດຖານກ່ຽວກັບສາເຫດຂອງການແຕກຂອງສັນເຂື່ອນ D ຂອງໂຄງການເຂື່ອນໄຟຟ້ານ້ຳຕົົກເຊປຽນ-ເຊນ້ຳນ້ອຍ ທີ່ແຂວງອັດຕະປີ.ສາດສະດາຈານ ຣິຊາດ ມີຮັນ ຈາກມະຫາລິທະຍາໄລສະແຕນຟ໊ອດຂອງສະຫະລັດ ທີ່ປະຈຳຢູ່ບາງກອກກຳລັງທຳການສອບສວນຫາສາເຫດການແຕກຂອງເຂື່ອນດັ່ງກ່າວຈາກບາງກອກ ໂດຍນຳໃຊ້ເຕັກໂນໂລຊີອາວະກາດແບບໃໝ່, ຕາມການເປີດເຜີຍຂໍ້ມູນຜ່ານທາງເວັບໄຊຂອງສູນວິສະວະກຳແຜ່ນດິນໄຫວບລູມໃນວັນທີ 26 ຕຸລານີ້.ອ່ານຕໍ່  ...

ບັນນາທິການລາວທຽນທາມສ໌

ລາວໄດ້ຮັບນ້ຳມັນນຳເຂົ້າຈາກຈີນຊຸດທຳອິດ

ບໍລິສັດລາວນຳເຂົ້ານ້ຳມັນກາຊວນມາດຕະຖານອາຍເສຍຢູໂຣ 5 ຈາກຈີນເປັນຄັ້ງທຳອິດ, ເຊິ່ງເປັນບາດກ້າວປະຫວັດສາດສຳລັບປະເທດລາວ ແລະ ເປັນການຂະຫຍາຍຕະຫຼາດການຄ້າລະຫວ່າງສອງຊາດ.ບໍລິສັດປີໂຕຣໄຊນາໄດ້ສົ່ງມອບນ້ຳມັນກາຊວນປະລິມານ 64 ໂຕນ ໃຫ້ແກ່ບໍລິສັດລັດວິສາຫະກິດການຄ້ານ້ຳມັນເຊື້ອໄຟແຫ່ງຊາດຂອງລາວ (NTP) ໃນອາທິດແລ້ວນີ້ ທີ່ຊາຍແດນລາວ-ຈີນ ພາຍໃຕ້ການຊ້ອງໜ້າຂອງເຈົ້າໜ້າທີ່ພາສີ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ເຂື່ອນຈີນເພີ່ມທະວີໜີ້ສິນພາຍນອກໃຫ້ແກ່ລາວ

ບາງກອກ — ພາຍໃຕ້ຄວາມຮີບຮ້ອນເພື່ອເປັນໝໍ້ໄຟຂອງອາຊີຕາເວັນອອກສຽງໃຕ້, ປະເທດລາວຍອມຮັບເອົາເງິນກູ້ຢືມຈາກຈີນ ເພື່ອທຳການກໍ່ສ້າງເຂື່ອນໄຟຟ້າ, ເຮັດໃຫ້ປະເທດຍິ່ງກ້າວເລິກລົງສູ່ຂຸມໜີ້ສິນຂອງຈີນ.ອ່ານຕໍ່ ...

ມາວານ ມາແຄນ-ມາກາ

ຈີນເລີ່ມສົ່ງອອກນຳມັນໃຫ້ລາວ

ບໍ່ເຕັນມ ລາວ, 31 ຕຸລາ (ຊິນຫົວ) — ການສົ່ງອອກນ້ຳມັນກັ່ນຂອງຈີນສູ່ຕະຫຼາດລາວຄັ້ງປະຖົມມະເລີກ ໄດ້ມີການສົ່ງມອບນ້ຳມັນກາຊວນຈຳນວນ 64 ໂຕນ ຈາກບໍລິສັດປີໂຕຣໄຊນາໃຫ້ກັບບໍລິສັດໃນລາວ ທີ່ຊາຍແດນລາວ-ຈີນ ໃນວັນພຸດທີ່ຜ່ານມານີ້.ບໍລິສັດປີໂຕຣໄຊນາສາກົນ (ຢຸນນານ) ຈຳກັດ, ສາຂາບໍລິສັດປີໂຕຣໄຊນາກຣຸບ, ໄດ້ທຳການສຶກສາ ແລະ ກະກຽມເປັນເວລາສອງປີນັບແຕ່ປີ 2016 ໃນການເຂົ້າເຖິງຕະຫຼາດນ້ຳມັນລາວ.ອ່ານຕໍ່ ...

ຢາງ ຢີ້

ພິທີມອບສູນຂໍ້ມູນທີ່ນຳໃຊ້ພະລັງງານຢ່າງມີປະສິດທະພາບໃຫ້ແກ່ກະຊວງ

(ຂປລ) ສູນຂໍ້ມູນທີ່ນຳໃຊ້ພະລັງງານຢ່າງມີປະສິດທະພາບ (LEED) ໄດ້ຮັບການສົ່ງມອບຢ່າງເປັນທາງການໃຫ້ແກ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.ພິທີມອບດັ່ງກ່າວໄດ້ຈັດຂື້ນໃນວັນທີ 26 ຕຸລາທີ່ຜ່ານມາອ່ານຕໍ່ ...

ຂປລ

ເຂື່ອນໃນລາວແຕກ: ການກ່າວໂຈມຕີກັນ ແລະ ຄຳຕອບຕົ້ນສາຍປາຍເຫດ (ວີດີໂອ)

ຍັງຄົງມີການຕັ້ງຄຳຖາມ, ບັນຫາຄວາມຮັບຜິດຊອບ ແລະ ຂໍ້ຂັດແຍ່ງຕ່າງໆ ກ່ຽວກັບໄພພິບັດເຂື່ອນແຕກໃນລາວໃນເດືອນກໍລະກົດຜ່ານມາ ເຊິ່ງເຮັດໃຫ້ມີປະຊາຊົນເສຍຊີວິດຫຼາຍກວ່າ 40 ຄົນ, ຕາມບັນດາແຫຼ່ງຂ່າວຕ່າງໆຈາກເກົາຫຼີໃຕ້ ແລະ ໄທ. ອ່ານຕໍ່ ...

ບັນນາທິການສຳນັກ AEC

ນັກສືບສວນ: ໂຄງການເຂື່ອນໄຟຟ້າດັບສູນໂລມາ, ທຳລາຍອຸດສາຫະກຳການປະມົງ ແລະ ທ່ອງທ່ຽວ

ສະມາຊິກສະພາທີ່ປຶກສາແຫ່ງຊາດກຳປູເຈຍ ລາຍງານຕໍ່ໜ່ວຍບໍລິການ RFA ກຳປູເຈຍວ່າ ອຳນາດການປົກຄອງທ້ອງຖິ່ນກຳລັງນຳໃຊ້ຊ່ອງຫວ່າງທາງກົດໝາຍ ເພື່ອຫຼີກລ່ຽງການປະຕິບັດຕາມລະບຽບການໃນການປົກປ້ອງຊີວິນາໆພັນໃນແມ່ນ້ຳຂອງ.ທ່ານ ກອງ ໂມນິກາ ນຳທີມໃນການສືບສວນສອບສວນຜົນກະທົບຂອງເຂື່ອນໄຟຟ້ານ້ຳຂອງ ດອນສະໂຮງ, ທີ່ພວມດຳເນີນການກໍ່ສ້າງໃກ້ກັຍຊາຍແດນລາວ-ກຳປູເຈຍ. ທ່ານໄດ້ກ່າວວ່າ ຈຸດປະສົງໃນການສືບສວນສອບສວນນີ້ ແມ່ນເພື່ອກວດສອບວ່າ ໂລມານ້ຳຈືດອິລະວະດີ (ປາຂ່າ) ທີ່ໃກ້ສູນພັນນີ້ ໄດ້ຮັບການປົກປ້ອງພາຍໃຕ້ລະບຽບກົດໝາຍຂອງແຂວງກຣັດຕີ ແລະ ສະຕັງເຕຣັງແທ້ຫຼືບໍ່.ອ່ານຕໍ່ ...

Eugene Whong

ເຂື່ອນ 'ຕົວແບບ' ຂອງທະນາຄານໂລກໃນລາວ ແລະ ຄວາມເຊື່ອກ່ຽວກັບພະລັງງານໄຟຟ້ານ້ຳຕົກແບບຍືນຍົງ

ບາງກອກ — ມັນບໍ່ແມ່ນໄພນ້ຳຖ້ວມທົ່ວໄປ. ມັນແມ່ນໄພຊຶນາມິ, ເປຣມຣຶດີ ດາວຣຸ້ງກ່າວກ່ຽວກັບກ້ອນນ້ຳອັນມະຫາສານທີ່ໄຫຼຜ່ານປ່າດົງທີ່ແຂວງອັດຕະປືຂອງລາວ, ຫອບເອົາທ່ອນໄມ້ ບໍ່ຕ່າງຫຍັງກັບໄມ້ຂີດໄຟ ເຂົ້າກວດລ້າງເຂດບ້ານທັງໝົດໃຫ້ລຽບເປັນໜ້າກອງ.ອ່ານຕໍ່ ...

ເຄນລີ ໂຣເຈີ

ຜູ້ປະສົບໄພນ້ຳຖ້ວມຈະໄດ້ຮັບເຮືອນປະກອບ 500 ຫຼັງ

ບໍລິສັດກໍ່ສ້າງເຂື່ອນໄດ້ສັ່ງຊື້ເຮືອນພັກແບບປະກອບຈຳນວນ 450 ຫຼັງ ເຊິ່ງມີມູນຄ່າລວມເກີນ 29 ຕື້ກີບ ຈາກຕ່າງປະເທດ ເພື່ອມອບໃຫ້ແກ່ຄອບຄົວທີ່ຍັງບໍ່ມີທີ່ຢູ່ອາໄສ ຫຼັງຈາກເຂົາເຈົ້າໄດ້ສູນເສຍທີ່ຢູ່ອາໄສ ຍ້ອນໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໃນເດືອນກໍລະກົດທີ່ຜ່ານມາ.ຕາມການລາຍງານຂອງເຈົ້າໜ້າທີ່ເມືອງ, ຄອບຄົວທີ່ບໍ່ມີທີ່ຢູ່ອາໄສຈະໄດ້ຮັບເຮືອນປະກອບຕື່ມອີກ 50 ຫຼັງຈາກບໍລິສັດ, ເຊິ່ງຈະຈັດສົ່ງໄປແຂວງອັບຕະປືໃນເດືອນພະຈິກນີ້.ອ່ານຕໍ່   ...

ບັນນາທິການວຽງຈັນທາມສ໌

ລັດຖະບານສັ່ງເດີນໜ້າໃນການສືບສວນສອບສວນສາເຫດເຂື່ອນແຕກ

ຄະນະລັດຖະບານສັ່ງຄະນະສະເພາະກິດ ໃຫ່້ສືບຕໍ່ແນໃສ່ ແລະ ລາຍງານຄວາມຄືບໜ້າໃນການກຳນົດສາເຫດທີ່ແທ້ຈິງທີ່ເຮັດໃຫ້ເຂື່ອນແຕກ ຢູ່ທາງພາກໃຕ້ຂອງລາວໃນເດືອນກໍລະກົດ ເຮັດໃຫ້ຫຼາຍສີບຄົນຕ້ອງເສຍຊີວິດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

EemDm
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!