ພະລັງງານ

ລາວມີແຜນສຳເລັດໂຄງການສ້າງເຂື່ອນ 12 ແຫ່ງໃນປີ 2019

ວຽງຈັນ (VNA) – ລັດຖະບານລາວຈະສູ້ຊົນສຳເລັດໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ 12 ແຫ່ງໃນປີ 2019 ເຊິ່ງມີກຳລັງການຜະລິດລວມ 1,950 MW ຕາມການລາຍງານຂອງສື່ທ້ອງຖິ່ນ.ອີງຕາມສຳນັກຂ່າວເສດຖະກິດສັງຄົມຂອງລາວ ລາຍງານວ່າ 80% ຂອງກະແສໄຟຟ້າທີ່ຜະລິດໄດ້ຈາກໂຄງການເຫຼົ່ານີ້ ຫຼື 1,570 MW ຈະຖືກຂາຍໃຫ້ປະເທດໄທ ສ່ວນທີ່ເຫຼືອ 384.94 MW ແມ່ນສຳລັບນຳໃຊ້ພາຍໃນປະເທດ.ອ່ານຕໍ່ ...

VNA

ລາວເປີດຕົວສູນຂໍ້ມູນຂ່າວສານດ້ານເຕັກໂນຊິວະມວນແຫ່ງທຳອິດທີ່ເມືອງໄຊທານີ

ສູນຂໍ້ມູນຂ່າວສານ ແລະ ການຮຽນຮູ້ກ່ຽວກັບເຕັກໂນໂລຊີຊີວະມວນແຫ່ງທຳອິດຂອງລາວໄດ້ມີການເປີດຢ່າງເປັນທາງການໃນວັນຈັນນີີ້ທີ່ວຽງຈັນ ເພື່ອຈຸດປະສົງໃນການສົ່ງເສີມການຜະລິດພະລງງານຊີວະພາບ ເພື່ອທົດແທນພະລັງງານເຊື້ອໄຟເດີມ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ລາວມີແຜນສົ່ງອອກກະແສໄຟຟ້າກວ່າ 14,000 ເມກາວັດພາຍໃນ 2030

ວຽງຈັນ, 6 ທັນວາ (ຊິນຫົວ) — ປະລິມານການສົ່ງອອກໄຟຟ້າຂອງລາວຈະມີເຖິງ 14,600 ເມກາວັດພາຍໃນປີ 2030. ປະຈຸບັນລາວໄດ້ສົ່ງອອກໄຟຟ້າ 4,415 ເມກາວັດ ໄປຍັງຫ້າປະເທດເພື່ອນບ້ານ.ອ່ານຕໍ່ ...

Chengcheng

ລາວວາງເປົ້າສຳເລັດການກວດກາເຂື່ອນໄຟຟ້ານ້ຳຕົກໃນທົ່ວປະເທດພາຍໃນປີ 2020

ວຽງຈັນ, 4 ທັນວາ (ຊິນຫົວ) — ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານຂອງລາວ ກ່າວຕໍ່ສະພາແຫ່ງຊາດ (ສພຊ) ວ່າທີມງານກວດສອບໄດ້ສຳເລັດການກວດສອບເຂື່ອນແລ້ວຈຳນວນ 20 ແຫ່ງ ແລະຍັງອີກ 50 ແຫ່ງທີ່ຍັງຕ້ອງດຳເນີນການກວດສອບເພີ່ມ, ເຊິ່ງຄາດວ່າຈະສຳເລັດໜ້າວຽກທັງໝົດພາຍໃນປີ 2021.ອ່ານຕໍ່  ...

ຊຽວເຊຍ

ມີຫຼາຍໂຄງການດ້ານພະລັງງານ ແລະ ຂຸດຄົ້ນບໍ່ແຮ່ທີ່ບໍ່ປະຕິບັດຕາມກົດລະບຽບ

ໃບອະຍຸຍາດທີ່ອອກໂດຍເຈົ້າໜ້າທີ່ໃນບາງໂຄງການການລົງທຶນ ແມ່ນຍັງບໍ່ສອດຄ່ອງຕາມແຜນທາງການ ແລະ ບໍ່ປະຕິບັດຕາມຂັ້ນຕອນທີ່ເໝາະສົມສະເໝີໄປ, ຕາມຄຳເຫັນຂອງເຈົ້າໜ້າທີ່ການນຳຂະແໜງການໃນວັນຈັນແລ້ວນີ້.ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຜີຍໃຫ້ຊາບບັນດາອຸປະສັກ ແລະ ສິ່ງທ້າທາຍຕ່າງໆ ກ່ຽວກັບການຄຸ້ມຄອງຂະແໜງການ ໃນທີ່ປະຊຸມສະພາແຫ່ງຊາດອາທິດນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລັດຖະບານກຽມກວດສອບມາດຕະຖານຄວາມປອດໄພຂອງເຂື່ອນໃນປີໜ້າ

ລັດຖະບານຈະເລີ່ມທຳການກວດສອບມາດຕະຖານຄວາມປອດໄພ ທີ່ນຳໃຊ້ໃນການກໍ່ສ້າງເຂື່ອນໄຟຟ້ານຳຕົກທັງໝົດໃນປະເທດລາວໃນປີໜ້າ ເພື່ອສະກັດກັ້ນອຸບັດຕິເຫດທີ່ອາດເກີດຂຶ້ນ. ຂໍ້ມູນດັ່ງກ່າວແມ່ນມາຈາກກອງປະຊຸມທີ່ວຽງຈັນຫວ່າງໝໍ່ໆມານີ້ ກ່ຽວກັບມາດຕະຖານຄວາມປອດໄພຂອງໂຮງງານພະລັງງານໄຟຟ້ານ້ຳຕົກໃນລາວ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ບໍລິສັດຈີນສົນໃຈລົງທຶນດ້ານພະລັງງານແສງອາທິດໃນລາວ

ບໍລິສັດຈີນ ຫາງຈູ ເຊັບຟາວ ເທັກໂນໂລຢີ ຈຳກັດສົນໃຈໃນການພັດທະນາພະລັງງານແສງອາທິດໃນລາວ ເນື່ອງຈາກປະເທດລາວມີພູມມິປະເທດທີ່ເໝາະສົມ ມີແສງຕາເວັນສ່ອງເກືອບຕະຫຼອດປີ.ປະຈຸບັນ ບໍລິສັດຄາດວ່າຈະດຳເນີນການສຶກສາຄວາມເປັນໄປໄດ້ກ່ຽວກັບການພັດທະນາໂຄງການພະລັງງານໄຟຟ້າແສງອາທິດເທິງໜ້າເຂື່ອນໄຟຟ້ານ້ຳງື່ມ 1 ໂດຍແນໃສ່ຊຸມຊົນບ້ານໂພນສະຫວາດ ເມືອງລ້ອງຊານ ແຂວງໄຊສົມບູນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການຫາລືເພີ່ມເຕີມກ່ຽວກັບໂຄງການເຂື່ອນປາກແບງ, ແຕ່ວ່າໃຜຈະເປັນຜູ້ຮັບຟັງ?

ກອງປະຊຸມໃນອາທິດນີ້ຂອງຄະນະຜູ້ແທນໄທ ກ່ຽວກັບເຂື່ອນໄຟຟ້ານ້ຳຕົກແຫ່ງທີສາມໃນລ້ອງແມ່ນ້ຳຂອງຕອນລຸ່ມທີ່ປາກແບງຂອງລາວ ຊຸກຍູ້ໃຫ້ບໍລິສັດຮັບເໝົາຈີນ, ດາຕັງຄອບ, ດຳເນີນການສຶກສາຄວາມເປັນໄປດ້ານຂ້າມຊາຍແດນໃນການດຳເນີນໂຄງການ ເພື່ອແກ້ໄຂຂໍ້ຂັດແຍ່ງທີ່ຍັງຄ້າງຄາ.ອ່ານຕໍ່  ...

The Nation

ອາດເກີດໄພພິບັດຈາກເຂື່ອນຊ້ຳອີກໃນອາຊີຕາເວັນອອກສຽງໃຕ້ ຖ້ານັກລົງທຶນບໍ່ມີການຮັບປະກັນມາດຕະຖານທີ່ສູງກວ່າເດີມ

ໄພພິບັດຈາກເຂື່ອນໃນລາວໃນເດືອນກໍລະກົດທີ່ຜ່ານມາ ເຊິ່ງສົ່ງຜົນໃຫ້ເກີດໄພນ້ຳຖ້ວມໜັກໃນສອງແຂວງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ  ອີກ 7,000 ຄົນຕ້ອງອົບພະຍົບອອກຈາກທີ່ຢູ່ອາໄສ ເຮັດໃຫ້ທົ່ວທັງພາກພື້ນ ແລະ ສາກົນຫັນມາໃສ່ໃຈໃນໄພອັນຕະລາຍທີ່ອາດເກີດຂຶ້ນ ຍ້ອນການພັດທະນະເຂື່ອນພະລັງງານໄຟຟ້ານ້ຳຕົກໃນອາຊີຕາເວັນອອກສຽງໃຕ້ທີ່ກຳລັງແຜ່ຫຼາຍໃນປະຈຸບັນ.ນັກຊ່ຽວຊານກ່າວວ່າ ໄພພິບັດໃນລັກສະນະດຽວກັນມີທ່າອ່ຽງເກີດຂຶ້ນຊ້ຳອີກ ໃນບັນດາໂຄງການກໍ່ສ້າງເຂື່ອນຂະໜາດໃຫຍ່ທີ່ມີແຜນກໍ່ສ້າງ ຫຼື ພວມກຳລັງກໍ່ສ້າງຢູ່ຕາມລຳແມ່ນ້ຳຂອງສາຍຫຼັກໃນລາວ ແລະ ກຳປູເຈຍ ລວມເຖິງໂຄງການເຂື່ອນໄຟຟ້າອີກປະມານ 140 ແຫ່ງຢູ່ຕາມສາຂາຂອງແມ່ນ້ຳຂອງໃນລາວ.ອ່ານຕໍ່ ...

Roseanne Gerin

ລັດວິສາຫະກິດ EDL-Gen ລາວ ແລະ ບໍລິສັດ GE ສາກົນ ເຊັນ MOU ກ່ຽວກັບການພັດທະນາໂຄງການເຂື່ອນໄຟຟ້າແບບດິຈິຕອລ໌ໄລຍະທົດລອງ 

(ຂປລ) ໃນວັນທີ 8 ພະຈິກນີ້ ບໍລິສັດ GE ຂອງອາເມລິກາໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບລັດວະສາຫະກິດໄຟຟ້າລາວ EDL-Gen ກ່ຽວກັບການຈັດຝຶກອົບຮົມວິຊາການດ້ານອຸດສາຫະກຳດິຈິຕອລ໌ ໃຫ້ແກ່ພະນັງງານໄຟຟ້າລາວ ກໍຄືສືບຕໍ່ພັດທະນາພື້ນຖານໂຄງລ່າງດ້ານພະລັງງານໃນ ສປປ ລາວ.ອ່ານຕໍ່ ...

ບັນນາທິການ ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

UzH4Z
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!