ພະລັງງານ

ລາວຈະແກ້ໄຂຂໍ້ກັງວົນຂອງ MRC ກ່ຽວກັບເຂື່ອນໄຟຟ້າປາກລາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ໃຫ້ຄຳໝັ້ນໃນການພິຈາລະນາຂໍ້ສະເໜີຕົ້ນຕໍຂອງປະເທດສະມາຊິກຄະນະກຳມາທິການແມ່ນ້ຳຂອງ (MRC) ແລະ ຜູ້ມີສ່ວນຮ່ວມທີ່ກ່ຽວຂ້ອງ ໃນການອອກແບບ ແລະ ກໍ່ສ້າງໂຄງການເຂື່ອນໄຟຟ້າທີ່ປາກລາຍ, ຕາມຂໍ້ມູນຈາກເຈົ້າໜ້າທີ່ລະດັບສູງ.ໃນກອງປະຊຸມທີ່ວຽງຈັນໃນບັ້ນສິ້ນສຸດຂະບວນການປຶກສາຫາລືລ່ວງໜ້າກ່ຽວກັບໂຄງການເຂື່ອນທີ່ປາກລາຍອາທິດແລ້ວນີ້, ທ່ານ ຈັນທະເນດ ບົວລະພາ ຕາງໜ້າລັດຖະບານລາວກ່າວວ່າ ລັດຖະບານ ແລະ ເຈົ້າຂອງໂຄງການຈະທົບທວນລາຍລະອຽດກ່ຽວກັບຜົນການຄົ້ນຄວ້າ ແລະ ຂໍ້ສະເໜີຕົ້ນຕໍຕ່າງໆຂອງບັນດາປະເທດສະມາຊິກ MRC.ອ່ານຕໍ່ ...

ເອກະພອນ ພູທອນສີ

ອະນາຄົດຍຸກໄຟຟ້າ: ລົດໄຟຟ້າເຂົ້າມາລາວຢ່າງວ່ອງໄວ

ລາວມີທ່າແຮງດ້ານລົດໄຟຟ້າ (EV) ສູງ ເມື່ອລັດວິສາຫະກິດໄຟຟ້າລາວ EDL ແລະ ບໍລິສັດລົດໄຟຟ້າ  EVLao ລົງນາມໃນຂໍ້ຕົກລົງ, ຕາມໜ່ວຍຂ່າວ Laotian Times .ເມື່ອສັງເກດເບິ່ງປະເທດຜູ້ນຳໃນອຸດສາຫະກຳການຜະລິດຄື ຍີ່ປຸ່ນ, ເຢຍລະມັນ ແລະ ຈີນ, ເຫັນວ່າລາວຈະເລີ່ມຕົ້ນກ້າວເຂົ້າສູ່ຍຸກໄຟຟ້າ, ເມື່ອລົດໄຟຟ້າໄດ້ເຂົ້າມາສູ່ຕະຫຼາດ ແລະ ເປັນທີ່ຮູ້ຈັກໃນລາວ.ອ່ານຕໍ່ ...

The Laotian Times

ຂະແໜງພະລັງງານສົ່ງເສີມການຂະຫຍາຍຕົວຂອງປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງພະລັງງານຂອງລາວຄາດວ່າຈະຂະຫຍາຍຄວາມສາມາດໃນການຜະລິດພະລັງງານເປັນ 9,152.9 ເມກາວັດ (MW) ໃນປີນີ້, ໃນນັ້ນຈະມີເຂື່ອນໄຟຟ້າອີກ 12 ແຫ່ງເລີ່ມດຳເນີນການຜະລິດເພື່ອການຄ້າ.ຕາມກະຊວງພະລັງງານ ແລະ ບໍ່ແຮ່, 12 ໂຄງການດັ່ງກ່າວ, ເຊິ່ງປະຈຸບັນພວມມີການກໍ່ສ້າງ, ຈະເພີ່ມຄວາມສາມາດໃນການຜະລິດອີກ 1,959.94MW. ໃນນີ້ 1,575MW ຈະສົ່ງຂາຍໃຫ້ປະເທດໄທ ແລະ ສ່ວນທີ່ເຫຼືອ 384.94 MW ແມ່ນສຳລັບນຳໃຊ້ພາຍໃນປະເທດ.ອ່ານຕໍ່ ...

ໂຕະຂ່າວ

ຊຸກຍູ້ໃຫ້ລາວແກ້ໄຂບັນຫາຜົນກະທົບຂອງການສ້າງເຂື່ອນ

ກຳປູເຈຍ, ໄທ, ແລະ ຫວຽດນາມໄດ້ຊຸກຍູ້ໃຫ້ປະເທດສະມາຊິກຮ່ວມຄະນະກຳມາທິການແມ່ນ້ຳ (MRC) ຂອງຄືລາວ ແກ້ໄຂບັນຫາກ່ຽວກັບຜົນກະທົບຕໍ່ສະພາບແວດລ້ອມ ແລະ ຂ້າມຊາຍແດນ ພາຍຫຼັງການປຶກສາຫາລືກ່ຽວກັບໂຄງການເຂື່ອນໄຟຟ້າປາກລາຍ.ໃນວັນພະຫັດທີ່ຜ່ານມາ, ປະເທດສະມາຊິກ MRC ໄດ້ຕົກຂໍ້ຖະແຫຼງການຂອງໂຄງການ ພາຍຫຼັງສະຫຼຸບຂະບວນການປຶກສາຫາລືລ່ວງໜ້າໄລຍະຫົກເດືອນ.ອ່ານຕໍ່ ...

Pech Sotheary / Khmer Times

ລາວເດີນໜ້າແຜນພັດທະນາລະບົບສາກລົດໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ເດີນໜ້າພັດທະນາລະບົບລົດໄຟຟ້າ ດ້ວຍການເປີດຕົວໂຄງການທົດລອງສຳລັບສະຖານນີສາກແບັດເຕີຣີລົດໄຟຟ້າ.ກະຊວງພະລັງງານ ແລະ ບໍ່ແຮ່ ຈະຮ່ວມມືກັບຂະແໜງເອກະຊົນໃນການດຳເນີນໂຄງການ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສົ່ງເສີມການນຳໃຊ້ລົດໄຟຟ້າໃນລາວ ແລະ ສະໜັບສະໜູນບາດກ້າວຂອງລັດຖະບານໃນການຫຼຸດຜ່ອນການນຳໃຊ້ພະລັງງານເຊື້ອເພິງ.ອ່ານຕໍ່ ...

ໂຕະຂ່າວ

ໂຄງການເຂື່ອນນ້ຳອູຈະສຳເລັດໃນປີ 2020

ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ແມ່ນ້ຳອູເຊິ່ງຕັ້ງຢູ່ທາງພາກເໜືອຂອງລາວ ຈະມີເຂື່ອນໄຟຟ້າທັງໝົດເຈັດແຫ່ງ ເຊິ່ງປະຈຸບັນບາງສ່ວນໄດ້ສຳເລັດການກໍ່ສ້າງ ແລະ ມີການຜະລິດກະແສໄຟຟ້າເພື່ອຮັບໃຊ້ສັງຄົມແລ້ວ.ເຂື່ອນທັງໝົດຈະສຳເລັດພາຍໃນປີ 2020 ເຊິ່ງການຜະລິດໄຟຟ້າຈາກເຂື່ອນດັ່ງກ່າວຈະສະໜອງກະແສໄຟຟ້າ 42% ສຳລັບການນຳໃຊ້ພາຍໃນປະເທດ.ອ່ານຕໍ່ ...

ໂຕະຂ່າວ

ລັດອອກໝາຍກຳນົດການໃໝ່ສຳລັບການຈັດຕັ້ງບໍລິສັດນ້ຳມັນ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າຊຸກຍູ້ໃຫ້ບັນດາບໍລິສັດ ທີ່ຕ້ອງການຮັກສາສິດໃນການນຳເຂົ້ານ້ຳມັນເຊື້ອໄຟດ້ວຍຕົນເອງ ໃຫ້ປັບປຸງທຸລະກິດຂອງຕົນໃຫ້ສອດຄ່ອງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ບໍ່ດັ່ງນັ້ນຈະບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດ.ທ່ານນາງ ບານສະຕິ ເທບພະວົງ ຫົວໜ້າຫ້ອງວ່າການລັດຖະມົນຕີ ໄດ້ເຊັນຮັບຮອງແຈ້ງການຂອງລັດຖະມົນຕີກະຊວງການຄ້າ ສະບັບວັນທີ 20, ເພື່ອແນໃສ່ແຈ້ງການເຖິງບັນດາທຸລະກິດ ທີ່ມີຄວາມຕ້ອງການຮັກສາສິດໃນການນຳເຂົ້ານ້ຳມັນເຊື້ອໄຟ ໃຫ້ຍື່ນໃບຄຳຮ້ອງເພື່ອຂຶ້ນທະບຽນທຸລະກິດກັບອຳນາດການປົກຄອງ ບໍ່ໃຫ້ກາຍວັນທີ 1 ພຶດສະພາ ປີນີ້.ອ່ານຕໍ່  ...

ເອກະພອນ ພູທອນສີ

12,000 ຄອບຄົວຕ້ອງຍ້າຍພູມລຳເນົາຍ້ອນໂຄງການເຂື່ອນໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ການຍ້າຍຖິ່ນຖານພູມລຳເນົາຂອງປະຊາຊົນ 60,000 ຄົນຈາກ 12,000 ຄອບຄົວໃນ 200 ບ້ານທົ່ວປະເທດລາວ ໄດ້ນຳໃຊ້ງົບປະມານກວ່າ US$500 ລ້ານໂດລາ ເພື່ອດຳເນີນໂຄງການເຂື່ອນໄຟຟ້າ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ກ່າວ.ທ່ານ (ປອ) ຄຳມະນີ ອິນທິລາດ ລາຍງານຕົວເລກດັ່ງກ່າວໃນກອງປະຊຸມຄັ້ງທີສີ່ວ່າດ້ວຍການຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການກ່ຽວກັບການຍ້າຍພູມລຳເນົາ, ການຈ່າຍຄ່າຊົດເຊີຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້າໃນແຂວງຄຳມ່ວນໃນໄລຍະຜ່ານມາ.ອ່ານຕໍ່ແຫຼ່ງທີ່ມາ: LIWG ...

ໂຕະຂ່າວ

ຄອບຄົວທີ່ຕ້ອງຍ້າຍຖິ່ນຖານເນ່ື່ອງຈາກໂຄງການເຂື່ອນໄຟຟ້ານ້ຳທາ 1 ຕ້ອງການການຊ່ວຍເຫຼືອເພີ່ມເຕີມ

ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ຫຼາຍຮ້ອຍຄົວເຮືອນໃນແຂວງບໍ່ແກ້ວ ແລະ ຫຼວງນ້ຳທາທີ່ຕ້ອງຍ້າຍຖິ່ນຖານເນື່ອງຈາກໂຄງການເຂື່ອນໄຟຟ້ານ້ຳທາ 1 ສະແດງຄວາມກັງວົນກ່ຽວກັບອະນາຄົດ ເຖິງວ່າເຂົາເຈົ້າຈະໄດ້ຮັບການຊ່ວຍເຫຼືອຢ່າງຫຼວງຫຼາຍຈາກອຳນາດການປົກຄອງ.ປະຊາຊົນກວ່າ 1,700 ຄອບຄົວຈາກ 37 ບ້ານໃນເມືອງຜາອຸດົມ ແຂວງບໍ່ແກ້ວ ແລະ ເມືອງນາແລ ແຂວງຫຼວງນ້ຳທາແມ່ນກຸ່ມທີ່ໄດ້ຮັບຜົນກະທົບຈາກໂຄງການ. ພວກເຂົາໄດ້ມີການຍ້າຍຖິ່ນທີ່ຢູ່ອາໄສໃນລະຫວ່າງເດືອນຕຸລາ ປີ 2014 ແລະ ເດືອນເມສາ ປີ 2018.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດລາວຈະພັດທະນາໂຄງການພະລັງງານແສງອາທິດ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດລາວພັດທະນາຈຳກັດ ຈະເລີ່ມການຄົ້ນຄວ້າກ່ຽວກັບຄວາມເປັນໄປໄດ້ໃນການລົງທຶນ ແລະ ການພັດທະນາໃນໂຄງງານພະລັງງານແສງອາທິດທາງເລືອກ ໃນແຂວງຕ່າງໆໃນເດືອນໜ້າ ຫຼັງຈາກໄດ້ເຮັດຂໍ້ຕົກລົງກັບພາກສ່ວນລັດ.ບໍລິສັດດັ່ງກ່າວໄດ້ລົງນາມຂໍ້ຕົກລົງການຮ່ວມມືດ້ານວິຊາການກັບສະຖາບັນສົ່ງເສີມພະລັງງານທາງເລືອກ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ວຽງຈັນໃນອາທິດແລ້ວນີ້. ເຊິ່ງມີການລົງນາມຂອງທ່ານ ວິໄລສັນ ພົມມີໄຊ ປະທານບໍລິສັດ ແລະ ທ່ານ ຈັນໂທ ມີລັດຕະນະເພັງ ຕາງໜ້າສະຖາບັນ.ທ່ານ (ປອ) ວິໄລສັນກ່າວວ່າ ທາງບໍລິສັດຈະເລີ່ມດຳເນີນການຄົ້ນຄວ້າໃນເດືອນເມສາ ຫຼັງຈາກປີໃໝ່ລາວ ແລະ ຈະໃຊ້ເວລາປະມານ 24 ເດືອນ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Jn2Dc
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!