ພະລັງງານ
ການຜະລິດໄຟຟ້າ
ໂຄງການເຂື່ອນນ້ຳອູຈະສຳເລັດໃນປີ 2020
ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ແມ່ນ້ຳອູເຊິ່ງຕັ້ງຢູ່ທາງພາກເໜືອຂອງລາວ ຈະມີເຂື່ອນໄຟຟ້າທັງໝົດເຈັດແຫ່ງ ເຊິ່ງປະຈຸບັນບາງສ່ວນໄດ້ສຳເລັດການກໍ່ສ້າງ ແລະ ມີການຜະລິດກະແສໄຟຟ້າເພື່ອຮັບໃຊ້ສັງຄົມແລ້ວ.ເຂື່ອນທັງໝົດຈະສຳເລັດພາຍໃນປີ 2020 ເຊິ່ງການຜະລິດໄຟຟ້າຈາກເຂື່ອນດັ່ງກ່າວຈະສະໜອງກະແສໄຟຟ້າ 42% ສຳລັບການນຳໃຊ້ພາຍໃນປະເທດ.ອ່ານຕໍ່ ...
ໂຕະຂ່າວ
12,000 ຄອບຄົວຕ້ອງຍ້າຍພູມລຳເນົາຍ້ອນໂຄງການເຂື່ອນໄຟຟ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ການຍ້າຍຖິ່ນຖານພູມລຳເນົາຂອງປະຊາຊົນ 60,000 ຄົນຈາກ 12,000 ຄອບຄົວໃນ 200 ບ້ານທົ່ວປະເທດລາວ ໄດ້ນຳໃຊ້ງົບປະມານກວ່າ US$500 ລ້ານໂດລາ ເພື່ອດຳເນີນໂຄງການເຂື່ອນໄຟຟ້າ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ກ່າວ.ທ່ານ (ປອ) ຄຳມະນີ ອິນທິລາດ ລາຍງານຕົວເລກດັ່ງກ່າວໃນກອງປະຊຸມຄັ້ງທີສີ່ວ່າດ້ວຍການຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການກ່ຽວກັບການຍ້າຍພູມລຳເນົາ, ການຈ່າຍຄ່າຊົດເຊີຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້າໃນແຂວງຄຳມ່ວນໃນໄລຍະຜ່ານມາ.ອ່ານຕໍ່ແຫຼ່ງທີ່ມາ: LIWG ...
ໂຕະຂ່າວ
ຄອບຄົວທີ່ຕ້ອງຍ້າຍຖິ່ນຖານເນ່ື່ອງຈາກໂຄງການເຂື່ອນໄຟຟ້ານ້ຳທາ 1 ຕ້ອງການການຊ່ວຍເຫຼືອເພີ່ມເຕີມ
ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ຫຼາຍຮ້ອຍຄົວເຮືອນໃນແຂວງບໍ່ແກ້ວ ແລະ ຫຼວງນ້ຳທາທີ່ຕ້ອງຍ້າຍຖິ່ນຖານເນື່ອງຈາກໂຄງການເຂື່ອນໄຟຟ້ານ້ຳທາ 1 ສະແດງຄວາມກັງວົນກ່ຽວກັບອະນາຄົດ ເຖິງວ່າເຂົາເຈົ້າຈະໄດ້ຮັບການຊ່ວຍເຫຼືອຢ່າງຫຼວງຫຼາຍຈາກອຳນາດການປົກຄອງ.ປະຊາຊົນກວ່າ 1,700 ຄອບຄົວຈາກ 37 ບ້ານໃນເມືອງຜາອຸດົມ ແຂວງບໍ່ແກ້ວ ແລະ ເມືອງນາແລ ແຂວງຫຼວງນ້ຳທາແມ່ນກຸ່ມທີ່ໄດ້ຮັບຜົນກະທົບຈາກໂຄງການ. ພວກເຂົາໄດ້ມີການຍ້າຍຖິ່ນທີ່ຢູ່ອາໄສໃນລະຫວ່າງເດືອນຕຸລາ ປີ 2014 ແລະ ເດືອນເມສາ ປີ 2018.ອ່ານຕໍ່ ...
ໂຕະຂ່າວ
ບໍລິສັດລາວຈະພັດທະນາໂຄງການພະລັງງານແສງອາທິດ
ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດລາວພັດທະນາຈຳກັດ ຈະເລີ່ມການຄົ້ນຄວ້າກ່ຽວກັບຄວາມເປັນໄປໄດ້ໃນການລົງທຶນ ແລະ ການພັດທະນາໃນໂຄງງານພະລັງງານແສງອາທິດທາງເລືອກ ໃນແຂວງຕ່າງໆໃນເດືອນໜ້າ ຫຼັງຈາກໄດ້ເຮັດຂໍ້ຕົກລົງກັບພາກສ່ວນລັດ.ບໍລິສັດດັ່ງກ່າວໄດ້ລົງນາມຂໍ້ຕົກລົງການຮ່ວມມືດ້ານວິຊາການກັບສະຖາບັນສົ່ງເສີມພະລັງງານທາງເລືອກ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ວຽງຈັນໃນອາທິດແລ້ວນີ້. ເຊິ່ງມີການລົງນາມຂອງທ່ານ ວິໄລສັນ ພົມມີໄຊ ປະທານບໍລິສັດ ແລະ ທ່ານ ຈັນໂທ ມີລັດຕະນະເພັງ ຕາງໜ້າສະຖາບັນ.ທ່ານ (ປອ) ວິໄລສັນກ່າວວ່າ ທາງບໍລິສັດຈະເລີ່ມດຳເນີນການຄົ້ນຄວ້າໃນເດືອນເມສາ ຫຼັງຈາກປີໃໝ່ລາວ ແລະ ຈະໃຊ້ເວລາປະມານ 24 ເດືອນ.ອ່ານຕໍ່ ...
ໂຕະຂ່າວ
ຊາວບ້ານປະຕິເສດຄ່າຊົດເຊີຍສຳລັບການຍ້າຍທີ່ຢູ່ອາໄສຈາກໂຄງການເຂື່ອນໄຟຟ້າ
ປະຊາຊົນຈຳນວນປະມານ 125 ຄອບຄົວທີ່ເມືອງວຽງທອງ ແຂວງບໍລິຄຳໄຊ ທາງພາກກາງຂອງລາວ, ທີ່ຕ້ອງຍ້າຍທີ່ຢູ່ອາໄສເນື່ອງຈາກການສ້າງເຂື່ອນໄຟຟ້ານ້ຳຕົກແຫ່ງໃໝ່ ປະຕິເສດທີ່ຈະຮັບຄ່າຊົດເຊີຍຈາກເຈົ້າຂອງໂຄງການ, ໂດຍກ່າວວ່າການຊົດເຊີຍແມ່ນໜ້ອຍບໍ່ສົມເຫດສົມຜົນ.ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກນ້ຳເທີນ 1 ໄດ້ເລີ່ມດຳເນີນໃນປີ 2016 ແລະ ປະຈຸບັນແມ່ນສຳເລັດແລ້ວປະມານ 40%. ໂຄງການດັ່ງກ່າວຄາດວ່າໃຫ້ຈະສຳເລັດໃນປີ 2022.ອ່ານຕໍ່ ...
ໜ່ວຍຂາວ RFA ລາວ
ບໍລິສັດໄຟຟ້າລາວ, ໄທ ຕົກລົງກ່ຽວກັບອັດຕາຄ່າໄຟຟ້າໃໝ່
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດໄຟຟ້າລາວ (EDL) ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ຕົກລົງກ່ຽວກັບອັດຕາພາສີໄຟຟ້າ ເຊິ່ງຈະເລີ່ມນຳໃຊ້ລະຫວ່າງສອງອົງກອນໃນຕົ້ນເດືອນໜ້າ.ຕາມຂໍ້ຕົກລົງການຈັດຊື້ພະລັງງານສະບັບໃໝ່ (PPA), ເຊິ່ງສອງອົງກອນຈະຈັດຕັ້ງປະຕິບັດນັບແຕ່ວັນທີ 1 ເມສານີ້, EGAT ຕົກລົງຊື້ໄຟຟ້າຈາກ EDL ໃນອັດຕາ 1.8 ບາດຕໍ່ກິໂລວັດໂມງ (ຫົວໜ່ວຍ) ໃນຊົ່ວໂມງທີ່ມີການນຳໃຊ້ສູງ ແລະ 1.53 ບາດຕໍ່ຫົວໜ່ວຍໃນຊົ່ວໂມງທີ່ມີການນຳໃຊ້ປົກກະຕິ, ຕາມໜັງສືພິມບາງກອກໂພສ໌ອອນໄລ ໃນອາທິດນີ້.ອ່ານຕໍ່ ...
ເອກະພອນ ພູທອນສີ
ຮອງນາຍົກລາວຊີ້ສາເຫດເຂື່ອນ PNPC ແຕກແມ່ນຍ້ອນການວາງແຜນບໍ່ດີ
ຮອງນາຍົກລັດຖະມົນຕີລາວຊີ້ແຈງວ່າ ຍ້ອນການວິໃຈດິນເຮັດບໍ່ໄດ້ດີຈຶ່ງເປັນສາເຫດໃຫ້ເຂື່ອນແຕກ, ເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນລາວ.ໃນກອງປະຊຸມກ່ຽວກັບນະໂຍບາຍສິ່ງແວດລ້ອມໃນອາທິດແລ້ວນີ້, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ເຊິ່ງເປັນຫົວໜ້າຄະນະກຳມະການສືບສວນສອບສວນ ຫາສາເຫດທີ່ເຮັດໃຫ້ເກີດໄພພິບັດຈາກໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ (PNPC), ລະບຸສາເຫດຂອງເຂື່ອນແຕກແມ່ນມາຈາກການຂາດການກວດກາຢ່າງເຂັ້ມງວດ.ອ່ານຕໍ່ ...
ພູວົງ
ກຳມະກອນລາວສາມຄົນເສຍຊີວິດໃນເຫດດິນເຈື່ອນໃນຂະນະຂຸດຮ່ອງເພື່ອເປັ່ງນ້ຳເຂົ້າເຂື່ອນ
ໃນອາທິດແລ້ວນີ້ ກຳມະກອນລາວສາມຄົນຖືກດິນເຈື່ອນຖົມ ໃນຂະນະຂຸດຄອງເພື່ອເປັ່ງນ້ຳຈາກຫ້ວຍເຂົ້າສູ່ເຂື່ອນທີ່ຢູ່ໃກ້ຄຽງ ພົບວ່າເສຍຊີວິດແລ້ວໃນອາທິດນີ້, ໃນຂະນະທີ່ກຳມະກອນຄົນທີສີ່ໄດ້ຮັດບາດເຈັບໜັກ, ຕາມແຫຼ່ງຂ່າວພາຍໃນປະເທດ.ກຳມະກອນລາວສາມຄົນ ໄດ້ເສຍຊີວິດຍ້ອນອຸບັດຕິເຫດທີ່ເກີດຂຶ້ນໃນວັນທີ 28 ກຸມພາ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ທາງພາກໃຕ້ຂອງລາວ, ເຊິ່ງມີ ທ້າວຮັງ ອາຍຸ 41 ປິ ກຳມະກອນຈາກແຂວງສະຫວັນນະເຂດ, ທ້າວກ່ອຍ ອາຍຸ 35 ຊ່າງຈອດຈາກແຂວງສາລະວັນ ແລະ ທ້າວໂກ້ ອາຍຸ 32 ປີ ຊ່າງກົນຈາກສະຫວັນນະເຂດ.ອ່ານຕໍ່ ...
ແມັກຊ໌ ອາວາຣີ
ການທົບທວນຄວາມສ່ຽງໂຄງການເຂື່ອນໄຟຟ້ານ້ຳຕົກປາກລາຍຂອງລາວ
ວຽງຈັນ, ລາວ – ໃນຂະນະທີ່ໂຄງການກໍ່ສ້າງເຂື່ອນປາກລາຍພວມມີການດຳເນີນການ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍໄດ້ມີການຈັດກອງປະຊຸມທີ່ນະຄອນຫຼວງວຽງຈັນ ເພື່ອຫາລືກ່ຽວກັບມາດຕະການໃນການຄຸ້ມຄອງຄວາມສ່ຽງ.ບົດສະຫຼຸບຂໍ້ສະເໜີ ແລະ ຄຳແນະນຳ ກ່ຽວກັບການຫຼຸດຜ່ອນຜົນກະທົບທີ່ອາດເກີດຂຶ້ນ ແລະ ມາດຕະການການຄຸ້ມຄອງຄວາມສ່ຽງ ແລະ ຮ່າງບົດລາຍງານການທົບທວນດ້ານວິຊາການສະບັບສຸດທ້າຍ ແມ່ນນອນຢູ່ໃນຫົວຂໍ້ຫຼັກໃນການຫາລືຂອງກຸ່ມຄະນະກຳມະການຮ່ວມ (JCWG) ຄະນະກຳມາທິການແມ່ນ້ຳຂອງ (MRC) ເພື່ອດຳເນີນຂະບວນການແຈ້ງ, ປຶກສາຫາລືລ່ວງໜ້າ ແລະ ຕົກລົງກ່ຽວກັບໂຄງການ (PNPCA).ອ່ານຕໍ່ ...
Expat Media Team
ລາວສາມາດຮອງຮັບການເປັນ "ໝໍ້ໄຟແຫ່ງອາຊີ" ໄດ້ແທ້ບໍ່?
ນັກວິຈານໄດ້ເຕືອນກ່ຽວກັບຕົ້ນທຶນເຊື່ອງຊ້ອນທີ່ຕິດພັນກັບການພັດທະນາເຂື່ອນການໂຕ້ຖຽງ ກ່ຽວກັບຍຸດທະສາດຂອງລາວໃນການເປັນ “ໝໍ້ໄຟແຫ່ງອາຊີ” ຍັງຄົງສືບຕໍ່ມີມາຫຼາຍເດືອນ ຫຼັງຈາກເຫດໄພພິບັດເຂື່ອນແຕກທີ່ເຊປຽນ-ເຊນ້ຳນ້ອຍ, ໃນຂະນະທີ່ລັດຖະບານລາວຍັງຄົງມີແຜນສືບຕໍ່ການກໍ່ສ້າງເຂື່ອນໄຟຟ້າ. ເຖິງແມ່ນວ່າ ໃນໄລຍະຜ່ານມາ ລັດຖະບານໄດ້ຕົກລົງລະງັບໂຄງການເຂື່ອນໄຟຟ້ານ້ຳຕົກໃໝ່ໆ ແລະ ນັກວິໄຈຍັງຄົງເປັນຫ່ວງຕໍ່ກັບຜົນກະທົບຂ້າມຊາຍແດນຂອງເຂື່ອນຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນລ້ອງແມ່ນນ້ຳຂອງ, ເຈົ້າໜ້າທີ່ລາວຍັງຄົງຢືນຢັນຄວາມຈຳເປັນໃນການລົງທຶນໃນການພັດທະນະພະລັງງານໄຟຟ້ານ້ຳຕົກ ເພື່ອລົບລ້າງຄວາມທຸກຍາກ ແລະ ສົ່ງເສີມເສດຖະກິດ.ອ່ານຕໍ່ ...
Pratch Rujivanarom