ພະລັງງານ

ການຜະລິດໄຟຟ້າ

ນັກສືບສວນ: ການແຕກຂອງເຂື່ອນໃນລາວ ບໍ່ແມ່ນເຫດສຸດວິໄສ

ວຽງຈັນ (ວຽງຈັນທາມສ໌/ANN) – ການແຕກຂອງສັນເຂື່ອນ D ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ຢູ່ແຂວງອັດຕະປື ປີກາຍນີ້ ບໍ່ນັບວ່າເປັນເຫດສຸດວິໄສ, ເຈົ້າໜ້າທີ່ການນຳລັດຖະບານກ່າວວານນີ້.ຮອງປະທານຄະນະກຳມະການສືບສວນສອບສວນແຫ່ງຊາດ (NIC) ເຊິ່ງຈັດຕັ້ງໂດຍລັດຖະບານ ເພື່ອທຳການສວບສວນຫາສາເຫດຂອງໄພພິບັດດັ່ງກ່າວ ເຊິ່ງເຮັດໃຫ້ມີຊາວບ້ານລົ້ມຕາຍຫຼາຍສິບ ແລະ ອີກຫຼາຍພັນຕ້ອງສູນເສຍທີ່ຢູ່ອາໄສ, ຄະນະກຳມະການເຜີຍຜົນການສືບສວນສອບສວນໃນກອງປະຊຸມສື່ມວນຊົນ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ສາເຫດເຂື່ອນແຕກຢູ່ລາວແມ່ນຍ້ອນການນຳໃຊ້ດິນ: ຕາມຊ່ຽວຊານດ້ານນ້ຳ

ວິທີການກໍ່ສ້າງທີ່ມີຄຸນນະພາບຕ່ຳ ໂດຍການນຳໃຊ້ດິນແທນຊີມັງ ແມ່ນສາເຫດຂອງເຂື່ອນແຕກຢູ່ລາວປີກາຍນີ້, ທີມຊ່ຽວຊານດ້ານນ້ຳສະຫຼຸບ, ເຊິ່ງຂັດກັບຂໍ້ສະຫຼຸບຂອງບໍລິສັດເກົາຫຼີໃຕ້ ທີ່ເປັນຜູ້ດຳເນີນໂຄງການ.ໄພພິບັດດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ເມືຶ່ອໜຶ່ງໃນສັນເຂື່ອນຂອງໂຄງການພະລັງງານໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໄດ້ພັງລົງ ພາຍຫຼັງມີຝົນຕົນໜັກ ເຮັດໃຫ້ກະແສນ້ຳໄຫຼຖ້ວມ 12 ບ້ານ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນຢູ່ແຂວງຈຳປາສັກ ແລະ ອັດຕະປື, ທັງມີຜູ້ສູນຫາຍອີກຈຳນວນໜຶ່ງ.ອ່ານຕໍ່ ...

Max Avary

ການແຕກຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ບໍ່ແມ່ນເຫດສຸດວິໄສ, ຕາມບົດລາຍງານ

(ຂປລ) ຜົນການສືບສວນສອບສວນ ໂດຍທີມຜູ້ຊ່ຽວຊານມືອາຊີບອິດສະຫຼະ ໃຫ້ຮູ້ວ່າຕົ້ນຕໍສາເຫດຂອງສັນເຂື່ອນ D ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກບໍ່ແມ່ນເຫດສຸດວິໄສ.ໃນວັນອັງຄານຜ່ານມາ ຄະນະກຳມະການສືບສວນສອບສວນແຫ່ງຊາດໄດ້ເປີດເຜີຍຜົນຂອງການສືບສວນສອບສວນ ເຊິ່ງດຳເນີນໂດຍທີມຜູ້ຊ່ຽວຊານອິດສະຫຼະ (IEP).ອ່ານຕໍ່ ...

ຂປລ

ລັດວິສາຫະກິດໄຟຟ້າລາວຕັ້ງເປົ້າການລົງທຶນໃນການສ້າງຕາຂ່າຍສາຍສົ່ງໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການເພີ່ມການລົງທຶນດ້ານພື້ນຖານໂຄງລ່າງໄຟຟ້າ ແລະ ການຂະຫຍາຍເຄືອຂ່າຍສາຍສົ່ງຈະຊ່ວຍແກ້ໄຂບັນຫາໄຟຟ້າດັບສຳລັບຜູ້ຊົມໃຊ້ໄຟຟ້າໃນລາວ, ຕາມເຈົ້າໜ້າທີ່ພະລັງງານ.ຜ່ານມາ ຜູ້ຊົມໃຊ້ໄຟຟ້າມັກຮ້ອງຮຽນກ່ຽວກັບບັນຫາກະແສໄຟຟ້າບໍ່ພຽງພໍ ແລະ ຄວາມບໍ່ສະຖຽນໃນການສະໜອງກະແສໄຟຟ້າທັງໃນລະດູແລ້ງ ແລະ ລະດູຝົນ. ກະແສໄຟຟ້າມັກດັບໃນຊ່ວງທີ່ມີພາຍຸຝົນ ຫຼື ມີການນຳໃຊ້ອຸປະກອນໄຟຟ້າຈຳນວນຫຼາຍໃນຊົ່ວໂມງທີ່ມີການນຳໃຊ້ສູງສຸດໃນຍາມລະດູແລ້ງ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ຊາບບ້ານທີ່ຖືກຍົກຍ້າຍພູມລຳເນົາຈາກໂຄງການເຂື່ອນຍັງຄົງບໍ່ມີແຫຼ່ງລາຍຮັບ

ຊາວບ້ານທີ່ຖືກອົບພະຍົບຈາກໂຄງການເຂື່ອນໄຟຟ້າດອນສະໂຮງທີ່ກຳລັງດຳເນີນການກໍ່ສ້າງໃກ້ກັບຊາຍແດນກຳປູເຈຍ ຍັງຄົງບໍ່ມີວຽກເຮັດງານທຳ ແລະ ລາຍຮັບ ຫຼັງຈາກສາມປີຂອງການດຳເນີນໂຄງການ ທັງໆທີ່ລັດຖະບານສັນຍາວ່າຈະໃຫ້ການຊ່ວຍເຫຼືອ.ການກໍ່ສ້າງເຂື່ອນໄຟຟ້າແມ່ນ້ຳຂອງດັ່ງກ່າວ ແມ່ນຢູ່ພາຍໃຕ້ການດຳເນີນການຂອງບໍລິສັດມາເລເຊຍ ຮ່ວມກັບລັດຖະບານລາວ ເຊິ່ງເລີ່ມຕົ້ນມາແຕ່ເດືອນມັງກອນ 2016, ແຕ່ວ່າປະຊາຊົນທີີ່ຖືກຍົກຍ້າຍພູມລຳເນົາ ຍັງຄົງໄດ້ຮັບການຊ່ວຍເຫຼືອພຽງເລັກນ້ອຍຈາກພາກສ່ວນລັດ ຫຼື ເອກະຊົນທີ່ກ່ຽວຂ້ອງ, ຕາມແຫຼ່ງຂ່າວ.ອ່ານຕໍ່ ...

Sidney Khotpanya

ການຈຳໜ່າຍໄຟຟ້າຊ່ວຍສົ່ງເສີມການແລກປ່ຽນເງິນຕາຕ່າງປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ການຜະລິດໄຟຟ້າ ຄາດວ່າຈະມີບົດບາດສຳຄັນໃນການສະໜອງການແລກປ່ຽນເງິນຕາຕ່າງປະເທດໃນຊຸມປີຕໍ່ໜ້າ ຕາມຂໍ້ມູນຈາກທະນາຄານກາງ.ຫວ່າງບໍ່ດົນມານີ້ ທະນາຄານກາງໄດ້ເຜີຍແຜ່ບົດລາຍງານເສດຖະກິດປະຈຳປີຫຼ້າສຸດ ເຊິ່ງສະໜອງຂໍ້ມູນໃຫ້ຜູ້ອ່ານ ໄດ້ທົບທວນການປ່ຽນແປງທາງດ້ານປັດໄຈທີ່ສົ່ງເສີມການແລກປ່ຽນເງິນຕາຕ່າງປະເທດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ເລີ່ມດຳເນີນການສຶກສາຄວາມເປັນໄປໄດ້ກ່ຽວກັບເຂື່ອນໄຟຟ້ານ້ຳປະຍູ ແຂວງເຊກອງ ປະເທດລາວ

ເຊກອງ, ລາວ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອະນຸມັດໃຫ້ບໍລິສັດພະລັງງານທ້ອງຖິ່ນ ດຳເນີນການສຶກສາຄວາມເປັນໄປໄດ້ຂອງໂຄງການເຂື່ອນໄຟຟ້ານ້ຳປະຍູ (ຕອນລຸ່ມ) ແຂວງເຊກອງ.ບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວໄດ້ຜ່ານການລົງນາມໂດຍທ່ານ (ປອ) ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ແສງລາຕີ ສະຫວັນຄຳ ປະທານບໍລິສັດວຽງຈັນ Automation and Solution Engineering ຈຳກັດ (VASE) ໃນວັນສຸກທີ່ຜ່ານມາ.ອ່ານຕໍ່ ...

ໂຕະຂ່າວ

ລາວຈະແກ້ໄຂຂໍ້ກັງວົນຂອງ MRC ກ່ຽວກັບເຂື່ອນໄຟຟ້າປາກລາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ໃຫ້ຄຳໝັ້ນໃນການພິຈາລະນາຂໍ້ສະເໜີຕົ້ນຕໍຂອງປະເທດສະມາຊິກຄະນະກຳມາທິການແມ່ນ້ຳຂອງ (MRC) ແລະ ຜູ້ມີສ່ວນຮ່ວມທີ່ກ່ຽວຂ້ອງ ໃນການອອກແບບ ແລະ ກໍ່ສ້າງໂຄງການເຂື່ອນໄຟຟ້າທີ່ປາກລາຍ, ຕາມຂໍ້ມູນຈາກເຈົ້າໜ້າທີ່ລະດັບສູງ.ໃນກອງປະຊຸມທີ່ວຽງຈັນໃນບັ້ນສິ້ນສຸດຂະບວນການປຶກສາຫາລືລ່ວງໜ້າກ່ຽວກັບໂຄງການເຂື່ອນທີ່ປາກລາຍອາທິດແລ້ວນີ້, ທ່ານ ຈັນທະເນດ ບົວລະພາ ຕາງໜ້າລັດຖະບານລາວກ່າວວ່າ ລັດຖະບານ ແລະ ເຈົ້າຂອງໂຄງການຈະທົບທວນລາຍລະອຽດກ່ຽວກັບຜົນການຄົ້ນຄວ້າ ແລະ ຂໍ້ສະເໜີຕົ້ນຕໍຕ່າງໆຂອງບັນດາປະເທດສະມາຊິກ MRC.ອ່ານຕໍ່ ...

ເອກະພອນ ພູທອນສີ

ອະນາຄົດຍຸກໄຟຟ້າ: ລົດໄຟຟ້າເຂົ້າມາລາວຢ່າງວ່ອງໄວ

ລາວມີທ່າແຮງດ້ານລົດໄຟຟ້າ (EV) ສູງ ເມື່ອລັດວິສາຫະກິດໄຟຟ້າລາວ EDL ແລະ ບໍລິສັດລົດໄຟຟ້າ  EVLao ລົງນາມໃນຂໍ້ຕົກລົງ, ຕາມໜ່ວຍຂ່າວ Laotian Times .ເມື່ອສັງເກດເບິ່ງປະເທດຜູ້ນຳໃນອຸດສາຫະກຳການຜະລິດຄື ຍີ່ປຸ່ນ, ເຢຍລະມັນ ແລະ ຈີນ, ເຫັນວ່າລາວຈະເລີ່ມຕົ້ນກ້າວເຂົ້າສູ່ຍຸກໄຟຟ້າ, ເມື່ອລົດໄຟຟ້າໄດ້ເຂົ້າມາສູ່ຕະຫຼາດ ແລະ ເປັນທີ່ຮູ້ຈັກໃນລາວ.ອ່ານຕໍ່ ...

The Laotian Times

ຊຸກຍູ້ໃຫ້ລາວແກ້ໄຂບັນຫາຜົນກະທົບຂອງການສ້າງເຂື່ອນ

ກຳປູເຈຍ, ໄທ, ແລະ ຫວຽດນາມໄດ້ຊຸກຍູ້ໃຫ້ປະເທດສະມາຊິກຮ່ວມຄະນະກຳມາທິການແມ່ນ້ຳ (MRC) ຂອງຄືລາວ ແກ້ໄຂບັນຫາກ່ຽວກັບຜົນກະທົບຕໍ່ສະພາບແວດລ້ອມ ແລະ ຂ້າມຊາຍແດນ ພາຍຫຼັງການປຶກສາຫາລືກ່ຽວກັບໂຄງການເຂື່ອນໄຟຟ້າປາກລາຍ.ໃນວັນພະຫັດທີ່ຜ່ານມາ, ປະເທດສະມາຊິກ MRC ໄດ້ຕົກຂໍ້ຖະແຫຼງການຂອງໂຄງການ ພາຍຫຼັງສະຫຼຸບຂະບວນການປຶກສາຫາລືລ່ວງໜ້າໄລຍະຫົກເດືອນ.ອ່ານຕໍ່ ...

Pech Sotheary / Khmer Times

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Kezur
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!