ພະລັງງານ

ການຜະລິດໄຟຟ້າ

ກຸ່ມອະນຸລັກແມ່ນ້ຳຂອງ ຊຸກຍູ້ໃຫ້ລາວຍົກເລີກການກໍ່ສ້າງເຂື່ອນໃຫຍ່ແຫ່ງທີຫ້າໃນສາຍແມ່ນ້ຳຂອງ

ໃນວັນອັງຄານນີ້ ກຸ່ມພັນທະມິດອົງການທີ່ບໍ່ຂຶ້ນກັບລັດຖະບານ ໄດ້ອອກມາຮຽກຮ້ອງໃຫ້ຍົກເລີກໂຄງການກໍ່ສ້າງເຂື່ອນຂະໜາດໃຫຍ່ແຫ່ງທີຫ້າໃນສາຍແມ່ນ້ຳຂອງຢູ່ລາວ, ໂດຍກ່າວອ້າງເຖິງຜົນເສຍຫາຍອັນໃຫຍ່ຫຼວງຂອງເຂື່ອນທີ່ມີໃນປະຈຸບັນ ຕໍ່ຄວາມສາມາດຂອງພາກພື້ນໃນການຮັບມືກັບວິກິດການທາງສິ່ງແວດລ້ອມ. ການກໍ່ສ້າງເຂື່ອນຢູ່ຫຼວງພະບາງນີ້ ຍິ່ງຈະເພີ່ມທະວີຄວາມຮ້າຍແຮງຂອງຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ ທີ່ກຳລັງສົ່ງຜົນຕໍ່ພາກພື້ນໃນປີນີ້, ກຸ່ມອະນຸລັກແມ່ນ້ຳຂອງ ກ່າວເປີດເຜີຍໃນບົດຂ່າວຕໍ່ສື່ມວນຊົນ.ອ່ານຕໍ່ ...

Eugene Whong
https://www.rfa.org/english/news/laos/save-mekong-coalition-luang-prabang-10082019144557.html

ເຂື່ອນໄຟຟ້ານ້ຳຕົກນ້ຳອູໄລຍະສອງ ຈະເລີ່ມປະຕິບັດການພາຍໃນທ້າຍປີນີ້

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການເຂື່ອນໄຟຟ້ານ້ຳອູ ໄລຍະທີສອງ ເຊິ່ງລວມມີເຂື່ອນໝາຍເລກ 1, 3, 4 ແລະ 7, ຄາດວ່າຈະເລີ່ມການປະຕິບັດການພາຍໃນທ້າຍປີນີ້.ຄະນະກຳມະການກວດສອບໂຄງການ, ພາຍໃຕ້ການມີສ່ວນຮ່ວມຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ເຈົ້າຂອງໂຄງການ, ໄດ້ຮ່ວມປະຊຸມຢູ່ແຂວງຫຼວງພະບາງ ໃນວັນຈັນນີ້ ເພື່ອລາຍງານຄວາມຄືບໜ້າຂອງໂຄງການ ແລະ ຫາລືວິທີການໃນການແກ້ໄຂບັນຫາທາງສັງຄົມ ແລະ ສິ່ງແວດລ້ອມ.ການກໍ່ສ້າງໂຮງງານໄຟຟ້ານ້ຳອູ 1 ແມ່ນສຳເລັດແລ້ວ 71 ສ່ວນຮ້ອຍ, ໃນຂະນະທີ່ເຂື່ອນນ້ຳອູ 3 ແມ່ນສຳເລັດແລ້ວ 60 ສ່ວນຮ້ອຍ, ແລະ ເຂື່ອນໝາຍເລກ 4 ແລະ 7 ແມ່ນສຳເລັດແລ້ວ 72 ສ່ວນຮ້ອຍ, ຕາມການລາຍງານຂອງກົມຄຸ້ມຄອງທຸລະກິດດ້ານພະລັງງານ ຂອງກະຊວງພະລັງງານ ແລະ ບໍ່ແຮ່.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/second-phase-nam-ou-dam-cascade-be-operational-year%E2%80%99s-end-105754

ການສ້າງເຂື່ອນໄຟຟ້າຫຼວງພະບາງຂອງລາວ ມາເຖິງຂັ້ນຕອນທີ່ສຳຄັນ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການເຂື່ອນໄຟຟ້າຫຼວງພະບາງ ດຳເນີນມາເຖິງຂັ້ນຕອນການພັດທະນາທີ່ສຳຄັນອີນຂັ້ນໜຶ່ງ ພາຍຫຼັງທີ່ລັດຖະບານລາວໄດ້ຮຽກຮ້ອງໃຫ້ຄະນະກຳມາທິການແມ່ນ້ຳຂອງ (MRC) ຈັດການປຶກສາຫາລືລ່ວງໜ້າກ່ຽວກັບໂຄງການດັ່ງກ່າວ. ລັດຖະບານ ໄດ້ອະນຸຍາດໃຫ້ບໍລິສັດ ປີໂຕຼ ໄຟຟ້າ ຫວຽດນາມ ດຳເນີນການກໍ່ສ້າງເຂື່ອນໄຟຟ້າຫຼວງພະບາງໃນປີ 2007. ເນື່ອງຈາກເຂື່ອນດັ່ງກ່າວຈະກໍ່ສ້າງຢູ່ໃນສາຍແມ່ນ້ຳຂອງ, ລັດຖະບານຈຶ່ງໄດ້ຮ້ອງຂໍໃຫ້ MRC ຈັດການປຶກສາຫາລືລ່ວງໜ້າກ່ຽວກັບໂຄງການດັ່ງກ່າວ ພາຍໃຕ້ຂໍ້ຕົກລົງແມ່ນ້ຳຂອງປີ 1995.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/laos-luang-prabang-dam-reaches-key-development-stage-105442

ຄະນະກຳມາທິການແມ່ນ້ຳຂອງອອກມາປ້ອງກັນການມິດງຽບເປັນເວລາເຈັດອາທິດ ກ່ຽວກັບການຍື່ນສະເໜີໂຄງການກໍ່ສ້າງເຂື່ອນຂອງລາວ

ໃນວັນພຸດນີ້ ຄະນະກຳມາທິການແມ່ນ້ຳຂອງ (MRC) ໄດ້ອອກມາປ້ອງກັນການຕັດສິນໃຈຂອງອົງກອນ ໃນການແກ່ຍາວເວລາເກືອບເຈັດອາທິດ ກ່ອນທີ່ຈະອອກມາຖະແຫຼງຕໍ່ສາທາລະນະຊົນວ່າ ລາວໄດ້ລິເລີ່ມຂັ້ນຕອນການກະກຽມ ສຳລັບການກໍ່ສ້າງເຂື່ອນໄຟຟ້າຂະໜາດໃຫຍ່ ເຊິ່ງເປັນເຂື່ອນແຫ່ງທີຫ້າເທິງແມ່ນ້ຳຂອງ.ລັດຖະບານລາວໄດ້ແຈ້ງຕໍ່ຄະນະກຳມາທິການແມ່ນ້ຳຂອງ (MRC) ແຕ່ວັນທີ 31 ກໍລະກົດທີ່ຜ່ານມາ ກ່ຽວກັບການຍື່ນສະເໜີໂຄງການເຂື່ອນໄຟຟ້າແຂວງຫຼວງພະບາງ ເພື່ອດຳເນີນຕາມຂະບວນການປຶກສາຫາລືລ່ວງໜ້າກ່ອນຫົກເດືອນ ຕາມຂັ້ນຕອນໃນການແຈ້ງ, ການປຶກສາຫາລືລ່ວງໜ້າ ແລະ ການຕົກລົງ (PNPCA) ຂອງ MRC.ຈາກການສອບຖາມຂອງສຳນັກຂ່າວ RFA, ເລຂາທິການ MRC ໄດ້ອອກມາອະທິບາຍກ່ຽວກັບການຊັກຊ້າດັ່ງກ່າວ ວ່າຫຼາຍໂຄງການກ່ອນໜ້ານີ້ ໄດ້ມີການຖະແຫຼງຂ່າວຕໍ່ສາທາລະນະຊົນໃນທັນທີ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-mrc-silence-submission-mekong-dam-09252019170454.html

ກຸ່ມອົງການ NGOs ກ່າວຕ້ານການກໍ່ສ້າງເຂື່ອນໄຟຟ້າແຫ່ງໃໝ່ຂອງລາວ

ແຜນການກໍ່ສ້າງເຂື່ອໄຟຟ້ານ້ຳຂອງແຫ່ງໃໝ່ຂອງລາວ ໄດ້ສ້າງຄວາມກັງວົນຢ່າງຍິ່ງໃນກຸ່ມອົງການທີ່ບໍ່ຂຶ້ນກັບລັກຖະບານ (NGOs) ເພື່ອສິ່ງແວດລ້ອມໃນປະເທດໄທ, ເຊິ່ງກ່າວວ່າການສ້າງເຂື່ອນໄຟຟ້າຂະໜາດໃຫຍ່ແຫ່ງທີຫ້າຂອງລາວ ຈະສ້າງຜົນເສຍຫາຍຢ່າງຮ້າຍແຮງຕໍ່ປາ ແລະ ຄົນໃນພາກພື້ນ.ໂຄງການກໍ່ສ້າງເຂື່ອນໄຟຟ້າຫຼວງພະບາງ ຈະເປັນເປັນເຂື່ອນໄຟຟ້າຂະໜາດໃຫຍ່ແຫ່ງທີຫ້າໃນແມ່ນ້ຳຂອງ. ລັດຖະບານລາວໄດ້ແຈ້ງຕໍ່ຄະນະກຳມາທິການແມ່ນ້ຳຂອງ (MRC) ໃນວັນທີ 31 ກໍລະກົດຜ່ານມາວ່າ ຈະຍື່ນຂໍ້ສະເໜີໂຄງການ ເພື່ອດຳເນີນຕາມຂະບວນການປຶກສາຫາລືລ່ວງໜ້າຫົກເດືອນ ຕາມຂັ້ນຕອນການແຈ້ງການ, ການປຶກສາຫາລືລ່ວງໜ້າ ແລະ ການຕົກລົງ (PNPCA) ຂອງ MRC.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-luang-prabang-dam-mekong-09232019161400.html

ລາດຊະອານາຈັກກຳປູເຈຍ ຕົກລົງຊື້ໄຟຟ້າຈາກລາວ 2,400 ເມກາວັດ

ກອງປະຊຸມຂອງຄະນະລັດຖະບານກຳປູເຈຍໃນວັນພຸດນີ້ ໄດ້ຕົກລົງວ່າ ລັດຖະບານກຳປູເຈຍຈະຊື້ໄຟຟ້າ 2,400 ເມກາວັດຈາກລາວ.ລາຍງານດັ່ງກ່າວໄດ້ຮັບການຢັ້ງຢືນຈາກລາຍງານຫຍໍ້ ທີ່ອັບໂຫຼດຂຶ້ນທາງໜ້າເຟສ໌ບຸກ ໂດຍທ່ານໄພ ສີພັນ ໂຄສົກລັດຖະບານກຳປູເຈຍ.ເຊິ່ງມີເນື້ອໃນວ່າ ກຳປູເຈຍຈະຊື້ໄຟຟ້າຈາກສະເພາະຈາກໂຮງງານໄຟຟ້າພະລັງຖ່ານຫີນຂອງລາວສອງແຫ່ງຄື  – ບໍລິສັດໄຟຟ້າ ແລະ ບໍ່ແຮ່ TSBP ເຊກອງ ຈຳກັດ ເຊິ່ງມີກຳລັງການຜະລິດ 600 ເມກາວັດ, ແລະ ບໍລິສັດໄຟຟ້າພະລັງຄວາມຮ້ອນເຊກອງ ຈຳກັດ ເຊິ່ງມີກຳລັງການຜະລິດ 1,800 ເມກາວັດ.ອ່ານຕໍ່ ...

Thou Vireak
https://www.phnompenhpost.com/business/kingdom-okays-2400mw-power-purchase-laos

ໂຮງງານເຂື່ອນໄຟຟ້າຂອງລາວ ເລີ່ມຕົ້ນການປະຕິບັດການ

ໂຮງງານໄຟຟ້າຂະໜາດໃຫຍ່ທີ່ສ້າງຢູ່ລາວ ໄດ້ເລີ່ມຕົ້ນການດຳເນີນການເພື່ອທຸລະກິດ.ເຂື່ອນໄຟຟ້ານ້ຳງຽບ 1 ເຊິ່ງປະກອບດ້ວຍສອງສະຖານນີໄຟຟ້າ ມີກຳລັງການຜະລິດປະມານ 1.6 ຕື້ກິໂລວັດໂມງຕໍ່ປີ, ຕາມການເປີດເຜີຍຂອງບໍລິສັດພະລັງງານໄຟຟ້າຄັນໄຊຂອງຍີ່ປຸ່ນ ໃນວັນສຸກແລ້ວນີ້.ບໍລິສັດໄຟຟ້ານ້ຳງຽບ 1 ເຈົ້າຂອງເຂື່ອນໄຟຟ້າດັ່ງກ່າວ ຈະສະໜອງພະລັງງານໄຟຟ້າຈາກສາຖານນີໃຫຍ່ໃຫ່ແກ່ປະເທດໄທ, ສ່ວນອີກສະຖານນີໜຶ່ງແມ່ນສຳລັບຊົມໃຊ້ພາຍໃນລາວ, ເຊິ່ງທັງສອງມີອາຍຸການສຳປະທານ 27 ປີ, ຕາມການເປີດເຜີຍດັ່ງກ່າວ.ອ່ານຕໍ່ ...

KYODO NEWS
https://www.bangkokpost.com/business/1746264/laos-hydropower-plant-begins-operation

ບໍລິສັດລາວ, ເກົາຫຼີໃຕ້ຫາລືການພັດທະນາອຸດສາຫະກຳພະລັງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າບໍລິສັດພະລັງງານຈາກລາວ ແລະ ເກົາຫຼີໃຕ້ປະຊຸມຢູ່ນະຄອນຫຼວງວຽງຈັນ ເພື່ອຫາລືກ່ຽວກັບທ່າແຮງການຮ່ວມມື ແລະ ການພັດທະນາໃນຂະແໜງອຸດສາຫະກຳພະລັງງານໃນລາວ.ກອງປະຊຸມນັກທຸລະກິດເກົາຫຼີ-ລາວໄດ້ຈັດຂຶ້ນທີ່ນະຄອນວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງບໍລິສັດຮ່ວມມືນິວເຄຼຍເກົາຫຼີ (KNP), ບໍລິສັດພະລັງງານໄຟຟ້າ & ນິວເຄຼຍເກົາຫຼີ (KHNP) ແລະ ບໍລິສັດໄຟຟ້າແຫ່ງປະເທດລາວ (EDL).ອ່ານຕໍ່ ...

ເພັດສະໝອນ ຈັນດາລາ
http://annx.asianews.network/content/lao-south-korean-companies-discuss-power-industry-development-103148

ອິນເດຍຈະລວມປະເທດລາວເຂົ້າໃນແຜນຕາຂ່າຍໄຟຟ້າໂລກ

ອິນເດຍມີແຜນລວມລາວເຂົ້າໃນແຜນຕາຂ່າຍໄຟຟ້າໂລກ, ເພື່ອຮອງຮັບຕໍ່ການປ່ຽນແປງຂອງສະຖາປັດຕະຍະກຳຄວາມໝັ້ນຄົງດ້ານພະລັງງານ.ປະເທດອິນເດຍຈະປ້ອງກັນບົດສະເໜີກ່ຽວກັບຕາຂ່າຍໄຟຟ້າໃນກອງປະຊຸມໃຫຍ່ຄັ້ງທີສອງຂອງອົງການພັດທະມິດພະລັງງານແສງອາທິດສາກົນ (ISA) ເຊິ່ງຈະຈັດຂຶ້ນຢູ່ເມືອງນິວເດລີ ໃນວັນທີ 30 ຕຸລາ ເຖິງ 2 ພະຈິກນີ້, ຕາມການລາຍງານຂອງສຳນັກຂ່າວ Livemint.ນອກຈາກປະເທດລາວ, ອິນເດຍຍັງມີເປົ້າໝາຍເລີ່ມຕົ້ນການເຊື່ອມຕໍ່ກັບປະເທດຕ່າງໆເຊັ່ນ ມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/27/india-include-laos-global-power-grid/

ກຳປູເຈຍຮຽກຮ້ອງໃຫ້ລາວເລັ່ງມືໃນການສົ່ງມອບພະລັງງານໄຟຟ້າ

ປະເທດກຳປູເຈຍໄດ້ຮຽກຮ້ອງໃຫ້ລາວເລັ່ງລັດໃນການສົ່ງມອບໄຟຟ້າໃຫ້ແກ່ລາດຊະອານາຈັກກຳປູເຈຍ ຕາມຂໍ້ຕົກລົງທີ່ໄດ້ມີການລົງນາມກັນໃນຕົ້ນປີນີ້.ໃນເດືອນມີນາ, ບໍລິສັດໄຟຟ້າແຫ່ງກຳປູເຈຍ (EDC) ໄດ້ລົງນາມໃນຂໍ້ຕົກລົງຊື້ຂາຍໄຟຟ້າຈຳນວນ 200 ເມກາວັດຈາກລາວແຕ່ປີ 2019 ຫາ 2020.ທ່ານ ພັນ ສໍຣະສັກ ລັດຖະມົນຕີກະຊວງການຄ້າຂອງກຳປູເຈຍໄດ້ຮຽກຮ້ອງຕໍ່ທ່ານ ອຳໄພ ກິດາວົງ ເອກອັກຄະລັດຖະທູດລາວ ໃຫ້ຝ່າຍລາວດຳເນີນການສົ່ງມອບກະແສໄຟຟ້າດັ່ງກ່າວໃຫ້ໄວທີ່ສຸດ, ຕາມການລາຍງານຂອງສຳນັກຂ່າວ ຂະແມທາມສ໌ ຂອງກຳປູເຈຍໃນວັນພຸດນີ້.ອ່ານຕໍ່ ...

Khmer Times
https://www.bangkokpost.com/business/1734339/laos-urged-to-speed-up-energy-transfer-to-cambodia

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ZjumV
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!