ພະລັງງານ

ການຜະລິດໄຟຟ້າ

ສັນເຂື່ອນແຕກ, ມາຮອດວັນພຸດນີ້ 3,000 ຄົນຍັງຄົງລໍຄອຍການຊ່ວຍເຫຼືອຈາກເຫດນ້ຳຖ້ວມ

ປະຊາຊົນກວ່າ 3,000 ຄົນຍັງລໍຄອຍການຊ່ວຍເຫຼືອຈາກເຫດອຸທຸກກະໄພທີ່ແຂວງອັດຕະປື ຕາມການລາຍງານຂອງເຈົ້າເມືອງສະໜາມໄຊ ເວລາ 10:30 ຕອນເຊົ້າມື້ນີ້. ທ່ານຍັງໄດ້ກ່າວຕື່ມວ່າ ຕັ້ງແຕ່ມື້ວານນີ້ຈົນເຖິງມື້ເຊົ້ານີ້ຜູ້ປະສົບເຄາະຈຳນວນ 2,851 ຄົນໄດ້ຮັບການຊ່ວຍເຫຼືອແລ້ວຈາກຈຸດຕ່າງໆທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ສຸກນິລັນດອນ ສຸດທິວົງນໍລາດ

ນາຍົກງົດກອງປະຊຸມປະຈຳເດືອນ, ນຳພາຄະນະລັດຖະບານຕິດຕາມໄພນ້ຳຖ້ວມທີ່ສະໜາມໄຊ

(ຂປລ) ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສັ່ງງົດກອງປະຊຸມປະຈຳເດືອນຕາມແຜນຂອງລັດຖະບານສຳລັບເດືອນສິງຫາ ແລະ ນຳພາສະມາຊິກຄະນະລັດຖະບານ ແລະ ພະນັກງານການນຳ ເດີນທາງໄປເມືອງສະໜາມໄຊ ເພື່ອຕິດຕາມພາລະກິດກູ້ໄພ ແລະ ບັນເທົາທຸກສຳລັບຜູ້ປະສົບເຄາະຈາກໄພນ້ຳຖ້ວມ. ການພັງທະລາຍຂອງສັນເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍໃນວັນຈັນນີ້ ໄດ້ເຮັດໃຫ້ເກີດນ້ຳຖ້ວມກະທັນຫັນໃນຫົກບ້ານຂອງເມືອງສະໜາມໄຊ ຄື ບ້ານໃຫຍ່ແທ້, ບ້ານຫີນລາດ, ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານສະໝອງ. ເຊິ່ງບ້ານຫີນລາດ ແລະ ບ້ານໃໝ່ໄດ້ຮັບຜົນກະທົບໜັກກວ່າໝູ່.ອ່ານຕໍ່ ...

ຂປລ

ສັນຄູກັ້ນນ້ຳເຂື່ອນເຊປຽນແຕກສົ່ງຜົນເສຍຫາຍມະຫາສານ

ອຳນາດການປົກຄອງແຂວງອັດຕະປືຢືນຢັນຢ່າງເປັນທາງການໃນວານນີ້ວ່າສັນຄູກັ້ນນ້ຳເຂື່ອນເຊປຽນໄດ້ພັງທະລາຍລົງ, ສົ່ງຜົນໃຫ້ນ້ຳຫຼາຍລ້ານໂຕນໄຫຼຖ້ວມພື້ນທີ່ໃກ້ຄຽງ ແລະ ສ້າງຜົນເສຍຫາຍໃນວົງກວ້າງ.ອ່ານຕໍ່ ...

ເດິລາວທຽນທາມສ໌

ລາວສະເໜີໂຄງການເຂື່ອນໄຟຟ້ານ້ຳຂອງແຫ່ງໃໝ່

ເລຂາທິການຄະນະກຳມາທິການແມ່ນ້ຳຂອງໄດ້ຖະແຫຼງໃນອາທິດນີ້ວ່າ ປະເທດລາວຈະທຳການປຶກສາຫາລືກັບປະເທດສະມາຊິກຄະນະກຳມາທິການແມ່ນ້ຳຂອງກ່ຽວກັບໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງແຫ່ງໃໝ່. ເລຂາທິການຄະນະກຳມາທິການແມ່ນ້ຳຂອງໄດ້ເປີດເຜີຍຕໍ່ສື່ມວນຊົນໃນວັນພະຫັດນີ້ວ່າ ໄດ້ຮັບແຈ້ງການຈາກລັດຖະບານລາວວ່າຈະດຳເນີນຕາມຂັ້ນຕອນການປຶກສາຫາລືລ່ວງໜ້າຢ່າງເປັນທາງການ ກ່ຽວກັບໂຄງການສ້າງເຂື່ອນໄຟຟ້ານ້ຳຂອງທີ່ປາກລາຍ.ອ່ານຕໍ່ ...

ເອກກະພອນ ພູທອນສີ

ບໍລິສັດໄຟຟ້າຕັ້ງກອງທຶນພັດທະນາສຳລັບຊາວນາກາຍ

ແຂວງຄຳມ່ວນ ແລະ ບໍລິສັດໄຟຟ້ານ້ຳເທີນ 2 (NTPC) ໄດ້ຮ່ວມກັນຈັດຕັ້ງກອງທຶນພັດທະນານ້ຳເທີນ 2 ຂຶ້ນ ເຊິ່ງເປັນກອງທຶນພັດທະນາຊຸມຊົນໃໝ່ ສຳລັບໄລຍະຫຼັງຈາກການຕັ້ງຖິ່ນຖານໃໝ່ໃນເຂດພູພຽງນາກາຍ ເມືອງນາກາຍ. ລົງນາມໃນຂໍ້ຕົກລົງການຈັດຕັ້ງດັ່ງກ່າວມີທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ເຟດເດີີຣິກ ຮອຟມັນ ຫົວໜ້າອຳນວຍການບໍລິສັດ NTPC.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານສັ່ງໂຈະການສ້າງເຂື່ອນໄຟຟ້ານໍ້າຕົກທີ່ມີກຳລັງຕໍ່າກວ່າ 15 ເມກາວັດ

ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ຄຳມະນີ ອິນທິລາດ ໄດ້ອອກແຈ້ງການເລກທີ 1167 ລົງວັນທີ 28 ພຶດສະພາ 2018 ເຖິິງ ເຈົ້າຂອງນະຄອນຫຼວງ, ເຈົ້າແຂວງ, ລັດຖະມົນຕີແຜນການ ແລະ ການລົງທຶນ, ລັດຖະມົນຕີຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ລັດຖະມົນຕີການເງິນ ໃຫ້ຢຸດຊົ່ວຄາວການອະນຸມັດໂຄງການສ້າງເຂື່ອນໄຟຟ້ານ້ຳຕົກທີ່ມີກຳລັງຕິດຕັ້ງຕ່ຳກວ່າ 15 ເມກາວັດລົງມາ ແລະ ກວດຄືນດ້ານເຕັກນິກ ແລະ ນິຕິກຳບັນດາໂຄງການທີ່ໄດ້ອະນຸມັດໄປແລ້ວ.ອ່ານຕໍ່ ...

ເວັບປະກາດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

LsEZh
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!