ການຜະລິດໄຟຟ້າ

ເຂື່ອນໄຟຟ້ານ້ຳຕົກ

ເຂື່ອນຊຽງຮຸ່ງຂອງຈີນຈະຫຼຸດຜ່ອນການປ່ອຍນ້ຳ

(ຂປລ) ປະລິນ້ຳທີ່ປ່ອຍຈາກສະຖານນີໄຟຟ້າຊຽງຮຸ່ງ ແຂວງຢຸນນານຂອງຈີນ ຈະຫຼຸດຜ່ອນລົງປະມານ 25-45 ເປີເຊັນພາຍໃນໄລຍະເວລາຫ້າວັນ, ຕາມການແຈ້ງການຢ່າງເປັນທາງການຈາກກະຊວງຊັບພະຍາກອນນ້ຳຂອງຈີນ ທີ່ໄດ້ສົ່ງໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງໃນວັນຈັນຜ່ານມາ.ຕາມແຈ້ງການດັ່ງກ່າວ, ທາງກະຊວງໄດ້ແຈ້ງວ່າ ປະລິມານນ້ຳຈາກເຂື່ອນຊຽງຮຸ່ງຈະເລີ່ມຫຼຸດລົງຈາກ 1,100 ແມັດກ້ອນຕໍ່ວິນາທີ (m3/s) ມາເປັນປະມານ 600-800 m3/s ແຕ່ວັນທີ 11 – 15 ສິງຫານີ້ ກ່ອນທີ່ຈະຄ່ອຍໆກັບຄືນສູ່ລະດັບປົກກະຕິ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47434

ເຂື່ອນໄຊຍະບູລີບໍ່ໄດ້ກີດຂວາງການໄຫຼຂອງກະແສນ້ຳ, ເຈົ້າໜ້າທີ່ກ່າວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານໄດ້ກ່າວປະຕິເສດບົດລາຍງານທີ່ເຜີຍແຜ່ທາງສື່ສັງຄົມອອນໄລວ່າ ເຂື່ອນໄຊຍະບູລີເປັນສາເຫດໃຫ້ການໄຫຼຂອງນ້ຳໃນແມ່ນ້ຳຂອງຕອນລຸ່ມຊ້າລົງ.ເຂື່ອນດັ່ງກ່າວແມ່ນສ້າງຕາມແບບຈຳລອງນ້ຳໄຫຼ, ເຊິ່ງບໍ່ຈຳເປັນຕ້ອງມີການກັກເກັບນ້ຳ, ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸລະກິດພະລັງງານ ລາຍງາຍຜ່ານສື່ມວນຊົນທ້ອງຖິ່ນໃນອາທິດແລ້ວນີ້.ເຈົ້າໜ້າທີ່ຢືນຢັນວ່າ ຫຼັກການສ້າງເຂື່ອນຕາມແບບຈຳລອງນ້ຳໄຫຼກໍຄື ປະລິມານນ້ຳໄຫຼເຂົ້າແມ່ນເທົ່າກັບປະລິມານນ້ຳໄຫຼອອກ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/xayaboury-dam-has-not-hindered-water-flow-officials-say-101451

ເຈົ້າຂອງເຂື່ອນໄຟຟ້າໃນລາວກ່າວວ່າພວກເຂົົາບໍ່ມີສ່ວນຕໍ່ການຫຼຸດລົງຂອງລະດັບນ້ຳຂອງ

ລັດຖະບານລາວ ແລະ ເຈົ້າຂອງໂຄງການເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ປະຕິເສດຂໍ້ກ່າວຫາທີ່ວ່າ ການກັ້ນເຂື່ອນໃນແມ່ນ້ຳຂອງ ເພື່ອທົດລອງການຜະລິດກະແສໄຟຟ້າ ແມ່ນໜຶ່ງໃນສາເຫດທີ່ເຮັດໃຫ້ລະດັບນ້ຳຂອງຫຼຸດລົງຢ່າງໄວວາໃນສາຍນ້ຳຂອງທີ່ຢູ່ເບື້ອງລຸ່ມຂອງເຂື່ອນ. ລະດັບນ້ຳໃນອ່າງໂຕ່ງເຂື່ອນ ໄລຍະ 30 ແມັດຈາກຕາຝັ່ງ ແມ່ນມີປະມານ 2.75 ແມັດ.ບໍລິສັດ CK Power (ປະເທດໄທ) ສາຂາບໍລິສັດ Ch Karn Chang ເຈົ້າຂອງໂຄງການເຂື່ອນ ໄດ້ອອກມາກ່າວປະຕິເສດໃນມື້ນີ້.ອ່ານຕໍ່ ...

The Thaiger & The Nation
https://thethaiger.com/news/national/builders-of-laos-dam-say-theyre-not-responsible-for-lack-of-flow-in-mekong-river

ເຂື່ອນໄຟຟ້າໄຊຍະບູລີ ມີແຜນເລີ່ມປະຕິບັດການເພື່ອການຄ້າພາຍໃນທ້າຍປີນີ້

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງງານຜະລິດໄຟຟ້າແຂວງໄຊຍະບູລີ ໄດ້ເລີ່ມທົດລອງການປະຕິບັດການຂອງຈັກປັ່ນໄຟໝາຍເລກຫ້າໃນມື້ວານນີ້, ເຊິ່ງຄາດວ່າເຂື່ອນນ້ຳຂອງແຫ່ງທຳອິດໃນເຂດລຸ່ມແມ່ນ້ຳຂອງດັ່ງກ່າວ ຈະສາມາດເລີ່ມການປະຕິບັດການເພື່ອການຄ້າພາຍໃນທ້າຍປີນີ້.  ເຈົ້າໜ້າທີ່ການນຳພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ກ່າວວ່າ ການທົດລອງການຜະລິດຂອງຈັກປັ່ນໄຟໝາຍເລກຫ້າຂອງເຂື່ອນດັ່ງກ່າວ ໄດ້ເລີ່ມຂຶ້ນໃນວັນທີ 17 ກໍລະກົດທີ່ຜ່ານມາ.ການທົດລອງຈັກປັ່ນໄຟໂຕອື່ນໄດ້ມີຂຶ້ນໃນຊ່ວງຕົ້ນປີນີ້ ເຊິ່ງເປັນສ່ວນໜຶ່ງຂອງການກະກຽມການປະຕິບັດການເພື່ອການຄ້າຢ່າງເຕັມຮູບແບບ. ເຂື່ອນດັ່ງກ່າວມີຈັກປັ່ນໄຟທັງໝົດແປດເຄື່ອງ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/xayaboury-dam-track-start-commercial-operation-year%E2%80%99s-end-100344

ຊາວບ້ານ 1,400 ຄົນປະສົບຄວາມຫຍຸ້ງຍາກ ພາຍຫຼັງການຍ້າຍພູມລຳເນົາສຳລັບໂຄງການກໍ່ສ້າງເຂື່ອນ

ຊາວບ້ານປະມານ 1,400 ຄົນປະສົບຄວາມຫຍຸ້ງຍາກໃນການລ້ຽງຊີບ ພາຍໃນໄລຍະສາມເດືອນຫຼັງການຍ້າຍພູມລຳເນົາສຳລັບໂຄງການກໍ່ສ້າງເຂື່ອນ. ຊາວບ້ານບາງຈຳນວນຈຳຕ້ອງກັບຄືນບ້ານເດີມເພື່ອປູກເຂົ້າຕາມລະດູການ.ເຂື່ອນໄຟຟ້ານ້ຳອູ 4 ຂອງບໍລິສັດຈີນ ເປັນໜຶ່ງໃນເຈັດເຂື່ອນທີ່ມີແຜນກໍ່ສ້າງຕາມລຳນ້ຳອູ ທີ່ໄຫຼຜ່ານແຂວງຜົ້ງສາລີ ແລະ ແຂວງຫຼວງພະບາງທາງພາກເໜືອຂອງລາວ.ປະຊາຊົນ  1,400 ຈາກ 297 ຄອບຄົວທີ່ອາໄສຢູ່ໃນຫ້າບ້ານຂອງເມືອງຂວາ ແຂວງຜົ້ງສາລີ ໄດ້ທຳການຍົກຍ້າຍພູມລຳເນົາມາຢູ່ບ້ານໃໝ່ໃນວັນທີ 14 ມີນາ 2019.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/nam-ou-4-laos-relocation-07172019144359.html

ຊາວບ້ານປະມານ 500 ຄອບຄົວຕ້ອງຍ້າຍຖິ່ນຖານໃນເດືອນນີ້ ສຳລັບໂຄງການເຂື່ອນໄຟຟ້ານ້ຳຂອງແຫ່ງທີ 5

ໂຄງການເຂື່ອນໄຟຟ້ານ້ຳຂອງໃໝ່ຢູ່ແຂວງຫຼວງພະບາງ ເຮັດໃຫ້ 465 ຄອບຄົວຕ້ອງຍ້າຍຖິ່ນຖານໃນເດືອນນີ້, ຕົວເລກຫຼ້າສຸດຂອງໂຄງການກໍ່ສ້າງເຂື່ອນໄຟຟ້າທີ່ກຳລັງຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ຊາວບ້ານຕ້ອງອົບພະຍົບເກືອບທົ່ວປະເທດ.ຊາວບ້ານໃນ 10 ບ້ານຂອງເມືອງຈອມເພັດແຂວງຫຼວງພະບາງຕ້ອງກະກຽມຍົກຍ້າຍທີ່ຢູ່ອາໄສ ເພື່ອຫຼີກທາງໃຫ້ແກ່ໂຄງການເຂື່ອນໄຟຟ້າແຂວງຫຼວງພະບາງດັ່ງກ່າວ ເຊິ່ງເປັນເຂື່ອນແມ່ນ້ຳຂອງແຫ່ງທີຫ້າຂອງລາວ, ເຊິ່ງສອງໃນຫ້າໂຄງການກຳລັງຢູ່ໃນໄລຍະການກໍ່ສ້າງ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-luang-prabang-displacement-07122019165743.html

ນ້ຳທີ່ປ່ອຍຈາກອ່າງເກັບນ້ຳຊຽງຮຸ່ງຂອງຈີນຈະມີການເໜັງຕີງ, ແຕ່ຈະບໍ່ສົ່ງຜົນກະທົບຫຼາຍ

(ຂປລ) ປະລິມານນ້ຳທີ່ປ່ອຍຈາກອ່າງເຂື່ອນໄຟຟ້າຊຽງຮຸ່ງ ມົນທົນຢຸນນານປະເທດຈີນ ຈະມີການເໜັງຕີງປ່ຽນແປງແຕ່ວັນທີ 5-19 ກໍລະກົດ 2019 ຕາມການແຈ້ງການຂອງກະຊວງຊັບພະຍາກອນນ້ຳຂອງຈີນ ເຊິ່ງໄດ້ສຳເນົາສົ່ງໃຫ້ເລຂາທິການຄະນະກຳມາທິການແມ່ນ້ຳຂອງໃນວັນທີ 3 ກໍລະກົດ.ເຖິງຈະມີການຄາດຄະເນວ່າປະລິມານຝົນຈະເພີ່ມຂຶ້ນ ທັງລະດູຝົນກໍໄດ້ເລີ່ມຄືບຄານເຂົ້າມາ, ການປ່ຽນແປງຂອງລະດັບນ້ຳດັ່ງກ່າວຄາດວ່າຈະບໍ່ສົ່ງຜົນກະທົບຫຼາຍ.ຕາມແຈ້ງການດັ່ງກ່າວມີໃຈຄວາມວ່າ ແຕ່ວັນທີ 5-9 ກໍລະກົດ ປະລິມານນ້ຳທີ່ປ່ອຍຈາກອ່າງເຂື່ອນຊຽງຮຸ່ງຈະເລີ່ມຫຼຸດລົງປະມານເຄິ່ງໜຶ່ງຈາກ 1,050 – 1,250 ແມັດກ້ອນຕໍ່ວິນາທີ (m3/s) ມາເປັນ 504-600 m3/s.ອ່ານຕໍ່   ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=46899

ປະຊາຊົນລາວ ແລະ ໄທໄດ້ຮັບຜົນກະທົບ ຫຼັງຈາກທີ່ປະເທດຈີນເປີດປະຕູນ້ຳເຂື່ອນແມ່ນ້ຳຂອງ

ຊາວບ້ານທີ່ອາໄສຢູ່ລຽບຝັ່ງແມ່ນ້ຳຂອງໃນປະເທດໄທ ແລະ ລາວ ກຳລັງຜະເຊີນກັບຄວາມຫຍຸ້ງຍາກ ຫຼັງຈາກທີ່ຈີນໄດ້ທຳການປ່ອຍນ້ຳອອກຈາກເຂື່ອນຕົ້ນແມ່ນ້ຳຂອງ.ຊາວບ້ານກວ່າ 200 ຄອບຄົວໃນແຂວງບໍ່ແກ້ວຂອງລາວໄດ້ຮັບຜົນກະທົບໜັກ ເຮັດໃຫ້ລະດັບຄວາມສູງຂອງນ້ຳເພີ່ມຂຶ້ນໂດຍກະທັນຫັນ ສົ່ງຜົນຕໍ່ການດຳລົງຊີວິດຂອງປະຊາຊົນ.ອ່ານຕໍ່ ...

ໜ່ວຍຂ່າວ RFA
https://www.rfa.org/english/news/laos/china-dam-mekong-laos-thailand-07032019151600.html

ລັດຖະບານວາງບູລິມະສິດໃນການກວດສອບມາດຕະຖານ ແລະ ຄວາມປອດໄພຂອງເຂື່ອນໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ການກວດສອບໂຄງການເຂື່ອນໄຟຟ້າແມ່ນຈັດຢູ່ໃນວາລະບູລິມະສິດສູງສຸດຂອງລັດຖະບານລາວ ເພື່ອຮັບປະກັນຄວາມປອດໄພຂອງເຂື່ອນທັງໝົດໃນປະເທດ, ເຈົ້າໜ້າທີ່ການນຳຢືນຢັນ.ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານຜ່ານສື່ມວນຊົນທ້ອງຖິ່ນໃນຫວ່າງໝໍ່ໆມານີ້ວ່າ ລັດຖະບານຈະກວດສອບມາດຕະຖານຂອງໂຄງການເຂື່ອນໄຟຟ້າທັງໝົດໃນລາວເປັນປົກກະຕິ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນທີ່ອາໃສຢູ່ຕາມລ້ອງແມ່ນ້ຳ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-prioritises-examination-dam-standards-safety-99454

ລັດຖະບານລາວເລີ່ມແຜນກວດສອບເຂື່ອນໄຟຟ້າ 55 ແຫ່ງ ໜຶ່ງປີພາຍຫຼັງໄພພິບັດເຂື່ອນ PNPC 

ລັດຖະບານລາວເນັ້ນໃສ່ການດຳເນີນແຜນກວດສອບເຂື່ອນໄຟຟ້າທັງໝົດຈຳນວນ 55 ແຫ່ງໃນລາວ ຫຼັງຈາກເກືອບໜຶ່ງປີຂອງການແຕກຂອງສັນເຂື່ອນແຫ່ງໜຶ່ງ ເຮັດໃຫ້ເກີດໄພພິບັດນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນປະເທດໃນຮອບຫຼາຍທົດສະວັດ.ໄພພິບັດດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ເມື່ອສັນເຂື່ອນຂອງໂຄງການພະລັງງານໄຟຟ້າເຊປຽນ-ເຊນ້ຳນ້ອຍ (PNPC) ແຕກພັງລົງເນື່ອງຈາກຝົນຕົກໜັກ, ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມ 12 ບ້ານ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ທັງມີຜູ້ສູນຫາຍອີກຈຳນວນໜຶ່ງຢູ່ແຂວງຈຳປາສັກ ແລະ ອັດຕະປື.ລັດຖະບານຈະເນັ້ນໃສ່ກວດສອບໂຄງສ້າງ, ການອອກແບບ ແລະ ມາດຕະຖານທາງວິຊາການຂອງເຂື່ອນ ໃນຂະນະດຽວກັນກໍຈະມີການກວດສອບວ່າເຈົ້າຂອງໂຄງການເຂື່ອນໄຟຟ້າມີການປະກັນໄພຖືກຕ້ອງ ແລະ ມີທີ່ປຶກສາທີ່ມີຄວາມຊຳນິຊຳນານປະຈຳຫຼືບໍ່.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-55-dams-inspect-07022019152725.html

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

73daJ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!