ເສດຖະກິດ ແລະ ການຄ້າ

ເປີດຕົວພັນທະບັດຊຸດທຳອິດຂອງລັດຖະບານໃນຕະຫຼາດຫຼັກຊັບລາວ LSX

ກະຊວງການເງິນ ໃນນາມຂອງລັດຖະບານລາວ ເປີດຕົວການຊື້ຂາຍພັນທະບັນຊຸດທຳອິດຂອງລັດຖະບານຢ່າງເປັນທາງການໃນຕະຫຼາດຫຼັກຊັບລາວ ເພື່ອເປັນການສົ່ງເສີມຕະຫຼາດທຶນໃນລາວ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ກະຊວງຈະເລັ່ງມືຂັ້ນຕອນການອະນຸມັດການລົງທຶນ

ກະຊວງແຜນການ ແລະ ການລົງທຶນສັນຍາຈະເພີ່ມທະວີຄວາມພະຍາຍາມໃນການເລັ່ງມືການພິຈາລະນາ ແລະ ອະນຸມັດໂຄງການລົງທຶນຕ່າງໆ ຫຼັງຈາກທີ່ພົບວ່າຂັ້ນຕອນມີລັກສະນະຊັກຊ້າກວ່າກຳນົດການຕາມທີ່ໄດ້ລະບຸໃນລະບຽບກົດໝາຍ.ຕາມບົດລາຍງານຕໍ່ສະພາແຫ່ງຊາດໃນອາທິດທີ່ຜ່ານມາ, ກະຊວງໄດ້ຊີ້ແຈງຫຼາຍບັນຫາທີ່ເຮັດໃຫ້ຕ້ອງໃຊ້ເວລາໃນການພິຈາລະນນາ ແລະ ອະນຸມັດໂຄງການ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ລາວບໍ່ໄດ້ຮັບໝາກຜົນເຕັມເມັດເຕັມໜ່ວຍໃນການເຂົ້າປະຊາຄົມເສດຖະກິດພາກພື້ນ: ນັກຊ່ຽວຊານຊີ້

ວຽງຈັນ, 24 ທັນວາ (ຊິນຫົວ) — ລາວບໍ່ໄດ້ຮັບໝາກຜົນເຕັມເມັດເຕັມໜ່ວຍຈາກປະຊາຕົມເສດຖະກິດລະດັບພາກພື້ນ ຍ້ອນວ່າສ່ວນແບ່ງການຄ້າຂອງລາວກັບບັນດາປະເທດອາຊຽນຫຼຸດລົງ, ຕາມການວິເຄາະຂອງຊ່ຽວຊານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NIER).ສ່ວນແບ່ງການຄ້າຂອງລາວກັບບັນດາປະເທດສະມາຊິກອາຊຽນຫຼຸດລົງຈາກ  74% ໃນປີ 2004-2010 ມາເປັນ 63% ໃນປີ 2011-2017, ໃນຂະນະທີ່ສ່ວນແບ່ງຂອງການສົ່ງອອກໄປຍັງບັນດາປະເທດອາຊຽນທຽບກັບການສົ່ງອອກທັງໝົດກໍ່ຫຼຸດລົງຈາກ 73% ໃນປີ 2004-2010 ມາເປັນ 51% ໃນປີ 2011-2017.ອ່ານຕໍ່ ...

Xinhua

ບໍລິສັດກະລິກຳລ້ຽງສັດລົງນາມຂໍ້ຕົກລົງກ່ຽວກັບການຂະຫຍາຍພື້ນທີ່ໃນແຂວງຊຽງຂວາງ

ບໍລິສັດ ລາວ-ຈາໂກ ພັດທະນາຊຽງຂວາງ ຈຳກັດ ໄດ້ລົງນາມໃນຂໍ້ຕົກລົງຮ່ວມກັບລັດຖະບານ ໃນການຂະຫຍາຍການລົງທຶນໃນການປູກຫຍ້າລ້ຽງສັດ, ການລ້ຽງງົວຄວາຍ, ໂຮງຂ້າສັດ ແລະ ການຜະລິດນົມ.ພາຍໃຕ້ຂໍ້ຕົກລົງດັ່ງກ່າວຮ່ວມກັບກະຊວງແຜນການ ແລະ ການລົງທຶນ ໄດ້ມີການໃຫ້ສຳປະທານທີ່ດິນລວມ  3,552 ເຮັກຕາ ແກ່ບໍລິສັດໃນເມືອງແປກ, ເມືອງຜາໄຊ ແລະ ເມືອງພູກູດ ແຂວງຊຽງຂວາງ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ນາຍົກສັ່ງ ຢຸດການດຳເນີນໂຄງການລົງທຶນຂອງລັດທີ່ບໍ່ຈຳເປັນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຕໍ່ສະພາແຫ່ງຊາດວ່າ ລັດຖະບານຈະເຂັ້ມງວດໃນການກວດກາໂຄງການລົງທຶນຂອງລັດ ເພື່ອສະກັດກັ້ນການນຳໃຊ້ງົບປະມານເຂົ້າໃນບັນດາໂຄງການທີ່ບໍ່ຈຳເປັນ ດັ່ງໃນຊຸມປີຜ່ານມາ.“ໃນປີ 2019 ລັດຖະບານຈະເນັ້ນໃສ່ການລົງທຶນທີ່ມີຄຸນນະພາບ,” ທ່ານນາຍົກກ່າວ. ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ໄທ-ລາວຫາລືກ່ຽວກັບການສົ່ງເສີມການຄ້າໃນພື້ນທີ່ຊາຍແດນ ທີ່ວຽງຈັນ

ປະເທດໄທ ແລະ ລາວ ມີເປົ້າໝາຍສົ່ງເສີມການຮ່ວມມືສອງຝ່າຍໃນສາມຂົງເຂດວຽກງານ — ການເມືອງ ແລະ ຄວາມສະຫງົບ, ເສດຖະກິດ ແລະ ການພັດທະນາສັງຄົມ — ໃນກອງປະຊຸມທົບທວນການຮ່ວມມືຄັ້ງທີ 3 (JCR) ໃນວັນພະຫັດທີ່ຜ່ານມາ ທີ່ນະຄອນວຽງຈັນອ່ານຕໍ່ ...

ບັນນາທິການແບງກອກໂພສ໌ທ໌

ລັດເປີດເຜີຍຕໍ່ໜ້າສພະາແຫ່ງຊາດ, ກົດໝາຍວ່າດ້ວຍການລົງລາຍເຊັນທາງອີເລັກໂທຣນິກຈະຊ່ວຍສົ່ງເສີມການຄ້າຂາຍອອນລາຍ E-commerce

ລັດຖະບານກ່າວຕໍ່ທີ່ປະຊຸມສະພາແຫ່ງຊາດວ່າ ລາວຈຳເປັນຕ້ອງມີກົດໝາຍກ່ຽວກັບການລົງນາມອີເລັກໂທຣນິກ ຮອງຮັບເພື່ອສົ່ງເສີມການຄ້າ E-commerce ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ລະບົບ E-governance.ໃນການນຳສະເໜີຮ່າງກົດໝາຍວ່າດ້ວຍການລົງນາມອີເລັກໂທຣນິກ ເພື່ອການຫາລືໃນທີ່ປະຊຸມສະພາແຫ່ງຊາດສະໄໝສາມັນເທື່ອທີ 6 ວານນີ້, ທ່ານ ທັນສະໄໝ ກົມມະສິດລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ໃຫ້ຄຳເຫັນວ່າກົດໝາຍສະບັບນີ້ແມ່ນມີຄວາມຈຳເປັນ.ອ່ານຕໍ່    ...

ສຸກສາຄອນ ແຫວນແກ້ວ

ການຫາລືເພື່ອສົ່ງເສີມສະພາບແວດລ້ອມການລົງທຶນແບບຍີ່ປຸ່ນໃນລາວ

ຕາງໜ້າຈາກສອງປະເທດ ລາວ ແລະ ຍີ່ປຸ່ນ ຮ່ວມຫາລືກັນວານນີ້ກ່ຽວກັບບັນດາຂໍ້ບັນຫາທີ່ສຳຄັນໃນການປັບປຸງສະພາບແວດລ້ອມການລົງທຶນໃນລາວ. ຈຸດປະສົງຂອງກອງປະຊຸມສົນທະນາຮ່ວມລາວ-ຍີ່ປຸ່ນຂອງພາກລັດ ແລະ ເອກະຊົນຄັ້ງທີ່ 12 ທີ່ວຽງຈັນນີ້ແມ່ນເພື່ອຄົ້ນຄວ້າວິທີການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນກັບນັກທຸລະກິດ ແລະ ນັກລົງທຶນຍີ່ປຸ່ນໃນລາວ ແລະ ເພື່ອປັບປຸງການບໍລິການ ແລະ ການອຳນວຍຄວາມສະດວກໃນການດຳເນີນໂຄງການ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ສະມາຊິກສະພາແຫ່ງຊາດຊຸກຍູ້ໃຫ້ເຂັ້ມງວດມາດຕະການໃນການຄຸ້ມຄອງການແລກປ່ຽນເງິນຕາ

ບໍ່ຄວນມີການອະນຸຍາດໃຫ້ບຸກຄົນ ແລະ ນິຕິບຸກຄົນທີ່ບໍ່ໄດ້ດຳເນີນສະຖາບັນການເງິນ ເຮັດທຸລະກິດແລກປ່ຽນເງິນຕາ ເນື່ອງຈາກການກະທຳດັ່ງກ່າວຈະສົ່ງຜົນຕໍ່ຄ່າເງິນກີບ. ສະມາຊິກສະພາແຫ່ງຊາດໄດ້ໃຫ້ຄຳແນະນຳດັ່ງກ່າວໃນການຫາລືການດັດແກ້ຮ່າງກົດໝາຍວ່າງດ້ວຍທະນາຄານທຸລະກິດ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ນາຍົກໃຫ້ຄຳໝັ້ນໃນການເພີ່ມທະວີການປັບປຸງສະພາບແວດລ້ອມການເຮັດທຸລະກິດ ເນື່ອງຈາກປະເທດລາວຖືກຫຼຸດອັນດັບ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ທີ່ປະຊຸມສະພາແຫ່ງຊາດ (ສພຊ) ວ່າ ລັດຖະບານຈະເພີ່ມທະວີຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ຫຼັງຈາກທີ່ປະເທດລາວຖືກຫຼຸດອັນດັບລົງ 13 ລະດັບກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

upzG5
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!