ເສດຖະກິດ ແລະ ການຄ້າ

ປະເທດໄທເຊີນຜູ້ປະກອບການລາວເຂົ້າຮ່ວມງານຕະຫຼາດນັດການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ກົມສົ່ງເສີມການຄ້າສາກົນ, ກະຊວງການຄ້າໄທ ຮ່ວມກັບສະຫະພັນອຸດສາຫະກຳປະເທດໄທ ນຳສະເໜີແຜນຈັດງານຕະຫຼາດນັດ Bangkok RHVAC 2019 and Bangkok E&E 2019 ໃຫ້ແກ່ຜູ້ປະກອບການຈາກລາວ ເພື່ອດຶງດູດຜູ້ຊົມຈາກບັນດາປະເທດໃນອາຊຽນ.ງານຕະຫຼາດນັດເຄື່ອງທຳຄວາມເຢັນ, ເຄື່ອງທຳຄວາມຮ້ອນ, ພັດລົມ ແລະ ເຄື່ອງປັບອາກາດ ບາງກອກ Fair 2019 (Bangkok RAVAC 2019) ແລະ ຕະຫຼາດນັດເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນການໄຟຟ້າ ບາງກອກ (Bangkok E&E) 2019 ຈະຈັດຂຶ້ນໃນວັນທີ 25-28 ກັນຍານີ້ ທີ່ສູນວາງສະແດງການຄ້າສາກົນບາງກອກ ທີ່ບາງນາ ປະເທດໄທ.ອ່ານຕໍ່ ...

ໂຕະຂ່າວ

ງານວາງສະແດງອະສັງຫາລິມະຊັບ 2019 ຈະຈັດຂຶ້ນໃນເດືອນມີນາ

(ຂປລ) ງານວາງສະແດງອະສັງຫາລິມະຊັບ Laorealestate.la Expo 2019 ຄັ້ງທຳອິດໃນປະເທດລາວ ຈະຈັດຂຶ້ນທີ່ໂຮງແຮມດອນຈັນພາເລສ໌ ໃນວັນທີ 1 ແລະ 2 ເດືອນມີນາ ເຊິ່ງຈະມີບໍລິສັດອະສັງຫາກວ່າ 40 ແຫ່ງເຂົ້າຮ່ວມວາງສະແດງ.ອ່ານຕໍ່  ...

ຂປລ

ລາວໝາຍຂະຫຍາຍຕະຫຼາດສຳລັບຜູ້ຜະລິດເຟີນິເຈີ

 ວຽງຈັນ (ວຽງຈັນທາມສ໌/ANN) – ງານຕະຫຼາດນັດເຟີນີເຈີລາວແມ່ນຈັດຂຶ້ນທຸກໆປີເພື່ອສົ່ງເສີມຜະລິດຕະຜົນ ແລະ ຂະຫຍາຍການເຂົ້າເຖິງຕະຫຼາດສຳລັບຜູ້ຜະລິດເຟີນິເຈີລາວ.ສະມາຄົມເຟີນີເຈີລາວຫວັງວ່າ ງານຕະຫຼາດນັດເຟີນີເຈີໄມ້ລາວທີ່ຈະຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ ທີ່ວຽງຈັນ ໃນວັນທີ 12-20 ມັງກອນນີ້ຈະຊ່ວຍສົ່ງເສີມການຈຳໜ່າຍຜະລິດຕະພັນເຟີນີເຈີ ຢ່າງຕ່ຳ 70%, ໃນມູນຄ່າລວມ 14 ຕື້ກີບ.ອ່ານຕໍ່ ...

ໂຕະຂ່າວ

ເຈົ້າໜ້າທີ່ອະນຸມັດແຜນດຳເນີນງານເພື່ອຄວາມສະດວກໃນການດຳເນີນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN)  – ເລຂະທິການເພື່ອການປັບປຸງລະບຽບການ ແລະ ກົນໄກການປະສານງານສຳລັບການດຳເນີນທຸລະກິດໃນລາວ ໄດ້ຜ່ານແຜນດຳເນີນງານເພື່ອແນໃສ່ທັບມ້າງອຸປະສັກພາຍໃນ 10 ຕົວຊີ້ວັດ ທີ່ສົ່ງຜົນຕໍ່ຄວາມສະດວກໃນການດຳເນີນທຸລະກິດ.ແຜນດຳເນີນງານດັ່ງກ່າວໄດ້ມີການລຸລ່ວງໃນກອງປະຊຸມໃນວັນສຸກແລ້ວນີ້ ນຳໂດຍທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.ອ່ານຕໍ່ ...

ໂຕະຂ່າວ

ລັດຖະບານອະນຸມັດລາຍການທຸລະກິດຄວບຄຸມ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອະນຸມັດລາຍການທຸລະກິດ ທີ່ຕ້ອງຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານ, ໃນຂະນະທີ່ທຸລະກິດປະເພດອື່ນທີ່ຢູ່ນອກເໜືອຈາກລາຍການດັ່ງກ່າວແມ່ນສາມາດດຳເນີນໄດ້ຕາມສະດວກ.ເຈົ້າໜ້າທີ່ຫ້ອງການທະບຽນທຸລະກິດກ່າວໃນວານນີ້ວ່າ ຈາກນີ້ໄປບັນດາໜ່ວນຍທຸລະກິດທີ່ບໍ່ຢູ່ໃນລາຍການ ສາມາດຂຶ້ນທະບຽນເລກລະຫັດ ແລະ ໃບອະນຸຍາດດຳເນີນທຸລະກິດໄດ້ສະດວກຍິ່ງຂຶ້ນ.ອ່ານຕໍ່  ...

ເອກະພອນ ພູທອນສີ

ພັກຮັບຮອງເອົາ 9 ມາດຕະການເລັ່ງດ່ວນໃນການຂັບເຄື່ອນເສດຖະກິດ

ຄະນະກຳມະການສູນກາງພັກປະຊາຊົນປະຕິວັດລາວ ໄດ້ຮັບຮອງເອົາມາດຕະການຕົ້ນຕໍ ແລະ ເລັ່ງດ່ວນໃນການຂັບເຄື່ອນເສດຖະກິດມະຫາພາກ ເຊິ່ງກຳລັງປະສົບຄວາມຫຍຸ້ງຍາກໃນປະຈຸບັນ.ການລົງທຶນຊຸດໃໝ່ຂອງລັດຕ້ອງເນັ້ນໃສ່ສະເພາະແຕ່ໂຄງການທີ່ເຫັນວ່າມີປະສິດທິຜົນທາງດ້ານເສດຖະກິດ ຍົກເວັ້ນໂຄງການຟື້ນຟູຜົນກະທົບຈາກໄພພິບັດທາງທຳມະຊາດ ຕາມມາດຕະການດັ່ງກ່າວ. ພາລະກິດເລັ່ງດ່ວນທີ່ສຸດກໍຄືການສະກັດກັ້ນການຮົ່ວໄຫຼດ້ານງົບປະມານ, ການສ້າງຄວາມເຂັ້ມແຂງດ້ານກົດໝາຍ ກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານງົບປະມານ ແລະ ການເງິນ ກໍ່ຄືປິດຊ່ອງຫວ່າງໃນການສໍ້ໂກງຕໍ່ງົບປະມານຂອງລັດ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ການປະເມີນຜົນໂຄງການລົງທຶນກ່ອນການດຳເນີນການແມ່ນມີຄວາມຈຳເປັນສຳລັບລາວ: ນາຍົກ

 ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຊຸກຍູ້ໃຫ້ກະຊວງແຜນການ ແລະ ການລົງທຶນ ຮ່ວມມືກັບອຳນາດການປົກຄອງຂັ້ນແຂວງໃນການສ້າງຄວາມກະຈ່າງແຈ້ງ ແລະ ທຳການປະເມີນຜົນກ່ອນການດຳເນີນໂຄງການພັດທະນາ ເພື່ອຮັບປະກັນທາງດ້ານຄຸນນະພາບ ແລະ ຄວາມຍືນຍົງຂອງໂຄງການ.ທ່ານນາຍົກ ຍັງໄດ້ແນະນຳເຈົ້າໜ້າທີ່ກະຊວງໃນການລົງຕິດຕາມການດຳເນີນໂຄງການຢ່າງໃກ້ຊິດຕິດແທດ ແທນທີ່ການລໍຖ້າແຕ່ບົດລາຍງານຈາກອຳນາດການປົກຄອງທ້ອງຖິ່ນ.ອ່ານຕໍ່  ...

ໂຕະຂ່າວ

ການຄ້າລາວ-ຫວຽດນາມທະລຸຫຼັກ US$1 ຕື້ໂດລາ

ວຽງຈັນ (ວຽງຈັນທາມສ໌/ANN) – ມູນຄ່າການຄ້າຮ່ວມດ້ານການນຳເຂົ້າ ແລະ ສົ່ງອອກລະຫວ່າງລາວ ແລະ ຫວຽດນາມເພີ່ມຂຶ້ນປະມານ 13% ໃນປີ 2018, ແຕະຫຼັກ US$1 ຕື້ໂດລາ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ສອງປະເທດ.ຕົວເລກດັ່ງກ່າວໄດ້ຮັບການເປີດເຜີຍຜ່ານກອງປະຊຸມຄະນະລັດຖະບານຮ່ວມ ລາວ-ຫວຽດນາມ ສະໄໝ 41 ທີ່ນະຄອນຫຼວງຮາໂນ້ຍ ໃນອາທິດແລ້ວນີ້.ໃນປີ 2018, ລາວສ້າງລາຍຮັບຈາກການສົ່ງອອກສິນຄ້າໄປປະເທດຫວຽດນາມ US$723.5 ລ້ານໂດລາ ແລະ ນຳເຂົ້າສິນຄ້າຈາກຫວຽດນາມມູນຄ່າ US$552.2 ລ້ານໂດລາ, ອີງຕາມກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...

ໂຕະຂ່າວ

ໂຮງແຮມເມີຄຽວວຽງຈັນແຈ້ງປິດກິດຈະການໃນວັນທີ 1 ມິນານີ້

ເຄືອຂ່າຍໂຮງແຮມເມີຄຽວໄດ້ອອກແຈ້ງການກ່ຽວກັບການປິດກິດຈະການໃນນະຄອນຫຼວງວຽງຈັນນັບແຕ່ວັນທີ 1 ມີນາເປັນຕົ້ນໄປ.ໂຮງແຮມເມີຄຽວຈະສືບຕໍ່ໃຫ້ບໍລິການໄປຈົນເຖິງວັນທີ 28 ກຸມພາ ກ່ອນທີ່ຈະປິດກິດຈະການໃນວັນທີ 1 ມີນານີ້ ຕາມຈົດໝາຍແຈ້ງການຂອງຜູ້ຈັດການໃຫຍ່ ຄຣິສໂຕເຟີ ເຢວ ລົງວັນທີ 26 ທັນວາ 2018. ຕະຫຼາດການໂຮງແຮມ ແລະ ທີ່ພັກອາໄສທີ່ມີການແຂ່ງຂັນສູງຂຶ້ນ ລວມທັງການເປີດກິດຈະການຂອງໂຮງແຮມລາຍໃຫຍ່ກວ່າຄື Crowne Plaza ແມ່ນເປັນປັດໄຈທີ່ບໍ່ສາມາດຫຼີກລ່ຽງໄດ້ ທີ່ສົ່ງຜົນຕໍ່ທຸລະກິດຂອງສາຂາໂຮງແຮມ ເມິຄຽວ ວຽງຈັນ ເຊິ່ງເປັນສ່ວນໜຶ່ງຂອງເຄືອຂ່າຍ Accor group.ອ່ານຕໍ່ ...

The Laotian Times

ການປັບປຸງຂັ້ນຕອນການປະຕິບັດເພື່ອສົ່ງເສີມການຄ້າລະຫວ່າງຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ການຄ້າລະຫວ່າງຊາຍແດນໄດ້ຮັບຄວາມສະດວກ ແລະ ວ່ອງໄວຍິ່ງຂຶ້ນ ຍ້ອນການປັບປຸງຂັ້ນຕອນການດຳເນີນງານທີ່ກ່ຽວຂ້ອງ, ຕາມບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ. ການປັບປຸງຂັ້ນຕອນດັ່ງກ່າວແມ່ນຜົນຂອງຄວາມພະຍາຍາມຂອງລັດຖະບານໃນການສົ່ງເສີມສະພາບແວດລ້ອມທີ່ສະດວກໃນການດຳເນີນທຸລະກິດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

yMxxR
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!