ເສດຖະກິດ ແລະ ການຄ້າ

ລັດຖະບານລາວຫາລືນະໂຍບາຍເພື່ອຮັກສາລະດັບການຂະຫຍາຍຕົວຂອງເສດຖະກິດ

ລັດຖະບານໄດ້ມີການຫາລືທາງດ້ານນະໂຍບາຍ ແລະ ອະນຸມັດແຜນບູລິມະສິດສຳລັບປີນີ້ ເພື່ອສູ້ຊົນຂັນເຂື່ອນປະເທດຕາມເສັ້ນທາງການຂະຫຍາຍຕົວຂອງເສດຖະກິດທີ່ເໝາະສົມ.ຕາມການເປີດເຜີຍຂອງສຳນັກງານນາຍົກລັດຖະມົນຕີຕໍ່ສື່ມວນຊົນ, ກອງປະຊຸມປະຈຳເດືອນຂອງລັດຖະບານ ເຊິ່ງໄດ້ຈັດຂຶ້ນໃນວັນທີ 24 ແລະ 25 ມັງກອນນີ້ ພາຍໃຕ້ການນຳພາຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໄດ້ມີການຫາລີຂໍ້ສະເໜີຈຳນວນໜຶ່ງ ແລະ ມີການອະນຸມັດແຜນວາລະກິດຈະກຳທີ່ຈະດຳເນີນໂດຍລັດຖະບານສຳລັບປີນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ

ລາວຈະພິຈາລະນາຄຳແນະນຳກ່ຽວກັບນະໂຍບາຍດ້ານເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຕໍ່ຂະແໜງທຸລະກິດວ່າ ລັດຖະບານຈະພິຈາລະນາທຸກໆຄຳແນະນຳ ແລະ ຄຳຄິດເຫັນໂດຍຊອບທຳຈາກຂະແໜງການ ແລະ ສາທາລະນະຊົນ ກ່ອນຈະອອກນະໂຍບາຍສົ່ງເສີມທຸລະກິດ.ທ່ານນາຍົກໄດ້ໃຫ້ຄຳເຫັນດັ່ງກ່າວໃນກອງປະຊຸມປະຈຳປີຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI), ເນື່ອງໃນໂອກາດການສ້າງຕັ້ງສະພາຄົບຮອບ 30 ປີ.ອ່ານຕໍ່ ...

News Desk

ການຈົດທະບຽນທຸລະກິດທີ່ງ່າຍຂຶ້ນຈະຊ່ວຍປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກລົງທຶນ ແລະ ນັກທຸລະກິດໃນລາວຈະບໍ່ປະສົບຄວາມຫຍຸ້ງຍາກໃນການຈົດທະບຽນທຸລະກິດອີກຕໍ່ໄປ ຍ້ອນວ່າກະຊວງອຸດສາຫະກຳ ແລະ ການຄ້າມີແຜນໃໝ່ໃນການຫຼຸດຜ່ອນໄລຍະເວລາການຈົດທະບຽນທຸລະກິດໃຫ້ເປັນພາຍໃນ 10 ວັນ.ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແບະ ການຄ້າ ໄດ້ອອກຂໍ້ຕົກລົງກ່ຽວກັບການຈົດທະບຽນທຸລະກິດໃນວັນທີ 9 ມັງກອນນີ້ ແລະ ມາດຕະການດັ່ງກ່າວຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ກຸມພານິ້ເປັນຕົ້ນໄປ.ອ່ານຕໍ່ ...

News Desk

ເທດສະການອາຫານລາວ 2019 ເລີ່ມເປີດສາກແລ້ວ

(ຂປລ) ປະຊາຊົນລາວທ້ອງຖິ່ນ ແລະ ຕ່າງປະເທດ ຈຳນວນຫຼາຍຫຼັ່ງໄຫຼເຂົ້າໄປສວນເຈົ້າອານຸວົງ ໃນວັນທີ 23 ມັງກອນນີ້ ເພື່ອຢ້ຽມຊົມເທດສະການອາຫານລາວ ເຊິ່ງມີບູ໊ດວາງສະແດງອາຫານ, ຜະລິດຕະພັນກະສິກຳ ແລະ ຫັດຖະກຳທັງພາຍໃນ ແລະ ຕ່າງປະເທດ ກວ່າ 180 ບູ໊ດ.ງານດັ່ງກ່າວຈະມີຂຶ້ນແຕ່ວັນທີ 23-26 ມັງກອນນີ້ ແຕ່ເວລາ 8:00 ເຊົ້າເຖິງ 10.00 ແລງ, ແນໃສ່ສົ່ງເສີມການອະນຸລັກອາຫານລາວທ້ອງຖິ່ນ ແລະ ວັດທະນະທຳທີ່ກ່ຽວຂ້ອງ, ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະຈາກປະເທດອາຊຽນໃຫ້ເຂົ້າມາທ່ຽວລາວ, ແລະ ເປັນການສົ່ງເສີມໂອກາດສຳລັບຜູ້ປະກອບການແມ່ຍິງ ໃນຂະແໜງທຸລະກິດອາຫານ ໃນການນຳສະເໜີສິນຄ້າ ແລະ ການບໍລິການຂອງເຂົາເຈົ້າ, ອີງຕາມ ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມທຸລະກິດແມ່ຍິງລາວ.ອ່ານຕໍ່ ...

ຂປລ

ລາວຈະນຳໃຊ້ລະບົບປະຕູດຽວສຳລັບການຄຸ້ມຄອງການນຳເຂົ້າຍານພາຫະນະ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານກຳລັງຈະນຳໃຊ້ລະບົບປະຕູດຽວແຫ່ງຊາດລາວ (LNSW) ເພື່ອຄຸ້ມຄອງການນຳເຂົ້າຍານພາຫະນະ ຜ່ານຂົວມິດຕະພາບລາວ-ໄທໜຶ່ງ ນະຄອນວຽງຈັນ.ລະບົບດັ່ງກ່າວແມ່ນສ່ວນໜຶ່ງຂອງຄວາມພະຍາຍາມໃນການຄຸ້ມຄອງຂະບວນການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ສ້າງຄວາມສະດວກໃຫ້ແກ່ຂັ້ນຕອນການດຳເນີນທຸລະກິດ.ອ່ານຕໍ່ ...

ໂຕະຂ່າວ

ລາວລຶບລ້າງພາສີສິນຄ້ານຳເຂົ້າຈາກອາຊຽນສ່ວນໃຫຍ່

ເຈົ້າໜ້າທີ່ລາວໄດ້ແຈ້ງຫຼຸດພາສີນຳເຂົ້ົາສິນຄ້າຈຳນວນ 8,536 ລາຍການໃຫ້ເປັນສູນ ເຊິ່ງເປັນສ່ວນໜຶ່ງຂອງພາລະກິດຂອງຊາດ ໃນການຈັດຕັ້ງເຂດການຄ້າເສລີອາຊຽນ, ຕາມບົດລາຍງານຂອງລັດຖະບານ,ອ່ານຕໍ່ ...

ເອກະພອນ ພູທອນສີ

ເອັມພອຍມາດຮ່ວມມືກັບມີນີບິກຊີ ໃຫ້ບໍລິການຮ້ານສະດວກຊື້ທັນສະໄໝ ສຳລັບຊາວນະຄອນວຽງຈັນ

(ຂປລ) ເອັມພອຍມາດ (M-Point Mart) ຮ່ວມມືກັບທຸລະກິດມີນີບິກຊີ (Mini Big C) ຂອງໄທ ເພື່ອປັບປ່ຽນຮູບແບບສາຂາຮ້ານສະດວກຊື້ໃຫ້ຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າໃນນະຄອນຫຼວງວຽງຈັນຫຼາຍຂຶ້ນ.ການຮ່ວມທຸລະກິດດັ່ງກ່າວຄາດວ່າຈະສ້າງວຽກເຮັດງານທຳ 500 ອັດຕາສຳລັບປະຊາຊົນໃນທ້ອງຖິ່ນ ທັງເປັນການສ້າງລາຍໄດ້ໃຫ້ແກ່ຊຸມຊົນທ້ອງຖິ່ນ ທັງເປັນການປັບປ່ຽນສາຂາຮ້ານເອັມພອບທັງ 42 ສາຂາ ໃຫ້ເປັນຮ້ານສະດວກຊື້ທັນສະໄໝທີ່ຄົບຖ້ວນໄປດ້ວຍສິນຄ້າ ແລະ ການບໍລິການພາຍໃນໄຕມາດທຳອິດຂອງປີ 2019.ອ່ານຕໍ່ ...

ຂປລ

ທຸລະກິດຮ່ວມຜະສົມລາວ-ຈີນ ຈະລົງທຶນ US$90 ລ້ານໂດລາໃນການສະໜອງຜະລິດຕະພັນເຄມີ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດຮ່ວມທຶນຂາອອກ-ຂາເຂົ້າເຄມີລາວ ມີແຜນລົງທຶນຈຳນວນ US$90 ລ້ານໂດລາໃນໄລຍະຫ້າປີ ເພື່ອສະໜອງຜະລິດຕະພັນເຄມີສຳລັບຂະແໜງການຕ່າງໆໃນລາວ.ບໍລິສັດໃໝ່ດັ່ງກ່າວຈັດແບ່ງການດຳເນີນທຸລະກິດເປັນສາມຂັ້ນ ແລະ ໄດ້ເລີ່ມດຳເນີນງານມີແຕ່ປີກາຍນີ້. ບໍລິສັດດັ່ງກ່າວຕັ້ງຢູ່ບ້ານໂຊກນ້ອຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ສະຖຽນລະພາບດ້ານເສດຖະກິດມະຫາພາກຂອງ ສປປ ລາວອາດຜະເຊີນກັບຄວາມບໍ່ແນ່ນອນ 

(ຂປລ) ການຂະຫຍາຍຕົວດ້ານເສດຖະກິດຂອງ ສປປ ລາວ ຄາດວ່າຈະຢູ່ທີ່ 6.5% ໃນປີ 2018 ຫຼຸດລົງຈາກ 6.9% ໃນປີ 2017, ເຊິ່ງສ່ວນໜຶ່ງແມ່ນຍ້ອນຜົນກະທົບຈາກໄພນ້ຳຖ້ວມຄັ້ງຮ້າຍແຮງເປັນບໍລິເວນກວ້າງໃນປີຜ່ານມາ.ຂະແໜງການກໍ່ສ້າງພື້ນຖານໂຄງລ່າງ, ການສົ່ງອອກກະແສໄຟຟ້າ ແລະ ການບໍລິການ ແມ່ນຕົວຂັບເຄື່ອນຫຼັກຂອງການຂະຫຍາຍຕົວໃນປີ 2018.ອ່ານຕໍ່ ...

ຂປລ

ລາວສັນຍາວ່າຈະຕິດຕາມສິນເຊື່ອ SMEs ຢ່າງໃກ້ຊິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະທຳການຕິດຕາມການຄຸ້ມຄອງສິນເຊື່ອທີ່ປ່ອຍກູ້ໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ຢ່າງໃກ້ຊິດ ເພື່ອຮັບປະກັນວ່າເຂົາເຈົ້າມີການນຳໃຊ້ຢ່າງມີປະສິດທິຜົນ ແລະ ສ້າງຜົນກຳໄລ.ໃນກອງປະຊຸມປະຈຳປີຂອງໜ່ວຍງານການເງິນໃນຕົ້ນເດືອນນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວວ່າລັດຖະບານຈະຕິດຕາມທຸກໆໂຄງການ SMEs ທີ່ໄດ້ຮັບເງິນກູ້ຢືມຈາກທະນາຄານ ແລະ ພາຍໃຕ້ການລົງທຶນຂອງລັດຖະບານ.ອ່ານຕໍ່  ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

sXJnp
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!