ເສດຖະກິດ ແລະ ການຄ້າ

ຂະແໜງການລັດ ແລະ ເອກະຊົນຮ່ວມມືໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ

(ຂປລ) ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ຮ່ວມກັບຕາງໜ້າຈາກຂະແໜງການເອກະຊົນ ຫາລືກ່ຽວກັບການປະຕິຮູບທີ່ຜ່ານມາເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃນ ສປປ ລາວ ໃນວັນພະຫັດທີ່ຜ່ານມາທີ່ວຽງຈັນ.ອ່ານຕໍ່ ...

ຂປລ

ລະບົບພາສີປປະຕູດຽວຈະສ້າງຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກໃນລາວ

ລັດຖະບານລາວຈະນຳໃຊ້ລະບົບພາສີປະຕູດຽວໃນອາທິດຕໍ່ໜ້ານີ້ ເພື່ອອຳນວຍຄວາມສະດວກໃຫ້ແກ່ຂະບວນການນຳເຂົ້າ ແລະ ສົ່ງອອກສິນຄ້າ ເຊິ່ງເປັນແນວທາງໃນການປັບປຸງສະພາບແວດລ້ອມການລົງທຶນໃນລາວໂດຍລວມ.ທຸລະກິດນຳເຂົ້າຍານພາຫະນະຈະເປັນກຸ່ມທຸລະກິດທຳອິດທີ່ໄດ້ຮັບປະໂຫຍດຈາກນະໂຍບາຍປະຕຸດຽວແຫ່ງຊາດ (LNSW), ຕາມຂໍ້ຕົກລົງຂອງກະຊວງການເງິນ.ອ່ານຕໍ່   ...

ສຸກສາຄອນ ແຫວນແກ້ວ

ງານວາງສະແດງລົດວຽງຈັນ Motor Show ຈະສະແດງຍານຍົນຫຼ້າສຸດລະດັບໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງລົດວຽງຈັນ Motor Show 2019 ທີ່ສູນການຄ້າລາວໄອເຕັກ ໃນວັນທີ 22 ກຸມພາ ຫາ 2 ມີນາ ຈະສະແດງຍານຍົນຍີ້ຫໍ້ຊັ້ນນຳລະດັບໂລກເພື່ອເອົາໃຈຄໍລົດ.ອ່ານຕໍ່ ...

ໂຕະຂ່າວ

ສະພາອຸດສາຫະກຳ ແລະ ການຄ້າລາວຮ່າງຂັ້ນຕອນລະອຽດໃນການພັດທະນາດ້ານເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ (LNCCI) ກຳລັງພັດທະນາຍຸດທະສາດທຸລະກິດໄລຍະຍາວ ໂດຍອີງໃສ່ການພັດທະນາແບບຍືນຍົງ ແລະ ສີຂຽວ, ເພື່ອໃຫ້ສອດຄ່ອງຕາມນະໂຍບາຍກ່ຽວກັບການພັດທະນາ SME ຂອງລັດຖະບານ.ອ່ານຕໍ່ ...

ໂຕະຂ່າວ

ການອະນຸຍາດສຳລັບທຸລະກິດການເງິນຈຸນລະພາກຈະກັບມາໃນເດືອນມີນາ, ຕາມເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ມີແຜນກັບມາທຳການອະນຸມັດທຸລະກິດການເງິນຈຸນລະພາກເລີ່ມແຕ່ເດືອນມີນາເປັນຕົ້ນໄປ ຫຼັງຈາກໄດ້ມີການງົດການຊຳລະສະສາງຂອງໜ່ວຍທຸລະກິດດັ່ງກ່າວໃນປີ 2017.ຜູ້ປະກອບການທີ່ມີຄວາມສົນໃຈໃນການຈັດຕັ້ງທຸລະກິດການເງິນຈຸນລະພາກແບບບໍ່ມີການຝາກເງິນ, ການບໍລິການໂອນເງິນ, ທຸລະກິດເຊົ່າ ແລະ ໂຮງຈຳນຳ ສາມາດຍື່ນໃບສະໝັ້ກພ້ອມດ້ວຍເອກະສານທີ່ກ່ຽວຂ້ອງໄປຍັງພະແນກການທີ່ກ່ຽວຂ້ອງໃນເດືອນມີນາ.ອ່ານຕໍ່  ...

ໂຕະຂ່າວ

ຂັ້ນຕອນການອະນຸມັດການດຳເນີນທຸລະກິດໃນລາວຫຼຸດໄລຍະໃຫ້ຕ່ຳກວ່າສອງເດືອນ

ວຽງຈັນ (ວຽງຈັນທາມສ໌/ANN) – ໄລຍະເວລາໃນການປະກອບເອກະສານໃນການຈົດທະບຽນທຸລະກິດໃໝ່ໃນລາວໄດ້ຮັບການຫຼຸດລົງບໍ່ໃຫ້ເກີນສອງເດືອນ ທຽບກັບກຳນົດການເດີມແມ່ນ 174 ວັນ.ລະບົບໃໝ່ດັ່ງກ່າວຈະມີຜົນບັງຄັບໃຊ້ແຕ່ວັນທີ 1 ກຸມພານີ້ເປັນຕົ້ນໄປ, ຕາມການເປີດເຜີຍຕໍ່ໜັງສືພິມວຽງຈັນທາມສ໌ຂອງເຈົ້າໜ້າທີ່ຫ້ອງການຈົດທະບຽນທຸລະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນສຸກແລ້ວນີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕະຫຼາດຫຼັັກຊັບລາວເຜີຍແຜ່ຂໍ້ມູນກ່ຽວກັບການປະຕິບັດການໃນຕະຫຼາດຫຸ້ນເພື່ອສົ່ງເສີມການຂາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ຕະຫຼາດຫຼັກຊັບລາວ (LSX) ຈະສືບຕໍ່ເຜີຍແຜ່ຂໍ້ມູນຂ່າວສານຕໍ່ສາທາລະນະຊົນກ່ຽວກັບກິດຈະກຳຕະຫຼາດຫຸ້ນ ຜ່ານການຮ່ວມມືຢ່າງເປັນປົກກະຕິກັບຄູ່ຮ່ວມງານໃນພາກພື້ນ ແລະ ສາກົນ ເພື່ອການສົ່ງເສີມການພັດທະນາຕະຫຼາດຫຸ້ນລາວ.ປະຊາຊົນລາວສ່ວນໃຫຍ່ຍັງບໍ່ທັນເຂົ້າໃຈກ່ຽວກັບຂະບວນການໃນການຊື້ຂາຍຫຸ້ນໃນຕະຫຼາດຫຸ້ນລາວ ໃນຂະນະດຽວກັນ ຜູ້ທີ່ພໍມີຄວາມຮູ້ ກໍ່ຕ້ອງເພີ່ມຄວາມເຂົ້າໃຈໃຫ້ເລິກເຊິ່ງ ກ່ອນການລົງທຶນໃນຕະຫຼາດຫຸ້ນ.ອ່ານຕໍ່ ...

News Desk

ບໍ່ມີການປ່ຽນແປງທາງດ້ານນະໂຍບາຍເຖິງວ່າມີການຫຼຸດຜ່ອນການນຳເຂົ້າລົດຈັກໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ພາກລັດກ່າວວ່າຈະບໍ່ມີການປ່ຽນແປງທາງດ້ານນະໂຍບາຍໃດໆກ່ຽວກັບການນຳເຂົ້າລົດຈັກ ລວມເຖິງອັດຕາອາກອນ ເຖິງວ່າຈະມີການຮຽກຮ້ອງໃຫ້ມີການປ່ຽນແປງເນື່ອງຈາກຍອດຂາຍລົດຈັກຫຼຸດຜ່ອນລົງ.“ນະໂຍບາຍການນຳເຂົ້າລົດຈັກຈະບໍ່ມີການປ່ຽນແປງໃນປີນີ້. ອາກອນນຳເຂົ້າ ລວມເຖິງຂັ້ນຕອນ ແລະ ນະໂຍບາຍຕ່າງໆຍັງຄົງປະຕິບັດໃນລັກສະນະດຽວກັບປີຜ່ານມາ.”ອ່ານຕໍ່  ...

ສຸກສະໄໝ ບູລົມ

ນາຍົກລາວຊຸກຍູ້ການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນແຂວງຈຳປາສັກ

ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແນະນຳໃຫ້ແຂວງຈຳປາສັກແລະ ແຂວງພາກໃຕ້ອື່ນໆ ກ້າວຂ້າມອຸປະສັກ ແລະ ສິ່ງທ້າທາຍຂອງການດຳເນີນທຸລະກິດເພື່ອເພີ່ມໂອກາດໃນການດຶງດູດການລົງທຶນ.ໃນກອງປະຊຸມໄດ້ຫາລືນະໂຍບາຍ ໃນການສ້າງສະພາບແວດລ້ອມເພື່ອດຶງດູດນັກລົງທຶນໃນລາວ. ການເຮັດທຸລະກິດໃນລາວຍັງຄົງເປັນບັນຫາສຳລັບນັກລົງທຶນຈຳນວນໜຶ່ງ ແລະ ອຸປະສັກທີ່ຕ້ອງຜ່ານຜ່າກໍຄືການສົ່ງເສີມການລົງທຶນໃນທຸກຂະແໜງການ.ອ່ານຕໍ່ ...

ໂຕະຂ່າວ

ເສດຖະກິດຂອງແຂວງຈຳປາສັກຂອງລາວຂະຫຍາຍຕົວ 8%

ວຽງຈັນ (ວຽງຈັນທາມສ໌) – ເສດຖະກິດຂອງແຂວງຈຳປາສັກຂອງລາວຂະຫຍາຍຕົວ 8.15% ໃນປີ 2018, 0.02% ຫຼາຍກວ່າຕົວເລກເປົ້າໝາຍທີ່ສະພາແຫ່ງຊາດຕັ້ງໄວ້ຢູ່ທີ່ 8.13 %.ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 19,142 ຕື້ກີບ ຫຼື 115.63% ທຽບກັບປີເປົ້າໝາຍປີ 2018 ທີ່ 16,554 ຕື້ກີບ, ຂະນະທີ່ລາຍຮັບຕໍ່ຫົວຄົນສະເລ່ຍຕໍ່ຈຳປີແມ່ນຢູ່ທີ່ US$3,153 ໂດລາ – ເພີ່ມຂຶ້ນ US$294 ໂດລາ, ທ່ານ ປອ ບຸນທອງ ດີວິໄຊ ເຈົ້າແຂວງຈຳປາສັກລາຍງານໃນກອງປະຊຸມສະພາປະຊາຊົນແຂວງ.More  ...

News Desk

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

DUnek
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!