ເສດຖະກິດ ແລະ ການຄ້າ

ກະຊວງເປີດຕົວໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າໄດ້ເປີດຕົວໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ (LCT) ເພື່ອຈຸດປະສົງສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດທຸກປະເພດ, ເປັນຕົ້ນແມ່ນທຸລະກິດຂະໜາດຍ່ອຍ, ທຸລະກິດຂະໜາດນ້ອຍ, ແລະ ທຸລະກິດຂອງແມ່ຍິງ. ກອງປະຊຸມເປີດໂຄງການໃນວັນສຸກແລ້ວນີ້ ມີຜູ້ເຂົ້າຮ່ວມກວ່າ 100 ຄົນຈາກຕາງໜ້າຄຸ່ຮ່ວມພັດທະນາ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຂະແໜງການເອກະຊົນ.ຈຸດປະສົງຂອງໂຄງການແມ່ນແນໃສ່ສ້າງຄວາມສະດວກດ້ານລະບຽບການທາງທຸລະກິດ, ອຳນວຍຄວາມສະດວກດ້ານການຄ້າ, ແລະ ສົ່ງເສີມຄວາມສາມາດໃນການແຂ່ງຂັນໃນລະດັບທຸລະກິດ ເຊິ່ງສອດຄ່ອງຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8.ອ່ານຕໍ່ ...

ໂຕະຂ່າວ

ລາວຈະຍົກລະດັບແຜນງານການອຳນວຍຄວາມສະດວກດ້ານການຄ້າສູ່ມາດຕະຖານສາກົນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະຍົກລະດັບແຜນງານການອຳນວຍຄວາມສະດວກດ້ານການຄ້າສູ່ມາດຕະຖານສາກົນ ພາຍໃນເດືອນພຶດສະພານີ້​, ຕາມການເປີດເຜີຍຂອງການນຳໃນກອງປະຊຸມໃນວັນສຸກຜ່ານມາ.ການຍົກລະດັບດັ່ງກ່າວຈະອີງໃສ່ຫຼັກການ, ເກນ ແລະ ເງື່ອນໄຂ ທີ່ກຳນົດໃນແຜນງານມາດຕະຖານເພື່ອການຮັບປະກັນ ແລະ ອຳນວຍຄວາມສະດວກດ້ານການຄ້າໂລກ (SAFE) ຂອງອົງການສຸລະກາກອນໂລກ ແລະ ຂໍ້ຕົກລົງກ່ຽວກັບການອຳນວຍຄວາມສະດວກດ້ານການຄ້າຂອງອົງການການຄ້າໂລກ (WTO-TFA).ອ່ານຕໍ່  ...

ໂຕະຂ່າວ

LDB, LJI ຮ່ວມມືກັນສົ່ງເສີມການພັດທະນາ SME ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານພັດທະນາລາວ (LDB) ຈະຮ່ວມມືກັບສູນພະທະນາບຸກຄະລາກອນລາວ-ຍີ່ປຸ່ນ (LJI) ໃນການສົ່ງເສີມການສ້າງຄວາມສາມາດສຳລັບທຸລະກິດຂະໜາດນ້ອຍ-ຂະໜາດກາງ (SMEs) ໃນລາວ. ບົດບັນທຶກຄວາມເຂົ້າໃຈພາຍໃຕ້ການຮ່ວມມືຂອງອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໃນຂະແໜງການພັດທະນາ SME ໄດ້ມີການລົງນາມທີ່ວຽງຈັນວານນີ້ ລະຫວ່າງທ່ານ ປອ ອາຄົມ ປຣະເສີດ ອຳນວຍການບໍລິຫານຂອງ LDB ແລະ ທ່ານ ຮສ ບຸນລ້ວນ ດວງເງິນ ອຳນວຍການ LJI.ອ່ານຕໍ່ ...

ໂຕະຂ່າວ

ທະນາຄານລາວ ແລະ ສະພາທຸລະກິດ ສ້າງຕັ້ງໜ່ວຍບໍລິການໃຫ້ຄຳປຶກສາສຳລັບ SME 

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານພັດທະນາລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາວລາວ (LNCCI) ຕົກລົງກັນວານນີ້ໃນການສ້າງຕັ້ງໜ່ວຍບໍລິການທີ່ປຶກສາສຳລັບ SMEs ທີ່ຫ້ອງການຂອງສະພາ.ໜ່ວຍປຶກສາດັ່ງກ່າວຈະຄອຍໃຫ້ຄຳປຶກສາສຳລັບທຸລະກິດ SMEs ກ່ຽວກັບບັນຫາດ້ານທຸລະກິດຕ່າງໆ ເຊັ່ນ ຂັ້ນຕອນການກູ້ຢືມເງິນ, ການຕະຫຼາດ, ການຄ້າ, ບັນຊີ ແລະ ບັນຫາອື່ນໆ.ອ່ານຕໍ່ ...

ໂຕະຂ່າວ

ກະຊວງເຜີຍແຜ່ມາດຕະການສຳຄັນໃນການປັບປຸງຄວາມສະດວກໃນການດຳເນີນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຜນການ ແລະ ການລົງທຶນເຜີຍແຜ່ເອກະສານສຳຄັນກ່ຽວກັບມາດຕະການປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນໃນລາວ ຕໍ່ອຳນາດການປົກຄອງນະຄອງຫຼວງວຽງຈັນ ແລະ ແຂວງຕ່າງໆ. ອ່ານຕໍ່ ...

ໂຕະຂ່າວ

IMF ສັນຍາສືບຕໍ່ສະໜັບສະໜູນການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງການເງິນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການກອງທຶນການເງິນສາກົນ (IMF) ຈະສືບຕໍ່ສະໜັບສະໜູນລາວສູ່ເປົ້າໝາຍການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງດ້ານການເງິນໃນລາວ. ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ທະນາຄານການຊຸກຍູ້ການສ້າງສະຖຽນລະພາບໃຫ້ເງິນກີບ

ທະນາຄານແຫ່ງ ສປປ ລາວ ຕ້ອງນຳໃຊ້ມາດຕະການທີ່ເປັນຮູບປະທຳເພື່ອຮັກສາຄ່າຂອງເງິນກີບ ບໍ່ດັ່ງນັ້ນລາວອາດຕ້ອງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງໃນການຮັກສາຄ່າຄອງຊີບໃຫ້ຢູ່ໃນລະດັບທີ່ສາມາດຢູ່ໄດ້ ຕາມບົດລາຍງານຈາກສູນສະຖິຕິແຫ່ງຊາດ.ສູນສະຖິຕິແຫ່ງຊາດເຊິ່ງເປັນໜ່ວຍງານຮັບຜິດຊອບເກັບກຳຂໍ້ມູນເສດຖະກິດສັງຄົມ ໄດ້ເປີດເຜີຍບົດລາຍງາຍກ່ຽວກັບສະຖານະການເງິນເຟີ້ຫຼ້າສຸດໃນລາວ, ເຊິ່ງຍົກໃຫ້ເຫັນສິ່ງທ້າທາຍທີ່ປະເທດກຳລັງຜະເຊີນໃນປະຈຸບັນ ໂດຍສະເພາະແມ່ນການເພີ່ມສູງຂຶ້ນຂອງຄ່າຄອງຊີບ ຍ້ອນໄພເງິນເຟີ້.ອ່ານຕໍ່ ...

ເອກະພອນ ພູທອນສີ

ອົສຕຣາລີອະນຸມັດທຶນຊ່ວຍເຫຼືອ 4.5 ລ້ານໂດລາອົສຕຣາລີ ສຳລັບການປັບປຸງດ້ານທຸລະກິດ ແລະ ການຄ້າໃນລາວ

ລາວກຳລງຂຸ້ນຂ້ຽວໃນການດຳເນີນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສ້າງຄວາມສະດວກດ້ານການຄ້າ ເຊິ່ງແມ່ນສ່ວນໜຶ່ງຂອງນະໂຍບາຍຂອງລັດຖະບານໃນແຜນການປັບປຸງຄວາມສະດວກໃນການດຳເນີນທຸລະກິດໃນລາວ.ເພື່ອບັນລຸຈຸດປະສົງດັ່ງກ່າວ ໃນວັນສຸກທີ່ຜ່ານມາ ລັດຖະບານອົສຕຣາລີໄດ້ອະນຸມັດທຶນຈຳນວນ 4.5 ລ້ານໂດລາອົສຕຣາລີ (ຫຼືປະມານ 3.1 ລ້ານໂດລາສະຫະລັດ) ເພື່ອສະໜັບສະໜູນການປະຕິຮູບຄວາມສະດວກໃນການດຳເນີນທຸລະກິດ, ສ້າງຄວາມສະດວກດ້ານການຄ້າ ແລະ ພັດທະນາຂະແໜງເອກະຊົນໃນລາວ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລັດຖະບານຈະສືບຕໍ່ການປະຕິຮູບ ເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ

ລັດຖະບານຈະສືບຕໍ່ພາລະກິດໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ ເນື່ອງຈາກລັດຖະບານມີແຜນຜັນຂະຫຍາຍພື້ນຖານດ້ານເສດຖະກິດ ແລະ ຮັບປະກັນການຂະຫຍາຍຕົວແບບຍືນຍົງ.ອ່ານຕໍ່  ...

ແກ້ວວຽງຄອນ ບຸນວິເສດ

ບໍລິສັດໂຮຢາຈະສ້າງໂຮງງານຜະລິດພື້ນຜິວໃຍແກ້ວ HDD ໃນລາວ

ພະນົມເປັນ: ບໍລິສັດໂຮຢາ ຜູ້ຜະລິດໄຍແກ້ວຈາກປະເທດຍີ່ປຸ່ນ ຈະສ້າງໂຮງງານຂະໜາດໃຫຍ່ໃນລາວ ເພື່ອຜະລິດພື້ນຜິວໃຍແກ້ວສຳລັບໜ່ວຍເກັບຂໍ້ມູນ hard disk drives ເພື່ອສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນເນື່ອງຈາກການຂະຫຍາຍຕົວຂອງການສົ່ງຖ່າຍຂໍ້ມູນໃນທົ່ວໂລກ.ອ່ານຕໍ່  ...

KYODO NEWS

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VdFvC
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!