ເສດຖະກິດ ແລະ ການຄ້າ

ກະຊວງລາວຮ່າງແຜນວາລະການປະຕິຮູບທາງດ້ານການເງິນຂອງລັດ

ວຽງຈັັນ (ວຽງຈັນທາມສ໌/ANN) – ກະຊວງການເງິນຈະສຸມໃສ່ຫົກໂຄງສ້າງການພັດທະນາ ພາຍຫຼັງບາດກ້າວສຳຄັນໃນການພັດທະນາ ແລະ ການບໍລິຫານການເງິນໃນປີຜ່ານມາ. ຫົກໂຄງສ້າງການພັດທະນາສຳລັບປີ 2019 ຈະເນັ້ນໃສ່ການດັດປັບນະໂຍບາຍດ້ານການເງິນ, ການປັບປຸງລະບຽບການສຳລັບຂະແໜງການເງິນ, ການປະຕິຮູບລະບົບເກັບກຳລາຍຮັບ, ການປັບໂຄງສ້າງລະບົບການຄຸ້ມຄອງຄ່າໃຊ້ຈ່າຍ ແລະ ການຫັນເປັນທັນສະໄໝຂອງຂະແໜງການເງິນ.ອ່ານຕໍ່  ...

ໂຕະຂ່າວ

ການເຂົ້າເຖິງແຫຼ່ງທຶນແມ່ນກຸນແຈສູ່ຄວາມສຳເລັດຂອງທະລຸກິດ SMEs  ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນປະມົງລາວຈະແຂ່ງຂັນກັບຜູ້ປະກອບການຕ່າງປະເທດໄດ້ດີຂຶ້ນ ຖ້າວ່າໄດ້ຮັບການຫຼຸດພາສີອາກອນສຳລັບຜູ້ຜະລິດທ້ອງຖິ່ນ ແລະ ຖ້າຫາກລັດຖະບານໃຫ້ການສະໜັບສະໜູນດ້ານທຶນຮອນ.ຟາມປາລາວກຳລັງຜະເຊີນກັບຄວາມຫຍຸ້ງຍາກ ພາຍໃຕ້ການແຂ່ງຂັນທີ່ຂ້ຽວຂາດກັບຜູ້ປະກອບການຕ່າງປະເທດ ພາຍໃຕ້ສະພາບການຂາດແຄນທາງດ້ານແຫຼ່ງທຶນ ແລະ ໂຄງການສະໜບສະໜູນພັນປາ ແລະ ຕະຫຼາດ.ອ່ານຕໍ່ ...

ໂຕະຂ່າວ

ງານວາງສະແດງສິນຄ້າອາຫານຈະສ້າງໂອກາດໃໝ່ໆທາງທຸລະກິດ

ງານວາງສະແດງສິນຄ້າອາຫານນາໆຊາດລາວຄັ້ງທີໜຶ່ງ ຄາດວ່າຈະຂະຫຍາຍໂອກາດດ້ານການສົ່ງອອກ ແລະ ສົ່ງເສີມການຂະຫຍາຍເຄືອຂ່າຍທຸລະກິດສຳລັບຜະລິດຕະພັນອາຫານ.ທ່ານ ສຸກນິກອນ ລາດຊະວົງ ປະທານບໍລິສັດໂຄງການ Pas ກ່າວໃນກອງປະຊຸມສື່ມວນຊົນວ່າ ງານວາງສະແດງສິນຄ້າດັ່ງກ່າວຈະຈັດຂຶ້ນໃນວັນທີ 15-19 ມີນາ 2019 ນີ້ ທີ່ສູນການຄ້າລາວໄອເຕັກ, ເຊິ່ງຕັ້ງຈັດໂດຍທາງບໍລິສັດເອງ ຮ່ວມກັບກົມສົ່ງເສີມການຄ້າ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...

ທີມບັນນາທິການວຽງຈັນທາມສ໌

ນັກທຸລະກິດຍິງລາວ ແລະ ພາກພື້ນຮ່ວມແລກປ່ຽນປະສົບການໃນການດຳເນີນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ທຸລະກິດຂອງແມ່ຍິງມີບົດບາດສຳຄັນໃນການພັດທະນາເສດຖະກິດສັງຄົມໃນລາວ ໂດຍການສ້າງໂອກາດການມີວຽກເຮັດງານທຳ ແລະ ຄວາມເປັນຜູ້ນຳໃນທາງທຸລະກິດ.ເພື່ອສົ່ງເສີມບົດບາດຄວາມສຳຄັນດັ່ງກ່າວໃນແວດວົງທຸລະກິດ, ນັກທຸລະກິດຍິງລາວຕ້ອງມີການພັດທະນາທັກສະ ແລະ ຄວາມຮູ້ຕ່າງໆໃນການບໍລິຫານ ແລະ ຂະຫຍາຍທຸລະກິດສູ່ລະດັບພາກພື້ນ.ອ່ານຕໍ່  ...

ໂຕະຂ່າວ

Vinachem ຈະຖອນໂຄງການຂຸດຄົ້ນບໍ່ແຮ່ທີ່ຂາດດູນໃນລາວ

ກຸ່ມລັດວິສາຫະກິດເຄມີແຫ່ງຊາດຫວຽດນາມ (Vinachem) ຕັດສິນໃຈຖອນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດໂປເຕຊຽມຢູ່ແຂວງຄຳມ່ວນຂອງລາວ ຫຼັງຈາກທີ່ໄດ້ທຸ່ມທຶນຫຼາຍພັນຕື້ດົງໃນໂຄງການຂະໜາດໃຫຍ່ໄລຍະ 15 ປີດັ່ງກ່າວ, ຕາມການລາຍງານຂອງໜັງສືພິມ Tuoi Tre Online.ການຖອນໂຄງການດັ່ງກ່າວແມ່ນເປັນຜົນມາຈາກການຂາດດູນງົບປະມານຂອງລັດຢ່າງມະຫາສານ, ຕາມນັກກວດສອບຕໍ່ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ.ອ່ານຕໍ່ ...

Vietnamnet

ສະພາການຄ້າລາວຈະເປີດສູນບໍລິການ SME ທີ່ແຂວງຈຳປາສັກ

ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ (LNCCI) ຈະຂະຫຍາຍສູນບໍລິການສຳລັບທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SSC) ສູ່ແຂວງຈຳປາສັກ ເພື່ອເສີມຂະຫຍາຍຄວາມສາມາດໃຫ້ແກ່ທຸລະກິດ SMEs ໃນສີ່ແຂວງພາກໃຕ້.ການນຳຈາກກົມສົ່ງເສີມ SME ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ, ແລະ ສູນບໍລິການ SME ລາວ ໄດ້ປະຊຸມກັບສະພາອຸດສະຫະກຳ ແລະ ການຄ້າ (CCCI) ແຂວງຈຳປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື ເພື່ອຫາລືກ່ຽວກັບການກະກຽມສ້າງຕັ້ງສູນບໍລິການພາກດັ່ງກ່າວ. ອ່ານຕໍ່ ...

ໂຕຂ່າວ

ການຄ້າຊາຍແດນລາວ-ຫວຽດນາມປະກອບສ່ວນສຳຄັນໃນການພັດທະນາ

ຍານພາຫະນາຂົນສົ່ງສິນຄ້າເຂົ້າມາປະເທດລາວຢູ່ເປັນປົກກະຕິ ຈາກທ່າເຮືອແຂວງທັນຮົວ ປະເທດຫວຽດນາມ, ເຊິ່ງຕັ້ງຢູ່ຫ່າງຈາກແຂວງຫົວພັນປະມານ 250 ກິໂລແມັດ. ປະລິມານການຈໍລະຈອນເຂົ້າປະເທດລາວອາດບໍ່ໜາແໜ້ນ ແຕ່ວ່າຢູ່ທີ່ດ່ານຊາຍແດນດັ່ງກ່າວກໍ່ຄັບຄາໄປດ້ວຍລົດຂົນສົ່ງສິນຄ້າເຂົ້າອອກສອງປະເທດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕະຫຼາດນັດ ODOP ສະຫວັນນະເຂດເລີ່ມເປີດສາກໃນອາທິດນີ້

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງສະຫວັນນະເຂດຂຸ້ນຂ້ຽວກະກຽມງານຕະຫຼາດນັດໜຶ່ງເມືອງ, ໜຶ່ງຜະລິດຕະພັນ (ODOP), ເພື່ອແນໃສ່ສົ່ງເສີມຜະລິດຕະພັນທ້ອງຖິ່ນໃນຕະຫຼາດພາຍໃນ ແລະ ສາກົນ.ງານຕະຫຼາດນັດ ODOP ຄັ້ງທີສອງນີ້ແມ່ນຈັດໂດຍຂະແໜງສົ່ງເສີມ SME ແລະ ການຄ້າ ພາຍໃຕ້ພະແນກແຜນການ ແລະ ການລົງທຶນແຂວງ. ງານດັ່ງກ່າວຈະຈັດຂຶ້ນແຕ່ວັນທີ 22-28 ກຸມພານີ້ ທີ່ສູນການຄ້າໄອເຕັກສະຫວັນ (Savan ITECC).ອ່ານຕໍ່  ...

ໂຕະຂ່າວ

ນາຍົກລາວຊຸກຍູ້ການລົງທຶນຈາກບຣູໄນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສັ່ງໃຫ້ບັນດາກະຊວງເດີນໜ້າໃນການດຶງດູດການລົງທຶນຈາກບຣູໄນດາຣູຊາລຳ ຫຼັງຈາກທີ່ຮູ້ມາວ່າມີຫຼາຍບໍລິສັດຈາກປະເທດເສດຖີນ້ຳມັນດັ່ງກ່າວ ຕ້ອງການຢາກເຮັດທຸລະກິດໃນລາວ.ນັກລົງທຶນບຣູໄນສົນໃຈໃນການສົ່ງອອກນ້ຳມັນມາປະເທດລາວ ໃນທາງດຽວກັນກໍຕ້ອງການເຮັດທຸລະກິດຟາມລ້ຽງສັດປີກ ແລະ ປູກເຂົ້າໃນລາວ ເພື່ອສົ່ງອອກໄປຍັງຣາຊະອານາຈັກບຣູໄນ.ອ່ານຕໍ່   ...

ສຸກສາຄອນ ແຫວນແກ້ວ

ຢູເອັນ ຮຽກຮ້ອງໃຫ້ຊ່ວຍເຫຼືອປະເທດລາວທາງດ້ານເສດຖະກິດ

ໃນຖານະເປັນປະເທດທີ່ມີປະສົບການໃນການຂ້າມຜ່ານ, ປະເທດໄທຄວນມີບົດບາດສຳຄັນໃນການຊ່ວຍເຫຼືອປະເທດລາວທີ່ບໍ່ມີຊາຍແດນຕິດທະເລ ໃນການສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດ ເພື່ອໃຫ້ບັນລຸຕາມເປົ້າໝາຍຂອງແຜນງານວຽນນາ 10 ປີ (VPoA) ສຳລັບປະເທດທີ່ບໍ່ມີຊາຍແດນອອກສູ່ທະເລ ສຳລັບທົດສະວັດ 2014-2024, ຕາມຄຳເຫັນຂອງຫົວໜ້າແຜນງານ.ອ່ານຕໍ່ ...

ອະພິນຍາ ວະພາທະໂຍທິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

LZB6G
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!