ເສດຖະກິດ ແລະ ການຄ້າ

ລາວຊຸກຍູ້ການທົບທວນບູລິມະສິດໃນການສົ່ງເສີມການລົງທຶນ

ລັດຖະບານຄວນສົ່ງເສີມການລົງທຶນເພື່ອຊ່ວຍສ້າງອາຊີບ ແລະ ລາຍຮັບສຳລັບຄົນໃນທ້ອງຖິ່ນ ຕາມສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ.ສະຖາບັນຄົ້ນຄວ້າເສດຖະກິດ ເຊິ່ງທຳໜ້າທີ່ເປັນສູນນຄົ້ນຄວ້າຫຼັກທາງດ້ານນະໂຍບາຍເສດຖະກິດ ໄດ້ໃຫ້ຄຳແນະນຳດັ່ງກ່າວແກ່ລັດຖະບານ ກ່ຽວກັບຂໍ້ມູນຫຼ້າສຸດດ້ານເສດຖະກິດ ໃນກອງປະຊຸມທາງການທີ່ວຽງຈັນໃນຕົ້ນເດືອນນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ

ບໍລິສັດໄທໝາຍຕາສ່ວນແບ່ງຕະຫຼາດວັດສະດຸກໍ່ສ້າງໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຍ້ອນເສດຖະກິດລາວມີການຂະຫຍາຍຕົວໃນລະດັບ  6 ເຖິງ 7% ຕໍ່ປີ, ເຮັດໃຫ້ບໍລິສັດວັດສະດຸກໍ່ສ້າງຂອງຕ່າງປະເທດຫຼາຍແຫ່ງ ສົນໃຈທີ່ຈະຂະຫຍາຍຕະຫຼາດການລົງທຶນເຂົ້າມາໃນລາວ.ປະຈຸບັນ ລັດຖະບານລາວພວມກຳລັງທຳການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ຜ່ານການດັດແກ້ລະບຽບກົດໝາຍກ່ຽວກັບການຄ້າ ແລະ ການລົງທຶນ ເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ເພື່ອດຶງດູດໂຄງການການຄ້າ ແລະ ການລົງທຶນຈາກຕ່າງປະເທດ.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດໄທໝາຍຂະຫຍາຍຕະຫຼາດດ້ວຍການເປີດຕົວຢ່າງເປັນທາງການໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດໄທ ບຣາເທີ ການຄ້າຈຳກັດ ໝາຍຕາການຂະຫຍາຍໂອກາດທາງທຸລະກິດໃນຕະຫຼາດລາວ ຫຼັງຈາກທີ່ມີການຈຳໜ່າຍສິນຄ້າໃນຕະຫຼາດທ້ອງຖິ່ນມາເປັນສິບປີ.ບໍລິສັດໄດ້ເປີດເຜີຍລາຍຂໍ້ມູນດັ່ງກ່າວໃນພິທີເປີດຕົວຢ່າງເປັນທາງການ ແລະ ກອງປະຊຸມສື່ມວນຊົນຂອງຍີ້ຫໍ້ຜະລິດຕະພັນ ບຣາເທີ ໃນລາວ ເຊິ່ງຈັດຂຶ້ນທີ່ໂຮງແຮມຄຣາວພລາຊາ ວຽງຈັນ ໃນວັນພຸດທີ່ຜ່ານມາ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຂະແໜງການລັດ ແລະ ຫົວໜ່ວຍທຸລະກິດ ທຳຄວາມເຂົ້າໃຈກ່ຽວກັບອະນຸສັນຍາ CISG

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຂະແໜງການທຸລະກິດ ເຂົ້າຮ່ວມກອງປະຊຸມວິຊາການ ແນໃສ່ເສີມຂະຫຍາຍຄວາມເຂົ້າໃຈຕໍ່ກັບເນື້ອໃນ ແລະ ການແກ້ໄຂຂໍ້ຂັດແຍ່ງ ພາຍໃຕ້ອະນຸສັນຍາຂອງສະຫະປະຊາຊາດວ່າດ້ວຍພັນທະສັນຍາການຊື້ຂາຍສິນຄ້າສາກົນ (CISG).ກອງປະຊຸມກ່ຽວກັບ CISG ດັ່ງກ່າວແມ່ນຈັດຂຶ້ນທີ່ກະຊວງອຸດສາຫະກຳ ແລະ ການຄ້າ ວານນີ້ ພາຍໃຕ້ການສະໜັບສະໜູນຂອງໂຄງການ USAID LUNA II.ອ່ານຕໍ່ ...

ໂຕະຂ່າວ

ເຈົ້າໜ້າທີ່, ຜູ້ປະກອບການທຸລະກິດຮຽນຮູ້ກ່ຽວກັບ ກົດວ່າດ້ວຍຖິ່ນກຳເນີດສິນຄ້າຂອງ FTA 

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຈາກຂະແໜງການເອກະຊົນເຂົ້າຮ່ວມກອງປະຊຸມວິຊາການ ເພື່ອຮຽນຮູ້ກ່ຽວກັບກົດລະບຽບ ແລະ ຜົນປະໂຫຍດຂອງການນຳໃຊ້ “ຖະແຫຼງການວ່າດ້ວຍແຫຼ່ງກຳເນີດສິນຄ້າ” ພາຍໃຕ້ ກົດວ່າດ້ວຍຖິ່ນກຳເນີດສິນຄ້າຂອງ ເຂດການຄ້າເສລີອາຊຽນ-ອອສ໌ເຕຣເລຍ-ນິວຊີແລນ (AANZFTA) ສຳລັບລາວ.ອ່ານຕໍ່ ...

ໂຕະຂ່າວ

ສິນຄ້າສົ່ງອອກໃນນິຄົມອຸດສາຫະກຳສະຫວັນຕັ້ງເປົ້າເພີ່ມຂຶ້ນ 15-20%

ວຽງຈັນ (ວຽງຈັນທາມສ໌/ANN) – ສິນຄ້າຂາອອກຈາກນິຄົມອຸດສາຫະກຳສະຫວັນ (ເຂດ C) ໃນເຂດເສດຖະກິດພິເສດສະຫວັນ-ເຊໂນ (SEZ) ແຂວງສະຫວັນນະເຂດ ຄາດວ່າຈະເພີ່ມຂຶ້ນປະມານ 15-20% ໃນປີນີ້ ເນື່ອງຈາກຄວາມສາມາດໃນການຜະລິດເພີ່ມຂຶ້ນ.ນິຄົມອຸດສາຫະກຳສະຫວັນບັນລຸການສົ່ງອອກສິນຄ້າກວ່າ US$400 ລ້ານໂດລາໃນປີຜ່ານມາ ແລະ ຄາດວ່າຕົວເລກດັ່ງກ່າວຈະເພີ່ມເປັນປະມານ US$500 ລ້ານໂດລາໃນປີນີ້, ຕາມການເປີດເຜີຍຫຼ້າສຸດຂອງທ່ານ ທີຈີເຊັງ ຜູ້ຈັດການໃຫຍ່ຂອງນິຄົມອຸດສາຫະກຳສະຫວັນ ເຂດເສດຖະກິດພິເສດສະຫວັນ-ເຊໂນ.ອ່ານຕໍ່ ...

ໂຕະຂ່າວ

ງານຕະຫຼາດນັດອາຫານໄທສ້າງໂອກາດທາງທຸລະກິດສຳລັບບໍລິສັດລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຈັດງານຕະຫຼາດນັດອາຫານໂລກ THAIFEX-World Food ອາຊີ 2019, ງານວາງສະແດງອາຫານໄທ, ສັນຫາໂອກາດໃນການຮ່ວມທຸລະກິດກັບລາວ ໃນຂະແໜງອາຫານ ແລະ ເຄື່ອງດື່ມ, ເພື່ອຂະຫຍາຍຕະຫຼາດໃນປະເທດໄທ ແລະ ຕ່າງປະເທດ.ພາຍໃຕ້ວິໄສທັດດັ່ງກ່າວ, ຕາງໜ້າຜູ້ຈັດງານຕະຫຼາດນັດອາຫານໄດ້ເຊີນບໍລິສັດອາຫານ ແລະ ເຄື່ອງດື່ມກໍຄືຮ້ານອາຫານໃນລາວ ເຂົ້າຮ່ວມໃນງານວາງສະແດງດັ່ງກ່າວ ເຊິ່ງຈະຈັດຂຶ້ນທີ່ປະເທດໄທ ແຕ່ວັນທີ 28 ພຶດສະພາເຖິງ 1 ມິຖຸນານີ້.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຂະແໜງການທະນາຄານໃນລາວປັບປຸງລະບຽບການທາງການເງິນ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງການທະນາຄານຂອງລາວກຳລັງມີການປັບປຸງລະບຽບການ ແລະ ດັດປັບການກະກຽມສຳລັບການຈັດຕັ້ງປະຕິບັດຫຼັກການ Basel II, ລວມທັງການຮຽນຮູ້ກ່ຽວກັບມາດຕະຖານການລາຍງານທາງການເງິນສາກົນ (IFRS 9).IFRS 9 ແມ່ນໄດ້ຮັບການປະກາດໃຊ້ໂດຍຄະນະກຳມະການມາດຕະຖານການບັນຊີສາກົນ (IASB) ແລະ ນຳໃຊ້ເພື່ອເປັນເຄື່ອງມືທາງການເງິນ. ເຊິ່ງປະກອບດ້ວຍສາມຫົວຂໍ້ຫຼັກຄື: ການຈຳແນກ ແລະ ການວັດແທກເຄື່ອງມືທາງການເງິນ, ການເຊື່ອມມູນຄ່າຂອງຊັບສິນທາງການເງິນ ແລະ ການບັນຊີປ້ອງກັນຄວາມສ່ຽງ.ອ່ານຕໍ່ ...

ໂຕະຂ່າວ

LCS ປະກັນໄພອະນຸມັດການຂາຍຫຸ້ນ BCEL 

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL) ຕາງໜ້າກະຊວງການເງິນ ຮັບຂໍ້ຕົກລົງຈາກບໍລິສັດປະກັນໄພລາວ-ຈີນຈຳກັດ (LCS), ເຊິ່ງເປັນບໍລິສັດທີ່ປຶກສາທາງການເງິນ ແລະ ການຄຸ້ມຄອງປະກັນໄພ, ສຳລັບການຂາຍຫຸ້ນ BCEL ຈຳນວນ 19% ທີ່ຖືຄອງໂດຍກະຊວງ.ອ່ານຕໍ່ ...

ໂຕະຂ່າວ

ຜູ້ຜະລິດເຟີນີເຈີລາວປະສົບຂໍ້ຫຍຸ້ງຍາກດ້ານການຄ້າຂາອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມເຟີນີເຈີລາວຮ້ອງຂໍໃຫ້ເຈົ້າໜ້າທີ່ຊ່ວຍເຫຼືອໃນທຸກຂັ້ນຕອນການສົ່ງອອກຜະລິດຕະພັນໄມ້ ແລະ ເຟີນີເຈີ ທີ່ສັ່ງຊື້ໂດຍລູກຄ້າຕ່າງປະເທດໃນງານວາງສະແດງສິນຄ້າຕ່າງໆໃນລາວ.ຜູ້ຜະລິດຜະລິດຕະພັນໄມ້ ແລະ ເຟີນີເຈີລາວ ໄດ້ຜະເຊີນຂໍ້ຫຍຸ້ງຍາກຫຼາຍຢ່າງ ໃນການສົ່ງອອກຜະລິດຕະພັນໃຫ້ແກ່ລູກຄ້າຕ່າງປະເທດ ຫຼັງຈາກທີ່ລັດຖະບານລາວໄດ້ມີຄຳສັ່ງຈຳກັດຂະໜາດຂອງຜະລິດຕະພັນໄມ້ທີ່ສາມາດສົ່ງອອກ ພາຍໃຕ້ຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

bRrbj
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!