ເສດຖະກິດ ແລະ ການຄ້າ

ບໍລິສັດອາຫານໄທໝາຍຕາການຂະຫຍາຍສ່ວນແບ່ງຕະຫຼາດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດອາຫານ Heritage Snack & Food ຈຳກັດ ປະເທດໄທ ໝາຍຕາການຂະຫຍາຍສ່ວນແບ່ງຕະຫຼາດໃນລາວ ພາຍຫຼັງມີການສົ່ງອອກສິນຄ້າໃນພາກພື້ນມາຫຼາຍປີ.“ພວກເຮົາໄດ້ເລີ່ມນຳເຂົ້າສິນຄ້າເພື່ອສຸຂະພາບພາຍໃຕ້ຍີ້ຫໍ້ Heritage ເຊັ່ນ ໃນຖົ່ວ, ໝາກໄມ້ອົບແຫ້ງ ແລະ ນົມອາລມອນ, ເຊິ່ງສ່ວນໃຫຍ່ແມ່ນເພື່ອຈຳໜ່າຍໃຫ້ແກ່ຊາວຕ່າງປະເທດໃນໃຈກາງນະຄອນວຽງຈັນໃນປີ 2013,” ທ່ານ ທອງສະຫວັນ ກິດຕິຄຳມູນ ອຳນວຍການບໍລິສັດນູນທອງການຄ້າຂາອອກ-ຂາເຂົ້າຈຳກັດກ່າວ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຊົມເຊີຍຜົນສຳເລັດດ້ານທຸລະກິດຂອງແມ່ຍິງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງຊອກຫາວິທີທາງໃນການເພີ່ມທະວີຈຳນວນນັກທຸລະກິດຍິງ ເຊິ່ງເປັນສ່ວນໜຶ່ງໃນຄວາມພະຍາຍາມຂອງລັດຖະບານໃນການສົ່ງເສີມການປະກອບທຸລະກິດໃນກຸ່ມແມ່ຍິງ ແລະ ສ້າງໂອກາດໃຫ້ແກ່ເຂົາເຈົ້າໄດ້ແບ່ງປັນຄວາມສຳເລັດໃນທຸລະກິດທີ່ບໍລິຫານໂດຍແມ່ຍິງລາວ.ເພື່ອຈຸດປະສົງດັ່ງກ່າວ, ສູນບໍລິການ SME ພາຍໃຕ້ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເລີ່ມມີການຈັດກິດຈະກຳເພື່ອສ້າງເຄືອຂ່າຍດ້ານທຸລະກິດ ແລະ ໃຫ້ຂໍ້ມູນຂ່າວສານໃນຮອບໄຕມາດ ພາຍໃຕຫົວຂໍ້ ການສົນທະນາ ‘SSC Breakfast Talk’.ອ່ານຕໍ່ ...

ໂຕະຂ່າວ

ການຂະຫຍາຍຕົວທາງດ້ານເສດຖະກິດຂອງລາວບໍ່ໄດ້ຊ່ວຍຫຼຸດຜ່ອນຄວາມທຸກຍາກ

ວຽງຈັນ (ວຽງຈັນທາມສ໌/ANN) – ອັດຕາການຂະຫຍາຍຕົວດ້ານເສດຖະກິດຂອງລາວແມ່ນມີສູງທຽບກັບປະເທດເພື່ອນບ້ານ ແລະ ບັນດາປະເທດໃນພາກພື້ນ,​ ແຕ່ວ່າສິ່ງນີ້ບໍ່ໄດ້ເຮັດໃຫ້ຄວາມທຸກຍາກພາຍໃນປະເທດຫຼຸດຜ່ອນລົງ.ອັດຕາການຂະຫຍາຍຕົວຂອງເສດຖະກິດລາວແຕ່ປີ 2005 ເຖິງ 2018 ສະເລ່ຍແມ່ນປະມານ 7.66% ຕໍ່ປີ, ໃນຂະນະທີ່ປະເທດໄທມີພຽງ 3.27%, ຫວຽດນາມ 6.11% ແລະ ກຳປູເຈຍ 6.60%, ຕາມບົດລາຍງາຍຈາກສູນຄົ້ນຄວ້ານະໂຍບາຍເສດຖະກິດມະຫາພາກ ແລະ ການຟື້ນຟູເສດຖະກິດ (CMER) ພາຍໃຕ້ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NEIR).ອ່ານຕໍ່ ...

ໂຕະຂ່າວ

ອັດຕາເງິນເຟີ້ຂອງລາວເພີ່ມຂື້ນ 1.57% ໃນເດືອນກຸມພາ

ວຽງຈັນ (ວຽງຈັນທາມສ໌/ANN) – ດັດຊະນີລາຄາຜູ້ບໍລິໂພກປີຕໍ່ປີ (CPI) ຂອງລາວເພີ່ມຂຶ້ນຢ່າງຕໍ່ເນື່ອງໃນເດືອນກຸມພາ, ຕາມການເພີ່ມຂຶ້ນຂອງລາຄາສິນຄ້າເສື້ອຜ້າ ແລະ ເກີບນຳເຂົ້າ ເຊິ່ງເປັນຕົວຂັບເຂື່ອນຫຼັກຂອງການເພີ່ມຂຶ້ນດັ່ງກ່າວ, ຕາມບົດລາຍງານຈາກສູນສະຖິຕິແຫ່ງຊາດ.ໃນບົດລາຍງານອັດຕາເງິນເຟີ້ຫຼ້າລຸດທາງເວັບໄຊຂອງສູນສະຖິຕິ ພາຍໃຕ້ກະຊວງແຜນການ ແລະ ການລົງທຶນ ຊີ້ໃຫ້ເຫັນວ່າ ຄ່າເງິນເຟີ້ເພີ່ມຂຶ້ນ 1.57% ໃນເດືອນກຸມພາ, ຫຼາຍກວ່າອັດຕາ 1.50% ຂອງເດືອນມັງກອນ .ອ່ານຕໍ່ ...

ເອກະພອນ ພູທອນສີ

ລາວ,​ ຫວຽດນາມເສີມຂະຫຍາຍຍຸດທະສາດການຮ່ວມມືດ້ານການເງິນ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງການເງິນລາວ ແລະ ຫວຽດນາມໄດ້ຕົກລົງສືບຕໍ່ເສີມຂະຫຍາຍການຈັດຕັ້ງປະຕິບັດການຮ່ວມມືຍຸດທະສາດໃນຂະແໜງການເງິນ ທີ່ສອງຝ່າຍໄດ້ຮ່ວມລົງນາມສຳລັບປີ 2016-2020 ແລະ ຕົກລົງສຸມໃສ່ການປັບປຸງຫຼາຍວຽກງານ.ໃນປີນີ້ ຫວຽດນາມຕັ້ງເປົ້າຊ່ວຍເຫຼືອກະຊວງການເງິນລາວ ໃນການຮ່າງກົດໝາຍກ່ຽວກັບການຄຸ້ມຄອງອາກອນຕ່າງໆ, ຍຸດທະສາດຄັງເງິນແຫ່ງຊາດ, ລວມເຖິງດຳລັດ ແລະ ຂໍ້ຕົກລົງຂອງລັດຖະມົນຕີໃນຂົງເຂດວຽກງານຕ່າງໆ.ອ່ານຕໍ່ ...

ໂຕະຂ່າວ

ທະນາຄານແຫ່ງຊາດຈະສືບຕໍ່ສົ່ງເສີມຄວາມຮູ້ດ້ານການເງິນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ຄູ່ຮ່ວມພັດທະນາມີຄວາມສົນໃຈໃນການສົ່ງເສີມຄວາມຮູ້ກ່ຽວກັບການເງິນໃຫ້ກັບປະຊາຊົນລາວຫຼາຍຂຶ້ນ ເຊິ່ງເປັນສ່ວນໜຶ່ງຂອງການຍົກລະດັບທັກສະທາງດ້ານເສດຖະກິດທີ່ສຳຄັນ.ທຫລ, ເຊິ່ງເປັນໜ່ວຍງານຫຼັກຂອງຂະແໜງການເງິນລາວ ໄດ້ສະຫຼຸບກ່ຽວກັບມາດຕະການໃນການປົກປ້ອງລູກຄ້າ ແລະ ສົ່ງເສີມຄວາມຮູ້ທາງດ້ານການເງິນ ໃນແຜນຍຸດທະສາດ 10ປີ ແລະ ແນວທາງໃນເຂົ້າເຖິງການບໍລິການດ້ານການເງິນ.   ນະໂຍບາຍດັ່ງກ່າວຍັງລວມເອົາການສົ່ງເສີມຄວາມຮູ້ທາງດ້ານການເງິນເຂົ້າໃນຂະບວນການຈັດຕັ້ງປະຕິບັດຍຸດທະສາດການສຶກສາດ້ານການເງິນ.ອ່ານຕໍ່ ...

ໂຕະຂ່າວ

ພັນທະບັດລັດຖະບານມີການວາງຈຳໜ່າຍໃນຕະຫຼາດຫຼັກຊັບລາວ LSX

ວຽງຈັນ (ວຽງຈັນທາມສ໌/ANN) – ພັນທະບັດລັດຖະບານໄດ້ມີການວາງຈຳໜ່າຍໃນຕະຫຼາດຫຼັກຊັບລາວ LSX ແຕ່ວັນທີ 25 ມີນາ ເຖິງ 5​ ເມສາ, ເຊິ່ງຈະມີການຈ່າຍດອກເບ້ຍສອງຄັ້ງຕໍ່ປີ.ພັນທະບັດດັ່ງກ່າວແບ່ງເປັນຫຼາຍໄລຍະການຄອບຄອງຕ່າງກັນ, ຕົວຢ່າງ ໄລຍະໜຶ່ງປີ, ສາມປີ,​ຫ້າປີ ແລະ ເຈັດປີ. ມູນຄ່າສະເໜີຂາຍແມ່ນ  1,000,000 ກີບຕໍ່ຫົວໜ່ວຍ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ຈີນ ສົ່ງເສີມການຮ່ວມມືດ້ານເສດຖະກິດ ແລະ ການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) –  ການລົງທຶນລະຫວ່າງຈີນ ແລະ ລາວ ໄດ້ຮັບການພັດທະນາຢ່າງເຂັ້ມແຂງ ນັບແຕ່ສອງປະເທດໄດ້ສ້າງຕັ້ງສະມາຄົມເພື່ອສົ່ງເສີມເສດຖະກິດ ແລະ ການຄ້າລາວ-ຈີນ ເພື່ອການຮ່ວມມືໃນຂະແໜງການດັ່ງກ່າວ.ສາຍສຳພັນອັນໃກ້ຊິດຕິດແທດລະຫວ່າງປະຊາຊົນລາວ ແລະ ຈີນ ແລະ ລັດຖະບານຂອງສອງປະເທດ ແມ່ນຢູ່ບົນພື້ນຖານການຮ່ວມມືທີ່ດີໃນຂະແໜງພະລັງງານ ແລະ ບໍ່ແຮ່, ທ່ານ (ປອ) ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປີດເຜີຍໃນກອງປະຊຸມ LCEPA ປະຈຳປີທີ່ວຽງຈັນວານນີ້.ອ່ານຕໍ່ ...

ໂຕະຂ່າວ

ການຄຸ້ມຄອງທາງການເງິນພາກລັດເປັນຊ່ອງທາງໃນການສ້າງຜົນຕອບແທນສູງສຸດຈາກການລົງທຶນໃນລາວໃນອະນາຄົດ: ທະນາຄານໂລກ

ພາຍໃຕ້ການຂະຫຍາຍຕົວຂອງປະຊາກອນ ແລະ ການພັດທະນາ ແລະ ຫັນເປັນຕົວເມືອງທາງດ້ານເສດຖະກິດ-ສັງຄົມທີ່ວ່ອງໄວ ເຊິ່ງຮຽກຮ້ອງໃຫ້ມີການລົງທຶນທາງດ້ານຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງ, ຄວາມຮຽກຮ້ອງຕ້ອງທາງການເງິນພາກລັດແມ່ນມີສູງກວ່າທີ່ຜ່ານມາ.ຄວາມຕ້ອງການເຫຼົ່ານີ້ແມ່ນແຜ່ຫຼາຍຢູ່ໃນທຸກຂະແໜງການຂອງຊາດ ຄຽງຄູ່ກັບສິ່ງທ້າທາຍສະເພາະຂອງປະເທດກໍຄືລູກລະເບີດທີ່ຍັງບໍ່ທັນແຕກ (ລບຕ).ອ່ານຕໍ່ ...

The Laotian Times

ລາວ, ສະຫະລັດສະເຫຼີມສະຫຼອງການຮ່ວມມືຫ້າປີກ່ຽວກັບການສົ່ງເສີມດ້ານການຄ້າ, ການລວມຕົວດ້ານເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ສະຫະລັດຮ່ວມສະເຫຼີມສະຫຼອງຜົນສຳເລັດຂອງໂຄງການ LUNA II ຂອງອົງການຊ່ວຍເຫຼືອເພື່ອການພັດທະນາສາກົນສະຫະລັດ (USAID) ເພື່ອສົ່ງເສີມການສ້າງຄວາມສະດວກທາງການຄ້າ  ແລະ ການລວມຕົວທາງດ້ານເສດຖະກິດ ໃນພິທີເຊິ່ງຈັດຂຶ້ນທີ່ວຽງຈັນໃນວັນສຸກແລ້ວນີ້.ພິທີດັ່ງກ່າວ ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານນາງ ເຣນາ ພິດເທີ ເອກອັກຄະລັດຖະທູດສະຫະລັດປະຈຳລາວ ໄດ້ຊົມເຊີຍຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການ USAID LUNA II ໃນໄລຍະຫ້າປີ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

8tgvK
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!