ເສດຖະກິດ ແລະ ການຄ້າ

ນັກລົງທຶນຈີນເລັ່ງມືການພັດທະນາເຂດເສດຖະກິດພິເສດໃນລາວ

(ຂປລ) ກຸ່ມນັກລົງທຶນຈີນໄດ້ລົງທຶນກວ່າ 10 ຕື້ຢວນ ເພື່ອເລັ່ງມືໃນການພັດທະນາພື້ນຖານໂຄງລ່າງຂອງເຂດເສດຖະກິດພິເສດບໍ່ເຕັນ ແຂວງຫຼວງນ້ຳທາ ທາງພາກເໜືອຂອງລາວ.“ເຂດເສດຖະກິດພິເສດບໍ່ເຕັນແມ່ນຕັ້ງຢູ່ຕິດກັບເມືອງໂມຫານ ມົນທົນຢຸນນານປະເທດຈີນ. ຄາດວ່າເມື່ອສຳເລັດການພັດທະນາ ແລະ ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໃນປີ 2021 ແລ້ວ ຈະມີນັກທ່ອງທ່ຽວຈາກຈີນເຂົ້າມາໃນເຂດດັ່ງກ່າວປະມານ 50,000 ຄົນຕໍ່ປີ,” ທ່ານ ກັງ ເປັງ ຜູ້ຮັບຜິດຊອບການສົ່ງເສີມການລົງທຶນ ເຂດເສດຖະກິດພິເສດບໍ່ເຕັນກ່າວ.ອ່ານຕໍ່ ...

ຂປລ

ການຄ້າຊາຍແດນ ແລະ ການກວດສອບລາຄາຈະສືບຕໍ່ດຳເນີນຕາມປົກກະຕິໃນຊ່ວງພັກປີໃໝ່ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາຜະລິດຕະພັນອາຫານຈະມີການຄວບຄຸມກວດກາໃນຊ່ວງພັກປີໃໝ່ລາວ ແລະ ດ່ານຊາຍແດນສາກົນຈະຍັງຄົງສືບຕໍ່ເປີດບໍລິການນຳເຂົ້າ ແລະ ສົ່ງອອກສິນຄ້າໃນຊ່ວງໄລຍະດັ່ງກ່າວ.ການບໍລິການທີ່ດ່ານຊາຍແດນສາກົນຈະຍັງຄົງເປີດຕາມປົກກະຕິໃນຊ່ວງພັກປີໃໝ່ ແລະ ບໍ່ມີມາດຕະການຫ້າມ ຫຼື ປ່ຽນແປງພິເສດໃດໆ, ທ່ານ ສຸລິຍອນ ພິລາວົງ ຫົວໜ້າກົມການຄ້າຂາອອກ ຂາເຂົ້າ ເປີດເຜີຍຕໍ່ໜັງສືພິມວຽງຈັນທາມສ໌.ອ່ານຕໍ່ ...

ໂຕະຂ່າວ

BCEL ເປີດຕົວບັດເຄຣດິດ Mastercard ແລະ ບັດ prepaid Mastercard ທີ່ສາມາດນຳໃຊ້ໃນທົ່ວໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວ (BCEL) ມະຫາຊົນ ໄດ້ເປີດຕົວບັດເດບິດແບບຈ່າຍລ່ວງໜ້າ ແລະ ບັດເຄຣດິດຢ່າງເປັນທາງການ ພາຍໃຕ້ຍີ້ຫໍ້ BCEL World Mastercard ເພື່ອຕອບສະໜອງຕໍ່ຄວາມຕ້ອງການໃນການທ່ອງທ່ຽວ ແລະ ຊື້ເຄື່ອງຂອງຄົນລາວ ດ້ວຍທາງເລືອກທີ່ປອດໄພ ແລະ ດີກວ່າການນຳໃຊ້ເງິນສົດ ທັງສະດວກຕໍ່ການເຂົ້າເຖິງຂອງທຸກຄົນ.ພິທີເປີດຕົວຜະລິດຕະພັນບັດ BCEL World Mastercard Credit Card ແລະ BCEL Prepaid Mastercard ໄດ້ມີຂຶ້ນທີ່ວຽງຈັນ ໃນວັນສຸກຜ່ານມາ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ບຸນເຫຼືອ ສີໄຊວໍລະວົງ ຫົວໜ້າກົມນະໂຍບາຍ ແລະ ນິຕິກຳການເງິນພາຍໃຕ້ກະຊວງການເງິນ ແລະ ປະທານຄະນະອຳນວຍການ BCEL.ອ່ານຕໍ່ ...

ໂຕະຂ່າວ

ລັດຖະບານຍີ່ປຸ່ນສືບຕໍ່ຊ່ວຍເຫຼືອຂະແໜງເອກະຊົນ ແລະ ການລົງທຶນຂອງຍີ່ປຸ່ນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຍີ່ປຸ່ນໄດ້ອະນຸມັດໂຄງການໃໝ່ຂອງອົງການຮ່ວມມືສາການຍີ່ປຸ່ນ (JICA) ຜ່ານສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ເພື່ອລະໜັບສະໜູນການພັດທະນາຂະແໜງເອກະຊົນ ແລະ ການລົງທຶນຂອງຍີ່ປຸ່ນໃນລາວ.ໂຄງການໃໝ່ເພື່ອການພັດທະນາຄວາມສາມາດຂອງນັກທຸລະກິດມືອາຊີບ ແລະ ການສ້າງເຄືອຂ່າຍຜ່ານ LJI ໄດ້ມີການລົງນາມໃນອາທິດແລ້ວນີ້ ລະຫວ່າງ ທ່ານ ຮສ ພຸດ ສິມມາລາວົງ ຮອງອຳນວຍການມະຫາວິທະຍາໄລແຫ່ງຊາດລາວ ແລະ ທ່ານ ໂຢຊິຮາຣຸ ໂຢເນຢາມະ ຫົວໜ້າຫ້ອງການ JICA ປະຈຳລາວ ໃນລະຫວ່າງກອງປະຊຸມ 9th JCC  ເພື່ອສ້າງຄວາມສາມາດສຳລັບການພັດທະນາຂະແໜງເອກະຊົນ ແລະ ການລົງທຶນຂອງໂຄງການຍີ່ປຸ່ນໃນລາວ.ອ່ານຕໍ່ ...

ໂຕະຂ່າວ

ຄະນະເລຂາທິການສະເໜີວິທີການທົ່ວລັດຖະບານໃນການອຳນວຍຄວາມສະດວກດ້ານການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະເລຂາທະການເພື່ອອຳນວຍຄວາມສະດວກດ້ານການຄ້າ (TFCS) ຈະນຳສະເໜີການຈັດຮູບແບບໜ່ວຍງານຈັດຕັ້ງປະຕິບັດການຄ້າໃນກະຊວງຕ່າງໆ ທີ່ໄດ້ຮັບມອບໝາຍໃຫ້ເປັນສະມາຊິກກອງເລຂາທິການ ເພື່ອຊ່ວຍວຽກໃນກົມກອງ ແລະ ການວາງແຜນງົບປະມານ.ຂໍ້ສະເໜີດັ່ງກ່າວຈະມີການຍື່ນສະເໜີຕໍ່ລັດຖະບານ ເພື່ອພິຈະລິນາການຈັດຕັ້ງປະຕິບັດມາດຕະການໃນການອຳນວຍຄວາມສະດວກດ້ານການຄ້າໃນລະດັບສູນກາງ ແລະ ທ້ອງຖິ່ນ.ອ່ານຕໍ່  ...

ໂຕະຂ່າວ

ທະນາຄານກາງຂອງໄທ ແລະ ລາວລົງນາມ MOU ເສີມຂະຫຍາຍການຮ່ວມມື

ທະນາຄານແຫ່ງປະເທດໄທ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືໃນຂົງເຂດວຽກງານນະວັດຕະກຳທາງການເງິນ ແລະ ລະບົບການຈ່າຍເງິນ ທີ່ຊຽງລາຍ ວານນີ້ ພາຍຫຼັງການພົບປະໃນກອງປະຊຸມລັດຖະມົນຕີອາຊຽນ ແລະ ກອງປະຊຸມລັດຖະບານກາງອາຊຽນ, ແລະກອງປະຊຸມອື່ນໆທີ່ກ່ຽວຂ້ອງ.ທ່ານ ວີຣະໄທ ສັນຕິພາພົບ ອຳນວຍການທະນາຄານແຫ່ງປະເທດໄທ ແລະ ທ່ານ ສົມດີ ດວງດີ ອຳນວຍການທະນາຄານແຫ່ງ ສປປ ລາວ ໄດ້ລົງນາມໃນ MOU ແນໃສ່ເສີມຂະຫຍາຍການຮ່ວມມືທາງດ້ານນະວັດຕະກຳການເງິນ ແລະ ການບໍລິການເບີກຈ່າຍ ເພື່ອສົ່ງເສີມການເຄື່ອນໄຫວທາງການເງິນພາຍໃນ ແລະ ລະຫວ່າງປະເທດໃຫ້ມີປະສິດທິພາບ ແລະ ຄວາມປອດໄພຍິ່ງຂຶ້ນ, ກໍຄືສົ່ງເສີມການນຳໃຊ້ເງິນຕາຂອງປະເທດ. ອ່ານຕໍ່ ...

The Nation

ລາວຈະສູ້ຊົນສ້າງມູນຄ່າສິນຄ້ານຳເຂົ້າ, ສົ່ງອອກໃຫ້ໄດ້ US$11.29 ຕື້ໂດລາໃນປີ 2019

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະສູ້ຊົນບັນລຸເປົ້າໝາຍການນຳເຂົ້າ, ສົ່ງອອກສິນຄ້າໃຫ້ໄດ້ຢ່າງໜ້ອຍ US$11 ຕື້ໂດລາໃນປີງົບປະມານນີ້, ເຊິ່ງໃນນັ້ນມູນຄ່າສິນຄ້າສົ່ງອອກແມ່ນ US$5.516 ຕື້ໂດລາ ແລະ ສິນຄ້ານຳເຂົ້າ US$5.775 ຕື້ໂດລາ.ຕົວເລກດັ່ງກ່າວໄດ້ມີການກຳນົດໃນກອງປະຊຸມປະຈຳປີຂອງຂະແໜງອຸດສະຫະກຳ ແລະ ການຄ້າ ໃນວັນອັງຄານນີ້ ທີ່ວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ລາວເລັ່ງຄວາມພະຍາຍາມໃນການສ້າງຄວາມສະດວກດ້ານການຄ້າ: ຮອງນາຍົກ

ວຽງຈັນ (ວຽງຈັນທາມສ໌ໍໍໍ/ANN) – ລາວຕ້ອງການການຮ່ວມມີຢ່າງຈິງຈັງຈາກທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອສົ່ງເສີມມາດຕະການສຳຄັນເພື່ອການເພີ່ມອັນດັບຄວາມສະດວກໃນການດຳເນີນທຸລະກິດຂອງປະເທດ ຫຼັງຈາກທີ່ລັດຖະບານບໍ່ສາມາດບັນລຸຕາມຄາດໝາຍທີ່ວາງໄວ້.ໃນປີຜ່ານມາ, ລັດຖະບານໄດ້ພະຍາຍາມເພີ່ມອັນດັບຂອງປະເທດ ໃນການປະເມີນຄວາມສະດວກໃນການເຮັດທຸລະກິດໂລກ. ແຕ່ວ່າລາວພັດຕົກອັນດັບລົງຫຼາຍ, ຈາກທີ່ເຄີຍເປັນອັນດັບທີ່ 141 ຂອງໂລກໃນປີ 2018, ແຕ່ມາປີນີ້ພັດຕົກລົງມາເປັນທີ 154 ໃນຈຳນວນ 190 ປະເທດທົ່ວໂລກ.ອ່ານຕໍ່ ...

ໂຕະຂ່າວ

ເສດຖະກິດລາວຍັງຈະຂະຫຍາຍຕົວຢ່າງໝັ້ນຄົງໃນປີ 2019 ແລະ 2020, ຕາມທັດສະນະຂອງ ADB 

(ຂປລ) ໃນປີ 2019 ແລະ 2020,​ ການຂະຫຍາຍຕົວດ້ານເສດຖະກິດຂອງ ສປປ ລາວ ຄາດວ່າຈະຍັງຢູ່ໃນລະດັບ 6.5% ພາຍໃຕ້ການຂະຫຍາຍຕົວຂອງຂະແໜງກະສິກຳ, ພະລັງງານ, ອຸດສາຫະກຳ ແລະ ການບໍລິການ, ທະນາຄານພັດທະນາອາຊີກ່າວໃນບົດລາຍງານສະບັບຫຼ້າສຸດ.ບົດລາຍງານພາບລວມການພັດທະນາໃນອາຊີ (ADO) 2019 ຄາດຄະເນວ່າ ການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນຂອງ ສປປ ລາວ ຈະຍັງຢູ່ໃນລະດັບ 6.5% ທັງສຳລັບປີ 2019 ແລະ 2020.ການຂະຫຍາຍຕົວຂອງຂະແໜງອຸດສາຫະກຳແມ່ນຄາດວ່າຈະເພີ່ມຂຶ້ນເລັກນ້ອຍເປັນ 8.1% ໃນປີ 2019 ຈາກ 8.0% ໃນປີ 2018, ສ່ວຍໃຫຍ່ແມ່ນຍ້ອນການພັດທະນາພື້ນຖານໂຄງລ່າງແບບຍືນຍົງ ແລະ ການຂະຫຍາຍການຜະລິດກະແສໄຟຟ້າ.ອ່ານຕໍ່  ...

ຂປລ

ສູນການຄ້າ ODOP ຂອງລາວຈະສົ່ງເສີມຜະລິດຕະພັນທ້ອງຖິ່ນ

ວຽງຈັນ (ວຽງຈັນທາມສ໌/ANN) – ລູກຄ້າທີ່ຕ້ອງການຊື້ສິນຄ້າ ໜຶ່ງເມືອງ, ໜຶ່ງຜະລິດຕະພັນ (ODOP) ແລະ ສິນຄ້າທີ່ຜະລິດດ້ວຍມືທີ່ມີຄຸນນະພາບ ປະຈຸບັນສາມາດຊື້ໄດ້ທີ່ຮ້ານຈຳໜ່າຍຜະລິດຕະພັນຍ່ອຍ ຈາກການເປີດສູນຈຳໜ່າຍສິນຄ້າ ODOP ຂອງລາວ.ສູນດັັ່ງກ່າວ ເຊິ່ງຕັ້ງຢູ່ທີ່ຊັ້ນໜຶ່ງຂອງສູນການຄ້າວຽງຈັນເຊັນເຕີ, ຈະວາງສະແດງສິນຄ້າ ODOP ແລະ ຜະລິດຕິພັນທ້ອງຖິ່ນທີ່ຜະລິດດ້ວຍມືຈາກແຂວງຕ່າງໆໃນທົ່ວປະເທດ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

r9eTF
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!