ເສດຖະກິດ ແລະ ການຄ້າ

ລາວຄາດວ່າການສົ່ງອອກເຂົ້າຈະຫຼຸດລົງເນື່ອງຈາກໄພນ້ຳຖ້ວມໃນປີ 2018

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຄາດວ່າລາຍຮັບຈາກການສົ່ງອອກເຂົ້າໃນປີ 2019 ຈະຫຼຸດລົງ ເນື່ອງຈາກໄພນ້ຳຖ້ວມເປັນບໍລິເວນກວ້າງໃນທົ່ວປະເທດໃນປີຜ່ານມາ.ລາວວາງເປົ້າໝາຍການສົ່ງອອກເຂົ້າໃນປີຜ່ານມາທີ່ US$45.6 ລ້ານໂດລາ, ແຕ່ວ່າສາມາດບັນລຸໄດ້ພຽງ US$31.4 ລ້ານໂດລາ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ໃນປີນີ້ ລັດຖະບານຄາດວ່າຈະສ້າງລາຍຮັບຈາກການສົ່ງອອກເຂົ້າພຽງແຕ່ US$25.2 ລ້ານໂດລາ ເຊິ່ງຫຼຸດລົງຫຼາຍທຽບກັບຕົວເລກໃນປີຜ່ານມາ.ຜົນຜະລິດເຂົ້າໃນ 16 ແຂວງ ແມ່ນໄດ້ໜ້ອຍເນື່ອງຈາກໄພນ້ຳຖ້ວມເປັນບໍລິເວນກວ້າງໃນລະດູຝົນປີກາຍ, ຕາມລາຍງານຂອງກະຊວງກະສິກຳ ແລະ ປ່າໄມ້. ປີກາຍນີ້ ພື້ນທີ່ປູກເຂົ້າຈຳນວນ 101,000 ເຮັກຕາໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຄິດເປັນ 12% ຂອງເນື້ອທີ່ປູກເຂົ້າທັງໝົດ 817,800 ເຮັກຕາ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ຈີນຮັດແໜ້ນສາຍສຳພັນດ້ານທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກທຸລະກິດໜຸ່ມລາວ ແລະ ຈີນໄດ້ຕົກລົງພັດທະນາສາຍພົວພັນດ້ານທຸລະກິດລະຫວ່າງສອງຊາດ ເພື່ອເສີມຂະຫຍາຍໂອກາດທາງດ້ານການຄ້າ, ການລົງທຶນ ແລະ ການພັດທະນາເສດຖະກິດ.ໂຄງການດັ່ງກ່າວແມ່ນລິເລີ່ມຈັດຕັ້ງໂດຍສະມາຄົມນັກທຸລະກິດໜຸ່ມລາວ (YEAL) ແລະ ບໍລິສັດພັດທະນາອະສັງຫາລິມະຊັບເຄີເອີນພູເອີຈຳກັດຂອງຈີນ.ອ່ານຕໍ່ ...

ໂຕະຂ່າວ

ລາຄາອາຫານເປັນສາເຫດເຮັດໃຫ້ເງິນເຟີ້

ວຽງຈັນ (ວຽງຈັນທາມສ໌/ANN) – ອັດຕາເງິນເຟີ້ຍັງຄົງສືບຕໍ່ເພີ່ມຂຶ້ນໃນເດືອນມີນາ, ເຊິ່ງສູນສະຖິຕິແຫ່ງຊາດລາວໄດ້ກ່າວເຖິງສາເຫດຂອງການເພີ່ມຂຶ້ນຂອງດັດສະນີລາຄາຂອງຜູ້ບໍລິໂພກປະຈຳປີ (CPI) ວ່າແມ່ນຍ້ອນການເພີ່ມຂຶ້ນຂອງລາຄາອາຫານ, ບໍ່ແມ່ນການອ່ອນຄ່າຂອງເງິນກີບດັ່ງທີ່ຫຼາຍຄົນເຊື່ອກັນ.ສູນສະຖິຕິແຫ່ງຊາດ ເຊິ່ງເປັນກົມໜຶ່ງຂອງກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ບົດລາຍງານກ່ຽວກັບອັດຕາເງິນເຟີ້ຫຼ້າສຸດ, ທັງຊີ້ແຈງສາເຫດຂອງເງິນເຟີ້.ອ່ານຕໍ່  ...

ເອກະພອນ ພູທອນສີ

ລັດຊຸກຍູ້ບູລິມະສິດການພັດທະນາເສດຖະກິດດິຈິຕອລ໌

ລັດຖະບານຕ້ອງລວມການພັດທະນາເສດຖະກິດດິຈິຕອລ໌ເຂົ້າໃນວາລະການພັດທະນາ ເພື່ອເລັ່ງມືໃນການພັດທະນາການລິເລີ່ມລະດັບໂລກດັາງກ່າວ, ຕາມເຈົ້າໜ້າທີ່ການນຳຂອງກະຊວງໄປສະນີ ແລະ ໂທລະຄົມມະນາຄົມ.ໃນກອງປະຊຸມປະຈຳປີຂອງກະຊວງທີ່ມີຂຶ້ນໃນຕັ້ນເດືອນນີ້, ທ່ານ ແກ້ວວິສຸກ ສໍລະພົມ ຫົວໜ້າສູນອິນເຕີເນັດແຫ່ງຊາດລາວກ່າວວ່າ ສິ່ງທ້າທາຍໃນການຫັນສູ່ເສດຖະກິດດິຈິຕອລ໌ ແມ່ນເນື່ອງຈາກວ່າວຽກງານດັ່ງກ່າວບໍ່ໄດ້ລວມຢູ່ໃນແຜນວາລະການພັດທະນາ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລາວໝາຍເພີ່ມການສົ່ງອອກສິນຄ້າໄປຈີນ ແລະ ຫຼຸດຜ່ອນການນຳເຂົ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ຍອດການສົ່ງອອກສິນຄ້າຂອງລາວໄປຈີນໃນປີນີ້ຄາດວ່າຈະເພີ່ມຂຶ້ນເປັນ  US$1,510 ລ້ານໂດລາ, ໃນຂະນະທີ່ການນຳເຂົ້າຈະຫຼຸດລົງເປັນ US$985 ລ້ານໂດລາ, ຕາມການຄາດຄະເນຫຼ້າສຸດຂອງກະຊວງອຸດສາຫະກຳ ແລະ ການຄ້າ.ໃນປີຜ່ານມາ ລາວວາງແຜນບັນລຸຍອດການສົ່ງອອກສິນຄ້າໄປຈີນໃຫ້ໄດ້ US$1,478 ລ້ານໂດລາ ແຕ່ວ່າສາມາດບັນລຸໄດ້ພຽງແຕ່ US$1,406 ລ້ານໂດລາ, ແລະ ຄາດຄະເນມູນຄ່າການນຳເຂົ້າຢູ່ທີ່ US$945 ລ້ານໂດລາ ແຕ່ວ່າການນຳເຂົ້າຕົວຈິງແມ່ນມີເຖິງ US$1,381 ລ້ານໂດລາ.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດວຽງຈັນເຊັນເຕີມະຫາຊົນ ເລີ່ມຕົ້ນເປີດຂາຍຫຸ້ນໃຫ້ມະຫາຊົນ

(ຂປລ) ບໍລິສັດວຽງຈັນເຊັນເຕີມະຫາຊົນ ໄດ້ເລີ່ມເປີດຂາຍຫຸ້ນໃຫ້ກັບຜູ້ທີ່ສົນໃຈທັງພາຍໃນ ແລະ ຕ່າງປະເທດ.ພິທີເປີດໂຕການຊື້ຂາຍຫຸ້ນດັ່ງກ່າວໄດ້ມີຂຶ້ນໃນວັນພຸດຜ່ານມານີ້ ພາຍໃຕ້ການເປັນສັກຂີພະຍານຂອງທ່ານ ສາຍສະໝອນ ຈັນທະຈັກ ເລຂາທິການຕະຫຼາດຫຼັກຊັບລາວ ແລະ ຕາງໜ້າຈາກໜ່ວຍທຸລະກິດຕ່າງໆ.ບໍລິສັດດັ່ງກ່າວຈະຂາຍຫຸ້ນປະມານ 63.9 ລ້ານຫຸ້ນ ໃນລາຄາ 1,050 ກີບຕໍ່ຫຸ້ນ ເພື່ອສ້າງທຶນໃຫ້ໄດ້ຢ່າງໜ້ອຍ 67 ຕື້ກີບ, ຕາມທ່ານ ອຸລາໄທ ສັນຕິຄົງຄາ ຮອງປະທານບໍລິສັດ ວຽງຈັນເຊັນເຕີລາວຈຳກັດມະຫາຊົນ.ອ່ານຕໍ່ ...

ຂປລ

ການໃຊ້ຈ່າຍໃນຊ່ວງປີໃໝ່ບໍ່ເປັນຜົນດີຕໍ່ເສດຖະກິດຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການໃຊ້ຈ່າຍໃນສິ່ງຂອງຟູມເຟືອຍທີ່ບໍ່ຈຳເປັນ ແລະ ການບັນເທິງໃນຊ່ວງປີໃໝ່ລາວຈະບໍ່ມີຜົນຫຍັງຕໍ່ເສດຖະກິດຂອງລາວ ເນື່ອງຈາກລາວອີງໃສ່ສິນຄ້ານຳເຂົ້າເປັນສ່ວນຫຼາຍ, ເຈົ້າໜ້າທີ່ເສດຖະກິດລະດັບສູງກ່າວ.ຍ້ອນລາວອີງໃສ່ສິນຄ້ານຳເຂົ້າຫຼາຍ ເຮັດໃຫ້ມີການໃຊ້ຈ່າຍຊື້ຂາຍກັບຄູ່ການຄ້າຫຼາຍ, ແຕ່ວ່າມູນຄ່າການສົ່ງອອກພັດມີໜ້ອຍ ແລະ ລາວເອງກໍໄດ້ຮັບຜົນກະທົບຈາກຄວາມຂັດແຍ່ງດ້ານເສດຖະກິດໂລກ ຄືກັບຫຼາຍປະເທດ.ອ່ານຕໍ່ ...

ໂຕະຂ່າວ

ກະຊວງພະລັງງານ, IFC ສົ່ງເສີມການລົງທຶນຂອງເອກະຊົນໃນຂະແໜງພະລັງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ການພັດທະນາຕາຂ່າຍໄຟຟ້າຂອງລາວ ຈະໄດ້ຮັບການສົ່ງເສີມຈາກພາກສ່ວນເອກະຊົນ ຫຼັງຈາກທີ່ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ອົງການການເງິນສາກົນ (IFC) ໄດ້ລົງນາມໃນຂໍ້ຕົກລົງການນຮ່ວມມື.ຂໍ້ຕົກລົງດັ່ງກ່າວໄດ້ມີການລົງນາມວານນີ້ ໂດຍທ່ານທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານລູບໍເມຍ ວາໂບນອບ ຫົວໜ້າຮັບຜິດຊອບວຽກງານພື້ນຖານໂຄງລ່າງ ແລະ ຊັະພະຍາກອນທຳມະຊາດ IFC.ອ່ານຕໍ່ ...

ໂຕະຂ່າວ

ແຂວງຈຳປາສັກຈະເປັນເຈົ້າພາບຈັດງານມະຫາກຳຊັບສິນທາງປັນຍາ

ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ຈັດກອງປະຊຸມສື່ມວນຊົນ ເພື່ອຖະແຫຼງກ່ຽວກັບແຜນການໃນການຈັດງານມະຫາກຳຊັບສິນທາງປັນຍາ 2019 ເຊິ່ງຈະຈັດຂຶ້ນທີ່ແຂວງຈຳປາສັກ ໃນວັນທີ 24-28 ເມສານີ້.ງານດັ່ງກ່າວຈະມີການວາງສະແດງຜະລິດຕະພັນໃນ 162 ບູທ໌ ຈາກປະເທດລາວ ແລະ ບັນດາປະເທດສະມາຊິກອາຊຽນ, ເຊິ່ງແນໃສ່ສ້າງເຄືອຂ່າຍໃຫ້ມີຄວາມເຂັ້ມແຂງ. ໃນຕອນແລງຂອງແຕ່ລະມື້ຈະມີກິດຈະກຳ ຄອນເສີດພ້ອມທັງການສະແດງ ຈາກສິລະປິນທ້ອງຖິ່ນ ແລະ ນັກສະແດງຕ່າງໆ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແຂວງຈຳປາສັກ ນຳໜ້າໃນການປັບປຸງການຈົດທະບຽນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ເມືອງໂຂງ ແຂວງຈຳປາສັກ ເດີນໜ້າເພື່ອເປັນແບບຢ່າງໃນການຈັດຕັ້ງປະຕິບັດການບໍລິການແບບຄົບວົງຈອນ ແລະ ການປັບປຸງການຈົດທະບຽນທຸລະກິດ ໃຫ້ແກ່ແຂວງຕ່າງໆທົ່ວປະເທດ.ອຳນາດການປົກຄອງຂັ້ນເມືອງໄດ້ຈັດຕັ້ງສູນບໍລິການແບບຄົບວົງຈອນໃນແຕ່ລະສຳນັກງານ, ເຊິ່ງສ້າງຄວາມສະດວກໃຫ້ແກ່ຜູ້ທີ່ຕ້ອງການຈົດທະບຽນທຸລະກິດ ແລະ ຂໍໃບອະນຸຍາດໃນການດຳເນີນທຸລະກິດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

XsRds
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!