ເສດຖະກິດ ແລະ ການຄ້າ

ລາວປັບຫຼຸດເປົ້າໝາຍລາຍຮັບຈາກການສົ່ງອອກນ້ຳຕານ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ປັບຫຼຸດຄາດໝາຍລາຍຮັບການສົ່ງອອກນ້ຳຕານທຽບກັບຕົວເລກປີກາຍ ຫຼັງຈາກທີ່ລາຍຮັບປະຈຳປີຂອງການສົ່ງອອກສິນຄ້າດັ່ງກ່າວຫຼຸດລົງ.ໃນປີຜ່ານມາ ເປົ້າໝາຍການສົ່ງອອກນ້ຳຕານແມ່ນ US$92.4 ລ້ານກີບ, ແຕ່ວ່າລາຍຮັບລວມຕົວຈິງແມ່ນມີພຽງແຕ່ US$63.5 ລ້ານໂດລາ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ສຳລັບປີນີ້ ລາວໄດ້ຕັ້ງເປົ້າລາຍຮັບໄວ້ທີ່ US$85.5 ລ້ານໂດລາ, ເຊິ່ງເປັນອັດຕາທີ່ສູງກວ່າມູນຄ່າການສົ່ງອອກຂອງປີກາຍ ແຕ່ຍັງຕ່ຳກວ່າເປົ້າໝາຍປີກາຍ.ອ່ານຕໍ່ ...

ຄຳພອນ ສີວົງໄຊ

ລັດວິສາຫະກິດໄຟຟ້າລາວຕັ້ງເປົ້າການລົງທຶນໃນການສ້າງຕາຂ່າຍສາຍສົ່ງໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການເພີ່ມການລົງທຶນດ້ານພື້ນຖານໂຄງລ່າງໄຟຟ້າ ແລະ ການຂະຫຍາຍເຄືອຂ່າຍສາຍສົ່ງຈະຊ່ວຍແກ້ໄຂບັນຫາໄຟຟ້າດັບສຳລັບຜູ້ຊົມໃຊ້ໄຟຟ້າໃນລາວ, ຕາມເຈົ້າໜ້າທີ່ພະລັງງານ.ຜ່ານມາ ຜູ້ຊົມໃຊ້ໄຟຟ້າມັກຮ້ອງຮຽນກ່ຽວກັບບັນຫາກະແສໄຟຟ້າບໍ່ພຽງພໍ ແລະ ຄວາມບໍ່ສະຖຽນໃນການສະໜອງກະແສໄຟຟ້າທັງໃນລະດູແລ້ງ ແລະ ລະດູຝົນ. ກະແສໄຟຟ້າມັກດັບໃນຊ່ວງທີ່ມີພາຍຸຝົນ ຫຼື ມີການນຳໃຊ້ອຸປະກອນໄຟຟ້າຈຳນວນຫຼາຍໃນຊົ່ວໂມງທີ່ມີການນຳໃຊ້ສູງສຸດໃນຍາມລະດູແລ້ງ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ຫວຽດນາມສົ່ງເສີມການລົງທຶນໃນຂະແໜງໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່ ຂອງລາ

ວຽງຈັນ (ວຽງຈັນທາມສ໌/ANN) – ຫວຽດນາມໄດ້ລົງທຶນຈຳນວນ US$4.1 ຕື້ໂດລາໃນ 409 ໂຄງການໃນລາວ, ເຊິ່ງການລົງທຶນສ່ວນໃຫຍ່ແມ່ນໃນຂະແໜງໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່ , ແລະ ກະສິກຳ.ທ່ານ (ປອ) ສຸກພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວວ່າຫວຽດນາມແມ່ນປະເທດຜູ້ລົງທຶນທີ່ໃຫຍ່ເປັນອັນດັບທີສາມໃນລາວ, ເຊິ່ງມີມູນຄ່າການລົງທຶນປະມານ US$4.1 ຕື້ໂດລາ, ຕາມສຳນັກຂ່າວເສດຖະກິດລາຍວັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງຮຽກຮ້ອງໃຫ້ຢຸດເຊົາການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນອາທິດແລ້ວນີ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການກ່ຽວກັບການຫ້າມການໂຄສະນາຜະລິດຕະພັນເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຫ້ານການຈັດກິດຈະກຳທີ່ເປັນການສົ່ງເສີມການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າຕ່າງ.ແຈ້ງການສະບັບດັ່ງກ່າວແມ່ນມີການນຳສະເໜີຕໍ່ຫົວໜ່ວຍງານລັດ, ລັດວິສາຫະກິດ, ບໍລະສັດເອກະຊົນ, ຜູ້ຜະລິດເຄື່ອງດື່ມທີ່ມີທາດເຫຼົ້າ, ບໍລິສັດນຳເຂົ້າ, ສົ່ງອອກ, ຈຳໜ່າຍ ແລະ ໂຄສະນາຕ່າງໆ.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດພະລັງງານເກົາຫຼີໃຕ້ໝາຍຕາໂອກາດທາງທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) — ບໍລິສັດພະລັງງານໄຟຟ້າເກົາຫຼີ (KEPCO) ຫວັງຂະຫຍາຍທຸລະກິດກ່ຽວກັບອຸປະກອນໄຟຟ້າ ກໍຄືສັນຫາຊ່ອງທາງໃນການຮ່ວມມືໃນຂະແໜງພະລັງງານຮ່ວມກັບລາວ.ກອງປະຊຸມທຸລະກິດລະຫວ່າງຜູ້ຕາງໜ້າຈາກກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດ KEPCO ກໍຄືພາກສ່ວນທີ່ກ່ຽວຂ້ອງຈາກລາວ ແລະ ສາທາລະນະລັດເກົາຫຼີ ໄດ້ຈັດຂຶ້ນທີ່ວຽງຈັນໃນວັນພະຫັດຜ່ານມາ.ອ່ານຕໍ່  ...

ສຸກສະໄໝ ບູລົມ

ລັດຖະບານຊຸກຍູ້ໃຫ້ມີການແກ້ໄຂບັນຫາກ່ຽວກັບການຄ້າອີເລັກໂທຣນິກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຕ້ອງແກ້ໄຂສິ່ງທ້າທາຍຫຼາຍຢ່າງ ເພື່ອເສີມຂະຫຍາຍຄວາມພະຍາຍາມໃນການພັດທະນາວຽກງານການຄ້າອີເລັກໂທຣນິກ (e-commerce) ໃຫ້ມີປະສິດທິພາບ ແລະ ເພື່ອເພີ່ມປະສິດທິຜົນທາງການຄ້າ, ຕາມບົດລາຍງານຫຼ້າສຸດ.ໃນບົດລາຍງານປີ 2018, ພາຍໃຕ້ການສະໜັບສະໜູນຂອງທະນາຄານໂລກ, ລັດຖະບານອອສ໌ເຕຣເລຍ, ເຢຍລະມັນ, ສະຫະພາບຢູໂຣບ ແລະ ໄອແລນ ໄດ້ສະແດງໃຫ້ເຫັນສິ່ງທ້າທາຍຕົ້ນຕໍຂອງລາວຄື ຂໍ້ຈຳກັດດ້ານການເຂົ້າເຖິງອິນເຕີເນັດ, ຄ່າບໍລິການອິນເຕີເນັດທີ່ສູງ ແລະ ຄວາມບໍ່ພຽງພໍທາງດ້ານລະບຽບການ.ນອກນີ້ ບັນຫາຄວາມບໍ່ພຽງພໍດ້ານພື້ນຖານໂຄງລ່າງໄອທີ ກໍຄືຕົ້ນທຶນການອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງທີ່ສູງ ຍັງເປັນອຸປະສັກຕໍ່ການພັດທະນາດ້ານ e-commerce ຕາມບົດລາຍງານໃນຫົວຂໍ້ “ການສ້າງປະໂຫຍດຈາກ E-commerce“.ອ່ານຕໍ່ບົດລາຍງານທີ່ກ່ຽວຂ້ອງ (ພາສາອັງກິດ)Digital Connectivity in Lao PDR Lagging Behind Peers : A Short Assessment with Policy Recommendations to ...

ເອກະພອນ ພູທອນສີ

ໂທລາວ, ລາວໂທລະຄົມຊ່ວຍໃນການສ້າງທຸລະກິດໄລຍະເລີ່ມຕົ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດໂທລາວ, ຮ່ວມກັບບໍລິສັດລາວໂທລະຄົມຈຳກັດມະຫາຊົນ (ລາວໂທລະຄົມ) ໄດ້ຮ່ວມຈັດຕັ້ງວິສາຫະກິດເພື່ອແນໃສ່ຊ່ວຍເຫຼືອຜູ້ປະກອບການໜຸ່ມລາວ, ຜູ້ເລີ່ມຕົ້ນ ໃນການນຳໃຊ້ເທັກໂນໂລຢີດິຈິຕອລ໌ເພື່ອສ້າງທ່າແຮງສູງສຸດໃນການດຳເນີນທຸລະກິດຂອງເຂົາເຈົ້າ.ທັງສອງບໍລິສັດຄາດວ່າ ການດຳເນີນການດັ່ງກ່າວວ່າຈະເພີ່ມຍອດໃນການນຳໃຊ້ເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ. ທັງເຊື່ອວ່ານະວັດຕະກຳ ແລະ ການສ້າງສັນຂອງນັກທຸລະກິດໜຸ່ມຈະຊ່ວຍສົ່ງເສີມການພັດທະນາດ້ານເສດຖະກິດຂອງຊາດ.ອ່ານຕໍ່ ...

ໂຕະຂ່າວ

ງານວາງສະແດງສິນຄ້າຜະລິດຢູ່ລາວຈະສົ່ງເສີມທ່າແຮງດ້ານການສົ່ງອອກຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຫວັງວ່າຈະສ້າງຊື່ສຽງໃຫ້ກັບຜະລິດຕະພັນລາວໃນຕະຫຼາດພາກພື້ນ ແລະ ສາກົນ ຜ່ານງານຕະຫຼາດນັດສິນຄ້າຜະລິດຢູ່ລາວປະຈຳປີ ເຊິ່ງເນັ້ນໃສ່ການຄ້າ, ການຈັບຄູ່ທຸລະກິດ ແລະ ການຝຶກອົບຮົມ.ໃນປີນີ້ ງານວາງສະແດງສິນຄ້າຜະລິດຢູ່ລາວ 2019 ຈະຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ ໃນວັນທີ 10-19 ພຶດສະພາ, ເຊິ່ງຈະລວມເອົາບູທ໌ວາງສະແດງສິນຄ້າກວ່າ 250 ບູທ໌ຈາກທົ່ວປະເທດ.ອ່ານຕໍ່ ...

ໂຕະຂ່າວ

ທະນາຄານເຜີຍ ຄົນລາວນິຍົມເງິນຕາຕ່າງປະເທດຫຼາຍກວ່າເງິນກີບ

ວຽງຈັນ (ວຽງຈັນທາມສ໌/ANN) – ໜ່ວຍທຸລະກິດ ແລະ ສາທາລະນະຊົນນິຍົມຝາກເງິນໃນບັນຊີເງິນຕາຕ່າງປະເທດ ເຖິງວ່າທະນາຄານແຫ່ງລັດຈະສົ່ງເສີມການນຳໃຊ້ເງິນກີບ.ຕາມບົດລາຍງານປະຈຳປີຫຼ້າສຸດຂອງທະນາຄານແຫ່ງ ສປປ ລາວ, ອັດຕາສ່ວນເງິນຝາກເປັນສະກຸນເງິນກີບໃນລະບົບທະນາຄານ ຄາດຄະເນວ່າກວມພຽງ 45.8% ຂອງເງິນຝາກທັງໝົດ. ສ່ວນທີ່ເຫຼືອແມ່ນເງິນຝາກໃນບັນຊີເງິນຕາຕ່າງປະເທດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ນາຍົກສັ່ງກວດກາຂັ້ນຕອນການຂ້າມຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ມີການຈັດຕັ້ງຄະນະດຳເນີນງານ ເພື່ອທຳການກວດກາການດຳເນີນງານທີ່ດ່ານຊາຍແດນ ເພື່ອຈຸດປະສົງອຳນວຍຄວາມສະດວກດ້ານການຄ້າ ແລະ ການບໍລິການຂ້າມຊາຍແດນ, ທັງເປັນການຫຼຸດຜ່ອນການຮົ່ວໄຫຼຂອງງົບປະມານ.ທ່ານນາຍົກໄດ້ອອກຄຳສັ່ງແນະນຳດັ່ງກ່າວ ເຊິ່ງເປັນສ່ວນໜຶ່ງຂອງແຜນງານຂອງລັດຖະບານສຳລັບເດືອນພຶດສະພາ, ໃນກອງປະຊຸມປະຈຳເດືອນເມສາຂອງຄະນະລັດຖະບານ ເຊິ່ງຈັດຂຶ້ນໃນອາທິດແລ້ວນີ້.ຄະນະດຳເນີນງານດັ່ງກ່າວຈະເປັນຜູ້ເກັບກຳຂໍ້ມູນຂ່າວສານ ແລະ ໃຫ້ຄຳແນະນຳໃນການແກ້ໄຂປະເດັນ ທີ່ເປັນຕົ້ນເຫດຂອງບັນຫາໃນດ່ານຊາຍແດນ ທີ່ສົ່ງຜົນຕໍ່ການຮົ່ວໄຫຼຂອງລາຍຮັບຂອງລັດຖະບານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

B2R85
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!