ເສດຖະກິດ ແລະ ການຄ້າ

ລາວຈະສ້າງແຜນວາດຊ່ອງທາງສຳລັບການປະຕິຮູບການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ແຜນວາດການປະຕິຮູບການລົງທຶນ (IRM) ແມ່ນກົນໄກສຳຄັນອັນໜຶ່ງສຳລັບການພັດທະນານະໂຍບາຍການລົງທຶນ ເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ສາມາດຊ່ວຍເຫຼືອປະເທດທີ່ມີຄວາມຕ້ອງການພັດທະນາ ແລະ ດຶງດູດການລົງທຶນ.ໃນພິທີເປີດກອງປະຊຸມປຶກສາຫາລື ກ່ຽວກັບຮ່າງບົດລາຍງານກ່ຽວກັບແຜນວາດການປະຕິຮູບການລົງທຶນສຳລັບປະເທດລາວຂອງກະຊວງແຜນການ ແລະ ການລົງທຶນ ໃນອາທິດແລ້ວນີ້, ທ່ານນາງ ຄຳຈັນ ວົງແສງບຸນ ຮອງລັດຖະມົນຕີ ໄດ້ກ່າວວ່າ ເປົ້າໝາຍຂອງແຜນວາດ IRM ແມ່ນການສະເໜີການຄົ້ນຄວ້າດ້ານການຄຸ້ມຄອງ ແລະ ວາງທິດທາງສຳລັບການມີສ່ວນຮ່ວມຕົວຈິງໃນການລົງທຶນ.ອ່ານຕໍ່ ...

ໂຕະຂ່າວ

ລາວມີແຜນຊຸກຍູ້ການໃຊ້ຈ່າຍແບບບໍ່ໃຊ້ເງິນສົດ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (BOL) ກຳລັງທຳການຮ່າງແຜນເພື່ອສົ່ງເສີມການໃຊ້ຈ່າຍແບບບໍ່ໃຊ້ເງິນສົດ ແລະ ອຳນວຍຄວາມສະດວກ ແລະ ຄຸ້ມຄອງການເຄື່ອນໄຫວທາງການເງິນໃນລາວ.ການນຳໃຊ້ກະເປົາເງິນແບບອີເລັກໂທຮນິກ (e-wallets) ຜ່ານລະບົບທະນາຄານພວມກາຍເປັນຮູບແບບໃໝ່ໃນການໃຊ້ຈ່າຍຂອງຜູ້ທີ່ຢູ່ອາໄສໃນຕົວເມືອງ. ເຂົາເຈົ້າມີການຈ່າຍອາກອນ, ບິນຄ່ານ້ຳຄ່າໄຟ, ບິນຄ່າສິນຄ້າ ແລະ ບໍລິການ, ແລະ ທຳການໂອນເງິນຕ່າງໆຜ່ານທາງໂທລະສັບມືຖື. ເຊິ່ງຕໍ່ໄປຈະບໍ່ມີຄວາມຈຳຈະເປັນຕ້ອງລຽນແຖວເພື່ອຊຳລະເງິນຄ່າຕ່າງໆອີກ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ

ລາວສົ່ງເສີມຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຮຽກຮ້ອງໃຫ້ຂະແໜງເອກະຊົນຮ່ວມມືກັບພາກສ່ວນລັດຖະບານ ເພື່ອໃຫ້ລາວສາມາດສ້າງສະພາບແວດລ້ອມທີ່ເປັນມິດຕໍ່ທຸລະກິດ ແລະ ສົ່ງເສີມຄວາມສະດວກໃນການດຳເນີນທຸລະກິດ.ເຖິງວ່າອຸປະສັກທີ່ບໍ່ຈຳເປັນກຳລັງໄດ້ຮັບການລຶບລ້າງເປັນລຳດັບ, ວຽກງານການຮ່ວມມືລະຫວ່າງລັດຖະບານ ກັບຂະແໜງເອກະຊົນເຊື່ອວ່າຍັງຄົງເປັນບັນຫາທີ່ຕ້ອງປະຕິບັດ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ພັກອອກມະຕິເພື່ອຮັກສາລະດັບການຂະຫຍາຍຕົວຂອງເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມະການສູນກາງພັກປະຊາຊົນປະຕິວັດລາວ ໄດ້ອອອກມະຕິຕົກລົງເພື່ອໃຫ້ລັດຖະບານຮ່ວມກັນເປັນຈິດໜຶ່ງໃຈດຽວເພື່ອຮັກສາລະດັບການຂະຫຍາຍຕົວດ້ານເສດຖະກິດ.ຄະນະພັກ ເຊິ່ງເປັນສູນກາງການນຳດ້ານການເມືອງຂອງ ສປປ ລາວ ໄດ້ອອກມະຕິໃນຕອນທ້າຍຂອງກອງປະຊຸມໃຫຍ່ຄັ້ງທີ 10 ຂອງຄະນະພັກສະໄໝທີ 8 ໃນອາທິດນີ້.ໂດຍອີງຕາມມະຕິດັ່ງກ່າວ ໜຶ່ງໃນແນວທາງທີ່ລັດຖະບານຕ້ອງປະຕິບັດ ກໍຄືການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ການລົງທຶນ ເພາະເປັນປັດໄຈທີ່ສຳຄັນໃນການຮັກສາລະດັບການຂະຫຍາຍຕົວດ້ານເສດຖະກິດຂອງຊາດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ສະມາຄົມທຸລະກິດລາວ,​ ຫວຽດນາມລົງນາມໃນຂໍ້ຕົກລົງ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມທຸລະກິດລາວ ແລະ ຫວຽດນາມຈະຮ່ວມມືກັນເພື່ອສົ່ງເສີມການຂະຫຍາຍຕົວຢ່າງໝັ້ນຄົງ ແລະ ຍືນຍົງຂອງເສດຖະກິດລາວ ເຊິ່ງເປັນສ່ວນໜຶ່ງຂອງເປົ້າໝາຍຮ່ວມໃນເພື່ອໄປສູ່ຄວາມຈະເລີນຮຸ່ງເຮືອງ.ສະມາຄົນນັກທຸລະກິດໜຸ່ມລາວ (YEAL) ແລະ ສະມາຄົມທຸລະກິດຫວຽດນາມເພື່ອການຮ່ວມມື ແລະ ການລົງທຶນໃນລາວ (BACI) ໄດ້ຕົກລົງຮ່ວມງານກັນເພື່ອສົ່ງເສີມການຂະຫຍາຍຕົວຂອງເສດຖະກິດລາວຢ່າງຍືນຍົງ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ບໍລິສັດໄທໝາຍຕາໂອກາດທາງທຸລະກິດອາຫານໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດ PTT (ລາວ) ຈຳກັດ ແລະ ບໍລິສັດ Zixgar Group ຈຳກັດ ກຳລັງເບິ່ງໂອກາດທາງດ້ານທຸລະກິດອາຫານໃນລາວ ເຊິ່ງມີເປົ້າໝາຍແນໃສ່ກຸ່ມລູກຄ້າທີ່ເປັນນັກທ່ອງທ່ຽວ ແລະ ພະນັກງານຫ້ອງການ.ໂດຍສະເພາະ ຂະແໜງດັ່ງກ່າວຍິ່ງເປັນທີ່ໜ້າສົນໃຈເນື່ອງຈາກການຂະຫຍາຍຕົວຂອງທຸລະກິດຮ້ານກາເຟ, ຕາມເຈົ້າໜ້າທີ່ລັດຖະບານ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ອຸປະສັກໃນຊາຍແດນຈຳກັັດໂອກາດໃນການນຳເຂົ້າສິນຄ້າຂອງລາວ: ຕາມບົດລາຍງານ

ວຽງຈັນ (ວຽງຈັນທາມສ໌/ANN) ຄວາມຮູ້ດ້ານຂະບວນການທີ່ຈຳກັດຂອງເຈົ້າໜ້າທີ່ລັດຖະບານ ແລະ ນັກຄ້າຂາຍໃນພື້ນທີ່ຊາຍແດນ ເປັນສາເຫດໃຫ້ເກີດອຸປະສັກດ້ານການຄ້າໃນເຂດຊາຍແດນລະຫວ່າງລາວ, ໄທ ແລະ ຫວຽດນາມ.ເຖິງຢ່າງໃດກໍຕາມ, ໃນຂະນະທີ່ບັນຫາໃນບາງຂົງເຂດວຽກງານແມ່ນເປັນທີ່ຮູ້ກັນດີ, ບົດຄົ້ນຄວ້າຂອງກົມການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ໂຄງການອຳນວຍຄວາມສະດວກດ້ານການພັດທະນາການຄ້າ ໄລຍະ 2 ໃຫ້ຮູ້ວ່າ ນັກຄ້າຂາຍສ່ວນໃຫຍ່ແມ່ນບໍ່ຮູ້ກ່ຽວກັບບັນຫາເຫຼົ່ານີ້.ອ່ານຕໍ່ ...

ໂຕະຂ່າວ

ລາວຫຼຸດຜ່ອນຄາດໝາຍມູນຄ່າການຄ້າກັບເກົາຫຼີໃຕ້

ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ປັບຫຼຸດລະດັບຄາດໝາຍມູນຄ່າການຄ້າ ເຊິ່ງລວມທັງການນຳເຂົ້າ ແລະ ສົ່ງອອກສິນຄ້າກັບເກົາຫຼີໃຕ້ໃນປີນີ້ເມື່ອທຽບກັບມູນຄ່າປີກາຍ ຫຼັງຈາກມູນຄ່າການຄ້າປະຈຳປີລະຫວ່າງສອງປະເທດຫຼຸດລົງ.ໃນປີຜ່ານມາ, ເປົ້າໝາຍການຄ້າລະຫວ່າງສອງປະເທດແມ່ນ US$94.1 ລ້ານໂດລາ ເຊິ່ງໃນນີ້ມູນຄ່າການສົ່ງອອກແມ່ນ US$11.2 ລ້ານໂດລາ ແລະ ການນຳເຂົ້າແມ່ນ US$82.9 ລ້ານໂດລາ. ແຕ່ໃນຕົວຈິງ ສາມາດບັນລຸມູນຄ່າລວມໄດ້ພຽງແຕ່ US$69.6 ລ້ານໂດລາ, ເຊິ່ງມູນຄ່າການສົ່ງອອກມີ US$4.5 ແລະ ການນຳເຂົ້າແມ່ນ US$65.1 ລ້ານໂດລາ, ອີງຕາມກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...

ໂຕະຂ່າວ

ເຢຍລະມັນ, ອອສ໌ເຕຣເລຍຊ່ວຍເປີດປະຕູດ້ານແຫຼ່ງທຶນສຳລັບກຸ່ມທີ່ມີລາຍໄດ້ຕ່ຳໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຢຍລະມັນ ແລະ ອອສ໌ເຕຣເລຍໄດ້ຊ່ວຍເຫຼືອທຶນຈຳນວນ US$4.5 ລ້ານໂດລາ ເພື່ອພັດທະນາລະບົບການລະດັບທ້ອງຖິ່ນ ເພື່ອຊ່ວຍອຳນວຍຄວາມສະດວກໃຫ້ແກ່ຜູ້ທຸກຍາກໃນການເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ.ຕາງໜ້າຈາກລັດຖະບານລາວ, ເຢຍລະມັນ ແລະ ອອສ໌ເຕຣເລຍ ໄດ້ຮ່ວມປະຊຸມໃນວັນທີ 9 ພຶດສະພາ ເພື່ອເພື່ອເປີດຕົວໂຄງການສົ່ງເສີມການເຂົ້າເຖິງແຫຼ່ງທຶນສຳລັບຜູ້ທຸກຍາກ (AFP) ໄລຍະທີ 5 ມູນຄ່າ US$4.5 ລ້ານໂດລາ.ອ່ານຕໍ່ໍໍໍ່ ...

ໂຕະຂ່າວ

ຕະຫຼາດນັດຜະລິດຕະພັນລາວເລື່ອນໄປເດືອນກໍລະກົດ ຫຼັງຈາກເຫດອັກຄີໄພ

ງານວາງສະແດງສິນຄ້າຜະລິດຕະພັນຂອງລາວໄລຍະ 10 ວັນ ເຊິ່ງມີແຜນວ່າຈະເປີດໃນວັນສຸກແລ້ວນີ້ ຈະເລື່ອນໄປຈັດໃນເດືອນກໍລະກົດ ຫຼັງຈາກເກີດເຫດໄຟໃໝ້ທີ່ສູນການປະຊຸມ ແລະ ວາງສະແດງສິນຄ້າລາວສານກົນ (ລາວ-ໄອເຕັກ) ແລະ ສ້າງຄວາມເສຍຫາຍກວ່າ 20 ຮ້ານຄ້າວາງສະແດງ.ຮ້ານຄ້າປະມານ 400 ຮ້ານໄດ້ກະກຽມຄວາມພ້ອມສຳລັບງານວາງສະແດງດັ່ງກ່າວ ເຊິ່ງໄດ້ມີແຜນເປີດໃນເວລາ 10 ໂມງເຊົ້າຂອງວັນສຸກຜ່ານມາຈົນເຖິງວັນທີ 19 ພຶດສະພາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

c4Vst
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!