ເສດຖະກິດ ແລະ ການຄ້າ

ລາວຮຽກຮ້ອງການລົງທຶນທີ່ມີຄຸນນະພາບຍິ່ງຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ຜູ້ມີສ່ວນຮ່ວມ ໃນການສົ່ງເສີມການລົງທຶນທີ່ມີຄຸນນະພາບສູງກວ່າເກົ່າໃນລາວ ໂດຍຜ່ານການພັດທະນາ ແລະ ປັບປຸງກົນໄກ ແລະ ຍຸດທະສາດການປະເມີນຜົນ.ແຜນດັ່ງກ່າວໄດ້ມີການຫາລືໃນກອງປະຊຸມ ເຊິ່ງຈັດໂດຍກະຊວງແຜນການ ແລະ ການລົງທຶນ, ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP)-ໂຄງການສະຫະປະຊາຊາດເພື່ອສິ່ງແວດລ້ອມ ທີ່ນະຄອນຫຼວງວຽງຈັນໃນວັນສຸກແລ້ວນີ້.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/laos-calls-higher-quality-investments-97835

ວຽງຈັນເຊັນເຕີເປີດການຊື້ຂາຍສ່ວນແບ່ງຫຸ້ນໃນຕະຫຼາດຫຸ້ນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດວຽງຈັນເຊັນເຕີລາວມະຫາຊົນ (VCL) ໄດ້ເປີດການຊື້ຂາຍຫຸ້ນໃນຕະຫຼາດຫຸ້ນລາວຢ່າງເປັນທາງການ, ເຊິ່ງເປັນລັດວິສາຫະກິດແຫ່ງທຳອິດຈາກແຂວງຢູນນານ ປະເທດຈີນ ແລະ ບໍລິສັດອັນດັບທີສິບໃນລາຍຊື່ກິດຈະການໃນຕະຫຼາດຫຼັກຊັບລາວ (LSX).ການເປີດຕົວການຊື້ຂາຍດັ່ງກ່າວແມ່ນໄດ້ມີຂຶ້ນໃນວັນສຸກແລ້ວນີ້ ທີ່ອາຄານຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງທ່ານນາງ ສາຍສະໝອນ ຈັນທະຈັກ ເລຂາທິການຫ້ອງການຄະນະກຳມາທິການຕະຫຼາດຫຼັກຊັບລາວ, ທ່ານ ວັນຄຳ ວໍຣະວົງ ອຳນວຍການ LSX, ຜູ້ຕາງໜ້າຈາກອົງການຈັດຕັ້ງລັດຖະບານ, ຜູ້ຖືຫຸ້ນ ພ້ອມດ້ວຍພະນັກງານບໍລິສັດ.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ
http://annx.asianews.network/content/vientiane-center-opens-share-trading-lao-stock-market-97838

ສະພາການຄ້າລາວຈະເພີ່ມທະວີບົດບາດໃນການສົ່ງເສີມທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະອຳນວຍການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ສົນໃຈໃນການປັບປຸງສະພາບແວດລ້ອມທຸລະກິດໂດຍລວມໃນລາວ ແລະ ທັງເປັນການສົ່ງເສີມເສດຖະກິດ.ນີ້ແມ່ນຂໍ້ຄວາມຈາກການປຶກສາຫາລືລະຫວ່າງຄະນະບໍລິຫານກັບບັນດາສະມາຊິກ ແລະ ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຂວງ ທີ່ນະຄອນຫຼວງວຽງຈັນວານນີ້ ເພື່ອຮັບປະກັນໃນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງທຸລະກິດ ແລະ ສົ່ງເສີມສະພາບແວດລ້ອມທີ່ສະດວກຕໍ່ການດຳເນີນທຸລະກິດ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-chamber-keen-bigger-business-promotion-role-97839

ບໍລິສັດອາຫານ ແລະ ເຄື່ອງດື່ມລາວດຶງດູດລູກຄ້າໃນງານຕະຫຼາດນັດການຄ້າສາກົນ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຜະລິດອາຫານ ແລະ ເຄື່ອງດື່ມສັນຫາຊ່ອງທາງໃນການກ້າວສູ່ຕະຫຼາດສາກົນ ເພື່ອຂະຫຍາຍໂອກາດທາງທຸລະກິດ ແລະ ເພີ່ມຍອດຂາຍ.ຜູ້ຜະລິດອາຫານ ແລະ ເຄື່ອງດື່ມລາວ ນັບແຕ່ຜູ້ຜະລິດກາເຟ ໄປເຖິງຜູ້ຜະລິດກະແລ້ມ ເຂົ້າຮ່ວມງານວາງສະແດງສິນຄ້າ THAIFEX-World of Food Asia 2019 ເຊິ່ງຈັດຂຶ້ນທີ່ບາງກອກ ປະເທດໄທ ແຕ່ວັນທີ 28 ເດືອນພຶດສະພາຫາ 1 ມິຖຸນາ ເພື່ອຊອກຫາຄູ່ຮ່ວມທຸລະກິດໃນການສົ່ງອອກຜະລິດຕະພັນຂອງຕົນ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/lao-food-and-beverage-makers-seek-buyers-int%E2%80%99l-trade-fair-97752

ບໍລິສັດຈີນຄົ້ນຄວ້າໂອກາດໃນການລົງທຶນດ້ານກະສິກຳຢູ່ແຂວງຜົ້ງສາລີ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດ ຢູນນານໄຮເຈັງ ອຸດສາຫະກຳຈຳກັດຂອງຈີນ ກຳລັງສຶກສາຄວາມເປັນໄປໄດ້ໃນການລົງທຶນດ້ານກະສິກຳຢູ່ແຂວງຜົ້ງສາລີ ພາຍຫຼັງທີ່ມີການລົງທຶນຢູ່ແຂວງບໍ່ແກ້ວ, ຫຼວງນ້ຳທາ ແລະ ອຸດົມໄຊ.ພາຍໃຕ້ການກະກຽມຂອງອຳນາດການປົກຄອງແຂວງຜົ້ງສາລີ, ບໍລິສັດດັ່ງກ່າວຈະໃຊ້ເວລາສອງເດືອນໃນການສຶກສາຄວາມເປັນໄປໄດ້ ກ່ອນຕັດສິນໃຈດຳເນີນໂຄງການ.ອ່ານຕໍ່ ...

ສຸກສະໄໝ ບູລົມ
http://annx.asianews.network/content/chinese-company-explores-agricultural-opportunities-phongsaly-97622

ຂະແໜງເອກະຊົນຂອງລາວຫວັງວ່າຈະສາມາດດຳເນີນທຸລະກິດໄດ້ສະດວກຂຶ້ນຜ່ານມາດຕະຖານການປະເມີນຜົນສາກົນ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງເອກະຊົນໃນລາວຫວັງວ່າ ຂະແໜງການລັດຈະເຮັດໃຫ້ວຽກງານການຄ້າ ແລະ ການລົງທຶນສະດວກຍິ່ງຂຶ້ນຈາກການນຳໃຊ້ມາດຕະຖານການປະເມີນຜົນສາກົນ.ບັນດາມາດຕະຖານດັ່ງກ່າວນີ້ຈະຖືກນຳໃຊ້ໃນການປະເມີນປະສິດທິພາບຂອງການບໍລິການຂອງຂະແໜງການລັດ ແລະ ສະແດງໃຫ້ເຫັນຈຸດອ່ອນໃນການດຳເນີນງານ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-private-sector-hopes-easier-business-operation-through-int%E2%80%99l-evaluation-97555

ທະນາຄານໂລກ: ສະພາບແວດລ້ອມໃນການດຳເນີນທຸລະກິດທີ່ດີ ມີຄວາມສຳຄັນຕໍ່ການຮັກສາຄວາມເຂັ້ມແຂງໃນການຂະຫຍາຍຕົວຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການລົງເລິກດ້ານການປະຕິຮູບເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ, ຄວາມກ້າວໜ້າໃນການເຊື່ອມຕໍ່ກັບປະເທດເພື່ອນບ້ານ ແລະ ການສົ່ງເສີມຜະລິດຕະພາບຂອງຫົວໜ່ວຍທຸລະກິດພາຍໃນ ແມ່ນສິ່ງຈຳເປັນໃນການຮັກສາຄວາມເຂັ້ມແຂງຂອງການຂະຫຍາຍຕົວຂອງລາວ.ນີ້ແມ່ນຂໍ້ຄວາມຈາກບົດລາຍງານຂອງທະນາຄານໂລກທີ່ມີຊື່ວ່າ ‘ການເຮັດທຸລະກິດໃນ ສປປ ລາວ (Doing business in the Lao PDR)’ ທີ່ເຜີຍແຜ່ທາງເວັບໄຊຂອງອົງກອນ.ເຖິງວ່າປະເທດລາວຈະມີການຂະຫຍາຍຕົວທາງດ້ານເສດຖະກິດທີ່ກ້າວກະໂດດໃນໄລຍະ 25 ປີທີ່ຜ່ານມາ, ການຂະຫຍາຍຕົວດັ່ງກ່າວເຮັດໃຫ້ອັດຕາຄວາມທຸກຍາກຫຼຸດລົງ, ແຕ່ວ່າມັນຍັງຢູ່ໃນວົງທີ່ຈຳກັດ ແລະ ຄວາມບໍ່ສະເໝີພາບໃນສັງຄົມກໍເພີ່ມສູງຂຶ້ນ, ຕາມບົດລາຍງານດັ່ງກ່າວ.ການຂະຫຍາຍຕົວໃນຊຸມປີທີ່ຜ່ານມາສ່ວນໃຫຍ່ແມ່ນອີງໃສ່ຊັບພະຍາກອນທຳມະຊາດ, ໂຄງການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່ ແລະ ການໃຊ້ຈ່າຍໃນຂະແໜງການຂອງລັດ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ລາວ, ຈີນລົງນາມຂໍ້ຕົກລົງການພັດທະນາທຸລະກິດໃນແຂວງພາກເໜືອ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ແລະ ສະມາຄົມອຸດສາຫະກຳ ແລະ ການຄ້າທົ່ວປະເທດຈີນ (ACFIC) ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື ເຊິ່ງເປັນການສ້າງສາຍພົວພັນການຮ່ວມງານອັນໃກ້ຊິດລະຫວ່າງສອງອົງກອນສູ່ອະນາຄົດ.ພາບໃຕ້ຂອບການລິເລີ່ມແລວທາງ ແລະ ຖະໜົນ, ທັງສອງຝ່າຍໄດ້ຕົກລົງປະຕິບັດວຽກງານໃຫ້ສອດຄ່ອງຕາມລະບຽບກົດໝາຍຂອງທັງຝ່າຍລາວ ແລະ ຈີນ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ວັນນັກທຸລະກິດລາວ ສົ່ງເສີມທ່າແຮງດ້ານທຸລະກິດໃນອະນາຄົດ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກທຸລະກິດໜຸ່ມ ແລະ ນັກສຶກສາໄດ້ຮຽນຮູ້ວິທີການໃນການຂໍທຶນຈາກທະນາຄານ, ການສ້າງແຜນທຸລະກິດ ແລະ ສຶກສາເພີ່ມເຕີມກ່ຽວກັບການປະກອບການທາງດ້ານທຸລະກິດ ຫຼັງຈາກເຂົ້າຮ່ວມກິດຈະກຳໃນວັນນັກທຸລະກິດລາວ 2019 ທີ່ມະຫາວິທະຍາໄລແຫ່ງຊາດໃນອາທິດແລ້ວນີ້.ງານດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍມະຫາວິທະຍາໄລແຫ່ງຊາດລາວ, ສະຖານທູດຍີ່ປຸ່ນປະຈຳລາວ, ອົງການຈັດຕັ້ງແຮງງານສາກົນ (ILO), ສະຖານບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI), ແລະ ກົມສົ່ງເສີມທຸລະກິດ SME ຂອງກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...

ໂຕະຂ່າວ

IMF ເຜີຍການຄາດຄະເນເສດຖະກິດລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການກອງທຶນການເງິນສາກົນ (IMF) ຄາດຄະເນວ່າ ການຂະຫຍາຍຕົວດ້ານເສດຖະກິດຂອງລາວໃນປີນີ້ຈະຍັງຄົງເຂັ້ມແຂງ, ເຊິ່ງໂຄງການທາງລົດໄຟລາວ-ຈີນທີ່ກຳລັງດຳເນີນການກໍ່ສ້າງ ແມ່ນໜຶ່ງໃນປັດໄຈຂັບເຂື່ອນທີ່ສຳຄັນ.ສະຖາບັນການເງິນໂລກດັ່ງກ່າວໄດ້ເປີດເຜີຍການຄາດຄະເນເສດຖະກິດຂອງລາວໃນວັນທີ 22 ພຶດສະພາ ພາຍຫຼັງສຳເລັດການປຶກສາຫາລືມາດຕາສີ່ຮ່ວມກັບລາວ, ເຊິ່ງມີໃຈຄວາມວ່າ ເຖິງວ່າລາວຈະຜະເຊີນກັບໄພທຳມະຊາດຕ່າງໆ, ການຂະຫຍາຍຕົວດ້ານເສດຖະກິດຂອງລາວຈະຍັງຄົງເຂັ້ມແຂງ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

XkrmG
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!