ເສດຖະກິດ ແລະ ການຄ້າ

ລາວຫວັງປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃຫ້ເຫັນຜົນ: ນາຍົກ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາບແວດລ້ອມໃນການດຳເນີນທຸລະກິດຄາດວ່າຈະໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງໃນຊຸມປີຕໍ່ໜ້າ ເນື່ອງຈາກລັດຖະບານກຳລັງເລັ່ງມືການຈັດຕັ້ງປະຕິບັດເພື່ອປັບປຸງຄວາມສະດວກໃນການດຳເນີນທຸລະກິດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາຍງານຕໍ່ສະພາແຫ່ງຊາດ. ທ່ານນາຍົກຕອບຄຳຖາມທີ່ຍົກຂຶ້ນໂດຍສະມາຊິກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດທີ່ພວມກຳລັງດຳເນີນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/dramatic-upturn-business-environment-expected-lao-pm-98243

ລາວສູ້ຊົນປັບປຸງອັນດັບຄວາມສະດວກໃນການດຳເນີນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຫວັງວ່າອັນດັບໂລກໃນດັດຊະນີຄວາມສະດວກໃນການດຳເນີນທຸລະກິດ ຈະໄດ້ຮັບການປັບປຸງ ຫຼັງຈາກທີ່ລັດຖະບານໄດ້ອອກມາດຕະການເພື່ອຂັບເຄື່ອນເສດຖະກິດ ໂດຍການສ້າງຄວາມສະດວກໃນການດຳເນີນທຸລະກິດໃນປະເທດ.ໃນປີ 2019, ມີພຽງປະເທດມຽນມາທີ່ຢູ່ອັນດັບຕ່ຳກວ່າລາວໃນປະດາປະເທດສະມາຊິກອາຊຽນ. ລາວຕົກອັນດັບໄປ 13 ລະດັບມາຢູ່ອັນດັບທີ 154 ໃນ 190 ປະເທດທີ່ເຂົ້າຮ່ວມໃນການຈັດອັນດັບ. ສ່ວນປະເທດມຽນມາແມ່ນຢູ່ອັນດັບທີ 171.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-strives-improve-ease-doing-business-ranking-98164

ບໍລິສັດລາວ, ຈີນລົງນາມໃນຂໍ້ຕົກລົງເພື່ອການພັດທະນາຂະແໜງກະສິກຳຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດເພື່ອການບໍລິການດ້ານກະສິກຳ (SAS) ໄດ້ຕົກລົງຮ່ວມມືກັບບໍລິສັດວັນມາ ການຄ້າຂາເຂົ້າ ຂາອອກສາກົນຈຳກັດ ຂອງຈີນ ເພື່ອພັດທະນາການຜະລິດກະສິກຳໃນລາວເພື່ອການບໍລິໂພກພາຍໃນ ແລະ ການສົ່ງອອກ.ຂໍ້ຕົກລົງດັ່ງກ່າວໄດ້ມີການລົງນາມທີ່ນະຄອນວຽງຈັນໃນອາທິດແລ້ວນີ້ ໂດຍທ່ານ ວຽງທອງ ພົມມະຫາໄຊ ອຳນວຍການບໍລິຫານຂອງ SAS ແລະ ທ່ານ ເສີນ ຈິນການ ອຳນວຍການບໍລິສັດວັນມາ ການຄ້າຂາເຂົ້າ ຂາອອກສາກົນຈຳກັດ. ພິທີລົງນາມດັ່ງກ່າວແມ່ນຢູ່ພາຍໃຕ້ການເປັນສັກຂີພິຍານຂອງເຈົ້າໜ້າທີ່ລັດຖະບານລາວ ແລະ ຈີນ ພ້ອນດ້ວຍຜູ້ຕາງໜ້າຈາກທັງສອງຝ່າຍ.ອ່ານຕໍ່ ...

ໂຕະຂ່າວ

ສົງຄາມການຄ້າລະຫວ່າງສະຫະລັດ-ຈີນ ບໍ່ສົ່ງຜົນຕໍ່ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສົງຄາມການຄ້າລະຫວ່າງສະຫະລັດ-ຈີນ ບໍ່ສົ່ງຜົນກະທົບຕໍ່ການຄ້າລະຫວ່າງລາວ ແລະ ຈີນ, ທູດຈີນຢືນຢັນ.ໃນການສຳພາດຕໍ່ສື່ມວນຊົນລາວທີ່ວຽງຈັນໃນວັນພະຫັດແລ້ວນີ້, ທ່ານ ຈຽງ ໄຈຕົງ ເອກອັກຄະລັດຖະທູດຈີນປະຈຳລາວກ່າວວ່າ ການຮ່ວມມືດ້ານການຄ້າລະຫວ່າງສອງປະເທດຍັງສືບຕໍ່ຂະຫຍາຍຕົວ ທ່າມການການຂັດແຍ່ງດ້ານການຄ້າລະຫວ່າງສະຫະລັດ ແລະ ຈີນ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/us-china-trade-war-not-impacting-laos-98166

ລັດຖະບານຈະອຳນວຍຄວາມສະດວກໃຫ້ແກ່ທຸລະກິດການສົ່ງອອກ

ລັດຖະບານໄດ້ລຶບລ້າງທຸລະກິດການສົ່ງອອກສິນຄ້າບາງປະເພດ ອອກຈາກລາຍການທຸລະກິດຄວບຄຸມ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສົ່ງເສີມການສົ່ງອອກສິນຄ້າລາວສູ່ຕະຫຼາດຕ່າງປະເທດ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ຫຼ້າສຸດ ກະຊວງໄດ້ຖະແຫຼງວ່າ ລັດຖະບານຈະບໍ່ຈັດປະເພດການສົ່ງອອກສິນຄ້າບໍລິໂພກທົ່ວໄປເຂົ້າໃນລາຍການທຸລະກິດຄວາມຄຸມ. ນີ້ກໍໝາຍຄວາມວ່າຜູ້ສົ່ງອອກສິນຄ້າປະເພດດັ່ງກ່າວບໍ່ຈຳເປັນຕ້ອງຂໍອະນຸຍາດຈາກເຈົ້າໜ້າທີ່ ກ່ອນດຳເນີນການສົ່ງອອກສິນຄ້າ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ລາວວາງເປົ້າໝາຍເພີ່ມເງິນກູ້ເພື່ອທຸລະກິດໃຫ້ເປັນ 55% ຂອງ GDP

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະເລັ່ງການໃຫ້ກູ້ຢືມຜ່ານຂະແໜງການທະນາຄານ ເພື່ອສົ່ງເສີມທຸລະກິດທ້ອງຖິ່ນ ໃຫ້ເຂົາເຈົ້າມີການແຂ່ງຂັນຫຼາຍຂຶ້ນ ແລະ ສ້າງໂອກາດໃນການສົ່ງອອກສິນຄ້າ.ອຳນາດການປົກຄອງມີແຜນເພີ່ມທະວີການເງິນກູ້ໃຫ້ເປັນປະມານ 55% ຂອງ GDP ພາຍໃນທ້າຍປີນີ້, ຊຶ່ງເພີ່ມຂຶ້ນຈາກຕົວເລກປະຈຸບັນ 46.32% (ຫຼື 76,030.60 ຕື້ກີບ).ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-aiming-raise-business-lending-55-gdp-98048

ທຸລະກິດໃນເຂດບໍ່ເຕັນກັບມາຄຶກຄັກອີກຄັ້ງ

ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ໃນຊ່ວງສິບປີຫຼັງ, ເມືອງຊາຍແດນ ບໍ່ເຕັນ ແຂວງຫຼວງນ້ຳທາ ເຄີຍຄຶກຄັກໄປດ້ວຍໄຟແສງສີ, ຟົດຟື້ນໄປດ້ວຍນັກທ່ອງທ່ຽວ ແລະ ຫົວໜ່ວຍທຸລະກິດຕ່າງໆເຊິ່ງເປັນສູນກາງຂອງກາຊີໂນ ແລະ ແຫຼ່ງການພະນັນ ທີ່ດຶງດູດນັກທ່ອງທ່ຽວຈີນຫຼາຍພັນຄົນຈາກທົ່ວສາລະທິດຊາຍແດນທາງພາກເໜືອຂອງລາວໃນແຕ່ລະເດືອນ.ເມື່ອສະຖານກາຊິໂນໄດ້ມີການປິດຕົວໃນປີ 2012, ນັກທ່ອງທ່ຽວກໍຫົດຫາຍ ແລະ ທຸລະກິດຕ່າງໆໄດ້ມີການປິດກິດຈະການຢ່າງຖາວອນ. ເປັນເຫດໃຫ້ຈຳນວນປະຊາກອນຫຼຸດໜ້ອຍລົງຢ່າງຈະແຈ້ງ, ເມື່ອຂ້າພະເຈົ້າເດີນທາງໄປຢ້ຽມຢາມໃນສອງສາມປີຫຼັງ ບໍ່ເຕັນຍັງຄົງເຫຼືອແຕ່ເສດຊາກຂອງຄວາມຈະເລີນໃນເມື່ອກ່ອນ. ຫ້າງຮ້ານທີ່ເປັນໃຈກາງທຸລະກິດຖືກປົກຄຸມໄປດ້ວຍຫຍ້າ, ຄາບສີທີ່ລອກຈາກຝາ ແລະ ປ່ອງອ້ຽມແກ້ວທີ່ແຕກກະຈາຍ ແລະ ປະຊາຊົນຈຳນວນໜ້ອຍທີ່ຍັງຢູ່ອາໄສເບິ່ງຄືໄຮ້ຊີວິດຊີວາ ພາຍໃຕ້ເສດຊາກຕົວເມືອງທີ່ຢູ່ອ້ອມຮອບ.ອ່ານຕໍ່   ...

ຄອນສະຫວັນ ລາດຊະເພົາ
http://annx.asianews.network/content/feature-business-booms-again-bustling-boten-98047

ຕົວເລກການຄ້າຂອງລາວຍັງຢູ່ຫ່າງໄກຈາກເປົ້າໝາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ຕົວເລກການຄ້າຂາອອກ ແລະ ຂາເຂົ້າລວມຂອງລາວສຳລັບປີນີ້ ຍັງຄົງບໍ່ສາມາດບັນລຸເປົ້າ ຫຼັງຈາກທີ່ໃນຊ່ວງສີ່ເດືອນຕົ້ນປີ 2019 ສາມາດບັນລຸໄດ້ພຽງ 22.7% ຂອງແຜນປີ 2019, ຕາມການລາຍງານຕໍ່ສະພາແຫ່ງຊາດ.“ສະພາແຫ່ງຊາດໄດ້ກຳນົດເປົ້າໝາຍມູນຄ່າການຄ້າສຳລັບປີ 2019 ໄວ້ທີ່ US$11,291 ລ້ານໂດລາ, ແຕ່ວ່າໃນຊ່ວງສີ່ເດືອນທຳອິດຂອງປີນີ້ ມູນຄ່າການຄ້າລວມຂອງລາວມີພຽງ US$2,573 ລ້ານໂດລາ,” ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວໃນການເປີດກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດວານນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-trade-figures-struggle-reach-target-97987

ບົດລາຍງານໜ້າຂາວຂອງ ECCIL ຊ່ວຍສົ່ງເສີມການລົງທຶນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳຢູໂຣບປະຈຳລາວ (ECCIL) ໄດ້ລິເລີ່ມໂຄງການບົດລາຍງາຍໜ້າຂາວ 2019 ເພື່ອສະໜອງຂໍ້ມູນລາຍລະອຽດກ່ຽວກັບເສດຖະກິດຂອງລາວ ເຊິ່ງຫວັງວ່າປະເທດລາວຈະສາມາດດຶງດູດການລົງທຶນຈາກ ອີຢູ ໄດ້ຫຼາຍຂຶ້ນ.ໃນກອງປະຊຸມຕໍ່ສື່ມວນຊົນໃນວັນພຸດຜ່ານມາ, ທ່ານ ດານ ຟິສ໌ແພດທຣິກ ຫົວໜ້າໂຄງການຂອງ ECCIL ກ່າວວ່າ ບົດລາຍງານໜ້າຂາວຂອງ ECCIL ຈະສະໜອງຂໍ້ມູນກ່ຽວກັບໂອກາດໃນການລົງທຶນສຳລັບໂຄງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆໃນລາວ ໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/eccil-white-paper-promotes-investment-laos-97923

ລາວ, ຈີນຫາລືການພັດທະນາເສດຖະກິດດິຈິຕອລ໌

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລາວ ແລະ ຈີນ, ນັກຄົ້ນຄວ້າ ແລະ ຫົວໜ່ວຍທຸລະກິດຕ່າງໆໄດ້ມີການລວມຕົວກັນທີ່ນະຄອນຫຼວງວຽງຈັນວານນີ້ ເພື່ອຫາລືກ່ຽວກັບການພັດທະນາເສດຖະກິດແບບດິຈິຕອລ໌, ໂດຍການນຳໃຊ້ຂໍ້ມູນ big data ໃນການທ່ອງທ່ຽວ ແລະ ເສີມຂະຫຍາຍຄວາມສາມາດໃນການຮັບມືກັບເຫດສຸກເສີນ.ກອງປະຊຸມສຳມະນາໃນຫົວຂໍ້ “ຄວາມສຳຄັນຂອງການພັດທະນາເສດຖະກິດຍຸກດິຈິຕອລ໌, ປະສົບການ ແລະ ບົດຮຽນຈາກຈີນ, ການນຳໃຊ້  Big Data ໃນອຸດສາຫະກຳການທ່ອງທ່ຽວ ແລະ ການເສີມຂະຫຍາຍຄວາມສາມາດໃນການຮັບມືກັບເຫດສຸກເສີນ ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມ” ໄດ້ຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/laos-china-discuss-development-digital-economy-97922

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

UwnND
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!