ເສດຖະກິດ ແລະ ການຄ້າ

ກະຊວງການຄ້າແກ້ໄຂບັນຫາກ່ຽວກັບສິດທິທາງການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດຕ່າງປະເທດທີ່ສົ່ງອອກສິນຄ້າເຂົ້າສູ່ຕະຫຼາດລາວຈະບໍ່ຈຳເປນຕ້ອງມີໃບອະນຸຍາດດຳເນີນທຸລະກິດພາຍໃນປະເທດ ຍ້ອນວ່າກະຊວງອຸດສາຫະກຳ ແລະ ການຄ້າໄດ້ແກ້ໄຂບັນຫາທີ່ເປັນປະເດັນດັ່ງກ່າວແລ້ວ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໄດ້ເຊັນຮັບຮອງຂໍ້ຕົກລົງຂອງລັດຖະມົນຕີ ສະບັບລົງວັນທີ 6 ມິຖຸນາ ເພືື່ອອະນຸຍາດໃຫ້ບໍລິສັດຕ່າງປະເທດສົ່ງອອກສິນຄ້າມາລາວໂດຍບໍ່ຕ້ອງຂໍໃນອະນຸຍາດໃນການດຳເນີນທຸລະກິດພາຍໃນປະເທດ.ຕາມກົດໝາຍ, ທຸກໆບໍລິສັດທີ່ເຄື່ອນໄຫວທຸລະກິດໃນລາວ ຈຳເປັນຕ້ອງຂໍໃບຢັ້ງຢືນການລົງທະບຽນທຸລະກິດໃນລາວ ແລະ ໃບອະນຸຍາດດຳເນີນທຸລະກິດ. ເຖິງຢ່າງໃດກໍຕາມ ບໍລິສັດພາຍໃນຈຳນວນໜຶ່ງໄດ້ຮ້ອງຮຽນວ່າ ບໍລິສັດຕ່າງຊາດມີການຂາຍສິນຄ້າໃນລາວໂດຍບໍ່ມີໃບອະນຸຍາດ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/lao-commerce-ministry-resolves-trading-rights-issue-98717

ລາວ, ລັດເຊຍ ສົ່ງເສີມການຮ່ວມມືດ້ານທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມໄຊເບີເຣຍ ເພື່ອການຮ່ວມມືສາກົນ ຈາກເຂດໂນໂວຊິເບີດຂອງລັດເຊຍ ມີແຜນຈັດຕັ້ງສຳນັກງານຢູ່ປະເທດລາວ ເພື່ອປັບປຸງການປະສານງານ ແລະ ການຮ່ວມມືດ້ານທຸລະກິດ.ທ່ານ ພາເວວ ອອສ໌ໂຕຣເວີຮອຟ໌ ປະທານສະມາຄົມໄດ້ເປີດເຜີຍແຜນດັ່ງກ່າວ ໃນຂະນະນຳພາທີມຜູ້ປະກອບການຈາກເຂດໂນໂວຊິເບີດ ເດີນທາງພົບປະກັບນັກທຸລະກິດລາວທີ່ນະຄອນວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-russia-boost-business-cooperation-98722

ຊຸມຊົນທຸລະກິດລາວ, ເກົາຫຼີໃຕ້ ມີເປົ້າໝາຍການລົງທຶນດ້ານພະລັງງານທົດແທນ

ວຽງຈັນ (ວຽງຈັນທາມສ໌/ANN) – ຊຸມຊົນທຸລະກິດຂອງລາວ ແລະ ເກົາຫຼີໃຕ້ມີຄວາມສົນໃຈໃນການຮ່ວມສົ່ງເສີມການພັດທະນາພະລັງງານທົດແທນໃນລາວ.ງານກິດຈະກຳການຈັບຄູ່ທຸລະກິດໄດ້ມີຂຶ້ນທີ່ນະຄອນວຽງຈັນ ເພື່ອສົ່ງເສີມການຮ່ວມມືລະຫວ່າງຫົວໜ່ວຍທຸລະກິດລາວ ແລະ ຕາງໜ້າທຸລະກິດເກົາຫຼີຈາກແຂວງຊຸງຊອງບຸກໂດ ສາທາລະນະລັດເກົາຫຼີ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-south-korean-business-communities-target-investment-renewables-98646

ລັດຖະບານພັດທະນາເວັບໄຊໃໝ່ສຳລັບນັກລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ການສ້າງ ແລະ ເປີດຕົວເວັບໄຊ www.ned.gov.la ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ບັນດາຜູ້ປະກອບການ, ນັກລົງທຶນ ແລະ ຜູ້ທີ່ມີຄວາມສົນໃຈໃນການເຮັດທຸລະກິດ.ເວັບໄຊດັ່ງກ່າວແມ່ນການລິເລີ່ມຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ (ERMD) ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ. ເຊິ່ງມີຂໍ້ມູນທີ່ໜ້າເຊື່ອຖືກ່ຽວກັບກົດໝາຍການເງິນຂອງລາວ, ຂັ້ນຕອນການຂຶ້ນທະບຽນທຸລະກິດ ແລະ ຄ່າທຳນຽມໃນການດຳເນີນການ. ນອກນີ້​ຍັງໃຫ້ຄຳແນະນຳສຳລັບຜູ້ປະກອບການ ໃນການຄົ້ນຫາຊ່ອງທາງການລົງທຶນທີ່ເໝາະສົມສຳລັບເຂົາເຈົ້າ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ສະພາແຫ່ງຊາດອະນຸມັດກົດໝາຍໃໝ່ເພື່ອປົກປ້ອງຜະລິດຕະພັນທ້ອງຖິ່ນຈາກສິນຄ້ານຳເຂົ້າທີ່ບໍ່ເປັນທຳ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ສະພາແຫງຊາດໄດ້ອະນຸມັດກົດໝາຍໃໝ່ ວ່າດ້ວຍມາດຕະການຕອບໂຕ້ການທຸ່ມຕະຫຼາດ ແລະ ການອຸດໜູນ ເພື່ອປົກປ້ອງຜະລິດຕະພັນທ້ອງຖິ່ນຈາກສິນຄ້ານຳເຂົ້າທີ່ບໍ່ເປັນທຳ.ເນື່ອງຈາກປະເທດລາວໄດ້ມີການລວມຕົວໃນພາກພື້ນ, ຈຶ່ງຈຳເປັນຕ້ອງປະກາດໃຊ້ກົດໝາຍເພື່ອປົກປ້ອງປະເທດຈາກການແຂ່ງຂັນການຄ້າທີ່ບໍ່ເປັນທຳ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໃນວັນສຸກແລ້ວນີ້ວ່າ ການປະກາດໃຊ້ກົດໝາຍສະບັບດັ່ງກ່າວແມ່ນສ່ວນໜຶ່ງຂອງພາລະກິດເພື່ອບັນລຸຂໍ້ພັນທະ ໃນຖານະສະມາຊິກຂອງອົງການການຄ້າໂລກ (WTO).ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/na-approves-new-law-laos-safeguard-local-products-unfair-imports-98582

ງານວາງສະແດງສິນຄ້າທີ່ໃຫຍ່ທີ່ສຸດໃນປະເທດລາວຈະເລີ່ມໃນອາທິດໜ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າມືອາຊີບທີ່ໃຫຍ່ທີ່ສຸດໃນປະເທດ, ລາວທອບ 3 ເອັກສ໌ໂປ 2019, ຈະມີຂຶ້ນທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນອາທິດໜ້າ ແລະ ຜະລິດຕະພັນທີ່ວາງສະແດງລວມມີ ສິນຄ້າກ່ຽວກັບອາຄານ, ການກໍ່ສ້າງ, ນ້ຳປະປາ, ​ອາຫານ ແລະ ເຄື່ອງດື່ມ ແລະ ການຄ້າ.ງານວາງສະແດງ ທຣີອິນວັນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 20-22 ມິຖຸນານີ້ ຈະລວມເອົາງານ LAOBUILD 2019 ວາງສະແດງສິນຄ້າກ່ຽວກັບອາຄານ ແລະ ການກໍ່ສ້າງສາກົນຂອງລາວ, ງານ LAOFOOD 2019 ວາງສະແດງຜະລິດຕະພັນອາຫານ ແລະ ເຄື່ອງດື່ມຂອງລາວ ແລະ ງານ LAOWATER 2019 ວາງສະແດງເທັກໂນໂນຢີກ່ຽວກັບນ້ຳ ແລະ ນ້ຳເສຍສາກົນ.ອ່ານຕໍ່ ...

ສຸກສະໄໝ ບູລົມ
http://annx.asianews.network/content/largest-trade-exhibition-kick-next-week-laos-98387

ລັດຖະບານຮ້ອງຂໍສະພາແຫ່ງຊາດໃຫ້ພິຈາລະນານະໂຍບາຍການລົງທຶນ BOT ໃນອະນາຄົດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສະມາຊິກສະພາແຫ່ງຊາດພິຈາລະນາການນຳໃຊ້ນະໂຍບາຍເພື່ອດຶງດູດການລົງທຶນຈາກຕ່າງປະເທດ ສຳລັບໂຄງການພັດທະນາພື້ນຖານໂຄງລ່າງຂອງລັດ.ລັດຖະບານຕ້ອງການສົ່ງເສີມການລົງທຶນທີ່ຈົດທະບຽນພາຍໃຕ້ຕົວແບບ ສ້າງ-ດຳເນີນການ-ສົ່ງມອບ (BOT) ເຊິ່ງທຸລະກິດເອກະຊົນເປັນຜູ້ລົງທຶນຮ້ອຍສ່ວນຮ້ອຍ ຈາກນັ້ນວິສາຫະກິດຈະເປັນຜູ້ຄຸ້ມຄອງພາຍໃນກຳນົດເວລາທີ່ຕົກລົງກັນ ກ່ອນຈະສົ່ງມອບ ແລະ ສືບຕໍ່ດຳເນີນການໂດຍລັດຖະບານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/lao-govt-asks-na-consider-incentives-future-bot-investments-98384

ເອເວີເຣັກສ໌ ຖະແຫຼງການຮ່ວມມືກັບທະນາຄານພັດທະນາລາວ

ບໍລິສັດ ອີວີເອັກສ໌ ໂຮດິງ ຈຳກັດ (EVX Holdings, Pte. Ltd.) ຜູ້ໃຫ້ບໍລິການ ບລ໋ອກເຊນ ຂອງປະເທດສິງກະໂປ ດຳເນີນການໃນນາມຂອງ ເອເວີເຣັກສ໌, ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບທະນາຄານພັດທະນາລາວ ເພື່ອພັດທະນາ ແລະ ຈັດຕັ້ງເທັກໂນໂນຢີ ບລ໋ອກເຊນ ເພື່ອການຈ່າຍເງິນຂ້າມຊາຍແດນ ແລະ ການເງິນເພື່ອການຄ້າ.ອ່ານຕໍ່ ...

Diana Ngo
https://coinjournal.net/everex-announces-collaboration-with-lao-development-bank/

ລັດຖະບານຈະຫຼຸດຜ່ອນການພັດທະນາເສດຖະກິດທີ່ອີງໃສ່ຊັບພະຍາກອນທຳມະຊາດເປັນຫຼັກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຖະແຫຼງວ່າຈະຫຼຸດຜ່ອນການເອື່ອຍອີງໃສ່ຊັບພະຍາກອນທຳມະຊາດເກີນຈຳເປັນ ໃນການພັດທະນາເສດຖະກິດ ເຖິງຈະເຮັດໃຫ້ການຂະຫຍາຍຕົວຊັກຊ້າລົງ.ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວວ່າເຖິງວ່າເສດຖະກິດຂອງລາວຈະຂະຫຍາຍຕົວໃນອັດຕາ 6.5 ເປີເຊັນໃນປີນີ້, ລາວກໍຍັງຄົງອີງໃສ່ຂະແໜງພະລັງງານ ແລະ ບໍ່ແຮ່ຫຼາຍເກີນໄປ.ນອກຈາກນີ້ ທຶນກູ້ຢືມຈາກຕ່າງປະເທດສຳລັບໂຄງການພັດທະນາພື້ນຖານໂຄງລ່າງທີ່ຄາດວ່າຈະໃຫ້ຜົນຕອບແທນທາງເສດຖະກິດຕ່ຳ ຈະຕ້ອງຖືກຈຳກັດ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-reduce-economic-overreliance-natural-resources-98313

ລາວພວມເລັ່ງຈັດຕັ້ງປະຕິບັດນະໂຍບາຍຄວບຄຸມເງິນຕາ: ນາຍົກ

ວຽງຈັນ (ວຽງຈັນທາມສ໌/ANN) – ການຄຸ້ມຄອງເງິນຕາຂອງລາວກຳລັງໄດ້ຮັບການເລັ່ງຈັດຕັ້ງປະຕິບັດໃນທົ່ວປະເທດ ເພື່ອເຮັດໃຫ້ອັດຕາເງິນເຟີ້ຄົງທີ່ຢູ່ທີ່ 1.5 ເປີເຊັນ.ເຖິງຢ່າງໃດກໍຕາມ ສະພາແຫ່ງຊາດໄດ້ມອບໝາຍພາລະກິດໃຫ້ລັດຖະບານ ຄວບຄຸມອັດຕາແລກປ່ຽນເງິນຕາຕ່າງປະເທດໃຫ້ຢູ່ໃນລະດັບຕ່ຳກວ່າ 5 ເປີເຊັນພາຍໃນທ້າຍປີນີ້.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/currency-control-measures-being-moderately-implemented-lao-pm-98319

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

KjbkL
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!