ເສດຖະກິດ ແລະ ການຄ້າ

ອັດຕາການຂະຫຍາຍຕົວທາງເສດຖະກິດທີ່ຫຼຸດລົງເຮັດໃຫ້ເກີດຄວາມກັງວົນ

ວຽງຈັນ (ວຽງຈັນທາມສ໌/ANN) – ອັດຕາການຂະຫຍາຍຕົວທາງເສດຖະກິດທີ່ຫຼຸດລົງເຮັດໃຫ້ເກີດຄວາມກັງວົນວ່າປະເທດລາວ ຈະບໍ່ສາມາດບັນລຸເປົ້າໝາຍການຂະຫຍາຍຕົວໃນອັດຕາສະເລ່ຍ 7.2%  ຕາມແຜນພັດທະນາເສະຖະກິດສັງຄົມແຫ່ງຊາດຫ້າປີ ສຳລັບປີ 2016-2020.ອັດຕາການຂະຫຍາຍຕົວດ້ານເສດຖະກິດຂອງລາວໃນຊ່ວງສີ່ປີຜ່ານມາແມ່ນໄດ້ພຽງແຕ່ 6.7% ເຊິ່ງຕ່ຳກວ່າລະດັບຄາດໝາຍທີ່ໄດ້ຜ່ານການຮັບຮອງໂດຍສະພາແຫ່ງຊາດ.ອ່ານຕໍ່ ...

ສົກສັມ ພົງຂາວ
http://annx.asianews.network/content/lower-economic-growth-rate-laos-sparks-concerns-99453

ລາວຕັ້ງເປົ້າສົ່ງເສີມທະລຸກິດ MSME ຜ່ານການຫັນເປັນດິຈິຕອລ໌

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວມີເປົ້າໝາຍຊຸກຍູ້ ແລະ ສົ່ງເສີມການຫັນເປັນດິຈິຕອລ໌ ໃນຫົວໜ່ວຍທຸລະກິດຂະໜາດຍ່ອຍ, ຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອຊ່ວຍໃຫ້ປະເທດຊາດສຳເລັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ພາຍໃນປີ 2030.ຕາມລັດຖະບານ, ການສົ່ງເສີມທຸລະກິດຂະໜາດຍ່ອຍ, ຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ແມ່ນຢູ່ໃນແຜນວາລະບູລິມະສິດຂອງຊາດ ເຊິ່ງເນັ້ນໃສ່ການເປີດກວ້າງການແຂ່ງຂັນທັງພາຍນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-targeting-msme-promotion-through-digitalisation-99457

ລາວເລີ່ມປາບປາມທຸລະກິດຕ່າງປະເທດທີ່ດຳເນີນການແບບຜິດກົດໝາຍ

ລາວຈະປາບປາມທຸລະກິດຂອງຕ່າງປະເທດທີ່ດຳເນີນການຢູ່ໃນລາວໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງ.ລັດຖະບານລາວໄດ້ເລີ່ມລົງກວດກາທຸລະກິດຂອງຕ່າງປະເທດ ເພື່ອຮັບປະກັນໃຫ້ສອງຄ່ອງຕາມລະບຽບກົດໝາຍ, ຕາມຄຳສັ່ງແນະນຳຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຕາມການລາຍງານຂອງໜັງສືພິມວຽງຈັນທາມສ໌ໃນອາທິດແລ້ວນີ້.ເຈົ້າຂອງທຸລະກິດຕ່າງປະເທດອາດຖືກປັບໃໝເປັນຈຳນວນ 10 ລ້ານກີບ (ຫຼື USD 1,150 ໂດລາ) ຖ້າພົບວ່າມີການດຳເນີນການໂດຍບໍ່ມີໃບທະບຽນ ແລະ ໃບອະນຸຍາດດຳເນີນທຸລະກິດ.ອ່ານຕໍ່ ...

ໂຕະຂ່າວ Laotian Times
https://laotiantimes.com/2019/07/02/laos-cracks-down-on-illegal-foreign-owned-businesses/

ການຄວບຄຸມລາຄາສິນຄ້າໃນລາວຍັງຄົງມີຄວາມຫຍຸ້ງຍາກ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າຍັງຄົງຜະເຊີນກັບຂໍ້ຫຍຸ້ງຍາກໃນການຄວບຄຸມລາຄາສິນຄ້າໃນລາວ ເນື່ອງຈາກສິນຄ້າສ່ວນໃຫຍ່ແມ່ນນຳເຂົ້າຈາກປະເທດໄທ, ຕາມບົດລາຍງານຂອງກະຊວງ.ກະຊວງການຄ້າໄດ້ເຜີຍແຜ່ບົດລາຍງານກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ສິນຄ້ານຳເຂົ້າ ໃນກອງປະຊຸມລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນວຽງຈັນໃນອາທິດແລ້ວນີ້, ເຊິ່ງຢືນຢັນວ່າການປ່ຽນແປງຂອງລາຄາສິນຄ້າຢູ່ໄທໄດ້ສົ່ງຜົນກະທົບຜົນຢ່າງໃຫຍ່ຫຼວງຕໍ່ລາຄາສິນຄ້າໃນລາວ.ອ່ານຕໍ່  ...

ເອກະພອນ ພູທອນສີ

ແນວລາວ, ພົງສະຫວັນກຣຸບ, ຊາວກະສິກອນຮ່ວມມືກັນຜະລິດໝາກໄມ້ຄຸນນະພາບສູງເພື່ອການສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການດັ່ງກ່າວລວມມີການກໍ່ສ້າງອ່າງເກັບນ້ຳເພື່ອການກະເສດ ແລະ ນ້ຳບາດານ ແລະ ການຕິດຕັ້ງສາຍໄຟຟ້າ.ອົງການຈັດຕັ້ງແນວລາວສ້າງຊາດ, ບໍລິສັດພົງສະຫວັນກຣຸບ ແລະ ແນວລາວສ້າງຊາດແຂວງໄຊສົມບູນໄດ້ຈັດຕັ້ງພິທີປູກຕົ້ນໄມ້ໃຫ້ໝາກ ໃນໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເພື່ອຫຼຸດຜ່ອນຄວາມທຸກຍາກ ຢູ່ເຂດພັດທະນາໂພນສະຫວັນໃນວັນເສົາທີ່ຜ່ານມາ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-front-phongsavanh-group-farmers-jointly-produce-high-quality-fruits-export-99393

ນາຍົກຮຽກຮ້ອງໃຫ້ເພີ່ມທະວີການມີສ່ວນຮ່ວມຂອງຂະແໜງເອກະຊົນໃນການພັດທະນາຊົນນະບົດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຂະແໜງທຸລະກິດເພີ່ມທະວີການມີສ່ວນຮ່ວມ ໃນການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ເພື່ອສະໜັບສະໜູນການບັນລຸເປົ້າໝາຍໃນການພັດທະນາ.ໃນກອງປະຊຸມເພື່ອຊຸກຍູ້ນ້ຳໃຈຮັກຊາດ ແລະ ກິດຈະກຳການພັດທະນາ ທີ່ວຽງຈັນໃນວັນສຸກແລ້ວນີ້ ທ່ານນາຍົກໄດ້ເນັ້ນເຖິງພາລະບົດບາດອັນສຳຄັນຂອງຂະແໜງເອກະຊົນເພື່ອການຊຸກຍູ້ການພັດທະນາຊົນນະບົດໃນທົ່ວປະເທດ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/lao-pm-calls-more-involvement-business-sector-rural-development-99391

ການຄ້າຂອງລາວໃນຊ່ວງເຄິ່ງປີທຳອິດມີແນວໂນ້ມເກີນດູນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີທ່າອ່ຽງຈະສ້າງຜົນກຳໄລຈາກການຄ້າປະມານ US$121 ລ້ານໂດລາ ສຳລັບຊ່ວງຫົກເດືອນທຳອິດຂອງປີນີ້ ເຖິງວ່າລັດຖະບານໄດ້ຄາດຄະເນວ່າລາວຈະຂາດດູນການຄ້າ ປະມານ US$259 ລ້ານໂດລາສຳລັບປີ 2019.ຄາດຄະເນການສົ່ງອອກສຳລັບຊ່ວງຫົກເດືອນຕົ້ນປີແມ່ນປະມານ US$2,409 ລ້ານໂດລາ ຫຼື 55.2 ເປີເຊັນຂອງແຜນການປະຈຳປີ (US$5,516 ລ້ານໂດລາ) ເຊິ່ງໃນນັ້ນການນຳເຂົ້າແມ່ນຢູ່ທີ່ US$2,288 ລ້ານໂດລາ ຫຼືປະມານ 39.6 ເປີເຊັນຂອງແຜນປີ (US$5,775 ລ້ານໂດລາ), ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານໃນກອງປະຊຸມລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ທີ່ວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/laos-heading-half-year-trade-surplus-99327

ຜູ້ປະກອບການແມ່ຍິງລາວ, ຍີ່ປຸ່ນແລກປ່ຽນຄວາມຮູ້ກ່ຽວກັບທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ທຸລະກິດທີ່ນຳພາໂດຍແມ່ຍິງມີບາດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດລາວ, ເຊິ່ງຊ່ວຍສ້າງໂອກາດໃນການມີວຽກເຮັດງານທຳ ແລະ ສົ່ງເສີມບົດບາດການນຳດ້ານທຸລະກິດ.ເພື່ອເພີ່ມທະວີການປະກອບສ່ວນໃນແວດວົງທຸລະກິດ ຜູ້ປະກອນການແມ່ຍິງລາວຕ້ອງສືບຕໍ່ພັດທະນາທັກສະ ແລະ ບົດຮຽນໃນການບໍລິຫານ ແລະ ຂະຫຍາຍທຸລະກິດໃຫ້ສອດຄ່ອງກັບມາດຕະຖານສາກົນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-japan-women-entrepreneurs-exchange-knowledge-business-99326

ບໍລິສັດຕ່າງປະເທດໝາຍຕາຂະຫຍາຍຕະຫຼາດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາບໍລິສັດຈາກອາຊີ, ປະເທດສະມາຊິກອາຊຽນ ແລະ ຢູໂຣບກຳລັງຊອກຫາຕະຫຼາດເພື່ອຈຳໜ່າຍສິນຄ້າໃນລາວ ເຊິ່ງກຳລັງມີຄວາມຕ້ອງການທີ່ສູງ.ເຖິງວ່າລາວຈະເປັນຕະຫຼາດທີ່ນ້ອຍໃນພາກພື້ນອາຊຽນ ມີປະຊາກອນພຽງ 6.8 ລ້ານຄົນ, ລາວກໍເປັນເປົ້າໝາຍຕະຫຼາດທີ່ໜ້າສົນໃຈສຳລັບຜູ້ຜະລິດຈາກຈີນ, ຍີ່ປຸ່ນ, ເກົາຫຼີ, ສິງກະໂປ, ມາເລເຊຍ, ໄທ, ເຢຍລະມັນ ແລະ ອີຕາລີ. ປະເທດເຫຼົ່ານີ້ລ້ວນແລ້ວແຕ່ພວມກຳລັງຊອກຫາໂອກາດທາງທຸລະກິດໃນລາວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/foreign-firms-eye-bigger-markets-laos-99160

ລາວເປີດຕົວລະບົບການຄ້າປະຕູດຽວແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ມີການເປີດນຳໃຊ້ລະບົບການຄ້າປະຕູດຽວແຫ່ງຊາດ (LNSW) ທີ່ເດີ່ນສາງທ່ານາແລ້ງ – ເພື່ອສົ່ງເສີມຄວາມໂປ່ງໃສ ແລະ ອຳນວຍຄວາມສະດວກດ້ານການຄ້າ. ບາດກ້າວດັ່ງກ່າວແມ່ນເພື່ອສ້າງປະໂຫຍດສູງສຸດໃຫ້ແກ່ປະຊາຊົນລາວໃນການຈໍລະຈອນສິນຄ້າ. ພິທີເປີດດັ່ງກ່າວໄດ້ມີຂຶ້ນໃນວັນຈັນຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ບຸນຈອມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ.ກົມພາສີໄດ້ມີການຮ່ວມມືກັບອົງການ Bereau Veritas ໃນໂຄງການການຄ້າປະຕູດຽວແຫ່ງຊາດລາວ ມາແຕ່ປີ 2013.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ
http://annx.asianews.network/content/laos-launches-national-single-window-99106

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

wrDwU
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!