ເສດຖະກິດ ແລະ ການຄ້າ

ຜູ້ປະກອບການໜຸ່ມຮຽກຮ້ອງໃຫ້ລັດຖະບານສະໜັບສະໜູນກອງທຶນພິເສດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມນັກທຸລະກິດໜຸ່ມລາວ (YEAL) ຮຽກຮ້ອງໃຫ້ລັດຖະບານຈັດຕັ້ງກອງທຶນພິເສດ ເພື່ອໃຫ້ນັກທຸລະກິດໜ້າໃໝ່ສາມາດປະກອບສ່ວນໃນການພັດທະນາເສດຖະກິດ.ທາງສະມາຄົມເຊື່ອວ່າ ກອງທຶນດັ່ງກ່າວຈະຊ່ວຍສະໜັບສະໜູນບັນດານັກທຸລະກິດໜຸ່ມທີ່ຕ້ອງການຂະຫຍາຍທຸລະກິດ ແລະ ທຳໜ້າທີ່ເປັນຕົວຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດໄປສູ່ລະດັບສູງສຸດໃນຊຸມປີຕໍ່ໜ້າ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/young-entrepreneurs-call-lao-govt-back-special-fund-99800

ບໍລິສັດ ENECO ໄດນາມິກມະຫາຊົນຈະເປີດຊື້ຂາຍຫຸ້ນໃນຕະຫຼາດຫຼັກຊັບລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດ ENECO ໄດນາມິກມະຫາຊົນຂອງລາວ ມີແຜນຂະຫຍາຍແຫຼ່ງທຶນ 40 ຕື້ກີບໂດຍການເປີດຊື້ຂາຍຫຸ້ນໃນຕະຫຼາດຫຼັກຊັບລາວ (LSX).ບໍລິສັດພະລັງງານດັ່ງກ່າວໄດ້ຍື່ນສະເໜີຕໍ່ຄະນະກຳມາທິການຕະຫຼາດຫຼັກຊັບ ແລະ ຕະຫຼາດຫຸ້ນລາວໃນວັນສຸກຜ່ານມາ ກ່ຽວກັບການເປີດຂາຍຫຸ້ນໃຫ້ແກ່ສາທາລະນະຊົນ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/eneco-dynamic-public-company-be-listed-lsx-99796

ອັດຕາເງິນເຟີ້ໃນລາວເພີ່ມສູງຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຜະເຊີນກັບຄ່າເງິນເຟີ້ທີ່ສູງຂຶ້ນ ໃນຊ່ວງຫ້າເດືອນຜ່ານມາ ຍ້ອນຄວາມກົດດັນຈາກຫຼາຍປັດໃຈທາງດ້ານເສດຖະກິດ.ການປ່ຽນແປງຂອງດັດສະນີລາຄາສິນຄ້າບໍລິໂພກ ເນື່ອງຈາກລາຄາສິນຄ້າຫຼາຍຊະນິດສູງຂຶ້ນເຊັ່ນ ນ້ຳມັນ, ຄຳ, ແລະ ອາຫານ ເຮັດໃຫ້ຄ່າເງິນລາວ (ເງິນກີບ) ອ່ອນຕົວລົງ, ແມ່ນປັດໃຈຕົ້ນຕໍໃຫ້ເກີດຄ່າເງິນເຟີ້ດັ່ງກ່າວ. ສະຖານະການເງິນເຟີ້ດັ່ງກ່າວໄດ້ສ້າງຄວາມກັງວົນໃຫ້ແກ່ຜູ້ບໍລິໂພກ ແລະ ຫົວໜ່ວຍທຸລະກິດຕ່າງໆ.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/inflation-spikes-laos-99723

ລາວຕ້ອງກອບໂກຍໂອກາດຈາກເສັ້ນທາງລົດໄຟລາວ-ຈົນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານເຂົ້າໃຈດີວ່າຕ້ອງທຳການກະກຽມຄວາມພ້ອມໃນການໃຫ້ບໍລິການທາງຜ່ານ ເພື່ອສ້າງຜົນປະໂຫຍດຈາກເສັ້ນທາງລົດໄຟລາວ-ຈົນ.ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ ລັດຖະບານຈະຊຸກຍູ້ໃຫ້ບໍລິສັດເອກະຊົນພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕາມເສັ້ນທາງລົດໄຟ.ໃນນີ້ລວມມີ ການພັດທະນາສະຖານທີ່ທ່ອງທ່ຽວ ແລະ ນິຄົມອຸດສາຫະກຳ ກໍຄືໂຄງການສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອກອບໂກຍຜົນປະໂຫຍດຈາກທ່າແຮງຂອງໂຄງການມູນຄ່າ 5.9 ຕື້ໂດລາດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-needs-seize-opportunities-offered-laos-china-railway-99721

ລາວເນັ້ນໃຫ້ເຫັນພາລະບົດບາດຂອງຂະແໜງເອກະຊົນໃນວັນ MSME ສາກົນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານເຊື່ອວ່າ ທຸລະກິດຂະໜາດຍ່ອຍ, ຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ຄຽງຄູ່ກັບມາດຕະການເສດຖະກິດມະຫາພາກໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.ລາວໄດ້ດຳເນີນການລິເລີ່ມຫຼາຍຢ່າງເພື່ອຊຸກຍູ້ຂະແໜງເອກະຊົນໃນການສ້າງຄວາມຫຼາກຫຼາຍດ້ານເສດຖະກິດ ເຊັ່ນ ການສະໜອງສິນຄ້າ ແລະ ການບໍລິການໃຫ້ແກ່ຕະຫຼາດພາຍໃນ ແລະ ຕ່າງປະເທດ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/govt-highlights-role-private-sector-international-msme-day-99724

ແຂວງຊຽງຂວາງສັນຍາວ່າຈະອະນຸມັດໂຄງການລົງທຶນພາຍໃນສອງອາທິດ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງຊຽງຂວາງໄດ້ແຈ້ງແຜນການໃນການອະນຸມັດຂໍ້ສະເໜີຂອງແຕ່ລະໂຄງການລົງທຶນພາຍໃນກຳນົດເວລາສູງສຸດສອງອາທິດ.ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ກ່າວຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ຄະນະກຳມະການການລົງທຶນຂອງແຂວງຈະບໍ່ແກ່ຍາວການອະນຸມັດໂຄງການລົງທຶນເຊິ່ງເປັນເຫດໃຫ້ຫຼາຍບໍລິສັດເພີກຖອນໂຄງການລົງທຶນໃນແຂວງ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/xieng-khuang-province-pledges-approve-investment-projects-two-weeks-99592

"ເຮັດໃບອະນຸຍາດດຳເນີນທຸລະກິດໃຫ້ຖືກຕ້ອງ ບໍ່ດັ່ງນັ້ນຈະຖືກປັບໃໝ," ກະຊວງແຈ້ງເຕືອນຜູ້ປະກອບການຕ່າງປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ປະກອບການຕ່າງປະເທດທີ່ດຳເນີນທຸລະກິດໃນລາວບໍ່ຖືກຕ້ອງຈະຖືກລົງໂທດ ແລະ ປັບໃໝຕາມລະບຽບການ. ກະຊວງອຸດວາຫະກຳ ແລະ ການຄ້າໄດ້ອອກຄຳສັ່ງແນະນຳຫວ່າງໝໍ່ໆມານີ້ ກ່ຽວກັບແນວທາງການຄຸ້ມຄອງຫົວໜ່ວຍທຸລະກິດທີ່ບໍ່ມີໃບອະນຸຍາດ.ຫົວໜ່ວຍທຸລະກິດໃດໆທີ່ດຳເນີນການໂດຍບໍ່ມີໃບທະບຽນທຸລະກິດ ແລະ ໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງຈະຖືກປັບໃໝ 10 ລ້ານກີບ ແລະ ຖືກສັ່ງງົດດຳເນີນທຸລະກິດ. ຜູ້ປະກອບການທີ່ບໍ່ມີເອກະສານຈະຕ້ອງໄປຈົດທະບຽນທຸລະກິດຂອງຕົນ ແລະ ຂໍໃບອະນຸຍາດດຳເນີນທຸລະກິດພາຍໃນກຳນົດ 90 ວັນ ຈຶ່ງຈະສາມາດກັບມາດຳເນີນກິດຈະກຳຕາມເດີມ, ຕາມຄຳສັ່ງແນະນຳສະບັບດັ່ງກ່າວ ເຊິ່ງມີຜົນບັງຄັບໃຊ້ມາແຕ່ວັນທີ 3 ກໍລະກົດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/legalise-your-businesses-or-face-fines-lao-ministry-warns-foreign-operators-99588

ກຸ່ມນັກທຸລະກິດໜຸ່ມຮຽກຮ້ອງໃຫ້ແນວລາວຊ່ວຍລົບລ້າງອຸປະສັກໃນການດຳເນີນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຊິກສະມາຄົມນັກທຸລະກິດໜຸ່ມລາວ (YEAL) ຮຽກຮ້ອງໃຫ້ອົງການແນວລາວສ້າງຊາດຊຸກຍູ້ໃຫ້ລັດຖະບານລົບລ້າງອຸປະສັກໃນການດຳເນີນທຸລະກິດ ແລະ ແກ້ໄຂບັນຫາທຸລະກິດທີ່ຍືດເຍື້ອ.ອຸປະສັກທີ່ທາງສະມາຊິກສະມາຄົມໄດ້ປະສົບລວມມີ ການເຂົ້າເຖິງແຫຼ່ງທຶນ, ອັດຕາດອກເບ້ຍເງິນກູ້ສູງ, ແລະ ສິ່ງອຳນວຍຄວາມສະດວກໃນການທ່ອງທ່ຽວບໍ່ພຽງພໍສຳລັບນັກທ່ອງທ່ຽວຕ່າງປະເທດ.ອ່ານຕໍ່  ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/young-entrepreneurs-ask-lao-front%E2%80%99s-help-remove-business-barriers-99591

ບໍລິສັດ CP All ເຈລະຈາກ່ຽວກັບການຕັ້ງຮ້ານ ເຊເວັນ-ອິເລເວັນ ໃນລາວ

ຮ້ານ 7-Eleven ຈະມາລາວຫຼືບໍ່? ຄຳຖາມດັ່ງກ່າວໄດ້ມີການຍົກຂຶ້ນມາຫຼາຍປີແລ້ວ ແຕ່ກໍມີຂ່າວຕໍ່ເນື່ອງວ່າຈະມີການເປີດສາຂາໃນລາວ.ໜຶ່ງໃນຂ່າວລັກສະນະດັ່ງກ່າວ ແມ່ນເກີດຂຶ້ນເມື່ອສອງສາມວັນຜ່ານມາ. ຕາມສຳນັກຂ່າວ The Nation, ບໍລິສັດ CP All ຂອງໄທທີ່ດຳເນີນກິດຈະການ ເຊເວັນ-ອິເລເວັນ ທົ່ວປະເທດໄທ ໄດ້ເປີດເຜີຍໃນຕະຫຼາດຫຸ້ນຂອງໄທໃນວັນທີ 1 ກໍລະກົດນີ້ ກ່ຽວກັບການເຈລະຈາຂໍ້ຕົກລົງການສ້າງສາຂາທຸລະກິດໃນການຈັດຕັ້ງ ແລະ ດຳເນີນກິດຈະການຮ້ານ ເຊເວັນ-ອິເລເວັນ ໃນກຳປູເຈຍ ແລະ ລາວ.ອ່ານຕໍ່ ...

The Laotian Times

ລາວສັນຫາການລົງທຶນເພື່ອຮັບປະກັນການຂະຫຍາຍຕົວຂອງເສດຖະກິດໃຫ້ໄດ້ 6.7% 

ວຽງຈັນ (ວຽງຈັນທາມສ໌/ANN) – ເພື່ອຮັບປະກັນການຂະຫຍາຍຕົວຂອງເສດຖະກິດໃຫ້ໄດ້ຕາມເປົ້າໝາຍ ທັງພິຈາລະນາການປະຕິຮູບດ້ານໂຄງສ້າງ, ລັດຖະບານຄວນສຸມໃສ່ການຄົ້ນຄວ້າ ແລະ ການພັດທະນາ ເພື່ອປັບປຸງຄຸນນະພາບການຜະລິດກະສິກຳໂດຍການນຳໃຊ້ເທັກໂນໂລຢີແບບໃໝ່ໆ.ລັດຖະບານຕ້ອງຮັບປະກັນໃຫ້ມີການລົງທຶນຢ່າງໜ້ອຍ  46,500 ຕື້ກີບ ຫຼື 26 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ (GDP) ເພື່ອຂັບເຄື່ອນຂະຫຍາຍຕົວຂອງເສດຖະກິດໃຫ້ໄດ້ 6.7% ໃນປີໜ້າ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-seeks-investment-ensure-67-economic-growth-99456

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

EU8Tr
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!