ເສດຖະກິດ ແລະ ການຄ້າ

ລາວດຳເນີນການສົ່ງອອກເຂົ້າສານຊຸດທຳອິດຕາມໂກຕາ ໄປປະເທດຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ຫວ່າງໝໍ່ໆມານີ້ ລາວໄດ້ເລີ່ມສົ່ງອອກເຂົ້າສານງວດທຳອິດ ຈຳນວນ 1,100 ໂຕນ ໄປປະເທດຈີນ ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງກ່ຽວກັບໂກຕາການສົ່ງອອກເຂົ້າສານ 50,000 ໂຕນ ລະຫວ່າງລັດຖະບານລາວ ແລະ ບໍລິສັດທັນຍາພືດ, ນ້ຳມັນ ແລະ ສະບຽງອາຫານແຫ່ງຊາດຂອງຈີນ (COFCO).ການສົ່ງອອກງວດທຳອິດນີ້ແມ່ນຈະດຳເນີນພາຍໃນເດືອນກໍລະກົດ ແລະ ສິງຫານີ້ ເຊິ່ງງວດຕໍ່ໄປຈະສືບຕໍ່ຈັດສົ່ງເພື່ອໃຫ້ໄດ້ຕາມເປົ້າໝາຍທັງໝົດພາຍໃນປີ 2021, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-exports-first-shipment-rice-quota-china-100658

ໝາກໂມລາວໄດ້ຮັບການອະນຸຍາດໃຫ້ນຳເຂົ້າສູ່ຕະຫຼາດຈີນຢ່າງເປັນທາງການ

ໜ່ວຍງານຄຸ້ມຄອງພາສີຂອງຈີນ (GAC) ໄດ້ແຈ້ງໃນວັນທີ 4 ກໍລະກົດນີ້ວ່າ ໝາກໂມຈາກລາວໄດ້ຜ່ານການຮັບຮອງດ້ານສຸຂະອະນາໄມພືດ ເຊິ່ງປະຈຸບັນສາມາດນຳເຂົ້າໃນປະເທດຈີນໄດ້ – ເປັນການເພີ່ມແຫຼ່ງນຳເຂົ້າໝາກໂມນອກລະດູແຫ່ງໃໝ່ສຳລັບຈີນ. ໃບຮັບຮອງດ້ານສຸຂະອະນາໄມພືດເພື່ອການນຳເຂົ້າໝາກໂມຈາກລາວສູ່ຈີນ ໄດ້ຮັບການຮັບຮອງໃນເດືອນມິຖຸນາທີ່ຜ່ານມາ ໃນລະຫວ່າງການຢ້ຽມຢາມລາວຂອງຄະນະຜູ້ແທນ GAC ເຊິ່ງນຳໂດຍທ່ານຮອງລັດຖະມົນຕີ ຫູ ເຫວີຍ.ໝາກໂມທີ່ຜະລິດໃນຈີນຕາມລະດູປົກກະຕິແມ່ນນັບແຕ່ເດືອນພຶດສະພາຫາເດືອນສິງຫາ. ຜົນຜະລິດຕາມລະດູຕາມປົກກະຕິຈະຂາຍໝົດພາຍໃນເດືອນພະຈິກ ເຖິງວ່າຈະມີການສະໜອງຢ່າງຕໍ່ເນື່ອງຈຳນວນໜຶ່ງຈາກແຂວງທາງພາກໃຕ້ຄື ໄຫໜານ, ຢຸນນານ, ກວາງສີ ແລະ ກວາງຕຸ້ງ. ຜົນຜະລິດນຳເຂົ້ານອກລະດູກໍສາມາດຕອບສະໜອງຊ່ອງຫວ່າງຄວາມຕ້ອງການນອກລະດູໄດ້ດີ.ນອກຈາກປະເທດລາວແລ້ວ ປະເທດທີ່ໄດ້ຮັບການອະນຸຍາດໃຫ້ສົ່ງອອກໝາກໂມໄປຈີນກໍມີ ປະເທດມຽນມາ, ຫວຽດນາມ, ແລະ ມາເລເຊຍ. ຄາດວ່າ 90% ຂອງໝາກໂມທີ່ປູກໃນມຽນມາ ແລະ ຫວຽດນາມ ແມ່ນສົ່ງອອກໄປຈີນ.ອ່ານຕໍ່ ...

Dan Siekman
https://www.producereport.com/article/laotian-watermelons-receive-formal-china-market-access

ຜູ້ນຳເຂົ້ານ້ຳມັນເຊື້ອໄຟໃນລາວຕ້ອງດຳເນີນການປະເມີນຜົນໃນຕໍ່ໜ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດນ້ຳມັນເຊື້ອໄຟ ສິບເອັດບໍລິສັດທີ່ຈະໄດ້ຮັບການຂຶ້ນທະບຽນໃນການນຳເຂົ້ານ້ຳມັນເຊື້ອໄຟ ຕ້ອງສຳເລັດການປະເມີນຜົນໃນການປັບປຸງທຸລະກິດທັງໝົດ ຕາມທີ່ໄດ້ລະບຸໄວ້ໃນດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 331 ໃນເດືອນພະຈິກ, ຫົວໜ້າສະມາຄົມນ້ຳມັນເຊື້ອໄຟ ແລະ ແກ໊ສ໌ກ່າວ.ອຳນາດການປົກຄອງທີ່ກ່ຽວຂ້ອງມີແຜນດຳເນີນການປະເມີນຄືນ ພາຍຫຼັງທີ່ຄັດເລືອກຜູ້ປະກອບການຈາກທັງໝົດ 26 ບໍລິສັດ ທີ່ສອດຄ່ອງຕາມເງື່ອນໄຂໃນການນຳເຂົ້ານ້ຳມັນເຊື້ອໄຟ. ອຳນາດການປົກຄອງໄດ້ໃຫ້ໂອກາດ 11 ບໍລິສັດໃນການດຳເນີນການປັບປຸງປ່ຽນແປງທີ່ຈຳເປັນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos%E2%80%99-fuel-importers-undergo-further-assessment-100659

ຕະຫຼາດຫຼັກຊັບລາວແຕ່ງຕັ້ງປະທານຄົນໃໝ່

ວຽງຈັນ (ວຽງຈັນທາມສ໌) – ໃນອາທິດແລ້ວນີ້ ທະນາຄານແຫ່ງ ສປປ ລາວ (BOL) ໄດ້ມີການແຕ່ງຕັ້ງທ່ານ ອ໊ອດ ພົນຊຽງດີ ອະດີດຫົວໜ້າກົມການຮ່ວມມືສາກົນ ໃຫ້ເປັນຜູ້ບໍລິຫານຄົນໃໝ່ຂອງຕະຫຼາດຫຼັກຊັບລາວ (LSX).ສ່ວນທ່ານ ວັນຄຳ ວໍລະວົງ ອະດີດຜູ້ບໍລິຫານຕະຫຼາດຫຼັກຊັບລາວ LSX ໄດ້ເຂົ້າຮັບໜ້າທີ່ໃໝ່ຢູ່ທີ່ທະນາຄານກາງ ຕາມທະນາຄານແຫ່ງ ສປປ ລາວ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-stock-market-appoints-new-chief-100576

ຕະຫຼາດລາວຈະເພີ່ມການນຳເຂົ້າສິນຄ້າກະເສດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວອາດຕ້ອງເພີ່ມທະວີການນຳເຂົ້າສິນຄ້າກະເສດ ເພື່ອຕອບສະໜອງຕໍ່ຄວາມຕ້ອງການທີ່ເພີ່ມຂຶ້ນ ສຳລັບໝາກໄມ້ສົດ ແລະ ພືດຜັກ.ຕະຫຼາດສົດລາວອົດຊີ ເມືອງສີໂຄດຕະບອງ ເຊິ່ງເປັນໜຶ່ງໃນຕະຫຼາດສົດທີ່ໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ ອາດຕ້ອງເພີ່ມການຊື້ຂາຍສິນຄ້ານຳເຂົ້າຈາກຕ່າງປະເທດ, ເຈົ້າໜ້າທີ່ຈັດສັນຕະຫຼາດກ່າວຜ່ານໜັງສືພິມວຽງຈັນທາມສ໌ວານນີ້.ໃນປີຜ່ານມາ, ຕະຫຼາດດັ່ງກ່າວມີການນຳເຂົ້າສິນຄ້າກະເສດ 15% ຈາກປະເທດໄທ ແລະ 15% ຈາກປະເທດຫວຽດນາມເພື່ອຈຳໜ່າຍ ໃນຂະນະທີ່ສິນຄ້າຈຳນວນໜຶ່ງກໍມາຈາກຕ່າງແຂວງ.ສິນຄ້າທີ່ນຳເຂົ້າສ່ວນໃຫຍ່ລວມມີ ໝາກເລັ່ນ, ໝາກເຂືອ, ໝາດເຜັດ, ໝາກນາວ, ຜັກບົ່ວ, ຜັກທຽມ, ໝາກໄມ້ ແລະ ຜັກຕ່າງໆ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-markets-eyeing-more-agricultural-imports-100348

ລາວຄາດວ່າຈະມີຄວາມຕ້ອງການດ້ານຂັ້ນໄດເລື່ອນ ແລະ ລິບທີ່ເພີ່ມຂຶ້ນ

ມິຊູບິຊິ ອິເລັກທຣິກ ບໍລິສັດເຄື່ອງໃຊ້ໄຟຟ້າຍັກໃຫຍ່ຂອງຍີ່ປຸ່ນໄດ້ເຂົ້າມາຕັ້ງສາຂາໃໝ່ໃນລາວ ທ່າມກາງຄວາມຕ້ອງການຂອງຕະຫຼາດພາຍໃນປະເທດ ທີ່ເພີ່ມສູງຂຶ້ນສຳລັບຂັ້ນໄດເລື່ອນ ແລະ ລິບ.ບໍລິສັດ MELCO Elevator ລາວ, ເຊິ່ງໄດ້ເລີ່ມເປີດກິດຈະການມາແຕ່ວັນທີ 1 ກໍລະກົດປີນີ້ ຄາດວ່າຈະສາມາດເພີ່ມຍອດຂາຍຂັ້ນໄດເລື່ອນ ແລະ ລິບຂອງບໍລິສັດມິຊູບິຊິ ອິເລັກທຣິກ ກໍຄືສະໜອງການບໍລິການສ້ອມແປງທີ່ມີຄຸນນະພາບສູງ ຕາມຄຳຖະແຫຼງການຂອງບໍລິສັດ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/17/laos-expects-rising-demand-for-elevators-and-escalators/

ໄທສັນຫາການຂະຫຍາຍສົ່ງອອກສິນຄ້າໃນປະເທດສະມາຊິກອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ໄທກຳລັງມີການຂະຫຍາຍການສົ່ງອອກສິນຄ້າ ໂດຍການສົ່ງຂາຍສິນຄ້າເຄື່ອງໃຊ້ໄຟຟ້າ ແລະ ອິເລັກໂທຣນິກໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ໂດຍສະເພາະແມ່ນປະເທດລາວ.ມູນຄ່າການສົ່ງອອກອຸປະກອນໄຟຟ້າແຕ່ເດືອນມັງກອນຫາເດືອນພຶດສະພາຂອງປີນີ້ຂອງໄທ ແມ່ນຢູ່ທີ່ 326,934 ລ້ານບາດ, ເພີ່ມຂຶ້ນ 0.92 ເປີເຊັນທຽບກັບໄລຍະດຽວກັນຂອງປີກາຍ, ສະມາຄົມການໄຟຟ້າ, ອີເລັກໂທຣນິກ, ໂທລະຄົມມະນາຄົມ ແລະ ພັນທະມິດອຸດສາຫະກຳ ກ່າວຕໍ່ສື່ມວນຊົນລາວ ແລະ ຫວຽດນາມໃນອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/thailand-eyes-expansion-exports-asean-nations-100200

ອັດຕາໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດໃນລາວຫຼຸດຜ່ອນລົງ

ອັດຕາໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນລາວຫຼຸດລົງໃນປີ 2018 ທ່າມກາງງການຫຼຸດລົງຂອງໂຄງການລົງທຶນໃໝ່ໆຈາກຈີນ, ຕາມບົດລາຍງານຫຼ້າສຸດ.ອັດຕາໄຫຼເຂົ້າຂອງ FDI ໃນລາວຂອງປີກາຍນີ້ແມ່ນຢູ່ທີ່ USD 1.3 ຕື້ໂດລາ, ຫຼຸດລົງ 17 ເປີເຊັນທຽບກັບປີກ່ອນ, ຕາມບົດລາຍງານການລົງທຶນຂອງໂລກ 2019 ໃນກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD).ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/15/laos-sees-drop-in-foreign-direct-investment-inflow/

ການປ່ອຍເງິນກູ້ຢືມຈາກທະນາຄານຊັກຊ້າລົງທ່າມກາງສະພາບເສດຖະກິດທີ່ຫຼຸດຜ່ອນການຂະຫຍາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ການປ່ອຍສິນເຊື່ອຂອງທະນາຄານເຂົ້າສູ່ເສດຖະກິດຍັງສືບຕໍ່ຊັກຊ້າ ທັງໆທີ່ລັດຖະບານໄດ້ອອກມາດຕະການປັບປຸງສະພາບແວດລ້ອມການລົງທຶນສຳລັບຂະແໜງເອກະຊົນ.ອີງຕາມບົດລາຍງານຫຼ້າສຸດຂອງລັດຖະບານ, ການເຕີບໂຕຂອງສິນເຊື່ອຍັງຄົງສືບຕໍ່ຊັກຊ້າໃນອັດຕາ 3.13 ເປີເຊັນໃນຊ່ວງສາມເດືອນຜ່ານມາ, ເຊິ່ງກວມພຽງແຕ່ 46.32 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ (GDP).ອັດຕາການຂະຫຍາຍຕົວຂອງສິນເຊື່ອແມ່ນຕ່ຳກວ່າຄາດໝາຍທີ່ສະເໜີຕໍ່ສະພາແຫ່ງຊາດຄື 55 ເປີເຊັນຂອງ GDP  ຫຼັງຈາກທີ່ມີການເຕີບໂຕສູງສຸດໃນຊຸມປີຜ່ານມາ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/bank-lending-slows-amid-economic-downturn-laos-100123

ສະພາການຄ້າລາວເສີມຂະຫຍາຍການການເຊື່ອມໂຍງຕະຫຼາດແບບຍືນຍົງສຳລັບທຸລະກິດ SMEs

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຄາດວ່າຈະສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນຂອງຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ຜ່ານການຈັດຕັ້ງປະຕິບັດການດຳເນີນທຸລະກິດສີຂຽວ ພາຍໃຕ້ໂຄງການກຳກັບ 24 ເດືອນ.ໂຄງການດັ່ງກ່າວຈະດຳເນີນພາຍໃຕ້ການຊ່ວຍເຫຼືອຂອງສູນການຄ້າສາກົນ (ITC), ເຊິ່ງເປັນອົງກອນລວມຫຼາຍຝ່າຍ ພາຍໃຕ້ຄວາມຮັບຜິດຊອບຮ່ວມລະຫວ່າງອົງການການຄ້າໂລກ ແລະ ອົງການສະຫະປະຊາຊາດ ຜ່ານກອງປະຊຸມຂອງສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-chamber-enhancing-sustainable-market-links-smes-99880

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Y3u34
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!