ເສດຖະກິດ ແລະ ການຄ້າ

ແຂວງອຸດົມໄຊ ເລັ່ງມືໃນການພັດທະນາດ້ານເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງອຸດົມໄຊຈະສູ້ຊົນໃຫ້ບັນລຸອັດຕາການຂະຫຍາຍຕົວດ້ານເສດຖະກິດໃຫ້ໄດ້ 7.7%, ເພື່ອປະກອບສ່ວນໃນການສ້າງອັດຕາການຂະຫຍາຍຕົວຂອງເສດຖະກິດທົ່ວປະເທດ 6.8% ດັ່ງໃນຊ່ວງຫົກເດືອນຕົ້ນປີ, ເຊິ່ງສູງກວ່າຄ່າສະເລ່ຍທົ່ວປະເທດທີ່ໄດ້ວາງໄວ້.ເປົ້າໝາຍດັ່ງກ່າວແມ່ນໄດ້ກຳນົດໃນແຜນພັດທະນາຂອງແຂວງ ເຊິ່ງໄດ້ນຳສະເໜີໃນຕອນທ້າຍຂອງກອງປະຊຸມສະພາປະຊາຊົນແຂວງໃນອາທິດແລ້ວນີ້.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/oudomxay-raises-bar-economic-development-101109

ນາຍົກຊຸກຍູ້ໃຫ້ນັກທຸລະກິດຍິງສູ້ຊົນໃນການດຳເນີນທຸລະກິດໃຫ້ປະສົບຄວາມສຳເລັດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດຂອງນັກທຸລະກິດຍິງ ໃນການສົ່ງເສີມການພັດທະນາເສດຖະກິດ ແລະ ສົ່ງເສີມໃຫ້ພວກເຂົານຳໃຊ້ທ່າແຮງດັ່ງກ່າວເພື່ອສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ.ທ່ານນາຍົກໄດ້ກ່າວຄຳເຫັນດັ່ງກ່າວໃນກອງປະຊຸມຊຶ່ງຈັດໂດຍສະມາຄົມນັກທຸລະກິດຍິງລາວ (LBWA) ຮ່ວມກັບສູນການສະຫະພັນແມ່ຍິງລາວ ໃນວັນສຸກແລ້ວນີ້.ອ່ານຕໍ່ ...

ວິສິດ ເທບພະລັດ
http://annx.asianews.network/content/lao-pm-urges-businesswomen-strive-greatness-101110

ລາວ, ອິນໂດເນເຊຍ ຍົກສູງການຮ່ວມມືດ້ານທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ການຮ່ວມມືດ້ານທຸລະກິດລະຫວ່າງລາວ ແລະ ອິນໂດເນເຊຍໄດ້ຮັບການຍົກສູງ ແລະ ການຮ່ວມມືທຸລະກິດຕໍ່ທຸລະກິດກຳລັງໄດ້ຮັບການສົ່ງເສີມ ພາຍໃຕ້ການຮ່ວມມືຢ່າງໃກ້ຊິດລະຫວ່າງລັດຖະບານສອງຊາດ, ຕາມການເປີດເຜີຍຂອງທ່ານລັດຖະມົນຕີ.“ພວກເຮົາກຳລັງເປີດກວ້າງໂອກາດດ້ານທຸລະກິດ ໂດຍສະເພາະສຳລັບລັດວິສາຫະກິດ ລະຫວ່າງສອງປະເທດ,” ທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງລາວ ກ່າວໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານທຸລະກິດລະຫວ່າງບໍລິສັດຂອງອິນໂດເນເຊຍ ແລະ ກຸ່ມບໍລິສັດພົງສະຫວັນ ທີ່ນະຄອນວຽງຈັນຫວ່າງໝໍ່ໆມານີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-indonesia-elevate-business-cooperation-101111

ລາວເລີ່ມຕົ້ນການປະຕິຮູບການຄຸ້ມຄອງການລົງທຶນສາທາລະນະ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ພາກລັດໄດ້ປະຊຸມກັບຕາງໜ້າຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ສະຖານທູດຍີ່ປຸ່ນປະຈຳລາວ ທີ່ນະຄອນຫຼວງວຽງຈັນໃນວັນສຸກແລ້ວນີ້ ເພື່ອຫາລືກ່ຽວກັບການປັບປຸງຂົງເຂດວຽກງານການຄຸ້ມຄອງການລົງທຶນສາທາລະນະ (PIM).ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີການປຶກສາຫາລືກ່ຽວກັບໂຄງສ້າງຂອງຄະນະກຳມະການນຳພາໂຄງການ, ຄຽງຄູ່ກັບການຮ່າງ ແລະ ພັດທະນາຂອບເຂດກຳນົດເວລາສຳລັບແຜນດຳເນີນງານເພື່ອການປັບປຸງ PIM.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/laos-initiates-reform-public-investment-management-101013

ທຸລະກິດ SMEs ລາວຄົ້ນຄວ້າຊ່ອງທາງໃນການເຈາະຕະຫຼາດຕ່າງປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດລາວ ໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs), ຈະໄດ້ຮັບປະໂຫຍດຫຼາຍຂຶ້ນຈາກການເຂົ້າຮ່ວມງານຕະຫຼາດນັດການຄ້າໃນຕ່າງປະເທດໃນອະນາຄົດ.ກອງປະຊຸມກ່ຽວກັບຫົວຂໍ້ດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສູນການຄ້າລາວ-ໄອເຕັກ ທີ່ວຽງຈັນໃນອາທິດແລ້ວນີ້ ຄຽງຄູ່ກັບງານຕະຫຼາດນັດຜະລິດຕະພັນລາວຄັ້ງທີ 6 2019 ເຊິ່ງໄດ້ອັດລົງວານນີ້.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-smes-seek-ways-penetrate-foreign-markets-101014

ງານວາງສະແດງຜະລິດຕະພັນລາວຈະເພີ່ມທະວີທ່າແຮງດ້ານການສົ່ງອອກສິນຄ້າຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມະການຈັດງານຕະຫຼາດນັດສິນຄ້າ “Made in Laos 2019” ຫວັງວ່າງານດັ່ງກ່າວຈະຊ່ວຍສົ່ງເສີມພາບລັກຜະລິດຕະພັນຂອງລາວ ຜ່ານກອງປະຊຸມດ້ານການຄ້າ, ການຈັບຄູ່ທຸລະກິດ ແລະ ການຝຶກອົບຮົມ.ງານຕະຫຼາດນັດດັ່ງກ່າວ ເຊິ່ງແນໃສ່ສ້າງຕະຫຼາດພາກພື້ນ ແລະ ສາກົນ ເຊິ່ງໄດ້ໄຂຂຶ້ນທີ່ສູນການຄ້າລາວ-ໄອເຕັກວຽງຈັນ ໃນວັນຈັນນີ້ ແລະ ຈະມີໄປຈົນເຖິງວັນທີ 28 ກໍລະກົດນີ້.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/made-laos-fair-maximise-nation%E2%80%99s-export-potential-100826

ຫົວໜ່ວຍທຸລະກິດລາວ, ໄທສັນຫາການສົ່ງເສີມດ້ານການຄ້າ, ການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ຊຸມຊົນທຸລະກິດລາວ ແລະ ໄທ ກຳລັງຮ່າງແຜນເພື່ອເພີ່ມທະວີປະລິມານການຄ້າ ແລະ ການລົງທຶນພາຄີໃນຊຸມປີຕໍ່ໜ້າ ໂດຍການຂ້າມຜ່ານອຸປະສັກຕ່າງໆທີ່ມີມາດົນນານ.ທັງສອງຝ່າຍຄາດວ່າຈະຈັດຕັ້ງກຸ່ມເຮັດວຽກພິເສດ ເຊິ່ງຈະມາຈາກບຸກຄະລາກອນທັງສອງຝ່າຍ ເພື່ອຈຸດປະສົງເຊື່ອມຕໍ່ຊ່ອງຫວ່າງລະຫວ່າງລັດຖະບານລາວ ແລະ ໄທ.ອ່ານຕໍ່  ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-thai-businesses-seek-bolster-trade-investment-100827

ກອງປະຊຸມເພື່ອຫາລືການດັດແກ້ກົດໝາຍກ່ຽວກັບການລົ້ມລະລາຍຂອງວິສາຫະກິດໃນລາວ

(ຂປລ) ໃນວັນທີ 18 ກໍລະກົດຜ່ານມາ ກະຊວງຍຸດຕິທຳໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການດັດແກ້ຮ່າງກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ. ຮ່າງກົດໝາຍດັ່ງກ່າວຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອພິຈາລະນາຮັບຮອງເອົາໃນໄວໆນີ້.ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ພາຍໃຕ້ການຊ້ອງໜ້າຂອງທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸດຕິທຳ ແລະ ທ່ານ ນິນາ ໂມເຊວາ ຫົວໜ້າຊ່ຽວຊານຂະແໜງການເງິນຂອງກຸ່ມທະນາຄານໂລກ ພ້ອມດ້ວຍເຈົ້າໜ້າທີ່ທີ່ກ່ຽວຂ້ອງ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47179

ບີຊີອີແອວ, ຢູນຽນເພ ຈະເປີດຕົວການບໍລິການຈ່າຍເງິນໂດຍນຳໃຊ້ລະຫັດ ຄິວອາ ໃນລາວ

ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ໄດ້ຕົກລົງຮ່ວມມືກັບບໍລິສັດ ຢູນຽນເພ ສາກົນ, ຜູ້ໃຫ້ບໍລິການຈ່າຍເງິນຂອງຈີນ ໃນການເປີດຕົວການບໍລິການຈ່າຍເງິນໂດຍຜ່ານລະຫັດ ຄິວອາ ໃນລາວ.ບາດກ້າວດັ່ງກ່າວຈະເຮັດໃຫ້ຜູ້ນຳໃຊ້ແອັບ ຢູນຽນເພ ສາມາດຈ່າຍເງິນໂດຍການສະແກນ ຄິວອາໂຄ໊ດ ຢູ່ຕາມຮ້ານຄ້າພາຍໃນປະເທດ, ໜ່ວຍງານບັດສາກົນເປີດເຜີຍໃນວັນທີ 22 ກໍລະກົດຜ່ານມາ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/23/bcel-unionpay-to-launch-qr-code-payment-service-in-laos/

ລັດຖະບານດຳເນີນບາດກ້າວເພື່ອເຈາະຕະຫຼາດການຄ້າຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ເປີດໄຟຂຽວໃຫ້ແກ່ບໍລິສັດຈີນ ໃນການພັດທະນາພື້ນຖານໂຄງລ່າງທີ່ກ່ຽວຂ້ອງເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນໃນຂະແໜງກະສິກຳ ເພື່ອຫວັງສົ່ງເສີມການສົ່ງອອກສິນຄ້າໄປປະເທດຈີນ.ບາດກ້າວດັ່ງກ່າວແມ່ນສ່ວວນໜຶ່ງຂອງການກະກຽມຂອງລັດຖະບານໃນການລົງທຶນກ່ຽວກັບເສັ້ນທາງລົດໄຟລາວ-ຈີນ ມູນຄ່າ 5.9 ຕື້ໂດລາ ເຊິ່ງຄາດວ່າຈະສຳເລັດພາຍໃນປີ 2021.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-takes-active-steps-penetrate-chinese-market-100655

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

KpYTe
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!