ເສດຖະກິດ ແລະ ການຄ້າ

ນັກທຸລະກິດ UAE ໝາຍຕາການລົງທຶນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດ BZG Asia Investment LLC (BZGAI) ຈາກປະເທດສະຫະລັດອາຣັບເອັມມິເຣັດ (UAE) ຮ່ວມກັບບໍລິສັດ 7TIC ສາກົນຈຳກັດ ຈະດຳເນີນການສຶກສາຄວາມເປັນໄປໄດ້ກ່ຽວກັບການລົງທຶນໃນປະເທດລາວ.ສອງບໍລິສັດດັ່ງກ່າວໄດ້ລົງນາມໃນບົດບັນທຶກການຮ່ວມສະມາຄົມ 5 ສະບັບທີ່ນະຄອນຫຼວງວຽງຈັນ ໃນວັນອັງຄານຜ່ານມານີ້, ໂດຍມີທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຮ່ວມເປັນສັກຂີພະຍານໃນພິທີລົງນາມດັ່ງກ່າວ.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/uae-businessman-eyeing-investment-laos-101669

ທະນາຄານແມນດິຣິ ທະນາຄານທີ່ໃຫຍ່ທີ່ສຸດຂອງອິນໂດເນເຊຍ ໝາຍຕາຕະຫຼາດໃນລາວ

ທະນາຄານແມນດິຣິ ທະນາຄານແຫ່ງລັດຂອງອິນໂດເນເຊຍໄດ້ສະແດງເຈດຈຳນົງໃນການເຂົ້າສູາຕະຫຼາດລາວ ແລະ ກຳປູເຈຍ.ທ່ານ ໂຣຮັນ ນາຟາສ ເລຂາທິການໃຫຍ່ຂອງທະນາຄານ ແມນດິຣິ ກ່າວວ່າ ທະນາຄານກຳລັງທຳການສຶກສາວິທີການທີ່ດີທີ່ສຸດໃນການເຈາະສອງຕະຫຼາດໃໝ່.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/07/indonesias-largest-bank-mandiri-eyes-lao-market/

ແຜນພັດທະນາການເປັນຜູ້ນຳເພື່ອສົ່ງເສີມຄວາມສຳເລັດທາງທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ການພັດທະນາການເປັນຜູ້ນຳທາງທຸລະກິດ ແມ່ນໜຶ່ງໃນແຜນບູລິມະສິດ ເພື່ອຈຸດປະສົງໃນການສ້າງການດຳເນີນທຸລະກິດໃນລາວໃຫ້ເຂັ້ມແຂງ, ປະສົບຜົນສຳເລັດ ແລະ ມີຄວາມຍືນຍົງຍິ່ງຂຶ້ນ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດສັງຄົມ.ເຈົ້າໜ້າທີ່ບໍລິຫາຈາກພາກສ່ວນລັດຖະບານ, ວິສາຫະກິດ ແລະ ຂະແໜງເອກະຊົນ ເຂົ້າຮ່ວມກອງປະຊຸມສຳມະນາມື້ວານນີ້ ທີ່ວຽງຈັນ ເພື່ອຮຽນຮູ້ກ່ຽວກັບການເປັນຜູ້ນຳທາງທຸລະກິດ ແລະ ວິທີການໃນການພັດທະນາແຜນເພື່ອການເປັນຜູ້ນຳດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/leadership-development-programme-promote-successful-business-101597

ຮ້ານແຕ່ງຜົມລາວລົງທຶນການຕະຫຼາດເພື່ອແຂ່ງຂັນກັບຮ້ານຕ່າງປະເທດ

ເຈົ້າຂອງຮ້ານແຕ່ງຜົມໃນນະຄອນວຽງຈັນ ອາດເປັນແມ່ຍິງລາວຄົນທຳອິດທີ່ເປີດສົງຄາມທຸລະກິດທີ່ໂຈ່ງແຈ້ງກັບຊ່າງເສີມສວຍແຕ່ງຜົມຕ່າງປະເທດທີ່ນັບມື້ນັບເພີ່ມຈຳນວນຂຶ້ນ.ນາງ ສາພາວັນ ຈັນທະລັກ ເຈົ້າຂອງຮ້ານແຕ່ງຜົມໂພນຕ້ອງ ເມືອງຈັນທະບູລີ ໄດ້ແຕ່ງປ້າຍໜ້າຮ້ານໃຫ້ມີສີສັນສົດໃສ, ທັງຂຶ້ນຂໍ້ຄວາມທີ່ສະດຸດຕາເພື່ອດຶງດູດລູກຄ້າໃຫ້ຮູ້ວ່ານີ້ແມ່ນຮ້ານຂອງຄົນລາວ. ລາວໄດ້ຂຶ້ນປ້າຍດັ່ງກ່າວມາຕັ້ງແຕ່ຊ່ວງຕົ້ນປີ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ທພລ ຮ່ວມມືກັບບໍລິສັດ KIWI ກ່ຽວກັບການເຄື່ອນໄຫວທາງການເງິນຜ່ານ Alipay

ວຽງຈັນ (ວຽງຈັນທາມສ໌/ANN) – ໃນອີກບໍ່ດົນ ບັນດານັກລົງທຶນ ແລະ ບໍລິສັດຈີນກໍຈະສາມາດເຄື່ອນໄຫວທາງການເງິນຜ່ານລະບົບການຈ່າຍເງິນ Alipay ໃນລາວໄດ້ແລ້ວ.ທະນາຄານພດທະນາລາວ (ທພລ) ໄດ້ເຮັດຂໍ້ຕົກລົງກັບບໍລິສັດ KIWI ຈຳກັດໃນວັນທີ 30 ກໍລະກົດທີ່ຜ່ານມາກ່ຽວກັບການໃຫ້ບໍລິການດັ່ງກ່າວ.ບໍລິສັດ KIWI  ແມ່ນຜູ້ໃຫ້ບໍລິການກ່ຽວກັບເທັກໂນໂນຢີທາງການເງິນຊັ້ນນຳໃນອາຊີຕາເວັນອອກສຽງໃຕ້ ແລະ ໃຫ້ບໍລິການລະບົບການຈ່າຍເງິນແບບບໍ່ໃຊ້ເງິນສົດສຳລັບລູກຄ້າ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/ldb-partners-kiwi-transactions-through-alipay-101455

ລາວຫຼຸດຜ່ອນຂັ້ນຕອນທີ່ບໍ່ຈຳເປັນເພື່ອສ້າງຄວາມສະດວກໃນການດຳເນີນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຈຳນວນຂັ້ນຕອນ ແລະ ໄລຍະເວລາໃນການປະມວນເອກະສານໄດ້ມີການຫຼຸດຜ່ອນລົງຢ່າງຈະແຈ້ງ ເພື່ອສ້າງຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ, ເຊິ່ງລັດຖະບານໄດ້ເດີນໜ້ານະໂຍບາຍເພື່ອເພີ່ມຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ແລະ ເພື່ອດຶງດູດການລົງທຶນເພື່ອຂັບເຄື່ອນການຂະຫຍາຍຕົວ.ລາວໄດ້ສ້າງຄວາມຄືບໜ້າຢ່າງເປັນຮູບປະທຳ ນັບແຕ່ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງແນະນຳເລກທີ 2 ເພື່ອແນໃສ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/red-tape-slashed-ease-business-operations-101330

ຂະແໜງເອກະຊົນຂອງລາວບໍ່ຂະຫຍາຍຕົວຕາມແຜນ

ວຽງຈັນ (ວຽງຈັນທາມສ໌/ANN) – ການລົງທຶນຂອງວິສາຫະກິດເອກະຊົນທັງພາຍໃນ ແລະ ຕ່າງປະເທດບໍ່ຂະຫຍາຍຕົວຕາມແຜນ ເຖິງວ່າລັດຖະບານຈະເພີ່ມມາດຕະການເພື່ອສົ່ງເສີມການຂະຫຍາຍຕົວຂອງຂະແໜງເອກະຊົນ ແລະ ຮັກສາລະດັບການຂະຫຍາຍຕົວຂອງເສດຖະກິດ.ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ ຫວ່າງໝໍ່ໆມານີ້ວ່າ ໃນຊ່ວງຫົກເດືອນທຳອິດຂອງປີນີ້ ບໍລິສັດເອກະຊົນໄດ້ມີການລົງທຶນໃນ 1,266 ໂຄງການ, ເຊິ່ງມີທຶນຈົດທະບຽນລວມ US$3.6 ຕື້ໂດລາ.ເຖິງຢ່າງໃດກໍຕາມ, ທຶນໃນຕົວຈິງທີ່ມີການໂອນຜ່ານລະບົບທະນາຄານມີພຽງ US$1.09 ຕື້ໂດລາ, ຊຶ່ງທຽບເທົ່າກັບ 40 ເປີເຊັນຂອງເປົ້າໝາຍສຳລັບປີນີ້.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/private-sector-investment-goes-boil-101259

ບໍລິສັດເກົາຫຼີໃຕ້ຊອກຫາຄູ່ຮ່ວມງານທາງການຄ້າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຕາງໜ້າຈາກ 14 ບໍລິສັດຈາກແຂວງຈອນນຳ ປະເທດເກົາຫຼີໃຕ້ ຮ່ວມພົບປະກັບຜູ້ປະກອບການລາວໃນມື້ວານນີ້ ເພື່ອຫາລືກ່ຽວກັບໂອກາດໃນການຮ່ວມມື ແລະ ການຂະຫຍາຍທຸລະກິດ.ກອງປະຊຸມກັບສະມາຄົມການຄ້າຈອນນຳ ໄດ້ຈັດຂຶ້ນຢູ່ທີ່ໂຮງແຮມຄຣາວພລາຊາ ວຽງຈັນ ໂດຍອົງການສົ່ງເສີມການຄ້າການລົງທຶນເກົາຫຼີໃຕ້ (KOTRA) ແລະ ພະແນກການຄ້າຂອງສະຖານທູດເກົາຫຼີໃຕ້ປະຈຳລາວ.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ
http://annx.asianews.network/content/south-korean-companies-seek-trade-partners-laos-101262

ຊາວຄ້າຂາຍໄດ້ຮັບຜົນກະທົບຈາກການຈຳກັດການນຳເຂົ້າສິນຄ້າຜ່ານດ່ານຊາຍແດນສູ່ປະເທດຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວຄ້າຂາຍຢູ່ແຂວງພາກເໜືອຂອງລາວໃນປະຈຸບັນ ມີທາງເລືອກທີ່ໜ້ອຍລົງໃນການນຳສິນຄ້າເຂົ້າສູ່ປະເທດຈີນ ຫຼັງຈາກທີ່ເຈົ້າໜ້າທີ່ຈີນໄດ້ມີການສັ່ງຫ້າມການນຳເຂົ້າສິນຄ້າຢູ່ຕາມດ່ານຊາຍແດນທ້ອງຖິ່ນ.ສິນຄ້າທຸກໆປະເພດ ລວມທັງສິນຄ້າກະເສດ ແມ່ນສາມາດນຳເຂົ້າສູ່ປະເທດຈີນຜ່ານດ່ານຊາຍແດນສາກົນຫຼັກຢູ່ທີ່ເມືອງບໍ່ເຕັນ ແຂວງຫຼວງນ້ຳທາເທົ່ານັ້ນ, ຕາມເຈົ້າໜ້າທີ່ອຸດສາຫະກຳ ແລະ ການຄ້າຂອງລາວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/traders-suffer-after-curb-import-entry-points-china-101193

ລາວລົບລ້າງຂໍ້ປັດໄຈທີ່ສ້າງຄວາມບໍ່ສະດວກຕໍ່ສະພາບແວດລ້ອມການລົງທຶນໃນປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະດຳເນີນບາດກ້າວ ເພື່ອຍົກລະດັບດັດສະນີຄວາມສະດວກໃນການດຳເນີນທຸລະກິດ (EDB) ຂອງລາວຂອງທະນາຄານໂລກ ພາຍໃນຊ່ວງໄລຍະທີ່ເຫຼືອຂອງປີນີ້, ເພື່ອການປັບປຸງສະພາບແວດລ້ອມການລົງທຶນໃນລາວ.ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ລັດຖະບານຈະເລັ່ງຄວາມພະຍາຍາມໃນການຈັດການກັບຂໍ້ປັດໄຈທີ່ບໍ່ສ້າງຄວາມຄືບໜ້າຕາມທີ່ຄາດໝາຍ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-zeroes-indicators-delaying-country%E2%80%99s-investment-climate-101191

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Bwr5f
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!