ເສດຖະກິດ ແລະ ການຄ້າ

ທພລ ຈະເສີມຂະຫຍາຍການຮ່ວມມືກັບຄູ່ຮ່ວມງານສາກົນ

ວຽງຈັນ (ວຽງຈັນທາມສ໌/ANN) – ຄົນລາວ ແລະ ຕ່າງປະເທດສາມາດນຳໃຊ້ການບໍລິການຈ່າຍເງິນຜ່ານ Alipay ໄດ້ແລ້ວທີ່ທະນາຄານພັດທະນາລາວ (ທພລ). ນອກຈາກນີ້ ທາງທະນາຄານຍັງກະກຽມທີ່ຈະເສີມຂະຫຍາຍການຮ່ວມມືກັບບັນດາຄູ່ຮ່ວມງານສາກົນໃນຕ່າງປະເທດ ແລະ ຄາດວ່າຈະກ້າວເຂົ້າສູ່ຕະຫຼາດຫຼັກຊັບໃນອະນາຄົດຕໍ່ໜ້າ.ທພລ ໄດ້ມີການຮ່ວມມືກັບບໍລິສັດ UnionPay ແລະ Alipay ຂອງຈີນ, ເຊິ່ງເປັນຜູ້ນຳດ້ານເທັກໂນໂລຢີການເງິນດັ່ງກ່າວ, ແລະ ສາຂາສະຖາບັນການເງິນຕ່າງປະເທດ ແລະ ໜ່ວຍປະກອບການຂອງທະນາຄານຈີນໃນລາວ, ສຳລັບການເຄື່ອນໄຫວແລກປ່ຽນເງິນກີບ ແລະ ເງິນຢວນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/ldb-enhance-collaboration-international-partners-102041

ທ່າອ່ຽງດ້ານເສດຖະກິດຂອງລາວຍັງຄົງສົດໃສ: ອົງການ IMF

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການກອງທຶນການເງິນສາກົນ (IMF) ຄາດວ່າທ່າອ່ຽງການຂະຫຍາຍຕົວດ້ານເສດຖະກິດຂອງລາວມີແນວໂນ້ມທີ່ດີໃນຊຸມປີຕໍ່ໜ້າ ເຖິງຈະຜະເຊີນກັບຂໍ້ຫຍຸ້ງຍາກໃນປະຈຸບັນ. ສະຖານບັນການເງິນສາກົນໄດ້ເປີດເຜີຍຕົວເລກຄາດຄະເນເສດຖະກິດໃນອາທິດແລ້ວນີ້ ເຊິ່ງເປັນສ່ວນໜຶ່ງຂອງການປະຊຸມຫາລືກັບປະເທດສະມາຊິກຕາມມາດຕາ 4 (Article 4 Consultation) ກ່ຽວກັບພາລະກິດຂອງ ສປປ ລາວ, ເຊິ່ງຈັດຂຶ້ນຢູ່ວຽງຈັນໃນເດືອນພຶດສະພານີ້.ການຄາດຄະເນສະແດງໃຫ້ເຫັນວ່າ ການລົງທຶນຂອງຂະແໜງເອກະຊົນຢ່າງຕໍ່ເນື່ອງ, ການເພີ່ມຂຶ້ນຂອງການສົ່ງອອກກະແສໄຟຟ້າ ແລະ ການສຳເລັດໂຄງການເສັ້ນທາງລົດໄຟລາວ-ຈີນ ຈະຊ່ວຍສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດໃຫ້ໄປເຖິງ 7 ເປີເຊັນໃນໄລຍະກາງ.ອ່ານຕໍ່  ...

ເອກະພອນ ພູທອນສີ
http://annx.asianews.network/content/laos%E2%80%99-economic-prospects-remain-bright-imf-102035

ສິ່ງທີ່ເປັນອຸປະສັກຕໍ່ການເຄື່ອນໄຫວທຸລະກິດຂອງ SMEs ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຜົນການສຳຫຼວດຂອງທະນາຄານໂລກສະແດງໃຫ້ເຫັນວ່າ ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃນລາວພວມຜະເຊີນກັບອຸປະສັກຕ່າງໆ, ນັບແຕ່ຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນ, ການແຂ່ງຂັນທຸລະກິດຢ່າງບໍ່ເປັນທາງການ ແລະ ຄວາມຂັດຂ້ອງຂອງພະລັງງານໄຟຟ້າ.ການເຂົ້າເຖິງແຫຼ່ງທຶນໃນຊ່ວງສອງປີຜ່ານມາຍິ່ງມີຄວາມຫຍຸ້ງຍາ, ຕາມການສຳຫຼວດຂອງທະນາຄານໂລກ.ບັນຫານີ້ອາດມາຈາກການສົມທົບຂອງຫຼາຍປັດໃຈ ເຊັ່ນ ການເພີ່ມຄວາມລະມັດລະວັງຕໍ່ຄວາມສ່ຽງໃນການປ່ອຍກູ້ຂອງຂະແໜງທະນາຄານ, ການຂາດການວາງແຜນ ແລະ ຄຸ້ມຄອງທຸລະກິດ ແລະ ການເງິນທີ່ເໝາະສົມໃນທຸລະກິດ SMEs, ຄວາມຮູ້ທາງການເງິນທີ່ຕ່ຳ, ການຂາດຄວາມຫຼາກຫຼາຍດ້ານການບໍລິການທາງການເງິນສຳລັບ SMEs ໂດຍສະເພາະໃນເຂດຊົນນະບົດ, ແລະ ອັດຕາດອກເບ້ຍທີ່ສູງ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/constraints-lao-smes-obstruct-business-operations-101968

ສະພາທຸລະກິດສະຫະລັດ-ອາຊຽນແນະນຳວິທີການເພື່ອດຶງດູດການລົງທຶນຈາກຕ່າງປະເທດ

ວໍຊິງຕັນ ດີຊີ/ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລະດັບສູງຈາກສະພາທຸລະກິດສະຫະລັດ-ອາຊຽນຂອງສະຫະລັດ ໄດ້ແນະນຳໃຫ້ບໍລິສັດທຸລະກິດລາວຮ່ວມມືກັບບໍລິສັດໃນອາຊຽນເພື່ອດຶງດູດນັກລົງທຶນຈາກທົ່ວໂລກໃຫ້ຫຼາຍຂຶ້ນ.ທ່ານ ມາກ ມີລີ ຮອງປະທານດ້ານນະໂຍບານການຕ່າງປະເທດຂອງສະພາກ່າວໃນອາທິດແລ້ວນີ້ວ່າ ແຕ່ລະປະເທດລ້ວນແລ້ວແຕ່ມີຜະລິດຕະພັນທີ່ເປັນທ່າແຮງຂອງປະເທດຕົນໃນການດຶງດູດການລົງທຶນຈາກຕ່າງປະເທດ. ແຕ່ວ່າປະເທດທີ່ມີເສດຖະກິດນ້ອຍຄວນຮ່ວມມືກັນເພື່ອສົ່ງເສີມການລົງທຶນໃນປະເທດຕົນ.ອ່ານຕໍ່ ...

ໄຊຊະນະ ລືໄກ
http://annx.asianews.network/content/us-asean-business-council-advises-ways-attract-foreign-investment-101967

ບໍລິສັດ ແບນໂດ ເດັນເຊັນ ຜູ້ຜະລິດເຄເບິນລົດໄຟຟ້າປະເທດຍີ່ປຸ່ນເປີດໂຮງງານຢູ່ລາວ

ບໍລິສັດ ແບນໂດ ເດັນເຊັນ ຜູ້ຜະລິດເຄເບິນປະເທດຍີ່ປຸ່ນເປີດໂຮງງານຢູ່ລາວ, ຮ່ວມກັບກຸ່ມນັກລົງທຶນທີ່ເພີ່ມທະວີການລົງທຶນໃນພາກພື້ນອາຊີຕາເວັນອອກສຽງໃຕ້ ທ່າມກາງຄວາມຕ້ອງການລົດໄຟຟ້າທີ່ເພີ່ມຂຶ້ນ.ບໍລິສັດດັ່ງກ່າວຈະຄ່ອຍໆສ້າງຄວາມເຂັ້ມແຂງໃຫ້ແກ່ການດຳເນີນທຸລະກິດໃນທ້ອງຖິ່ນ ແລະ ພາຍໃຕ້ຄ່າແຮງງານທີ່ຖືກກວ່າ ແລະ ເຄືອຂ່າຍການຈຳໜ່າຍທີ່ສ້າງໂດຍບໍລິສັດສາຂາໃນລາວ. ນອກນີ້ຍັງຈະມີການພິຈາລະນາການສົ່ງອອກສິນຄ້າຈາກລາວໄປຍີ່ປຸ່ນ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/13/japanese-electronic-vehicle-cable-manufacturer-bando-opens-factory-in-laos/

ລາວຕ້ອງຂົນສົ່ງສິນຄ້າຜ່ານຖ້ຽວລົດໄຟຂ້າມຊາຍແດນໃຫ້ຫຼາຍຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ການບໍລິການຂົນສົ່ງສິນຄ້າທາງລົດໄຟຂ້າມຊາຍແດນທີ່ຫາກໍ່ເປີດໂຕ ຕ້ອງການການຂົນສົ່ງສິນຄ້າຈາກລາວໄປໄທທີ່ເພີ່ມຂຶ້ນເພືື່ອຄວາມສຳເລັດທາງທຸລະກິດ.ຂະບວນລົດໄຟດັ່ງກ່າວສາມາດຂົນສົ່ງສິນຄ້າ 10 ເຖິງ 20 ຕູ້ເຂົ້າ ແລະ ອອກປະເທດ, ແຕ່ວ່າປະເທດລາວມີຈຳນວນຜູ້ສົ່ງອອກໜ້ອຍກວ່າຈຳນວນຜູ້ນຳເຂົ້າ. ນີ້ແມ່ນບັນຫາທີ່ພາກສ່ວນທີ່ກ່ຽວຂ້ອງຕ້ອງຮ່ວມກັນແກ້ໄຂ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/more-lao-cargo-needed-fill-cross-border-freight-train-101904

ການຂະຫຍາຍຕົວທາງດ້ານເສດຖະກິດຂອງລາວຟື້ນໂຕ ແຕ່ຍັງຕ້ອງການການປະຕິຮູບໃນຂັ້ນຕໍ່ໄປ: ທະນາຄານໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານໂລກສະແດງທ່າທີທີ່ດີກ່ຽວກັບການຂະຫຍາຍຕົວທາງດ້ານເສດຖະກິດຂອງລາວ, ເຊິ່ງຄາດວ່າຈະກັບມາສູ່ລະດັບ 6.5 ເປີເຊັນໃນປີ 2019, ເພີ່ມຂຶ້ນຈາກລະດັບ 6.3 ເປີເຊັນໃນປີຜ່ານມາ.ເຖິງວ່າງົບປະມານຂອງປະເທດຈະຢູ່ໃນສະພາບເຄັ່ງຕຶງຕໍ່ເນື່ອງ, ການຟື້ນຕົວດັ່ງກ່າວຄາດວ່າຈະໄດ້ຮັບການຊຸກຍູ້ຈາກການລົງທຶນທີ່ເຂັ້ມແຂງໃນໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ ເຊັ່ນ ໂຄງການທາງລົດໄຟລາວ-ຈີນ, ຕາມບົດລາຍງານ Lao Economic Monitor ຫຼ້າສຸດຂອງທະນາຄານໂລກທີ່ມີການເປີດໂຕວານນີ້.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/economic-growth-rebounding-further-reform-needed-world-bank-101902

ສະຫະລັດປະກາດນຳໃຊ້ຍຸດທະສາດອິນໂດ-ປາຊິຟິກ ທ່າມກາງການຖົດຖອຍຂອງເສດຖະກິດໃນບັນດາປະເທດກຳລັງພັດທະນາ

ວໍຊິງຕັນ ດີຊີ. (ວຽງຈັນທາມສ໌) – ເຈົ້າໜ້າທີ່ການນຳຂອງສູນກາງຄະນະກຳມາທິການຄົ້ນຄວ້າຍຸດທະສາດດ້ານເສດຖະກິດອາຊີສາກົນຂອງສະຫະລັດ ໄດ້ແນະນຳໃຫ້ບັນດາປະເທດກຳລັງພັດທະນາຮ່ວມມືກັນຢ່າງໃກ້ຊິດ ເພື່ອຫຼຸດຜ່ອນຜົນກະທົບຈາກສົງຄາມການຄ້າລະຫວ່າງຈີນ ແລະ ສະຫະລັດ.ເສດຖະກິດຂອງບັນດາປະເທດກຳລັງພັດທະນາພວມໄດ້ຮັບຜົນກະທົບຈາກການຂັດແຍ່ງທາງການຄ້າຢ່າງຕໍ່ເນື່ອງລະຫວ່າງປະເທດມະຫາອຳນາດທາງດ້ານເສດຖະກິດຂອງໂລກ.ອ່ານຕໍ່ ...

ໄຊຊະນະ ລືໄກ
http://annx.asianews.network/content/us-introduces-indo-pacific-strategy-amid-economic-slowdown-developing-countries-101860

ທະນາຄານແຫ່ງລັດແນະນຳໃຫ້ເພີ່ມຄວາມເຂັ້ມງວດກັບໜ່ວຍແລກປ່ຽນເງິນຕາ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (BOL) ບໍ່ຄວນຈະອອກພຽງແຕ່ຄຳເຕືອນຕໍ່ໜ່ວຍແລກປ່ຽນເງິນຕາຕ່າງປະເທດທີ່ບໍ່ປະຕິບັດຕາມລະບຽບການກ່ຽວກັບເງິນຕາ, ເຈົ້າໜ້າທີ່ການນຳຂອງສະພານການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວກ່າວວານນີ້.ຄຳເຫັນດັ່ງກ່າວໄດ້ມີຂຶ້ນໃນລະຫວ່າງກອງປະຊຸມປຶກສາຫາລືລະຫວ່າງຕາງໜ້າຈາກໜ່ວຍງານລັດ ແລະ ຂະແໜງເອກະຊົນໃນນະຄອນຫຼວງວຽງຈັນໃນວັນອັງຄານຜ່ານມາ ເພື່ອຫາລືກ່ຽວກັບອັດຕາແລກປ່ຽນ ແລະ ຫົວຂໍ້ອື່ນໆທີ່ກ່ຽວຂ້ອງກັບການບໍລິການສາທາລະນະເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/bank-laos-advised-more-strictly-regulate-money-changers-101752

ລັດຖະບານອອກພັນທະບັດເພື່ອຮັບມືກັບການຂາດດູນງົບປະມານ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະພະຍາຍາມເພີ່ມການຂາຍພັນທະບັດພາຍໃນປະເທດໃນສະກຸນເງິນທ້ອງຖິ່ນ ເພື່ອແກ້ໄຂການຂາດດູນງົບປະມານ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບຕະຫຼາດທຶນແຫ່ງຊາດ.ໃນຊ່ວງຫ້າເດືອນຜ່ານມານີ້ ລັດຖະບານສາມາດຂາຍພັນທະບັດພາຍໃນປະເທດມູນຄ່າ 1.13 ພັນຕື້ກີບ, ທຽບເທົ່າກັບ 28.89 ເປີເຊັນຂອງມູນຄ່າເປົ້າໝາຍຕາມແຜນປີ 2019, ຕາມບົດລາຍງານຫຼ້າສຸດຂອງກະຊວງການເງິນ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-issue-bonds-tackle-fiscal-deficit-101751

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

RV9Zv
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!