ເສດຖະກິດ ແລະ ການຄ້າ

ລາວຊະນະການຟ້ອງຮ້ອງນັກລົງທຶນຕ່າງຊາດໃນການໄກ່ເກ່ຍຄະດີສະຖານກາຊີໂນ

ລາວຊະນະນັກລົງທຶນຕ່າງຊາດໃນການໄກ່ເກ່ຍຄະດີຂອງສານສາກົນ ກ່ຽວກັບອຸດສາຫະກຳກາຊີໂນ.ສານສູນແກ້ໄຂຂໍ້ຂັດແຍ່ງດ້ານການລົງທຶນສາກົນ (ICSID) ໄດ້ຕັດສິນຄະດີທີ່ຍື່ນຟ້ອງໂດຍບໍລິສັດ Lao Holdings NV (LHNV) ຂອງເນເທີແລນ ທີ່ຟ້ອງຮ້ອງລັດຖະບານລາວ ໂດຍກ່າວຫາວ່າລາວລະເມີດສັນຍາການລົງທຶນພາຄີລະຫວ່າງເນທີແລນ ແລະ ລາວ.ທາງສານກ່າວວ່າ ບໍລິສັດ LHNV “ບໍ່ມີນ້ຳໜັກພໍໃນການພິສູດ” ສຳລັບຄະດີດັ່ງກ່າວ ແລະ ສັ່ງໃຫ້ບໍລິສັດຈ່າຍເງິນເພີ່ມເຕີມໃຫ້ແກ່ລັດຖະບານລາວຈຳນວນ 481,623 ໂດລາ ເພື່ອເປັນສ່ວນເພີ່ມເຕີມຂອງເງິນລ່ວງໜ່້າຂອງລັດຖະບານໃຫ້ແກ່ກອງທຶນ ICSID.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/23/laos-wins-case-against-foreign-investors-in-casino-arbitration/

ສູນບໍລິການໃຫ້ຄຳປຶກສາແຂວງຈຳປາສັກຈະສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດແຂວງພາກໃຕ້

ວຽງຈັນ (ວຽງຈັນທາມສ໌) – ສູນບໍລິການທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງແຂວງຈຳປາສັກ (SSC) ມີເປົ້າໝາຍແນໃສ່ສ້າງຄາມເຂັ້ມແຂງດ້ານຄວາມສາມາດຂອງທຸລະກິດ SMEs ແຂວງພາກໃຕ້ ເພື່ອເລັ່ງໃສ່ການຂະຫຍາຍທຸລະກິດ ແລະ ເພີ່ມທະວີການແຂ່ງຂັນທຸລະກິດໃນພາກ.ສູນດັ່ງກ່າວໄດ້ມີການເປີດບໍລິການຢ່າງເປັນທາງການໃນວັນພຸດນີ້. ເຂົ້າຮ່ວມເປັນກຽດໃນພິທີດັ່ງກ່າວມີທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບົວສອນ ວົງສອງກອນ ຮອງເຈົ້າແຂວງແຂວງຈຳປາສັກ, ແລະ ຜູ້ຕາງໜ້າຈາກຫ້ອງການການຄ້າ ແລະ ອຸດສາຫະກຳແຂວງຈຳປາສັກ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/champassak-advisory-centre-strengthen-business-southern-provinces-102511

ລາວ, ຫວຽດນາມມີເປົ້າໝາຍຂະຫຍາຍການຄ້າພາຄີຂຶ້ນ 15%

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມຫວັງຂະຫຍາຍການຄ້າພາຄີຂຶ້ນປະມານ 10 ເຖິງ 15 ເປີເຊັນໃນປີ 2019, ເຊິ່ງມູນຄ່າການຄ້າລວມຂອງປີຜ່ານມາແມ່ນຢູ່ທີ່ US$1.03 ຕື້ໂດລາ.ຕົວເລກການຄ້າຂອງປິກາຍແມ່ນລື່ນຄາດໝາຍປະມານ 10 ເປີເຊັນ. ມູນຄ້າການຄ້າສອງຝ່າຍລະຫວ່າງລາວ ແລະ ຫວຽດນາມໃນຊ່ວງເຈັດເດືອນຂອງປີ 2019 ຂຶ້ນສູ່ລະດັບ US$663.76 ລ້ານໂດລາ, ເພີ່ມຂື້ນເກືອບ 13 ເປີເຊັນທຽບກັບໄລຍະດຽວກັນຂອງປີກາຍ, ຕາມບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-vietnam-target-15-increase-bilateral-trade-102305

ຜູ້ປະກອບການໜຸ່ມລາວສັນຫາການເພີ່ມທະວີການລົງທຶນຈາກນັກທຸລະກິດພາຄີກຳປູເຈຍ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກທຸລະກິດລາວໄດ້ເຊື້ອເຊີນໃຫ້ນັກທຸລະກິດຄູ່ພາຄີຈາກກຳປູເຈຍ ເພີ່ມທະວີການລົງທຶນ ແລະ ເຮັດທຸລະກິດໃນລາວ ເພື່ອສົ່ງເສີມການລົງທຶນດ້ານການຄ້າ ແລະ ການປະກອບທຸລະກິດລະຫວ່າງສອງຊາດ.ການຮ່ວມມືດັ່ງກ່າວຈະຊ່ວຍໃຫ້ຜູ້ປະກອບການໜຸ່ມລາວ ແລະ ກຳປູເຈຍສ້າງເຄືອຂ່າຍເພື່ອການຮ່ວມມື ແລະ ການດຳເນີນທຸລະກິດໃນອະນາຄົດ ເພື່ອຂະຫຍາຍທຸລະກິດຂອງຕົນ, ທ່ານ ປອ ຄຳແສນ ສີສະຫວົງ ປະທານສະມາຄົມນັກທຸລະກິດໜຸ່ມລາວ (YEAL), ກ່າວໃນລະຫວ່າງກອງປະຊຸມການຈັບຄູ່ທາງດ້ານທຸລະກິດລະຫວ່າງ YEAL ແລະ ສະມາຄົມນັກທຸລະກິດໜຸ່ມກຳປູເຈຍ ທີ່ນະຄອນວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/young-lao-entrepreneurs-seek-more-investment-cambodian-counterparts-102229

ລາວວາງແຜນການປະຕິຮູບລະບຽບການເພື່ອສົ່ງເສີມການຄ້າໃນພື້ນທີ່ຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າຈະສືບຕໍ່ຄວາມພະຍາຍາມໃນການປັບປຸງ ຫຼື ລົບລ້າງມາດຕະການ ແລະ ລະບຽບການທີ່ບໍ່ຈຳເປັນ ກ່ຽວກັບການສົ່ງອອກ ແລະ ນຳເຂົ້າສິນຄ້າເພື່ອສົ່ງເສີມການຄ້າລະຫວ່າງຊາຍແດນ.ເຈົ້າໜ້າທີ່ຮັບຜິດຊອບການອຳນວຍຄວາມສະດວກດ້ານການຄ້າ ໄດ້ເຂົ້າຮ່ວມປະຊຸມທີ່ນະຄອນວຽງຈັນໃນອາທິດແລ້ວນີ້ ໃນກອງປະຊຸມເລຂາທິການຄະນະກຳມະການອຳນວຍຄວາມສະດວກດ້ານການຄ້າຊຸດທີ 2 ເພື່ອປະເມີນຜົນສຳເລັດໃນໄລຍະຜ່ານມາຜ່ານການປະຕິຮູບດ້ານລະບຽບການ. ກອງປະຊຸມດັ່ງກ່າວຍັງໄດ້ສະແດງຄວາມຄືບໜ້າໃນການດຳເນີນງານຂອງຄະນະກຳມະການ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-plans-regulatory-reforms-boost-trade-border-crossings-102230

ຄວາມເຄັ່ງຕຶງດ້ານການຄ້າໄດ້ສ້າງຄວາມບໍ່ແນ່ນອນ ແລະ ໂອກາດສຳລັບປະເທດລາວ: ຕາມຜູ້ຊ່ຽວຊານຂອງ ANZ 

ວຽງຈັນ (ວຽງຈັນທາມສ໌/ANN) – ສະຖານະການຄວາມເຄັ່ງຕຶງດ້ານການຄ້າທີ່ມີຢ່າງຕໍ່ເນື່ອງ ບໍ່ພຽງແຕ່ສ້າງຄວາມບໍ່ແນ່ນອນໃນທົ່ວໂລກ ແຕ່ຍັງສ້າງໂອກາດທອງສຳລັບປະເທດລາວ ໃນຖານະເປັນປະເທດທີ່ມີທ່າແຮງທາງດ້ານສິນຄ້າກະສິກຳ ທ່າມກາງຄວາມຕ້ອງການຂອງຕະຫຼາດຕ່າງປະເທດທີ່ເພີ່ມສູງຂຶ້ນ, ຕາມຜູ້ຊ່ຽວຊານລະດັບສູງຂອງ ANZ.ໃນລະຫວ່າງບົດສະເໜີແບບເຈາະເລິກວານນີ້ໃນກອງປະຊຸມກ່ຽວກັບອາຫານ, ເຄື່ອງດື່ມ ແລະ ທຸລະກິດການກະເສດ 2019 ທີ່ນະຄອນວຽງຈັນ, ທ່ານ ແພັດທຼິກ ວິສ໌ໂຊນ ຫົວໜ້າພະແນກອາຫານ, ເຄື່ອງດື່ມ ແລະ ທຸລະກິດການກະເສດຂອງ ANZ ກ່າວວ່າ ປະເທດລາວມີໂອກາດໃນດ້ານຕະຫຼາດຊີ້ນສັດເຊັ່ນ ຊິ້ນໝູ ແລະ ຊີ້ນງົວ ແລະ ໝາກໄມ້ປະເພດຕ່າງໆ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/trade-tensions-create-uncertainty-opportunity-laos-anz-expert-102113

ອັດຕາເງິນເຟີ້ຂອງລາວເພີ່ມຂຶ້ນເປັນ 3% ໃນເດືອນກໍລະກົດ

ວຽງຈັນ (ວຽງຈັນທາມສ໌/ANN) – ຕົວເລກດັດສະນີລາຄາຜູ້ບໍລິໂພກ (CPI) ຂອງລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຖິງວ່າລັດຖະບານໄດ້ເພີ່ມມາດຕະການເພື່ອຈັດການກັບລາຄາສິນຄ້າໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ.ຕາມຂໍ້ມູນຈາກສູນສະຖິຕິແຫ່ງຊາດ, ຄ່າ CPI ໄດ້ແຕະລະດັບ 107.64 ຈຸດໃນເດືອນກໍລະກົດ, ເຮັດໃຫ້ອັດຕາເງິນເຟີ້ປະຈຳປີເພີ້ມເປັນ 3 ເປີເຊັນທຽບກັບໄລຍະດຽວກັນຂອງປີຜ່ານມາ.ເງິນເຟີ້ຂອງລາວມີການເພີ່ມຂຶ້ນມາຕັ້ງແຕ່ເດືອນມິນາຂອງປີນີ້, ເຊິ່ງໄດ້ຮັບຜົນກະທົບຈາກປັດໄຈທີ່ກ່ຽວຂ້ອງກັບໄພທຳມະຊາດເຊັ່ນ ໄພນ້ຳຖ້ວມ ແລະ ແຫ້ງແລ້ງ ແລະ ການລະບາດຂອງສັດຕູພືດ ແລະ ພະຍາດ, ເຊິ່ງທຳລາຍພືດພັນເຄື່ອງປູກ ແລະ ທຳລາຍສັດລ້ຽງ. ເຊິ່ງສົ່ງຜົນໃຫ້ເກີດການຂາດແຄນໃນການການສະໜອງສະບຽງອາຫານຕົ້ນຕໍບາງປະເພດ, ແລະ ຄວາມຕ້ອງການຂອງຕະຫຼາດເຮັດໃຫ້ລາຄາສິນຄ້າເພີ່ມສູງຂຶ້ນ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/inflation-rate-jumps-3-july-102115

LNCCI,​ ທະນາຄານລົງນາມໃນຂໍ້ຕົກລົງເພື່ອປັບປຸງການເຂົ້າເຖິງແຫຼ່ງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ໄດ້ລົງນາມໃນຂໍ້ຕົກລົງຮ່ວມກັບທະນາຄານພານິດແປດແຫ່ງ ເພື່ອສະໜັບສະໜູນວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການທຸລະກິດໃນລາວຜ່ານການເຂົ້າເຖິງແຫຼ່ງທຶນ.ຂໍ້ຕົກລົງການຮ່ວມມືດັ່ງກ່າວໄດ້ມີການລົງນາມຢູ່ວຽງຈັນລະຫວ່າງ LNCCI ແລະ ຕາງໜ້າຈາກທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານພັດທະນາລາວ (LDB), ທະນາຄານລາວ-ຫວຽດ ຈຳກັດ, ທະນາຄານລາວຈີນ ຈຳກັດ, ທະນາຄານເອຊິລິດາ ຈຳກັດ, ທະນາຄານໄຊງ່ອນທູງຕິນລາວຈຳກັດ, ທະນາຄານເອັສ໌ທີ ຈຳກັດ ແລະ ທະນາຄານລາວຝຣັ່ງຈຳກັດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lncci-banks-sign-agreement-improve-access-finance-102114

ແມງໄມ້ທີ່ກິນໄດ້ສາມາດເປັນທຸລະກິດທີ່ຂະຫຍາຍຕົວໃນລາວໃນອະນາຄົດແທ້ບໍ່?

ແມງໄມ້ທີ່ກິນໄດ້ ໄດ້ສ້າງຄວາມສົນໃຈໃນເວທີສາກົນໃນປີ 2013, ເມື່ອອົງການອາຫານ ແລະ ການກະເສດ (FAO) ໄດ້ເຜີຍແຜ່ບົດລາຍງານ ເຊິ່ງຢັ້ງຢືນວ່າແມງໄມ້ອາດເປັນຊ່ອງທາງໜຶ່ງໃນການແກ້ໄຂບັນຫາການຂາດແຄນດ້ານສະບຽງອາຫານຂອງໂລກ.ໃນນີ້​ ອົງການ FAO ໄດ້ໃຫ້ຂໍ້ສັງເກດວ່າ ແມງໄມ້ເປັນສິນຄ້າອາຫານໃນຍາມສຸກເສີນ ທ່າມກາງບັນຫາທີ່ເກີດຂຶ້ນໃນສັດຕະວັດທີຊາວເອັດເນື່ອງຈາກຄ່າອາຫານທາດຊີ້ນທີ່ເພີ່ມສູງຂຶ້ນ, ຄວາມບໍ່ໝັ້ນຄົງຂອງສິນຄ້າສະບຽງອາຫານ, ຄວາມກົດດັນຕໍ່ສິ່ງແວດລ້ອມ ແລະ ການຂະຫຍາຍຕົວຂອງປະຊາກອນ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/15/could-edible-insects-be-the-next-big-industry-for-laos/

ທະນາຄານໂລກຊຸກຍູ້ໃຫ້ລາວປ່ອຍຄ່າເງິນກີບໃຫ້ເປັນໄປຕາມກົນໄກຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານໂລກໄດ້ແນະນຳໃຫ້ປະເທດລາວປ່ອຍຄ່າເງິນຕາຂອງຕົນໃຫ້ເປັນໄປຕາມກະແສຂອງຕະຫຼາດ ໃນຂະນະທີ່ປະເທດຕ່າງໆໄດ້ມີການປະກາດຫຼຸດອັດຕາດອກເບ້ຍ ທ່າມກາງສົງຄາມການຄ້າລະຫວ່າງສະຫະລັດ ແລະ ຈີນ.ທ່ານ ສົມນຶກ ດາວວະດິງ ນັກເສດຖະສາດລະດັບສູງຂອງທະນາຄານໂລກ ໄດ້ໃຫ້ຄຳແນະນຳດັ່ງກ່າວໃນການເປີດຕົວບົດລາຍງານການຕິດຕາມເສດຖະກິດຂອງລາວສະບັບຫຼ້າສຸດໃນວັນຈັນຜ່ານມາ, ພາຍຫຼັງທະນາຄານກາງຂອງສະຫະລັດ ໄດ້ແຈ້ງຫຼຸດອັດຕາດອກເບ້ຍເພື່ອຫຼຸດຜ່ອນຜົນກະທົບຈາກຄວາມເຄັ່ງຕຶງທາງການຄ້າ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/world-bank-urges-laos-let-kip-follow-market-102043

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

74Jdh
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!