ເສດຖະກິດ ແລະ ການຄ້າ

ລາວຈະເຂັ້ມງວດໃນການຄຸ້ມຄອງອັດຕາແລກປ່ຽນ

ລັດຖະບານລາວໄດ້ເນັ້ນເຖິງຄວາມຈຳເປັນຕໍ່ການເຂັ້ມງວດໃນການຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດ ທ່າມກາງຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການກັບອັດຕາແລກປ່ຽນໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ.ໃນກອງປະຊຸມສື່ມວນຊົນໃນຕອນທ້າຍຂອງກອງປະຊຸມປະຈຳເດືອນຂອງຄະນະລັດຖະບານໃນວັນທີ 19 ສິງຫານີ້,​ ລັດຖະບານໄດ້ຖະແຫຼງວ່າ ຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການກັບອັດຕາແລກປ່ຽນໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ ໄດ້ສົ່ງຜົນກະທົບທາງລົບຕໍ່ລາຄາສິນຄ້າອຸປະໂພກບໍລິໂພກໃນລາວ.ສິນຄ້າອຸປະໂພກບໍລິໂພກສ່ວນໃຫຍ່ໃນລາວແມ່ນສິນຄ້ານຳເຂົ້າ, ສະນັ້ນເມື່ອຄ່າເງິນກີບອ່ອນລົງ ເມື່ອທຽບກັບເງິນຕາຕ່າງປະເທດສ່ວນໃຫຍ່ ເຊັ່ນ ເງິນໂດລາ ຫຼື ເງິນບາດ, ເຮັດໃຫ້ລາຄາສິນຄ້າເພີ່ມສູງຂຶ້ນເປັນລຳດັບ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/09/02/laos-to-tighten-management-of-exchange-rates/

ລາວຕ້ອງເລັ່ງມືຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ: ຂະແໜງເອກະຊົນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງວ່າລັດຖະບານໄດ້ພະຍາຍາມປັບປຸງສະພາບແວດລ້ອມດຳເນີນທຸລະກິດໃນລາວ, ຄວາມຄືບໜ້າໃນວຽກງານດັ່ງກ່າວກໍຍັງດຳເນີນໄປຢ່າງຊັກຊ້າ ທຽບກັບຄວາມຮຽກຮ້ອງຕ້ອງການໃນການສົ່ງເສີມການຄ້າ ແລະ ການລົງທຶນ.ນີ້ແມ່ນຄຳເຫັນຈາກທ່ານນາງ ວະລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI), ເຊິ່ງທ່ານໄດ້ເປີດເຜີຍຕໍ່ສື່ມວນຊົນໃນວັນສຸກແລ້ວນີ້ ພາຍຫຼັງກອງປະຊຸມປຶກສາຫາລືຂອງຂະແໜງການລັດ ແລະ ເອກະຊົນທີ່ນະຄອນວຽງຈັນ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/efforts-improve-business-environment-need-be-speeded-private-sector-103147

ຕະຫຼາດຫຼັກຊັບລາວແຈ້ງເຕືອນບໍລິສັດທີ່ບໍ່ສາມາດເປີດເຜີຍຜົນການປະກອບການ

ຕະຫຼາດຫຼັກຊັບລາວ (LSX) ໄດ້ຈັດບໍລິສັດພູສີກໍ່ສ້າງ ແລະ ພັດທະນາ (PCD) ມະຫາຊົນ ເຂົ້າໃນສະຖານະບໍລິສັດ “ທີ່ບໍ່ໜ້າເຊື່ອຖື”, ພາຍຫຼັງທີ່ບໍລິສັດ PDC ບໍ່ສາມາດເປີດເຜີຍບົດລາຍງານກາງປີ ແລະ ບົດລາຍງານປີ 2018 ຂອງຕົນຜ່ານທາງລະບົບຂອງ LSX.ສະຖານະ “ບໍ່ໜ້າເຊື່ອຖື” ຈະຂຶ້ນສະແດງໃນຊື່ໂລໂກຂອງບໍລິສັດ PCD ໃນລະບົບຊື້ຂາຍຫຸ້ນໃນຕະຫຼາດຫຼັກຊັບ ແລະ ທາງເວັບໄຊຕະຫຼາດຫຼັກຊັບນັບແຕ່ວັນທີ 27 ສິງຫາເປັນຕົ້ນໄປ ຈົນກວ່າບໍລິສັດ PCD ຈະສາມາດແກ້ໄຂບັນຫາດັ່ງກ່າວ, ຕາມການແຈ້ງການຂອງຕະຫຼາດຫຼັກຊັບລາວໃນວັນທີ 26 ສິງຫານີ້.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/30/lao-securities-exchange-calls-out-firm/

ຄະນະລັດຖະບານຊຸກຍູ້ການຄຸ້ມຄອງອັດຕາແລກປ່ຽນໃຫ້ມີປະສິດທິພາບ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະລັດຖະບານຖືເອົາການຄຸ້ມຄອງອັດຕາແລກປ່ຽນເປັນໜຶ່ງໃນບູລິມະສິດສູງສຸດໃນໄລຍະເດືອນຕໍ່ໜ້າ, ເນື່ອງຈາກຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການ ແລະ ໃນທ້ອງຕະຫຼາດຂະຫຍາຍຕົວເພີ່ມຂຶ້ນ.ຕາມການເປີດເຜີຍຕໍ່ສື່ມວນຊົນໃນຕອນທ້າຍຂອງກອງປະຊຸມປະຈຳເດືອນຂອງຄະນະລັດຖະບານໃນວັນທີ 19 ສິງຫານີ້, ລັດຖະບານໄດ້ເນັ້ນເຖິງຄວາມຈຳເປັນສຳລັບທະນາຄານແຫ່ງ ສປປ ລາວ ແລະ ຂະແໜງການທີ່ກ່ຽວຂ້ອງ ໃຫ້ຮັດແໜ້ນການຄຸ້ມຄອງການແລກປ່ຽນເງິນຕາ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/lao-cabinet-pushes-effective-management-exchange-rates-102988

ລາວຕ້ອງການການລົງທຶນເພີ່ມເຕີມເພື່ອກອບໂກຍຜົນປະໂຫຍດຈາກການກະສິກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ຄວາມຕ້ອງການສິນຄ້າພືດຜັກ ແລະ ຊີ້ນສັດໃນພາກພື້ນຍັງມີສູງ ແຕ່ວ່າລາວກໍ່ຍັງບໍ່ສາມາດລົງທຶນໃນທ່າແຮງຂອງຕົນເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດພາກພື້ນດັ່ງກ່າວ, ຕາມເຈົ້າໜ້າທີ່ການນຳ.ທ່ານ ປອ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເນັ້ນເຖິງຄວາມຈຳເປັນຂອງລາວເພື່ອດຶງດູດການລົງທຶນໃນຂະແໜງກະສິກຳ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຕະຫຼາດການສົ່ງອອກ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/more-investment-needed-laos-reap-profits-agriculture-102737

ລາວມີສ່ວນຮ່ວມໃນການຂະຫຍາຍຕົວຂອງລົດໄຟຟ້າໃນພາກພື້ນ

ລາວໄດ້ເປີດໂຕໂຄງການລົດໄຟຟ້າໃໝ່, ຮ່ວມກັບບັນດາປະເທດເພື່ອນບ້ານໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໃນຂະນະທີ່ຕະຫຼາດລົດໄຟຟ້າກຳລັງຂະຫຍາຍຕົວ.ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ EV ລາວນະຄອນຫຼວງວຽງຈັນໄດ້ຮ່ວມກັນຈັດຕັ້ງໂຄງການດັ່ງກ່າວຂຶ້ນ, ເຊິ່ງມີຈຸດປະສົງເພື່ອສົມທຽບຕົ້ນທຶນຂອງການນຳໃຊ້ທີ່ແລ່ນດ້ວຍພະລັງງານໄຟຟ້າ ແລະ ແລ່ນດ້ວຍນ້ຳມັນເຊື້ອໄຟຈາກຊາກດຶກດຳບັນ, ກໍຄືມາດຕະການດ້ານຄວາມປອດໄພ ແລະ ເພື່ອຮັບປະກັນຄຸນນະພາບຂອງຍານພາຫະນະດັ່ງກ່າວ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/26/laos-to-join-regional-electric-vehicle-boom/

ເຈົ້າໜ້າທີ່ພາສີຈັດຕັ້ງກິດຈະກຳສົ່ງເສີມການຕ້ານການຟອກເງິນ

ວຽງຈັນ (ວຽງຈັນທາມສ໌/ANN) – ປ້າຍຂໍ້ມູນຂ່າວສານໄດ້ມີການຕິດຕັ້ງຢູ່ດ່ານຊາຍແດນເຂົ້າອອກປະເທດ ເພື່ອໃຫ້ຂໍ້ມູນແກ່ຜູ້ເດີນທາງ ກ່ຽວກັບລະບຽບການຂອງປະເທດລາວໃນການຖືຄອງ ແລະ ຂົນຍ້າຍເງິນຕາຕ່າງໆ.ການລິເລີ່ມດັ່ງກ່າວແມ່ນສ່ວນໜຶ່ງຂອງກິດຈະກຳການໂຄສະນາເພື່ອສົ່ງເສີມຄວາມຮູ້ຄວາມເຂົ້າໃຈໃນທົ່ວປະເທດ ໂດຍຫ້ອງການຕ້ານການຟອກເງິນ (AMLIO) ແລະ ເຈົ້າໜ້າທີ່ພາສີລາວ ຮ່ວມກັບສະຖາບັນເພື່ອການຊ່ວຍເຫຼືອດ້ານກົດໝາຍ ແລະ ສະໜັບສະໜູນວິຊາການ (ILSTA).ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/customs-officials-step-campaign-against-money-laundering-102627

ການຂະຫຍາຍຕົວດ້ານເສດຖະກິດຂອງລາວຍັງຄົງອີງໃສ່ການພັດທະນາພື້ນຖານໂຄງລ່າງ

ວຽງຈັນ (ວຽງຈັນທາມສ໌/ANN) – ການຂະຫຍາຍຕົວດ້ານເສດຖະກິດຂອງລາວຈະສືບຕໍ່ຂັບເຄື່ອນໂດຍໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ ແລະ ການປະຕິບັດການຂອງໂຮງງານໄຟຟ້າໃນໄລຍະສັ້ນ ແລະ ໄລຍະກາງ.ຫຼ້າສຸດ ທະນາຄານໂລກໄດ້ປະເມີນວ່າການຂະຫຍາຍຕົວໃນຂະແໜງການກໍ່ສ້າງ ແລະ ການບໍລິການຂອງລາວຍັງຄົງເຂັ້ມແຂງໃນໄລຍະສັ້ນ ແລະ ໄລຍະກາງ ເນື່ອງຈາກການລົງທຶນຢ່າງຕໍ່ເນື່ອງໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/lao-growth-remains-reliant-infrastructure-development-102626

ຫົວໜ່ວຍທຸລະກິດລາວຕ້ອງການລະບຽບການກ່ຽວກັບການນຳເຂົ້າສິນຄ້າບໍ່ຖືກຕ້ອງຕາມກົດໝາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດລາວຈຳນວນຫຼາຍທີ່ຜະລິດສິນຄ້າເພື່ອສະໜອງຕະຫຼາດພາຍໃນປະເທດກຳລັງຕົກທ່າຮັບ ເນື່ອງຈາກລາວບໍ່ດຳເນີນມາດຕະການໃດໆເພື່ອຄວບຄຸມການໄຫຼເຂົ້າຂອງສິນຄ້າຂາເຂົ້າທີ່ບໍ່ຖືກຕາມລະບຽບກົດໝາຍ.“ຫົວໜ່ວຍທຸລະກິດໃນລາວຈຳນວນຫຼາຍກຳລັງສູນເສຍຜົນປະໂຫຍດທາງທຸລະກິດ ເນື່ອງຈາກເຂົາເຈົ້າບໍ່ສາມາດແຂ່ງຂັນກັບເຈົ້າອື່ນທີ່ນຳເຂົ້າສິນຄ້າແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ,” ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນພຸດແລ້ວນີ້.ອ່ານຕໍ່ ...

ເອກະພຶນ ພູທອນສີ
http://annx.asianews.network/content/lao-firms-demand-regulation-illegal-imports-102623

ລາວຂົນຂວາຍແຫຼ່ງທຶນຈາກຫວຽດນາມໃນການກໍ່ສ້າງຕະຫຼາດຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ມີການຂົນຂວາຍທຶນແຫຼ່ງທຶນຈາກບໍລິສັດຫວຽດນາມ ແລະ ກະຊວງການຄ້າ ເພື່ອສ້າງຕະຫຼາດຍຸດທະສາດສາມແຫ່ງໃນເຂດຊາຍແດນຮ່ວມກັບປະເທດຫວຽດນາມທາງພາກເໜືອ, ພາກກາງ, ແລະ ພາກໃຕ້ຂອງລາວ.ແຜນຂໍ້ສະເໜີດັງກ່າວຈະຊ່ວຍສົ່ງເສີມການຄ້າໃນເຂດຊາຍແດນ. ນອກນີ້ຍັງເປັນບາດກ້າວໃນການຂະຫຍາຍມູນຄ່າການຄ້າພາຄີລະຫວ່າງສອງປະເທດໃຫ້ໄດ້ 10 ເຖິງ 15 ເປີເຊັນໃນປີນີ້.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-seeks-border-market-construction-aid-vietnam-102625

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

D7baT
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!