ເສດຖະກິດ ແລະ ການຄ້າ
ການລົງທຶນ
ນາຍົກລາວຊຸກຍູ້ການລົງທຶນຈາກບຣູໄນ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສັ່ງໃຫ້ບັນດາກະຊວງເດີນໜ້າໃນການດຶງດູດການລົງທຶນຈາກບຣູໄນດາຣູຊາລຳ ຫຼັງຈາກທີ່ຮູ້ມາວ່າມີຫຼາຍບໍລິສັດຈາກປະເທດເສດຖີນ້ຳມັນດັ່ງກ່າວ ຕ້ອງການຢາກເຮັດທຸລະກິດໃນລາວ.ນັກລົງທຶນບຣູໄນສົນໃຈໃນການສົ່ງອອກນ້ຳມັນມາປະເທດລາວ ໃນທາງດຽວກັນກໍຕ້ອງການເຮັດທຸລະກິດຟາມລ້ຽງສັດປີກ ແລະ ປູກເຂົ້າໃນລາວ ເພື່ອສົ່ງອອກໄປຍັງຣາຊະອານາຈັກບຣູໄນ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ກະຊວງເຜີຍແຜ່ມາດຕະການສຳຄັນໃນການປັບປຸງຄວາມສະດວກໃນການດຳເນີນທຸລະກິດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຜນການ ແລະ ການລົງທຶນເຜີຍແຜ່ເອກະສານສຳຄັນກ່ຽວກັບມາດຕະການປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນໃນລາວ ຕໍ່ອຳນາດການປົກຄອງນະຄອງຫຼວງວຽງຈັນ ແລະ ແຂວງຕ່າງໆ. ອ່ານຕໍ່ ...
ໂຕະຂ່າວ
ອົສຕຣາລີອະນຸມັດທຶນຊ່ວຍເຫຼືອ 4.5 ລ້ານໂດລາອົສຕຣາລີ ສຳລັບການປັບປຸງດ້ານທຸລະກິດ ແລະ ການຄ້າໃນລາວ
ລາວກຳລງຂຸ້ນຂ້ຽວໃນການດຳເນີນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສ້າງຄວາມສະດວກດ້ານການຄ້າ ເຊິ່ງແມ່ນສ່ວນໜຶ່ງຂອງນະໂຍບາຍຂອງລັດຖະບານໃນແຜນການປັບປຸງຄວາມສະດວກໃນການດຳເນີນທຸລະກິດໃນລາວ.ເພື່ອບັນລຸຈຸດປະສົງດັ່ງກ່າວ ໃນວັນສຸກທີ່ຜ່ານມາ ລັດຖະບານອົສຕຣາລີໄດ້ອະນຸມັດທຶນຈຳນວນ 4.5 ລ້ານໂດລາອົສຕຣາລີ (ຫຼືປະມານ 3.1 ລ້ານໂດລາສະຫະລັດ) ເພື່ອສະໜັບສະໜູນການປະຕິຮູບຄວາມສະດວກໃນການດຳເນີນທຸລະກິດ, ສ້າງຄວາມສະດວກດ້ານການຄ້າ ແລະ ພັດທະນາຂະແໜງເອກະຊົນໃນລາວ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ລັດຖະບານຈະສືບຕໍ່ການປະຕິຮູບ ເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ
ລັດຖະບານຈະສືບຕໍ່ພາລະກິດໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ ເນື່ອງຈາກລັດຖະບານມີແຜນຜັນຂະຫຍາຍພື້ນຖານດ້ານເສດຖະກິດ ແລະ ຮັບປະກັນການຂະຫຍາຍຕົວແບບຍືນຍົງ.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
ບໍລິສັດໂຮຢາຈະສ້າງໂຮງງານຜະລິດພື້ນຜິວໃຍແກ້ວ HDD ໃນລາວ
ພະນົມເປັນ: ບໍລິສັດໂຮຢາ ຜູ້ຜະລິດໄຍແກ້ວຈາກປະເທດຍີ່ປຸ່ນ ຈະສ້າງໂຮງງານຂະໜາດໃຫຍ່ໃນລາວ ເພື່ອຜະລິດພື້ນຜິວໃຍແກ້ວສຳລັບໜ່ວຍເກັບຂໍ້ມູນ hard disk drives ເພື່ອສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນເນື່ອງຈາກການຂະຫຍາຍຕົວຂອງການສົ່ງຖ່າຍຂໍ້ມູນໃນທົ່ວໂລກ.ອ່ານຕໍ່ ...
KYODO NEWS
ຂະແໜງການລັດ ແລະ ເອກະຊົນຮ່ວມມືໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ
(ຂປລ) ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ຮ່ວມກັບຕາງໜ້າຈາກຂະແໜງການເອກະຊົນ ຫາລືກ່ຽວກັບການປະຕິຮູບທີ່ຜ່ານມາເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃນ ສປປ ລາວ ໃນວັນພະຫັດທີ່ຜ່ານມາທີ່ວຽງຈັນ.ອ່ານຕໍ່ ...
ຂປລ
ງານວາງສະແດງລົດວຽງຈັນ Motor Show ຈະສະແດງຍານຍົນຫຼ້າສຸດລະດັບໂລກ
ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງລົດວຽງຈັນ Motor Show 2019 ທີ່ສູນການຄ້າລາວໄອເຕັກ ໃນວັນທີ 22 ກຸມພາ ຫາ 2 ມີນາ ຈະສະແດງຍານຍົນຍີ້ຫໍ້ຊັ້ນນຳລະດັບໂລກເພື່ອເອົາໃຈຄໍລົດ.ອ່ານຕໍ່ ...
ໂຕະຂ່າວ
ຂັ້ນຕອນການອະນຸມັດການດຳເນີນທຸລະກິດໃນລາວຫຼຸດໄລຍະໃຫ້ຕ່ຳກວ່າສອງເດືອນ
ວຽງຈັນ (ວຽງຈັນທາມສ໌/ANN) – ໄລຍະເວລາໃນການປະກອບເອກະສານໃນການຈົດທະບຽນທຸລະກິດໃໝ່ໃນລາວໄດ້ຮັບການຫຼຸດລົງບໍ່ໃຫ້ເກີນສອງເດືອນ ທຽບກັບກຳນົດການເດີມແມ່ນ 174 ວັນ.ລະບົບໃໝ່ດັ່ງກ່າວຈະມີຜົນບັງຄັບໃຊ້ແຕ່ວັນທີ 1 ກຸມພານີ້ເປັນຕົ້ນໄປ, ຕາມການເປີດເຜີຍຕໍ່ໜັງສືພິມວຽງຈັນທາມສ໌ຂອງເຈົ້າໜ້າທີ່ຫ້ອງການຈົດທະບຽນທຸລະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນສຸກແລ້ວນີ້.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ນາຍົກລາວຊຸກຍູ້ການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນແຂວງຈຳປາສັກ
ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແນະນຳໃຫ້ແຂວງຈຳປາສັກແລະ ແຂວງພາກໃຕ້ອື່ນໆ ກ້າວຂ້າມອຸປະສັກ ແລະ ສິ່ງທ້າທາຍຂອງການດຳເນີນທຸລະກິດເພື່ອເພີ່ມໂອກາດໃນການດຶງດູດການລົງທຶນ.ໃນກອງປະຊຸມໄດ້ຫາລືນະໂຍບາຍ ໃນການສ້າງສະພາບແວດລ້ອມເພື່ອດຶງດູດນັກລົງທຶນໃນລາວ. ການເຮັດທຸລະກິດໃນລາວຍັງຄົງເປັນບັນຫາສຳລັບນັກລົງທຶນຈຳນວນໜຶ່ງ ແລະ ອຸປະສັກທີ່ຕ້ອງຜ່ານຜ່າກໍຄືການສົ່ງເສີມການລົງທຶນໃນທຸກຂະແໜງການ.ອ່ານຕໍ່ ...
ໂຕະຂ່າວ
ການຈົດທະບຽນທຸລະກິດທີ່ງ່າຍຂຶ້ນຈະຊ່ວຍປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ນັກລົງທຶນ ແລະ ນັກທຸລະກິດໃນລາວຈະບໍ່ປະສົບຄວາມຫຍຸ້ງຍາກໃນການຈົດທະບຽນທຸລະກິດອີກຕໍ່ໄປ ຍ້ອນວ່າກະຊວງອຸດສາຫະກຳ ແລະ ການຄ້າມີແຜນໃໝ່ໃນການຫຼຸດຜ່ອນໄລຍະເວລາການຈົດທະບຽນທຸລະກິດໃຫ້ເປັນພາຍໃນ 10 ວັນ.ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແບະ ການຄ້າ ໄດ້ອອກຂໍ້ຕົກລົງກ່ຽວກັບການຈົດທະບຽນທຸລະກິດໃນວັນທີ 9 ມັງກອນນີ້ ແລະ ມາດຕະການດັ່ງກ່າວຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ກຸມພານິ້ເປັນຕົ້ນໄປ.ອ່ານຕໍ່ ...
News Desk