ເສດຖະກິດ ແລະ ການຄ້າ
ການລົງທຶນ
ລາວສົ່ງເສີມຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຮຽກຮ້ອງໃຫ້ຂະແໜງເອກະຊົນຮ່ວມມືກັບພາກສ່ວນລັດຖະບານ ເພື່ອໃຫ້ລາວສາມາດສ້າງສະພາບແວດລ້ອມທີ່ເປັນມິດຕໍ່ທຸລະກິດ ແລະ ສົ່ງເສີມຄວາມສະດວກໃນການດຳເນີນທຸລະກິດ.ເຖິງວ່າອຸປະສັກທີ່ບໍ່ຈຳເປັນກຳລັງໄດ້ຮັບການລຶບລ້າງເປັນລຳດັບ, ວຽກງານການຮ່ວມມືລະຫວ່າງລັດຖະບານ ກັບຂະແໜງເອກະຊົນເຊື່ອວ່າຍັງຄົງເປັນບັນຫາທີ່ຕ້ອງປະຕິບັດ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
ບໍລິສັດໄທໝາຍຕາໂອກາດທາງທຸລະກິດອາຫານໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດ PTT (ລາວ) ຈຳກັດ ແລະ ບໍລິສັດ Zixgar Group ຈຳກັດ ກຳລັງເບິ່ງໂອກາດທາງດ້ານທຸລະກິດອາຫານໃນລາວ ເຊິ່ງມີເປົ້າໝາຍແນໃສ່ກຸ່ມລູກຄ້າທີ່ເປັນນັກທ່ອງທ່ຽວ ແລະ ພະນັກງານຫ້ອງການ.ໂດຍສະເພາະ ຂະແໜງດັ່ງກ່າວຍິ່ງເປັນທີ່ໜ້າສົນໃຈເນື່ອງຈາກການຂະຫຍາຍຕົວຂອງທຸລະກິດຮ້ານກາເຟ, ຕາມເຈົ້າໜ້າທີ່ລັດຖະບານ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ລັດວິສາຫະກິດໄຟຟ້າລາວຕັ້ງເປົ້າການລົງທຶນໃນການສ້າງຕາຂ່າຍສາຍສົ່ງໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ການເພີ່ມການລົງທຶນດ້ານພື້ນຖານໂຄງລ່າງໄຟຟ້າ ແລະ ການຂະຫຍາຍເຄືອຂ່າຍສາຍສົ່ງຈະຊ່ວຍແກ້ໄຂບັນຫາໄຟຟ້າດັບສຳລັບຜູ້ຊົມໃຊ້ໄຟຟ້າໃນລາວ, ຕາມເຈົ້າໜ້າທີ່ພະລັງງານ.ຜ່ານມາ ຜູ້ຊົມໃຊ້ໄຟຟ້າມັກຮ້ອງຮຽນກ່ຽວກັບບັນຫາກະແສໄຟຟ້າບໍ່ພຽງພໍ ແລະ ຄວາມບໍ່ສະຖຽນໃນການສະໜອງກະແສໄຟຟ້າທັງໃນລະດູແລ້ງ ແລະ ລະດູຝົນ. ກະແສໄຟຟ້າມັກດັບໃນຊ່ວງທີ່ມີພາຍຸຝົນ ຫຼື ມີການນຳໃຊ້ອຸປະກອນໄຟຟ້າຈຳນວນຫຼາຍໃນຊົ່ວໂມງທີ່ມີການນຳໃຊ້ສູງສຸດໃນຍາມລະດູແລ້ງ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
ຫວຽດນາມສົ່ງເສີມການລົງທຶນໃນຂະແໜງໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່ ຂອງລາ
ວຽງຈັນ (ວຽງຈັນທາມສ໌/ANN) – ຫວຽດນາມໄດ້ລົງທຶນຈຳນວນ US$4.1 ຕື້ໂດລາໃນ 409 ໂຄງການໃນລາວ, ເຊິ່ງການລົງທຶນສ່ວນໃຫຍ່ແມ່ນໃນຂະແໜງໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່ , ແລະ ກະສິກຳ.ທ່ານ (ປອ) ສຸກພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວວ່າຫວຽດນາມແມ່ນປະເທດຜູ້ລົງທຶນທີ່ໃຫຍ່ເປັນອັນດັບທີສາມໃນລາວ, ເຊິ່ງມີມູນຄ່າການລົງທຶນປະມານ US$4.1 ຕື້ໂດລາ, ຕາມສຳນັກຂ່າວເສດຖະກິດລາຍວັນ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ບໍລິສັດພະລັງງານເກົາຫຼີໃຕ້ໝາຍຕາໂອກາດທາງທຸລະກິດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) — ບໍລິສັດພະລັງງານໄຟຟ້າເກົາຫຼີ (KEPCO) ຫວັງຂະຫຍາຍທຸລະກິດກ່ຽວກັບອຸປະກອນໄຟຟ້າ ກໍຄືສັນຫາຊ່ອງທາງໃນການຮ່ວມມືໃນຂະແໜງພະລັງງານຮ່ວມກັບລາວ.ກອງປະຊຸມທຸລະກິດລະຫວ່າງຜູ້ຕາງໜ້າຈາກກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດ KEPCO ກໍຄືພາກສ່ວນທີ່ກ່ຽວຂ້ອງຈາກລາວ ແລະ ສາທາລະນະລັດເກົາຫຼີ ໄດ້ຈັດຂຶ້ນທີ່ວຽງຈັນໃນວັນພະຫັດຜ່ານມາ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ກະຊວງພະລັງງານ, IFC ສົ່ງເສີມການລົງທຶນຂອງເອກະຊົນໃນຂະແໜງພະລັງງານ
ວຽງຈັນ (ວຽງຈັນທາມສ໌/ANN) – ການພັດທະນາຕາຂ່າຍໄຟຟ້າຂອງລາວ ຈະໄດ້ຮັບການສົ່ງເສີມຈາກພາກສ່ວນເອກະຊົນ ຫຼັງຈາກທີ່ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ອົງການການເງິນສາກົນ (IFC) ໄດ້ລົງນາມໃນຂໍ້ຕົກລົງການນຮ່ວມມື.ຂໍ້ຕົກລົງດັ່ງກ່າວໄດ້ມີການລົງນາມວານນີ້ ໂດຍທ່ານທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານລູບໍເມຍ ວາໂບນອບ ຫົວໜ້າຮັບຜິດຊອບວຽກງານພື້ນຖານໂຄງລ່າງ ແລະ ຊັະພະຍາກອນທຳມະຊາດ IFC.ອ່ານຕໍ່ ...
ໂຕະຂ່າວ
ແຂວງຈຳປາສັກ ນຳໜ້າໃນການປັບປຸງການຈົດທະບຽນທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ເມືອງໂຂງ ແຂວງຈຳປາສັກ ເດີນໜ້າເພື່ອເປັນແບບຢ່າງໃນການຈັດຕັ້ງປະຕິບັດການບໍລິການແບບຄົບວົງຈອນ ແລະ ການປັບປຸງການຈົດທະບຽນທຸລະກິດ ໃຫ້ແກ່ແຂວງຕ່າງໆທົ່ວປະເທດ.ອຳນາດການປົກຄອງຂັ້ນເມືອງໄດ້ຈັດຕັ້ງສູນບໍລິການແບບຄົບວົງຈອນໃນແຕ່ລະສຳນັກງານ, ເຊິ່ງສ້າງຄວາມສະດວກໃຫ້ແກ່ຜູ້ທີ່ຕ້ອງການຈົດທະບຽນທຸລະກິດ ແລະ ຂໍໃບອະນຸຍາດໃນການດຳເນີນທຸລະກິດ.ອ່ານຕໍ່ ...
ເອກະພອນ ພູທອນສີ
ນັກລົງທຶນຈີນເລັ່ງມືການພັດທະນາເຂດເສດຖະກິດພິເສດໃນລາວ
(ຂປລ) ກຸ່ມນັກລົງທຶນຈີນໄດ້ລົງທຶນກວ່າ 10 ຕື້ຢວນ ເພື່ອເລັ່ງມືໃນການພັດທະນາພື້ນຖານໂຄງລ່າງຂອງເຂດເສດຖະກິດພິເສດບໍ່ເຕັນ ແຂວງຫຼວງນ້ຳທາ ທາງພາກເໜືອຂອງລາວ.“ເຂດເສດຖະກິດພິເສດບໍ່ເຕັນແມ່ນຕັ້ງຢູ່ຕິດກັບເມືອງໂມຫານ ມົນທົນຢຸນນານປະເທດຈີນ. ຄາດວ່າເມື່ອສຳເລັດການພັດທະນາ ແລະ ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໃນປີ 2021 ແລ້ວ ຈະມີນັກທ່ອງທ່ຽວຈາກຈີນເຂົ້າມາໃນເຂດດັ່ງກ່າວປະມານ 50,000 ຄົນຕໍ່ປີ,” ທ່ານ ກັງ ເປັງ ຜູ້ຮັບຜິດຊອບການສົ່ງເສີມການລົງທຶນ ເຂດເສດຖະກິດພິເສດບໍ່ເຕັນກ່າວ.ອ່ານຕໍ່ ...
ຂປລ
ລັດຖະບານຍີ່ປຸ່ນສືບຕໍ່ຊ່ວຍເຫຼືອຂະແໜງເອກະຊົນ ແລະ ການລົງທຶນຂອງຍີ່ປຸ່ນໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຍີ່ປຸ່ນໄດ້ອະນຸມັດໂຄງການໃໝ່ຂອງອົງການຮ່ວມມືສາການຍີ່ປຸ່ນ (JICA) ຜ່ານສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ເພື່ອລະໜັບສະໜູນການພັດທະນາຂະແໜງເອກະຊົນ ແລະ ການລົງທຶນຂອງຍີ່ປຸ່ນໃນລາວ.ໂຄງການໃໝ່ເພື່ອການພັດທະນາຄວາມສາມາດຂອງນັກທຸລະກິດມືອາຊີບ ແລະ ການສ້າງເຄືອຂ່າຍຜ່ານ LJI ໄດ້ມີການລົງນາມໃນອາທິດແລ້ວນີ້ ລະຫວ່າງ ທ່ານ ຮສ ພຸດ ສິມມາລາວົງ ຮອງອຳນວຍການມະຫາວິທະຍາໄລແຫ່ງຊາດລາວ ແລະ ທ່ານ ໂຢຊິຮາຣຸ ໂຢເນຢາມະ ຫົວໜ້າຫ້ອງການ JICA ປະຈຳລາວ ໃນລະຫວ່າງກອງປະຊຸມ 9th JCC ເພື່ອສ້າງຄວາມສາມາດສຳລັບການພັດທະນາຂະແໜງເອກະຊົນ ແລະ ການລົງທຶນຂອງໂຄງການຍີ່ປຸ່ນໃນລາວ.ອ່ານຕໍ່ ...
ໂຕະຂ່າວ
ລາວຊຸກຍູ້ການທົບທວນບູລິມະສິດໃນການສົ່ງເສີມການລົງທຶນ
ລັດຖະບານຄວນສົ່ງເສີມການລົງທຶນເພື່ອຊ່ວຍສ້າງອາຊີບ ແລະ ລາຍຮັບສຳລັບຄົນໃນທ້ອງຖິ່ນ ຕາມສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ.ສະຖາບັນຄົ້ນຄວ້າເສດຖະກິດ ເຊິ່ງທຳໜ້າທີ່ເປັນສູນນຄົ້ນຄວ້າຫຼັກທາງດ້ານນະໂຍບາຍເສດຖະກິດ ໄດ້ໃຫ້ຄຳແນະນຳດັ່ງກ່າວແກ່ລັດຖະບານ ກ່ຽວກັບຂໍ້ມູນຫຼ້າສຸດດ້ານເສດຖະກິດ ໃນກອງປະຊຸມທາງການທີ່ວຽງຈັນໃນຕົ້ນເດືອນນີ້.ອ່ານຕໍ່ ...
ເອກະພອນ ພູທອນສີ